ຍສໝ - ຕອນບ່າຍວັນທີ 11 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຟານແອັງເຊີນ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບທ່ານ Choi Young Sam ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາ ຫວຽດນາມ. 2 ຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນ ເພື່ອ ເພີ່ມທະວີການແລກປ່ຽນປະຊາຊົນລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ.
ຍສໝ - ວັນທີ 8 ມິຖຸນາ, ຢູ່ສະໜາມກິລານະຄອນ ຕືເຊີນ (ແຂວງ ບັກນິງ) ໄດ້ດຳເນີນງານ ຊຸບເປີຄັບບານເຕະສື່ມວນຊົນ ຫວຽດນາມ - ໄທ, ເຫດການເລີ່ມຕົ້ນການເຄື່ອນໄຫວຮ່ວມມື ພົບປະແລກປ່ຽນສື່ມວນຊົນລະຫວ່າງ 2 ປະເທດ.
ຍສໝ - ຕອນບ່າຍວັນທີ 10 ມິຖຸນານີ້, ຢູ່ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ໂຕເລີມ ໄດ້ໃຫ້ການຕ້ອນຮັບທ່ານ Alex Rogers ປະທານຮັບຜິດຊອບການບໍລິຫານທົ່ວໂລກ, ກຸ່ມບໍລິສັດ Qualcomm
ຍສໝ - ເປັນຄັ້ງທຳອິດ, ດົນຕີມູນເຊື້ອຂອງ ຫວຽດນາມ ແລະ ອາຣັບບີ ຊາອູດິ ໄດ້ພ້ອມກັນດັງອອກຢູ່ ຍີ່ປຸ່ນ ໃນລາຍການພົບປະແລກປ່ຽນທີ່ດີເດັ່ນພິເສດ ເຊິ່ງໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ EXPO 2025 Osaka, Kansai, ໄດ້ດຶງດູດຄວາມສົນໃຈຈາກໝູ່ປະຊາຊົນສາກົນ.
ຍສໝ - ວັນທີ 9 ມິຖຸນາ 2025, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດໄດ້ຈັດຕັ້ງກອງປະຊຸມສຳມະນາສາກົນ ດ້ວຍຫົວຂໍ້ວ່າ “ພື້ນທີວັດທະນະທຳໂຮ່ຈິມິນ ຢູ່ບັນດາອົງການຜູ້ຕາງໜ້າຫວຽດນາມ ຢູ່ຕ່າງປະເທດ”. ເຫດການດັ່ງກ່າວໄດ້ປະກອບສ່ວນຊີ້ແຈ້ງພາລະບົດບາດ, ມາດຕະຖານເນື້ອໃນ ແລະ ວິທີການຜັນຂະຫຍາຍຕົວແບບພື້ນທີ່ ໂຮ່ຈີມິນ ໃນໄລຍະໃໝ່, ເພື່ອເຜີຍແຜ່ອຸດົມການ, ຄຸນສົມບັດສິນທຳ, ມໍລະດົກວັດທະນະທຳຂອງປະທານ ໂຮ່ຈີມິນ ເຖິງເພື່ອນມິດສາກົນຢ່າງມີຫົວຄິດປະດິດສ້າງ, ມີປະສິດທິຜົນ ແລະ ເໝາະສົມກັບແຕ່ລະປະເທດປະຈຳຖີ່ນ
ຍສໝ - ເປັນຄັ້ງທຳອິດ, ບັນດາຜະລິດຕະພັນອາຫານທະເລຂອງຫວຽດນາມ ໄດ້ຮັບການແນະນຳຢ່າງກ້ວາງຂວາງຕໍ່ໝູ່ປະຊາຊົນສາທາລະນະລັດ ເຊັກໂກ ໃນຂອບເຂດງານບຸນວັດທະນະທຳອາຫານ Prague 2025 - ເປັນເຫດການພົບປະແລກປ່ຽນສາກົນຂະໜາດໃຫຍ່, ດຶງດູດນັກທ່ອງທ່ຽວກ່ວາ 20.000 ເທື່ອຄົນ. ດ້ວຍ 5 ຮ້ານວາງສະແດງຢູ່ສະໜາມຫຼວງ Victory, ຫວຽດນາມ ໄດ້ເຜີຍແຜ່ພາບພົດຂອງປະເທດດ້ວຍບັນດາເຍື່ອງອາຫານ, ຜະລິດຕະພັນກະເສດ ແລະ ບັນດາຜະລິດຕະພັນວັດທະນະທຳພື້ນເມືອງ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຊັກໂກ.
ຍສໝ - ວັນທີ 5 ມິຖຸນານີ້, ຄ້າຍທະຫານປ້ອງກັນຊາຍແດນດ່ານສາກົນ ນໍ້າກັ້ນ (ທະຫານປ້ອງກັນຊາຍແດນ ເຫງ້ອານ) ໄດ້ສົມທົບກັບກອງຮ້ອຍປ້ອງກັນຊາຍແດນ 221 (ກອງບັນຊາການທະຫານແຂວງຊຽງຂວາງ, ລາວ) ໄດ້ດຳເນີນການລາດຕະເວນສອງຝ່າຍຢູ່ດ່ານຊາຍແດນແຕ່ຫຼັກ 403 ຫາຫຼັກ 404.
ຍສໝ - “ບັນດາວິສາຫະກິດ ຫວຽດນາມ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳຫຼາຍສະບັບເພື່ອເພີ່ມທະວີການຊື້ຜະລິດຕະພັນກະເສດຈາກ ອາເມລິກາ ດ້ວຍຕົວເລກທີ່ໜ້າປະທັບໃຈ ເກືອບ 3 ຕື້ USD, ລື່ນກາຍຕົວເລກທີ່ໄດ້ວາງອອກໃນເບື້ອງຕົ້ນ, ແມ່ນ 2 ຕື້ USD, ຜ່ານນັ້ນປະກອບສ່ວນສຳຄັນເພື່ອສ້າງຄວາມດຸ່ນດ່ຽງໃນດຸນການຄ້າລະຫວ່າງສອງປະເທດ."
ຍສໝ - ວັນທີ 6 ມິຖຸນາ, ຢູ່ນະຄອນຫຼວງ Prague (ສາທາລະນະລັດ ເຊັກໂກ) ໄດ້ດຳເນີນກອງປະຊຸມໂຕະມົນກ່ຽວກັບການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ ແລະ ນະວັດຕະກຳລະຫວ່າງ ຫວຽດນາມ ແລະ ສ.ເຊັກໂກ, ເປັນຂີດໝາຍບາດກ້າວສຳຄັນຂອງການພົວພັນຄູ່ຮ່ວມມືໃນຂົງເຂດການສຶກສາ ແລະ ຄົ້ນຄວ້າ.
ຍສໝ - ທີ່ການພົບປະກັບ ທ່ານ Takebe Tsutomu, ທີ່ປຶກສາພິເສດ ສະຫະພັນລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ ໃນວັນທີ 4 ມິຖຸນາ ຢູ່ ຮ່າໂນ້ຍ, ທ່ານລັດຖະມົນຕີ ກະຊວງສຶກສາ ແລະ ບຳລຸງສ້າງ ຫງວຽນກິມເຊີນ ປາດຖະໜາວ່າ ຍີ່ປຸ່ນ ຈະສືບຕໍ່ພ້ອມກັບ ຫວຽດນາມ ໃນການຝຶກອົບຮົມ ແຫຼ່ງຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ, ພິເສດແມ່ນໃນຂົງເຂດຍຸດທະສາດຄື: ເຕັກໂນໂລຢີສູງ, ເຄິ່ງຊັກນຳໄຟຟ້າ, ທາງລົດໄຟຄວາມໄວສູງ...
ຍສໝ - ນັບແຕ່ວັນທີ 5 – 14 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມ ສ. ແອັດໂຕເນຍ ຢ່າງເປັນທາງການ ເຂົ້າຮ່ວມກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3 ຢູ່ສ.ຝລັ່ງ ແລະ ຢ້ຽມຢາມ ລາຊະອານາຈັກ ສະວິດຢ່າງເປັນທາງການ. ການເດີນທາງໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ເພື່ອແນໃສ່ຊຸກຍູ້ການພົວພັນກັບສາມປະເທດ ເອີລົບໃຫ້ຫຼາຍກ່ວາອີກ, ພ້ອມທັງປະກອບສ່ວນເຂົ້າຂໍ້ລິເລີ່ມ ແລະ ມາດຕະການອະນຸລັກຮັກສາ ແລະ ນຳໃຊ້ທະເລ ແລະ ມະຫາສະໝຸດ ແບບຍືນຍົງ.
ຍສໝ - ນັ້ນແມ່ນຄຳປາໄສຂອງທ່ານ Hari Babu Kambhampati - ຜູ້ວ່າການລັດ Odisha, ອິນເດຍ ເນື່ອງໃນໂອກາດການຢ້ຽມຢາມນະຄອນ ດານັງ ໃນວັນທີ 2 ມິຖຸນາ 2025.
ຍສໝ - ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫງວຽນກິມເຊີນ ໃຫ້ຮູ້ວ່າ ກະຊວງພວມກະກຽມບັນດາເງື່ອນໄຂເພື່ອສາມາດນຳພາສາລາວເປັນໜຶ່ງໃນ 8 ພາສາຕ່າງປະເທດທີ່ສອນຢູ່ບັນດາໂຮງຮຽນມັດທະຍົມ ຫວຽດນາມ. ໃນເບື້ອງຕົ້ນຈະຜັນຂະຫຍາຍທົດລອງສໍາລັບນັກສຶກສາຢູ່ເຂດຊາຍແດນ, ຫຼັງຈາກນັ້ນ ເປີດກວ້າງເມື່ອກະກຽມຄູອາຈານທີ່ພຽງພໍ.
ຍສໝ - ໃນຊຸມປີຜ່ານມາ, ອຳນາດການປົກຄອງທ້ອງຖິ່ນ, ແນວໂຮມປະເທດຊາດຫວຽດນາມ ເມືອງອາເລື໊ອຍ, ທະຫານຊາຍແດນຍາມໃດກໍ່ສົມທົບກັນກັບກຳລັງທີ່ກ່ຽວຂ້ອງເຂົ້າຮ່ວມການສ້າງສາເສັ້ນຊາຍແດນຫວຽດນາມ-ລາວ ໃຫ້ມີສັນຕິພາບ, ມິດຕະພາບ ແລະການພັດທະນາຢ່າງແໜ້ນແຟ້ນ...
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນ (1975 - 2025), ນະຄອນ ຮ່າໂນ້ຍ ໄດ້ສົມທົບກັບສະຖານທູດ ເຢຍລະມັນ ຈັດຕັ້ງງານບຸນວັດທະນະທຳ ແລະ ແນະນຳປະກອບອາຊີບ, ເປີດກ້ວາງກາລະໂອກາດໃນການຮຽນຮູ້, ບຳລຸງສ້າງອາຊີບ ແລະ ວຽກເຮັກງານທຳໃຫ້ຊາວໜຸ່ມ.
ຍສໝ - ນະຄອນ ໂຮ່ຈີມິນ ປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືກັບບັນດານະຄອນຂອງອີຕາລີຄື Torino, Genoa ແລະ Milan ໃນບັນດາຂົງເຂດທ່ອງທ່ຽວ, ອະນຸລັກຮັກສາມໍລະດົກ, ການພັດທະນາທ່າເຮືອ, ການຜະລິດພະລັງງານທົດແທນ, ພັດທະນາພື້ນຖານໂຄງລ່າງ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ຍສໝ - ໃນຊຸມວັນຕົ້ນເດືອນ ມິຖຸນາ ຂະນະທີ່ເດັກໃນທົ່ວໂລກໄດ້ຮັບຄວາມເບີກບານມ່ວນຊື່ນໃນວັນເດັກສາກົນນັ້ນ, ຢູ່ເຂດດິນທີ່ຮ້າຍກາດຄື ຊູດັງໃຕ້, ຮອຍຍິ້ມຂອງເດັກຍາມໃດກໍ່ແມ່ນສິ່ງທີ່ຫາຍາກ. ດ້ວຍຄວາມຮັກແພງ ແລະ ຈິດໃຈແບ່ງປັນຄວາມຮັບຜິດຊອບ, ບັນດາອ້າຍທະຫານທີ່ມາຈາກ ຫວຽດນາມ ໄດ້ນຳຮອຍຍິ້ມ ແລະ ຄວາມມວນຊື່ນມາສູ່ເດັກຢູ່ແຫ່ງນີ້.
ຍສໝ - ວັດສະດຸພລາສຕິກຫຼາຍກວ່າ 1,000 ກິໂລຈະຖືກນຳມາລີໄຊເຄີນເປັນໂຕະ, ຕັ່ງ 60 ຊຸດ ແລະ ພວງກະແຈທີ່ມີສີສັນຫຼາຍຮ້ອຍອັນເພື່ອມອບໃຫ້ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ. ນີ້ແມ່ນຂໍ້ມູນດັ່ງກ່າວໄດ້ຖືກແບ່ງປັນທີ່ພິທີສະຫຼຸບໂຄງການ “A New Life for Waste - ວົງຈອນຊີວິດໃໝ່ໃຫ້ສິ່ງເສດເຫຼືອ” ແລະ ພິທີມອບລາງວັນການເສັງປະດິດແຕ່ງ “ເດັກນ້ອຍປະຕິບັດເພື່ອສິ່ງແວດລ້ອມ” 2025 ໄດ້ຈັດຕັ້ງໂດຍອົງການ Good Neighbors International (GNI) ໃນຕອນເຊົ້າວັນທີ 2 ມິຖຸນາ ຢູ່ຮ່າໂນ້ຍ.
ຍສໝ - ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານຮັກສາການຫົວໜ້າຄະນະການຕ່າງປະເທດສູນກາງລາວ ບຸນເລີດ ພັນທະນູວົງ, ຕອນບ່າຍວັນທີ 2 ມິຖຸນານີ້ ທີ່ສໍານັກງານກະຊວງການຕ່າງປະເທດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ບຸ່ຍແທງເຊີນ ໄດ້ມີການເຈລະຈາກັບທ່ານຮັກສາການຫົວໜ້າຄະນະການຕ່າງປະເທດສູນກາງລາວ ບຸນເລີດ ພັນທະນູວົງ.
ຍສໝ - ແຕ່ວັນທີ 19-31 ພຶດສະພາ, ທີ່ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ໄດ້ດຳເນີນສັບປະດາແລກປ່ຽນວັດທະນະທຳສາກົນ 2025, ດຶງດູດນັກສຶກສາພາຍໃນ ແລະ ຕ່າງປະເທດນັບພັນຄົນເຂົ້າຮ່ວມ. ເຫດການດັ່ງກ່າວ ໄດ້ນຳມາພື້ນທີ່ແລກປ່ຽນຫຼາຍວັດທະນະທຳ, ຊຸກຍູ້ການເຊື່ອມຕໍ່ຊຸມຊົນ ແລະ ເຜີຍແຜ່ຈິດໃຈອາສາສະໝັກຂອງຊາວໜຸ່ມ.
ຍສໝ - ໃນລະຫວ່າງວັນທີ 2-7 ມິຖຸນາ, ທ່ານລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໂດ້ດຶກຢຸຍ ໄດ້ນຳພາຄະນະປະຕິບັດງານເກືອບ 50 ອົງການ, ວິສາຫະກິດ, ສະມາຄົມຂະແໜງການກະເສດ ຫວຽດນາມ ໄປຢ້ຽມຢາມ, ເຮັດວຽກ, ຊອກຫາກາລະໂອກາດສົ່ງເສີມການຄ້າ ແລະ ນຳເຂົ້າສິນຄ້າກະສິກຳ, ປ່າໄມ້, ການປະມົງຈາກ ອາເມລິກາ.
ຍສໝ - ວັນທີ 31 ພຶດສະພາ, ສະຫະພັນບັນດາອົງການມິດຕະພາບນະຄອນ ດ່າໜັງ ສົມທົບກັບມະຫາວິທະຍາໄລສຶກສາ - ມະຫາວິທະຍາໄລ ດ່າໜັງ ໄດ້ຈັດຕັ້ງຮອບຊີງຊະນະເລີດ “ງານປະກວດເວົ້າພາສາຫວຽດນາມ ຄັ້ງທີ 1 ສໍາລັບຊາວຕ່າງປະເທດຢູ່ເຂດພາກກາງ - ດ່າໜັງ 2025”.
ຍສໝ - ໃນຂອບເຂດການໄປຢ້ຽມຢາມສາທາລະນະລັດ ອາຟະລິກາໃຕ້ ແຕ່ວັນທີ 28 ພຶດສະພາຫາວັນທີ 3 ມິຖຸນາ, ຄະນະຜູ້ແທນນະຄອນ ຮ່າໂນ້ຍ ນຳໜ້າໂດຍທ່ານນາງປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ຫງວຽນລານເຮືອງ ໄດ້ຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງ ເພື່ອຊຸກຍູ້ການພົບປະແລກປ່ຽນປະຊາຊົນ ແລະ ສຳຫຼວດຕົວແບບພັດທະນາການທ່ອງທ່ຽວຊຸມຊົນຢູ່ບັນດານະຄອນໃຫຍ່ຂອງອາຟຣິກາໃຕ້. ບັນດາການເຄື່ອນໄຫວໄດ້ປະກອບສ່ວນເປີດກວ້າງການຮ່ວມມືລະຫວ່າງ ຮ່າໂນ້ຍ ແລະ ບັນດາທ້ອງຖິ່ນອາຟຼິກາໃຕ້, ພ້ອມທັງໂຄສະນາຮູບພພາບນະຄອນຫຼວງທີ່ຂະຫຍັນຂັນເຄື່ອນ ແລະ ເປັນເອກະລັກສະເພາະເຖິງເພື່ອນມິດສາກົນ.
ຍສໝ - ວັນທີ 31 ພຶດສະພານີ້, ສະຖານທູດຫວຽດນາມ ປະຈຳ ບຣາຊິນ ໄດ້ເຂົ້າຮ່ວມງານຕະຫຼາດນັດສາກົນ ອາຫານ - ວັດທະນະທຳ2025, ແມ່ນເຫດການປະຈຳປີຂອງຄະນະປະຕິບັດງານການທູດ ໄດ້ຈັດຕັ້ງຢູ່ຫໍພິພິທະພັນສິລະປະ Brasília.
ຍສໝ - ວັນທີ 30 ພຶດສະພາ, ຢູ່ແຂວງ ຮ່າຕິ້ງ, ບັນດາປ້ອມປ້ອງກັນຊາຍແດນພູດອຍ ຂຶ້ນກັບທະຫານຊາຍແດນແຂວງ ຮ່າຕິ້ງ ໄດ້ຈັດຕັ້ງພິທີລົງນາມໃນການແຮກສ່ຽວກັບບັນດາຫົວໜ່ວຍປະຕິບັດໜ້າທີ່ປ້ອງກັນຊາຍແດນຂອງກອງບັນຊາການທະຫານແຂວງຄໍາມ່ວນ, ສປປ ລາວ.
ຍສໝ - ວັນທີ 29 ພຶດສະພາ, ກອງທັບ ໄທ ແລະ ກຳປູເຈຍ ໄດ້ເຫັນດີແກ້ໄຂການປະທະກັນຢູ່ເຂດຊາຍແດນ ດ້ວຍບັນດາມາດຕະການສັນຕິພາບ.
ຍສໝ - ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕີລາຄາສູງເລື່ອງຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ ໃນໄລຍະຜ່ານມາໄດ້ສົມທົບກັບຫ້ອງວ່າການສູນກາງພັກ ຫວຽດນາມ ຢ່າງແໜ້ນແຟ້ນ ໃນການປະສານງານ
ຍສໝ - ໂດຍໄດ້ຮັບຄຳເຊີນຂອງພັກສັງຄົມນິຍົມເອກະພາບ ເວເນຊູເອລາ (PSUV), ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ - ເວເນຊູເອລາ ນຳໜ້າໂດຍທ່ານຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ດົງຮຸຍເກືອງ ໄດ້ໄປຢ້ຽມຢາມ, ເຮັດວຽກ ແລະ ເປັນສັກຂີພິຍານການເລືອກຕັ້ງສະພາແຫ່ງຊາດ ແລະ ສະພາທ້ອງຖິ່ນຢູ່ ເວເນຊູເອລາ ແຕ່ວັນທີ 24 – 29 ພຶດສະພາ.
ຍສໝ - ໃນລະຫວ່າງວັນທີ 23-29 ພຶດສະພາ, ອົງການ Children of Peace International (COPI/ອາເມລິກາ) ໄດ້ສົມທົບກັບສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ກວາງນາມ ເພື່ອຈັດຕັ້ງການກວດແຂ້ວ, ແນະນຳອະນາໄມປາກ ແລະ ມອບຂອງຂວັນໂດຍບໍ່ເສຍຄ່າໃຫ້ແກ່ນັກຮຽນ ແລະ ປະຊາຊົນເກືອບ 1.000 ຄົນຢູ່ເທດສະບານ ດ້ຽນບານ, ແຂວງກວາງນາມ.
ຍສໝ - ກ່າວຄຳປາໄສທີ່ການພົບປະ ແລະ ເຮັດວຽກກັບຄະນະຜູ້ແທນສະມາຄົມມິດຕະພາບຟີລິບປິນ - ຫວຽດນາມ ໂດຍທ່ານປະທານສະມາຄົມ Mario Ferdinand Anyon Pasion ເປັນຫົວໜ້າຄະນະ, ວັນທີ 29 ພຶດສະພາ ຢູ່ ຮ່າໂນ້ຍ, ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ຟ່ານແອງເຊີນ ຢືນຢັນວ່າ VUFO ໜູນຊ່ວຍບັນດາຂໍ້ລິເລີ່ມ ເພື່ອເພີ່ມທະວີການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ, ບໍ່ພຽງແຕ່ໃນລະດັບມະຫາພາກເທົ່ານັ້ນ, ຫາກຍັງແມ່ນການສົມທົບກັນລະຫວ່າງສອງສະມາຄົມມິດຕະພາບອີກດ້ວຍ.