ອາຊີບການປູກພືດຜັກ ຊາແຄ່ ຢູ່ ໂຮ້ຍອານ ໄດ້ຮັບການຮັບຮູ້ວ່າແມ່ນມໍລະດົກວັດທະນະທຳບໍ່ແມ່ນວັດຖຸແຫ່ງຊາດ

08:10 | 07/04/2022

ຍສໝ - ວັນ​ທີ 4 ເມສາ, ທ່ານ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫງວຽນ​ວັນ​ຮຸ່ງ ​ໄດ້​ລົງ​ນາມ​ຮັບຮອງ​ເອົາ​ການ​ປູກ​ຜັກ​ ຊາແຄ່ (ບັນດາຜັກປະເພດໃບ ເມື່ອຄົນເຂົ້າກັນແລ້ວ ຈະມີລົດຊາດເຜັດ, ສົ້ມ, ຫວານ, ຂົມ, ຝາດ) ຢູ່​ນະຄອນ ໂຮ້ຍອານ , ​ແຂວງ ກວາງນາມ ​ເປັນ​ມໍລະດົກ​ວັດທະນະທຳ​ບໍ່ແມ່ນວັດຖຸແຫ່ງຊາດ.

ໂຮ້ຍອານ ຈັດງານບຸນບອນລູນ ໂຮ້ຍອານ ຈັດງານບຸນບອນລູນ
ສ້າງມໍລະດົກວັດທະນະທຳໂລກ ໂຮ້ຍອານ ກາຍເປັນຕົວແບບການ “ທ່ອງທ່ຽວຂຽວ” ສ້າງມໍລະດົກວັດທະນະທຳໂລກ ໂຮ້ຍອານ ກາຍເປັນຕົວແບບການ “ທ່ອງທ່ຽວຂຽວ”
ພາບປະກອບ
ພາບປະກອບ

ໝູ່​ບ້ານ​ປູກ​ຜັກ​ ຊາແຄ່ ​ໃນ​ຕາ​ແສງ ເກິມຫ່າ, ນະຄອນ ໂຮ້ຍອານ, ​ແຂວງ ກວາງນາມ ​ໄດ້​ຮັບ​ການ​ສ້າງຂຶ້ນໃນ​ເມື່ອ 400 ກວ່າ​ປີ​ກ່ອນ, ​ເຂດ​ນີ້​ມີ​ຊື່​ສຽງ​ດ້ວຍ​ບັນດາ​ຜະລິດ​ຕະພັນ​ຜັກ​ຫຼາຍ​ຊະນິດ ດ້ວຍ​ລົດ​ຊາດ​ພື້ນ​ເມືອງ, ໄດ້ປູກ​ຝັງ​ດ້ວຍ​ມາດຕະການກະເສດສຸມ ​ແລະ ​ໃສ່​ຝຸ່ນ​ຊີວະ​ພາບ​ດັ້ງ​ເດີມ.

ເປັນ​ເວລາ​ຫຼາຍ​ປີ​ມາ​ນີ້, ໝູ່​ບ້ານ​ປູກ​ຜັກ​ ຊາແຄ່ ​ໄດ້​ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ເມື່ອ​ມາ​ເຖິງ​ມໍລະດົກ​ວັດທະນະທຳ​ໂລກ ​ໂຮ້ຍອານ. ຢູ່​ທີ່​ນີ້, ນັກ​ທ່ອງ​ທ່ຽວ​ບໍ່​ພຽງ​ແຕ່​ໄດ້​ຊົມ​ທິວ​ທັດ​ໝູ່​ບ້ານ​ທີ່​ມີ​ຄວາມ​ສະຫງົບ​ງຽບ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ປະສົບການ​ກັບ​ການ​ເປັນ​ຊາວ​ກະ​ສີກ​ອນຈົກດິນ, ຫົດ​ນ້ຳ; ເພີດເພີນກັບອາຫານພື້ນເມືອງທ້ອງຖິ່ນທີ່ຜະລິດຈາກວັດຖຸດິບຂອງບ້ານຜັກຊາແຄ່.

ທ່ານ​ນາງ ​ເຈືອງ​ທິ​ງອກ​ເກີມ, ຜູ້ອໍານວຍການສູນ​ວັດທະນະທຳ, ກິລາ ​ແລະ ວິທະຍຸ​ກະຈາຍສຽງ, ໂທລະພາບ ​ນະຄອນ ໂຮ້ຍອານ ​ແຂວງ ກວາງ​ນາມ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ກວາງ​ນາມ ຈະ​ສຸມ​ໃສ່​ການ​ທ່ອງ​ທ່ຽວສີ​ຂຽວ, ທ່ອງ​ທ່ຽວທໍາມະຊາດ, ໝູ່​ບ້ານ​​ອາຊີບ ສະນັ້ນຈະ​ຈັດ​ຕັ້ງບັນດາ​ລາຍການ​ທ່ອງ​ທ່ຽວ. ພວກ​ຂ້າ​ພະ​ເຈົ້າ​ຈະ​ເຊື່ອມ​ຕໍ່​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ລະ​ຫວ່າງ​ນະ​ຄອນເກົ່າແກ່ ໂຮ້ຍອານ ແລະ ບັນດາໝູ່​ບ້ານອາຊີບ​ພື້ນ​ເມືອງ. ສຸມ​ໃສ່​ຍົກ​ລະດັບ, ​ ສ້າງ​ບັນດາ​ຜະລິດ​ຕະພັນ​ໃຫ້​ນັກ​ທ່ອງ​ທ່ຽວ​ໄດ້ລົງຕົວຈິງ”.

ໄຊພອນ

ເຫດການ
302 Found

Found

The document has moved here.