ຕາມບົດລາຍງານຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ, ໃນ 5 ປີທີ່ປະຕິບັດງານຢູ່ຫວຽດນາມ, ທ່ານເອກອັກຄະລັດຖະທູດ Nazari ພ້ອມກັບສະຖານທູດ ອີຣານ ປະຈຳ ຫວຽດນາມ ໄດ້ເປັນເຈົ້າການໃນການຈັດຕັ້ງການເຄື່ອນໄຫວແລກປ່ຽນວັດທະນະທຳ, ສິລະປະຫຼາຍຢ່າງ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ການພົວພັນລະຫວ່າງປະຊາຊົນສອງປະເທດ. ທີ່ພົ້ນເດັ່ນແມ່ນສອງສັບປະດາຮູບເງົາອີຣານຕິດຕໍ່ກັນ (2024, 2025), ງານວາງສະແດງ “ມໍລະດົກສິລະປະອີຣານ - ຖິ່ນກຳເນີດເກີດຂຶ້ນຂອງຄວາມສີວິໄລ” (2022), ງານວາງສະແດງ “ສີສັນ ແລະ ລວດລາຍ: ເສັ້ນທາງມາເຖິງສິລະປະອີຣານ” (2024)... ບັນດາເຫດການໄດ້ແນະນຳໃຫ້ປະຊາຊົນຫວຽດນາມ ເຖິງສິ່ງຍອດຢ້ຽມຂອງວັດທະນະທຳ ອີຣານ ນັບແຕ່ຮູບເງົາ, ການຖ່າຍຮູບເຖິງເຄື່ອງຫັດຖະກຳພື້ນເມືອງ (ພົມ, ຖທີ່ແຕ້ມດ້ວຍມື...).
![]() |
ທ່ານປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຟານແອງເຊີນ ໄດ້ມອບຫຼຽນກາ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາຊົນເຜົ່າ” ໃຫ້ທ່ານເອກອັກຄະລັດຖະທູດ ອີຣານ ປະຈຳ ຫວຽດນາມ Ali Akbar Nazari. (ພາບ: Dinh Hoa) |
ສະຖານທູດ ອີຣານ ປະຈຳ ຫວຽດນາມ ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ສະມາຄົມມິດຕະພາບ ຫວຽດນາມ - ອີຣານ ຈັດຕັ້ງຫຼາຍການເຄື່ອນໄຫວທາງການທູດຂອງປະຊາຊົນ, ໃນນັ້ນມີພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອີຣານ (4 ສິງຫາ 1973 – 4 ສິງຫາ 2023). ພິເສດ, ທ່ານເອກອັກຄະລັດຖະທູດ Nazari ໄດ້ສົມທົບກັບສະຖາບັນຄົ້ນຄ້ວາການຄຸ້ມຄອງນະໂຍບາຍອີຣານ (GPTT) ເປັນຄູ່ຮ່ວມມືໃໝ່ຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ, ຜ່ານນັ້ນໄດ້ຈັດຕັ້ງການສົນທະນາທາງອອນລາຍ ດ້ວຍຫົວຂໍ້ “ອາຊີຕາເວັນຕົກ ແລະ ຕາເວັນອອກ: ຄວາມຄ້າຍຄືກັນ ແລະ ຜົນປະໂຫຍດລວມ”.
ກ່າວຄຳເຫັນທີ່ພິທີ, ທ່ານປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຟານແອງເຊີນ ໄດ້ຕີລາຄາສູງບັນດາການຮ່ວມເດີນທາງຢ່າງຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດ Nazari ໃນບັນດາການເຄື່ອນໄຫວການທູດປະຊາຊົນໃນຕະຫຼອດໄລຍະດຳລົງຕຳແໜ່ງ. ທ່ານເນັ້ນໜັກວ່າ ທ່ານເອກອັກຄະລັດຖະທູດແມ່ນຄົນສະໜິດສະໜົມ, ຍາມໃດກໍ່ເປັນເຈົ້າການໃນການຊຸກຍູ້ບັນດາຂໍ້ລິເລີ່ມເພື່ອເພີ່ມທະວີການເຊື່ອມຕໍ່ປະຊາຊົນສອງປະເທດ, ກໍ່ຄືລະຫວ່າງສະຖານທູດ ອີຣານ ປະຈຳ ຫວຽດນາມ ແລະ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ. ການເຄື່ອນໄຫວຫຼາຍຢ່າງເຊັ່ນ: ກອງປະຊຸມສຳມະນາວິຊາການສຶກສາ, ການພົບປະແລກປ່ຽນວັດທະນະທຳ-ສິລະປະ, ການໂຄສະນາການທ່ອງທ່ຽວໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ.
ທ່ານ ຟານແອງເຊີນ ກໍ່ປາດຖະໜາວ່າ 2 ຝ່າຍຈະສືບຕໍ່ຈັດຕັ້ງບັນດາໂຄງການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບປະເທດ, ປະຊາຊົນ ອີຣານ ແລະ ຄວາມສາມາດບົ່ມຊ້ອນດ້ານການຮ່ວມມືລະຫວ່າງ ຫວຽດນາມ - ອີຣານ. ທ່ານສະເໜີໃຫ້ພິຈາລະນາຈັດຕັ້ງການຢ້ຽມຢາມຂອງສະຫະພັນອົງການມິດຕະພາບຫວຽດນາມ ແລະ ສະມາຄົມມິດຕະພາບຫວຽດນາມ - ອີຣານ ໄປຍັງ Tehran ໃນໄລຍະຈະມາເຖິງ. ການມອບຫຼຽນໄຊຄັ້ງນີ້, ຕາມທ່ານແລ້ວ, ແມ່ນການຮັບຮູ້ທີ່ສົມຄວນເຖິງຄວາມມານະພະຍາຍາມຂອງທ່ານເອກອັກຄະລັດຖະທູດ Nazari ແລະ ການປະກອບສ່ວນຢ່າງບໍ່ຢຸດຢັ້ງ ເພື່ອແນໃສ່ເພີ່ມທະວີການພົວພັນປະຊາຊົນລະຫວ່າງ ຫວຽດນາມ ແລະ ອີຣານ.
![]() |
ທ່ານເອກອັກຄະລັດຖະທູດ ອີຣານ ປະຈຳ ຫວຽດນາມ Ali Akbar Nazari ໄດ້ມອບໃຫ້ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຟານແອງເຊີນ ປື້ມປະມວນກະວີຂອງນັກກະວີຜູ້ມີຊື່ສຽງ ອີຣານ Omar Khayyam. (ພາບ: Dinh Hoa) |
ສະແດງຄວາມຊົມເຊີຍຕໍ່ລາງວັນ ແລະ ຄວາມຮັກແພງທີ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມອບໃຫ້, ທ່ານເອກອັກຄະລັດຖະທູດ Ali Akbar Nazari ໃຫ້ຮູ້ວ່າ ການດຳລົງຕຳແໜ່ງຢູ່ ຫວຽດນາມ 5 ປີຂອງຕົນແມ່ນຍາວກວ່າປົກກະຕິ - ແມ່ນໄລຍະທີ່ໄດ້ປະກອບສ່ວນໃຫ້ຫຼາຍຂີດໝາຍພິເສດໃນພາລະກິດຂອງຕົນ. ທ່ານເນັ້ນໜັກວ່າ ການພົວພັນລະຫວ່າງສະຖານທູດ ອີຣານ ປະຈຳ ຫວຽດນາມ ແລະ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ກໍ່ສ້າງບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືຕົວຈິງ, ສະແດງໃຫ້ເຫັນຜ່ານບັນດາໂຄງການແລກປ່ຽນວັດທະນະທຳ, ການສຳມະນາ ແລະ ແລະ ບັນດາເຫດການໂຄສະນາການທ່ອງທ່ຽວ.
![]() |
ທ່ານປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຟານແອງເຊີນ, ທ່ານເອກອັກຄະລັດຖະທູດ Ali Akbar Nazari ໄດ້ຖ່າຍຮູບທີ່ລະນຶກກັບການນຳສະມາຄົມມິດຕະພາບ ຫວຽດນາມ - ອີຣານ, ຄະນະອາຊີ - ອາຟຣິກາ ແລະ ພະນັກງານສະຖານທູດ ອີຣານ ປະຈຳ ຫວຽດນາມ. (ພາບ: Dinh Hoa) |
ໂດຍຢືນຢັນວ່າ ຫວຽດນາມ ຍາມໃດກໍ່ມີທີຕັ້ງອັນພິເສດໃນຫົວໃຈຂອງຕົນ, ທ່ານເອກອັກຄະລັດຖະທູດ Nazari ໃຫ້ຮູ້ວ່າ ບໍ່ວ່າຈະດຳລົງຕຳແໜ່ງໃດກໍ່ຕາມ, ທ່ານຈະສືບຕໍ່ປະກອບສ່ວນປັບປຸງ ແລະ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ. ທ່ານກໍ່ໄດ້ສະແດງຄວາມປາດຖະໜາຢາກສືບຕໍ່ຮ່ວມມືກັບສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໃນໄລຍະຈະມາເຖິງ, ພ້ອມທັງເຊື້ອເຊີນການນຳສະຫະພັນ ແລະ ສະມາຄົມມິດຕະພາບ ຫວຽດນາມ - ອີຣານ ຢ້ຽມຢາມ Tehran ເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງປະຊາຊົນ 2 ຝ່າຍ.
![]() | VUFO ໄດ້ມອບຫຼຽນກາ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງປະຊາຊົນ” ໃຫ້ແກ່ທ່ານເອກອັກຄະລັດຖະທູດ ເກຣັກ ປະຈຳ ຫວຽດນາມ ຍສໝ - ໃນອາຍຸການ 5 ປີ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ເກຼັກ ປະຈຳ ຫວຽດນາມ Georgios Stilianopoulos ໄດ້ມີຄວາມນະພະຍາຍາມຫຼາຍຢ່າງໃນການຊຸກຍູ້ການຮ່ວມມື ເກຼັກ - ຫວຽດນາມ ໃນຫຼາຍຂົງເຂດ, ເປັນຕົ້ນແມ່ນເສດຖະກິດ - ການຄ້າ, ແຮງງານ, ການເດີນທະເລ, ການສຶກສາ, ກິລາ. ເພື່ອແນໃສ່ຮັບຮູ້ການປະກອບສ່ວນເຂົ້າຂອງທ່ານເອກອັກຄະລັດຖະທູດ, ... |
![]() | ສະຫະປະຊາຊາດ ໄດ້ມອບຫຼຽນກາໃຫ້ກຳລັງຮັກສາສັນຕິພາບ ຫວຽດນາມ ຢູ່ຄະນະປະຕິບັດງານ UNISFA ຍສໝ - ກອງທະຫານຊ່າງເລກ 2 ແລະ ໜ່ວຍປະຕິບັດງານຢູ່ຄະນະປະຕິບັດງານ UNISFA ໄດ້ຮັບຫຼຽນກາຮັກສາສັນຕິພາບສະຫະປະຊາຊາດ ສໍາລັບການປະກອບສ່ວນທີ່ພົ້ນເດັ່ນ. |
ມີງດຶກ