![]() | ເຊື່ອມຕໍ່ຊຸມຊົນ, ເຜີຍແຜ່ນ້ຳໃຈມິດຕະພາບຫວຽດນາມ - ລາວ ຢູ່ແຂວງອຸດົມໄຊ |
![]() | ຜັນຂະຫຍາຍການເຄື່ອນໄຫວໜູນຊ່ວຍ, ຂົນຂວາຍປະຊາຄົມຊາວ ຫວຽດນາມ ຢູ່ ສ.ເກົາຫຼີ |
ໂຄງການເຜີຍແຜ່ ແລະ ສະເຫຼີຍດ້ານກົດໝາຍໃຫ້ແກ່ຊາວຫວຽດນາມ ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ ສ.ເກົາຫຼີ ແມ່ນການເຄື່ອນໄຫວຢ່າງແທດຈິງ ເພື່ອຜັນຂະຫຍາຍມະຕິເລກທີ 66-NQ/TW ລົງວັນທີ 30 ເມສາ 2025 ຂອງກົມການເມືອງກ່ຽວກັບການປ່ຽນໃໝ່ວຽກງານກໍ່ສ້າງແລະ ປະຕິບັດກົດໝາຍ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດໃນສັງກາດໃໝ່, ໂຄງການກະທຳຂອງກະຊວງການຕ່າງປະເທດ ໄດ້ປະຕິບັດໂຄງການກະທຳຂອງລັດຖະບານ ສືບຕໍ່ຊຸກຍູ້ການປະຕິບັດມະຕິເລກທີ 36-NQ/TW, ຄຳສັ່ງເລກທີ 45-CT/TW ແລະ ຂໍ້ສະຫຼຸບເລກທີ 12-KL/TW ຂອງກົມການເມືອງກ່ຽວກັບການປະຕິບັດງານສຳລັບຊາວຫວຽດນມ ອາໄສຢູ່ຕ່າງປະເທດໄລຍະ 2022-2026; ຂື້ນກັບຂອບເຂດຂອງແຜນການປະສານງານລະຫວ່າງຄະນະກຳມະການ ແລະ ຄະນະທະນາຍຄວາມ ນະຄອນ ຮ່າໂນ້ຍ ໃນປີ 2025.
ກ່າວຄຳປາໄສທີໄຂກອງປະຊຸມ, ທ່ານ ຫງວຽນຈຸງກ່ຽນ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເນັ້ນໜັກວ່າ ໜ້າທີ່ເບິ່ງແຍງດູແລໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຍາມໃດກໍ່ແມ່ນໜຶ່ງໃນບັນດາວຽກງານການຕ່າງປະເທດ ແລະ ວຽກງານສາມັກຄີແຫ່ງຊາດ, ໄດ້ຮັບການເອົາໃຈໃສ່, ນຊີ້ນຳຢ່າງແໜ້ນແຟ້ນຂອງພັກ ແລະ ລັດ ດ້ວຍບັນດາແຜນການ, ນະໂຍບາຍສຳຄັນໃນຫຼາຍທົດສະວັດຜ່ານມາ.
![]() |
ສາກກອງປະຊຸມ. (ພາບ: ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ) |
ການເຄື່ອນໄຫວເຜີຍແຜ່, ສະເຫຼີຍດ້ານກົດໝາຍໃຫ້ແກ່ຊາວຫວຽດນາມ ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ ສ.ເກົາຫຼີ ບໍ່ພຽງແຕ່ເພື່ອເພີ່ມທະວີການເຜີຍແຜ່, ສຶກສາກົດໝາຍຫວຽດນາມ ໃຫ້ຊາວຫວຽດນາມ ຢູ່ຕ່າງປະເທດເທົ່ານັ້ນ ຫາກຍັງເຊື່ອມໂຍງ ແລະ ສະໜອງຂໍ້ມູນຂ່າວສານດ້ານກົດໝາຍຂອງບັນດາປະເທດໃນໂລກເຖິງຊາວຫວຽດນາມ ຢູ່ຕ່າງປະເທດ, ປະກອບສ່ວນຍົກສູງຄວາມຮັບຮູ້ດ້ານກົດໝາຍຂອງຊາວຫວຽດນາມ ຢູ່ຕ່າງປະເທດ, ໜູນຊ່ວຍປະຊາຄົມເຊື່ອມໂຍງເຂົ້າກັນເປັນຢ່າງດີ, ມີຄວາມເຄົາລົບ, ຮັກແພງ ແລະ ມີຖານະນິຕິກຳທີ່ເຂັ້ມແຂງໃນປະເທດປະຈຳຖິ່ນ.
ຢູ່ ສ.ເກົາຫຼີ, ທ່ານ ຫວູໂຮ່, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ໃຫ້ຮູ້ວ່າ ປະຈຸບັນ, ມີຊາວ ຫວຽດນາມ ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ຫຼາຍແຂວງ, ນະຄອນຂອງ ສ.ເກົາຫຼີ. ປະຊາຄົມຊາວຫວຽດນາມ ຢູ່ ສ.ເກົາຫຼີ ແມ່ນປະຊາຄົມຊາວໜຸ່ມ, ພວມພັດທະນາແລະ ເຊື່ອມໂຍງເຂົ້າກັບສັງຄົມປະຈຳຖິ່ນຢ່າງວອງໄວ, ເຂົ້າຮ່ວມຢ່າງຕັ້ງໜ້າໃນຫຼາຍຂົງເຂດ, ຂະແໜງການອາຊີບ ແລະ ຍາມໃດກໍ່ມຸ່ງໄປເຖິງບ້ານເກີດເມືອງນອນ, ປະເທດ. ສະນັ້ນ, ການຊ່ວຍເຫຼືອປະຊາຊົນ ກຳໄດ້ຢ່າງຄົບຖ້ວນ, ຖືກຕ້ອງກ່ຽວກັບບັນດາຂໍ້ມູນກ່ຽວກັບກົດໝາຍຂອງຫວຽດນາມ ແລະ ສ.ເກົາຫຼີ, ພິເສດແມ່ນບັນດາລະບຽບການກ່ຽວກັບການລົງທຶນຢູ່ ຫວຽດນາມ ແລະ ຄົນງານຕ່າງປະເທດຢູ່ ສ.ເກົາຫຼີ ແມ່ນບົດບາດສຳຄັນທີ່ສຸດ.
ໃນຂອບເຂດຂອງໂຄງການ, ບັນດາທະນາຍຄວາມຂອງຄະນະທະນາຍຄວາມ ນະຄອນ ຮ່າໂນ້ຍ, ສະມາຄົມທະນາຍຄວາມ Gyeonggi - ສ.ເກົາຫຼີ ແລະ ຜູ້ຕາງໜ້າສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ຮັບຜິດຊອບວຽກງານຊ່ວຍເຫຼືອດ້ານນິຕິກຳ ໄດ້ແນະນຳບັນດາຂໍ້ກຳນົດຂອງກົດໝາຍ ຫວຽດນາມ ແລະ ສ.ເກົາຫຼີ, ຕອບ 12 ກຸ່ມຄຳຖາມຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ເຂົ້າຮ່ວມໂດຍກົງ ແລະ ສົ່ງມາໃຫ້ໂຄງການ, ສຸມໃສເຖິງບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຄື: ມາດຕະຖານແຮງງານ, ສັນຍາຈ້າງງານ, ລະບອບເງິນເດືອນ, ເງິນອຸດໜູນ, ປະກັນໄພ, ການແຕ່ງງານ ແລະ ຄອບຄົວກັບຕ່າງປະເທດ, ການເປັນເຈົ້າຂອງອະສັງຫາລິມະຊັບ ແລະ ບັນດາລະບຽບການກ່ຽວກັບການລົງທຶນຢູ່ ຫວຽດນາມ... ສັນຊາດຫວຽດນາມ...
![]() |
ໂຄງການເຜີຍແຜ່, ສະເຫຼີຍດ້ານກົດໝາຍໃຫ້ແກ່ຊາວຫວຽດນາມ ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ ສ.ເກົາຫຼີ. (ພາບ: ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ) |
ພາຍຫຼັງໂຄງການສິ້ນສຸດລົງ, ຖ້າຊາວຫວຽດນາມ ອາໄສຢູ່ຕ່າງປະເທດຕ້ອງການຄຳຕອບຫຼືຂໍ້ມູນເພີ່ມເຕີມ, ເຂົາເຈົ້າສາມາດສືບຕໍ່ພົວພັນກັບສະຖານທູດຫວຽດນາມ ປະຈຳ ສ.ເກົາຫຼີ ແລະ ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ເພື່ອສືບຕໍ່ໜູນຊ່ວຍຢ່າງທັນການ.
ໂດຍຄືທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ຊີ້ນຳວ່າ ພວກເຮົາ “ຕ້ອງເສີມຂະຫຍາຍຄວາມສະຫຼາດສ່ອງໃສ, ກຳລັງແຮງຂອງທົ່ວປະເທດ, ໃນນັ້ນມີປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ - ເປັນພາກສ່ວນທີ່ບໍ່ອາດຕັດແຍກອອກຈາກກຸ່ມກ້ອນມະຫາສາມັກຄີທົ່ວປະຊາຊົນ”; “ໃນສັງກາດດີຈີຕອນ, ສັງກາດເຊື່ອມຕໍ່ທົ່ວໂລກ, ຊາວຫວຽດນາມທຸກຄົນໃນ 5 ທະວີບສາມາດປະກອບສ່ວນເຂົ້າໃນພາລະກິດສ້າງສາປະເທດຊາດ ດ້ວຍຄວາມຮູ້, ມີຫົວຄິດປະດິດສ້າງ, ນ້ຳໃຈຮັກຊາດ ແລະ ຄວາມຮັບຜິດຊອບຂອງພົນລະເມືອງ”.
ຕາມນັ້ນແລ້ວ, ໃນໄລຍະຈະມາເຖິງ, ປະກອບສ່ວນຜັນຂະຫຍາຍ 4 ມະຕິໃໝ່ຂອງກົມການເມືອງ, ພິເສດແມ່ນມະຕິເລກທີ 66 ກ່ຽວກັບການປ່ຽນໃໝ່ກໍ່ສ້າງ ແລະ ປະຕິບັດກົດໝາຍ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດໃນສັງກາດໃໝ່, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ແລະ ບັນດາອົງການຜູ້ຕາງໜ້າຫວຽດນາມ ຢູ່ຕ່າງປະເທດ ຈະສົມທົບກັນຢ່າງຕັ້ງໜ້າກັບບັນດາອົງການ, ຫົວໜ່ວຍທີ່ມີໜ້າທີ່ພາຍໃນ, ແລະ ບັນດາສະມາຄົມທະນາຍຄວາມພາຍໃນ ແລະ ສາກົນສືບຕໍ່ຈັດຕັ້ງບັນດາລາຍການເຜີຍແຜ່, ສະເຫຼີຍດ້ານກົດໝາຍໃຫ້ແກ່ຊາວຫວຽດນາມ ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ ບັນດາປະເທດ.
![]() | ທະຫານເຮືອເຂດ 5 ເຜີຍແຜ່ວັດທະນະທຳການອ່ານ, ເພີ່ມທະວີຄວາມຮັກຕໍ່ປະເທດຊາດ ຍສໝ - ໃນລະຫວ່າງວັນທີ 15 ເມສາ ຫາວັນທີ 2 ພຶດສະພາ ຢູ່ນະຄອນ ຟູ໋ກວກ (ແຂວງ ກຽນຢາງ), ຫໍສະໝຸດທະຫານເຮືອເຂດ 5 ໄດ້ຈັດຕັ້ງງານວາງສະແດງ, ວາງສະແດງ ແລະ ແນະນຳປຶ້ມ ດ້ວຍຫົວຂໍ້ “ພ້ອມກັບປື້ມກ້າວເຂົ້າສູ່ຍຸກພັດທະນາປະເທດຊາດ”. ການເຄື່ອນໄຫວແມ່ນເພື່ອຕອບສະໜອງວັນປື້ມ ແລະ ວັດທະນະທຳການອ່ານ ຫວຽດນາມ ຄັ້ງທີ ... |
![]() | ເພີ່ມທະວີການພົວພັນ ແລະ ສະໜັບສະໜູນການພັດທະນາຂອງປະຊາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ ຍສໝ - ວັນທີ 6 ເມສາ, ສະຫະພັນສະມາຄົມບັນດາສະມາຄົມຫວຽດນາມ ຢູ່ຍີ່ປຸ່ນ (ສະຫະພັນສະມາຄົມ) ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນອາຍຸການ 2025 – 2028, ປຶກສາຫາລື ແລະ ສະເໜີບັນດາທິດທາງການເຄື່ອນໄຫວໃນອາຍຸການໃຫມ່ ເພື່ອແນໃສ່ເພີ່ມທະວີການພົວພັນ, ຊຸກຍູ້ການພັດທະນາປະຊາຄົມຊາວຫວຽດນາມ ຢູ່ຍີ່ປຸ່ນ. |
ມີງດຶກ