VUFO ປຸກ​ລະ​ດົມ​ຂະ​ບວນ​ການ​ແຂ່ງ​ຂັນ​ປີ 2021 ດ້ວຍ 5 ເນື້ອ​ໃນ​ຕົ້ນ​ຕໍ

09:12 | 30/03/2021

ຍ​ສ​ໝ - ເມື່ອບໍ່ດົນມານີ້, ຢູ່​ຮ່າ​ໂນ້ຍ, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ (VUFO) ໄດ້​ຈັດ ພິ​ທີ​ປຸກ​ລະ​ດົມ​ຂະ​ບວນ​ການ​ແຂ່ງ​ຂັນ​ປີ 2021 ດ້ວຍ 5 ເນື້ອໃນ​ຕົ້ນ​ຕ​ໍ.

vufo ປ ກ ລະ ດ ມ ຂະ ບວນ ການ ແຂ ງ ຂ ນ ປ 2021 ດ ວຍ 5 ເນ ອ ໃນ ຕ ນ ຕ ທ່ານເອກອັກຄະລັດຖະທູດຟີລິບປິນ ປະຈຳຫວຽດນາມ: ປາດຖະໜາຢາກຮ່ວມມືກັບ VUFO ຢ່າງໃກ້ຊິດກ່ວາເກົ່າ
vufo ປ ກ ລະ ດ ມ ຂະ ບວນ ການ ແຂ ງ ຂ ນ ປ 2021 ດ ວຍ 5 ເນ ອ ໃນ ຕ ນ ຕ ກອງ​ປະ​ຊຸມ ຄະ​ນະ​ປະ​ຈຳ VUFO ​ຄັ້ງ​ທີ II ຊຸດ​ທີ VI: ການ​ທູດ​ປະ​ຊາ​ຊົນ​ໄດ້​ຫັນ​ປ່ຽນ​ຄວາມ​ສ່ຽງ​ກາຍ​ເປັນ​ໂອ​ກາດ
vufo ປ ກ ລະ ດ ມ ຂະ ບວນ ການ ແຂ ງ ຂ ນ ປ 2021 ດ ວຍ 5 ເນ ອ ໃນ ຕ ນ ຕ
ທ່ານນາງ ຫງວຽນ​ເຟືອງ​ງາ ປະ​ທານ​ VUFO

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານນາງ ຫງວຽນ​ເຟືອງ​ງາ ປະ​ທານ​ VUFO ໄດ້​ເນັ້ນ​ໜັກວ່າ 2021 ແມ່ນ​ປີ ທຳ​ອິດ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ແລະ ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ໄລ​ຍະ 5 ປີ 2021 – 2025, ປີ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊ​ຸດ​ທີ 15 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ​ອາ​ຍຸ​ການ 2021 – 2020. ນ​ີ້​ກໍ່​ແມ່ນ​ປີ​ທຳ​ອິດ​ຂອງ​ຂະ​ບວ​ນ​ການ​ແຂ່ງ​ຂັນ​ຮັກ​ຊາດ​ໃນ​ທົ່ວ​ປະ​ເທດ​ໄລ​ຍະ 2021 – 2025 ດ້ວຍ​ຫົວ​ຂ​ໍ້ “ສາ​ມັກ​ຄີ, ປະ​ດິດ​ຄິດ​ສ້າງ, ແຂ່ງ​ຂັ​ນ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ” ໂດຍ​ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ຊວັນ​ຟຸກ, ປະ​ທານ​ສະ​ພາ​ແຂ​່ງ​ຂັນ - ຍ້ອງ​ຍໍ​ສັນ​ລະ​ເສີນ​ສູນ​ການ​ປຸ​ກລະ​ດົມ.

ດ້ວຍ​ຄວາມ​ໝາຍ​ນັ້ນ, ທ່ານ​ນາງ ຫງວຽນ​ເຟືອງ​ງາ ໄດ້​ຕາງ​ໜ້າ​ຄະ​ນະ​ພັກ, ອົງ​ຄະ​ນະ​ພັກ, ການ​ນຳ​ VUFO ສະ​ພາ​ແຂ່ງ​ຂັນ - ຍ້ອງ​ຍໍ​ສັນ​ລະ​ເສີນ​ຂະ​ບວນ​ການ​ແຂ​່ງ​ຂັນ​ດັ່ງ​ກ່າວ.

ບັນ​ດາ​ເນື້ອ​ໃນ​ແຂ່ງ​ຂັນ​ລວມ​ມີ:

ທີໜຶ່ງແມ່ນ​ໂຄ​ສະ​ນາ, ເຊື່ອ​ມ​ຊືມ​ແນວ​ຄິດ​ແຂ່ງ​ຂັນ​ຮັກ​ຊາດ​ຂອງ​ປະທານ ໂຮ່​ຈີ​ມິນ ​ຢ່າງ​ເລິກ​ເຊິ່ງ, ບັນ​ດາ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ຂອງ​ພັກ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ລັດ ກ່ຽວ​ກັບ​ວ​ຽກ​ງານ​ແຂ່ງ​ຂັນ​ຮັກ​ຊາດ, ຍ້ອງ​ຍ​ໍ​ສັນ​ລະ​ເສີນ, ພິ​ເສດ​ແມ່ນ​ຄຳ​ສັ່ງ​ເລກ​ທີ 34 – CT/TW ໃນ​ວັນ​ທີ 7 ເມ​ສາ 2014 ຂອງ ກໍາ​ມະ​ການກົມການ​ເມືອງ​ກ່ຽວ​ກັບ​ການ “ປ່ຽນ​ແປງ​ໃໝ່​ວຽກ​ງານ​ແຂ​່ງ​ຂັນ​ຍ້ອງຍ​ໍ​ສັນ​ລະ​ເສີນ” ໄປ​ຍັງ​ໝູ່​ຄະ​ນະ, ສະ​ມາ​ຊິກ​ພັກ, ລັດ​ຖະ​ການ, ຜູ້​ອອກ​ແຮງ​ງານ. ຕັ້ງ​ໜ້າ​ຕອບ​ສະ​ໜອງ ແລະ ສືບ​ຕໍ່​ຜັນ​ຂະຫຍາຍ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຈຸດ​ສຸມ​ທີ່​ໄດ້​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປຸກ​ລະ​ດົມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ທີ​ສອງ​ແມ່ນ ສືບ​ຕໍ່​ຕໍ່​ສູ້, ສະ​ກ​ັດ​ກັ້ນ, ຍູ້​ການ​ເຊື່ອມ​ທາດ​ຄາດ​ຄຸນ​ແນວ​ຄ​ວາມ​ຄິດ​ທາງ​ການ​ເມືອງ, ຄຸນ​ສົມ​ບັດ, “ການ​ຜັນ​ປ່ຽນ​ເອງ” ພາຍ​ໃນ​ກຸ່ມໃຫ້​ຖອຍ​ໄປ, ຕິດ​ພັນ​ກັບ​ການ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແນວ​ຄວາມ​ຄິດ, ຄຸນ​ສົມ​ບັດ, ວິ​ຖີ​ດຳ​ລົງ​ຊີ​ວິດ​ໂຮ່​ຈີ​ມິນ, ຮັກ​ສາ​ລະ​ບຽບ​ວິ​ໄນ, ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ, ສ້າງ​ຄວາມ​ສາ​ມັກ​ຄີ​ພາຍ​ໃນ​ກຸ່ມ, ສ້າງສະ​ຫະ​ພັນ​ມິດ​ຕະ​ພາບ​ຢ່າງ​ປອດ​ໄພ, ເຂັ້ມ​ແຂງ, ອົງ​ຄະ​ນະ​ພັກ, ຄະ​ນະ​ພັກ, ການ​ນຳ​ສະ​ຫະ​ພັນ​ມິດ​ຕະ​ພາບ, ການ​ນຳ​ບັນ​ດາ​ຄະ​ນະ, ຫົວ​ໜ່ວຍ​ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ກົດ​ລະ​ບ​ຽບ​ອະ​ທິ​ປະ​ໄຕ​ໂດຍ​ພື້ນ​ຖານ, ເສີມ​ຂະ​ຫຍາຍ​ບົດ​ບາ​ເປັນ​ເຈົ້າ​ຂອງ​ຂອງ​ຜູ້​ອອກ​ແຮ​ງ​ງານ.

ທີສາມ ແມ່ນ​ປະ​ຕິ​ສັດ​ສຳ​ເລັດ​ໜ້າ​ທີ່​ດ້ານ​ການ​ເມືອງ, ກ​ານ​ພົວ​ພັນ​ຕ່າງ​ປະ​ເທດ, ປະ​ກອບ​ສ່ວນ​ເຂົ້າ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ເຊິ່ງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ໄດ້​ວາງ​ອອກ. ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ສຳ​ຜັດ, ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ, ຄຸນ​ນະ​ພາບ​ບັນ​ດາ​ການ​ເຄື່ອນ​ໄຫວ​ສັນ​ຕິ​ພາບ, ສາ​ມັກ​ຄີ, ​ຕັ້ງ​ໜ້າເຂົ້າ​ຮ່ວມ​ບັນ​ດາ​ກົດ​ໄກ, ເຄືອ​ຂ່າຍ, ອົງ​ການ​ປະ​ຊາ​ຊົນຫຼາຍ​ຝ່າຍ​ສາ​ກົນ, ລະ​ຫວ່າງ​ພາກ​ພື້ນ ແລະ ພາກ​ພື້ນ ຢ​່າ​ງ​ມີ​ປະ​ສິດ​ທິ​ຜົນ.

ທີສີ່ ແມ່ນ​ສືບ​ຕໍ່​ກວດ​ກາ​ຄືນ, ສັບ​ຊ້ອນ, ປັບ​ປຸ​ບ ແລະ ພັດ​ທະ​ນາ​ລະ​ບົບ​ຈັດ​ຕັ້ງ​ຕາມ​ທິດ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ, ເປັນ​ເຈົ້າ​ການ​ເປັນ​ເສ​ນາ​ທິ​ການ, ສະ​ເໜີ​ບັນ​ດາ​ປັດ​ໄຈ​ເພື່ອ​ສ້າງ​ພື້ນ​ຖານ​ສ້າງ​ລະ​ບົບ, ນະ​ໂຍ​ບາຍ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ສະ​ຫະ​ພັນ​ມິດ​ຕະ​ພາບ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່, ເອົາ​ໃຈ​ໃສ່​ວຽກ​ງານ​ບຳ​ລຸງວ້າງພະ​ນັກ​ງານ​ໃຫ້​ແກ່​ອົງ​ການ​ປະ​ຈຳ ແລະ ສະ​ຫະ​ພັນ​ຂັ້ນ​ທ້ອງ​ຖິ່ນ.

ທີຫ້າແມ່ນ​ປ່​ຽນ​ແປງ​ໃໝ່, ປະ​ດິດ​ຄິດ​ສ້າງ​ໃນ​ການ​ຈັດ​ຕັ້ງ​ບັນ​ດາ​ຂະ​ບວນ​ການ​ແຂ​່ງ​ຂັນ​ຮັກ​ຊາດ, ເຊິ່ງ​ຕິດ​ພັນ​ກັບ​ການ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແນວ​ຄິດ, ຄຸນ​ສົມ​ບັດ, ແບບ​ແຜນ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ ​ໂຮ່​ຈີ​ມິນ ເພື່ອ​ແນ​ໃສ່​ຍົກ​ສູງ​ບົດ​ບາດ​ຄວາມ​ຮັບ​ຜິດ​ຊອບ​ຂ​ອງ ພະ​ນັກ​ງ​ງານ, ສະ​ມາ​ຊິກ​ພັກ, ພາ​ລະ​ກອນ, ລັດ​ຖະ​ບານ, ຜູ້​ອອກ​ແຮງ​ງານ ເປັນ​ຕົ້ນ​ແມ່ນ​ການ​ນຳຫຼັກ​ແຫຼ່ງ​ທຸກ​ຂັ້ນ ແລະ ຜູ້​ນຳ​ພາ​ອົງການ​ຫົວ​ໜ່ວຍ.

vufo ປ ກ ລະ ດ ມ ຂະ ບວນ ການ ແຂ ງ ຂ ນ ປ 2021 ດ ວຍ 5 ເນ ອ ໃນ ຕ ນ ຕ ທ່ານເອກອັກຄະລັດຖະທູດຟີລິບປິນ ປະຈຳຫວຽດນາມ: ປາດຖະໜາຢາກຮ່ວມມືກັບ VUFO ຢ່າງໃກ້ຊິດກ່ວາເກົ່າ

ຍສໝ - ເມື່ອບໍ່ດົນມານີ້, ຢູ່ສຳນັກງານໃຫຍ່ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ຢູ່ຮ່າໂນ້ຍ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟື່ອງງາ - ປະທານ VUFO ໄດ້ຕ້ອນຮັບທ່ານ Meynardo Los Banos Montealegre - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ຟີລິບປິນ ປະຈຳຫວຽດນາມ ເນື່ອງໃນໂອກາດທີ່ໄດ້ຮັບໜ້າທີ່ວຽກງານຢູ່ຫວຽດນາມ.

vufo ປ ກ ລະ ດ ມ ຂະ ບວນ ການ ແຂ ງ ຂ ນ ປ 2021 ດ ວຍ 5 ເນ ອ ໃນ ຕ ນ ຕ ກອງ​ປະ​ຊຸມ ຄະ​ນະ​ປະ​ຈຳ VUFO ​ຄັ້ງ​ທີ II ຊຸດ​ທີ VI: ການ​ທູດ​ປະ​ຊາ​ຊົນ​ໄດ້​ຫັນ​ປ່ຽນ​ຄວາມ​ສ່ຽງ​ກາຍ​ເປັນ​ໂອ​ກາດ

ຍ​ສ​ໝ - ເຂົ້າ​ຮ່ວມກອງ​ປະ​ຊຸມ ມີ​ທ່ານ​ນາງ ຫງວຽນ​ເຟືອງ​ງາ ເລ​ຂາ​ຄະ​ນະ​ພັກ, ປະ​ທານ VUFO,ທ່ານ ຟານ​ແອັງ​ເຊີນ ຮອງ​ປະ​ທານ ເລ​ຂາ​ທິ​ການ​ໃຫຍ່ VUFO ແລະ ບັນ​ດາ​ກຳ​ມະ​ການ​ຄະ​ນະ​ປະ​ຈຳ​ຄະ​ນະ​ປະ​ທານ VUFO, ຜູ້​ຕາງ​ໜ້າ​ບາງ​ກະ​ຊວງ, ຂະ​ແໜງ​ການຂັ້ນ​ສູງ​ການ.

vufo ປ ກ ລະ ດ ມ ຂະ ບວນ ການ ແຂ ງ ຂ ນ ປ 2021 ດ ວຍ 5 ເນ ອ ໃນ ຕ ນ ຕ 10 ໝາກ​ຜົນ​ທີ່​ພົ້ນ​ເດັ່ນ​ຂອງ VUFO ໃນ​ປີ 2020

ຍ​ສ​ໝ - ວັນ​ທີ 8 ມັງ​ກອນ, ຢູ່​ຮ່າ​ໂນ້ຍ, ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ (VUFO) ຈັດ​ກອງ​ປ​ະ​ຊຸມ​ສະຫຼຸບ​ວຽກ​ງານ ປີ 2020, ຜັນ​ຂະ​ຫຍາຍ​ວຽກ​ງານ​ປີ 2021. ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ເພື່ອນ​ມິດ​ສາ​ກົນ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິກ - 19 ນັບ​ ແຕ່​ຫົວ​ທີ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ຂອງ ຫວຽດ​ນາມ ແລະ​ຢັ້ງ​ຢືນ​ວ່າ ຫວຽດ​ນາມ​ແມ່ນ​ຊົນ​ຊາດ​ທີ່​ມີ​ຄວາມ​ຮັກ​ແພງ​ກັນ, ພ້ອມ​ແລ້ວ​ທີ່​ຈະ​ແບ່ງ​ທຸກ​ແບ່ງ​ສຸກ​ໃນ​ໄລ​ຍະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ຜ່ານ​ການ​ກະ​ທຳ​ນີ້, ຄຸນ​ນະ​ທາດ​ແຫ່ງ​ຊາດ​ໄດ້​ຜັນ​ຂະ​ຫຍາຍ​ຜ່ານ​ການ​ທູດປະ​ຊາ​ຊົນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.