​ດ​ັກ​ລັກ: ປ້ອມ​ປ້ອງ​ກັນ​ປະ​ເທດ ເຊ​ເຣ​ປົກ ແລະ ຕາ​ແສງ ກ​ຣົງ​ນາ ເພີ່ມ​ທະ​ວີ​ການ​ລາດ​ຕະ​ເວນ​ປ້ອງ​ກັນຊາຍ​ແດນ

11:00 | 23/02/2023

ຍ​ສ​ໝ - ການ​ເຄື່ອນ​ໄຫວ​ນີ້ນອນ​ໃນ​ແຜນ​ການ​ສົມ​ທົບ​ກັນ​ລະ​ຫວ່າງ​ປ້ອມ​ປ້ອງ​ກັນ​ຊາຍ​ແດນ ເຊ​ເຣ​ປົກ (ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ແຂວງ ດັ​ກ​ລັກ) ແລະ ທຸກ​ຂັ້ນ, ອຳ​ນາດ​ປົກ​ຄອງ ຕາ​ແສງ ກ​ຣົງ​ນາ (ເມືອງ ບວນ​ດົນ) ເພື່ອ​ແນ​ໃສ່​ເສີມ​ຂະ​ຫຍາຍ​ກຳ​ລັງ​ຂອງ​ທົ່ວ​ປວງ​ຊົນ ໃນ​ປ້ອງ​ກັນ​ເຂດ​ດິ​ນ​ແດ​ນ, ປ້ອງ​ກັນ​ຊາຍ​ແດນ​ແຫ່ງ​ຊາດ.

ແນະ​ນຳ​ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ພົວພັນຕ່າງ​ປະ​ເທດ ແລະ ປ້ອງ​ກັນ​ຊາດ​ຂອງ ຫວຽດ​ນາມ ຢູ່ ເວ​ເນ​ຊູ​ເອ​ລາ ແນະ​ນຳ​ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ພົວພັນຕ່າງ​ປະ​ເທດ ແລະ ປ້ອງ​ກັນ​ຊາດ​ຂອງ ຫວຽດ​ນາມ ຢູ່ ເວ​ເນ​ຊູ​ເອ​ລາ
ຫວຽດ​ນາມ ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ Marrakesh ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຂອງ​ຄົນພິ​ການ, ຄົນ​ຕາ​ບອດ, ພິ​ການ​ຕາ ຫວຽດ​ນາມ ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ Marrakesh ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຂອງ​ຄົນພິ​ການ, ຄົນ​ຕາ​ບອດ, ພິ​ການ​ຕາ
​ດ​ັກ​ລັກ: ປ້ອມ​ປ້ອງ​ກັນ​ປະ​ເທດ ເຊ​ເຣ​ປົກ ແລະ ຕາ​ແສງ ກ​ຣົງ​ນາ ເພີ່ມ​ທະ​ວີ​ການ​ລາດ​ຕະ​ເວນ​ປ້ອງ​ກັນຊາຍ​ແດນ
ບັນ​ດາ​ນັກ​ຮົບ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ແນະ​ນຳ​ກ່ຽວ​ກັບຫຼັກ​ໝາຍ​ຊາຍ​ແດນ (ພາ​ບ​: daklak.gov.vn)

​ດ​ັກ​ລັກ: ປ້ອມ​ປ້ອງ​ກັນ​ປະ​ເທດ ເຊ​ເຣ​ປົກ ແລະ ຕາ​ແສງ ກ​ຣົງ​ນາ ເພີ່ມ​ທະ​ວີ​ການ​ລາດ​ຕະ​ເວນ​​ປ້ອງ​ກັນຊາຍ​ແດນ

ການ​ເຄື່ອນ​ໄຫວ​ນີ້ນອນ​ໃນ​ແຜນ​ການ​ສົມ​ທົບ​ກັນ​ລະ​ຫວາງ​ປ້ອມ​ປ້ອງ​ກັນ​ຊາຍ​ແດນ ເຊ​ເຣ​ປົກ (ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ແຂວງ ດັ​ກ​ລັກ) ແລະ ທຸກ​ຂັ້ນ, ອຳ​ນາດ​ປົກ​ຄອງ ຕາ​ແສງ ກ​ຣົງ​ນາ (ເມືອງ ບວນ​ດົນ) ເພື່ອ​ແນ​ໃສ່​ເສີມ​ຂະ​ຫຍາຍ​ກຳ​ລັງ​ຂອງ​ທົ່ວ​ປວງ​ຊົນ ໃນ​ປ້ອງ​ກັນ​ເຂດ​ດິ​ນ​ແດ​ນ, ປ້ອງ​ກັນ​ຊາຍ​ແດນ​ແຫ່ງ​ຊາດ.

ເຂົ້າ​ຮ່ວມ​ການ​ລາດ​ຕະ​ເວນ​ລວມ​ມີ​ຜູ້​ຕາງ​ໜ້າ​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ​ຕາ​ແສງ ກ​ຣົງ​ນາ,ຜູ້​ຕາງ​ໜ້າ​ບັນ​ດາ​ຄະ​ນະ, ຂະ​ແໜງ​ການ, ເຈົ້າ​ກົກ​ເຈົ້າເຫຼົ່າ, ຜູ້​ມີ​ອິດ​ທິ​ພົນ​ຊື່​ສຽງ ໃນ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ ສົມ​ທົບ​ກັບ​ບັນ​ດາ​ພະ​ນັກ​ງ​ງານ, ນັກ​ຮົບ​ປ້ອມ​ປ້ອງ​ກັນ​ຊາຍ​ແດນ ເຊ​ເຣ​ປົກ ຈັດ​ຕັ້ງ​ການ​ລາດ​ຕະ​ເວນກວດ​ກາ, ທຳ​ຄວາມ​ສະ​ອາດ, ປົກ​ປ້ອງ​ເສັ້ນ​ຊາຍ​ແດນ, ຫຼັກ​ໝາຍ​ຊາຍ​ແດນ.

ໃນ​ຊຸມ​ປີ​ຜ່ານ​ມາ, ຕາມ​ຈິດ​ໃຈ​ຄຳ​ສັ່ງ​ເລກ​ທີ 01 ລົງ​ວັນ​ທີ 9 ມັງກອນ 2015 ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກ່ຽວ​ກັບ​ການຈັດ​ຕັ້ງ​ຂະ​ບວນ​ການ​ທົ່ວ​ປວງ​ຊົນ​ເຂົ້າ​ຮ່ວມ​ການ​ປົກ​ປ້ອງ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖວ້ນ, ຄວາມ​ໝັ້ນ​ຄົງ​ເຂດ​ຊາຍ​ແດນ​ແຫ່ງ​ຊາດ​ໃນ​ສະ​ພາບ​ການ​ໃໝ່”. ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ຕາ​ແສງ ກ​ຣົງ​ນາ ແລະ ປ້ອມ​ປ້ອງ​ກັນ​ຊາຍ​ແດນ ເຊ​ເຣ​ປົກ ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເພີ່ມ​ທະ​ວີ​ວຽກ​ງານ​ໂຄ​ສະ​ນາ ຍົກ​ສູງ​ຄວາມ​ຮັບ​ຮູ້, ສະ​ຕິ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຮັກ​ສາ, ປ້ອງກັນເຂດ​ຊາຍ​ແດນ​ແຫ່ງ​ຊາດ ໄປ​ຍັງ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ ແລະ ໄດ້​ຮັບ​ການ​ຕອບ​ສະ​ໜອງ, ແຜ່​ຂະ​ຫຍາຍ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ.

ໂດຍ​ໄດ້​​ຮູ້​ວ່າ ໃນ​ບໍ​ລິ​ເວນມີ 12 ໝູ່​ຄະ​ນະ, 206 ຄອບ​ຄົວ, 209 ຄົນ​ຈົດ​ທະ​ບຽນ ເຂົ້າ​ຮ່ວມ​ການ​ລາດ​ຕະ​ເວນ​ກັບ ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ, ເສັ້ນ​ຊາຍ​ແດນ, ຫຼັກ​ໝາຍ​ຊາຍ​ແດນ, ຮັກ​ສາ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ໝູ່​ບ້ານ. ການ​ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ກັບ​ອົງ​ຄະ​ນະ​ພັກ​ທຸກ​ຂັ້ນ, ອຳ​ນາດ​ການ​ປົກ​ຄອງ, ໝູ່​ຄະ​ນະ ແລະ ປະ​ຊາ​ຊົນ​ເຂດ​ຊາຍ​ແດນ​ ໄດ້​ປະ​ກອບ​ສ່ວນ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ແກ່ນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.