ມອບທຶນການສຶກສາ ວື່ອາຢິງ 100 ທຶນ ໃຫ້ລູກຫຼານຊາວຫວຽດນາມ ອາໄສຢູ່ລາວ | |
ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ໄປຖະຫວາຍທູບທຽນ ເພື່ອອາໄລຫາປະທານ ໂຮ່ຈີມິນ |
ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ໄດ້ຮັກສາການເຄື່ອນໄຫວອາສາ ສະໝັກ, ນຳເອົາຄວາມຮັກແພງຜ່ານຖ້ວຍເຂົ້າປຽກມາໃຫ້ປະຊາຊົນ ເພື່ອ ປະກອບສ່ວນເຊື່ອມຕໍ່ນ້ຳໃຈຫວຽດ ນາມ-ລາວ.
![]() |
ທ່ານຫງວຽນມິງເຕີມ ເອກອັກຄະລັດຖະທູດຫວຽດນາມປະຈຳລາວ ແລະ ເຈົ້າອາວາດວັດ ທິກມິງກວາງ ມອບຂອງຂວັນໃຫ້ແກ່ພະສົງອົງໜຶ່ງຢູ່ລາວ. ພາບ: TTXVN |
ໃນຂອບເຂດທີ່ສະຫງົບງຽບຂອງວັດ ເຟີດຕິກ ທີ່ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ, ໃນຕອນເຊົ້າຂອງທຸກໆວັນເສົາ, ເຮືອນຄົວແຫ່ງສາຍຈິດມິດໃຈ ໄດ້ແຕ່ງກິນ. ພຸດທະສາສະນິກກະຊົນໄດ້ຕົ້ມເຂົ້າປຽກ, ຫຸງເຂົ້າແຕ່ລະໜໍ້ ດ້ວຍນ້ຳໃຈນັ້ນ ໄດ້ກາຍ ເປັນບ່ອນອີງທີ່ອົບອຸ່ນສຳລັບຜູ້ທີ່ໂຊກຮ້າຍ, ຜູ້ທີ່ເຈັບປ່ວຍຫຼາຍຮ້ອຍຄົນ.
ນັບແຕ່ຟ້າຍັງບໍ່ທັນແຈ້ງ, ພຸດທະສາສະນິກກະຊົນທັງຫຼາຍ ກໍ່ໄດ້ພາກັນມາລ້າງເຂົ້າ, ໄຈ້ຜັກ, ແຕ່ງກິນ... ໃນເຮືອນຄົວຂະຫນາດນ້ອຍທີ່ມີກິ່ນຫອມຂອງຂີງ, ກິ່ນຫອມເຂົ້າໃໝ່ ແລະນ້ຳລວກຜັກ, ແຕ່ລະຄົນໄດ້ປະກອບສ່ວນຊ່ວຍນ້ຳໃຈ, ຊ່ວຍກັນເຮັດດ້ວຍສອງຝ່າມື. ບໍ່ມີໃຜຈົ່ມອິດເມື່ອຍ ຫຼືຫວັງສິ່ງຕອບແທນ, ສິ່ງທີ່ເຂົາເຈົ້າມຸ່ງໄປເຖິງແມ່ນການແບ່ງປັນ, ຖ້ວຍເຂົ້າປຽກອຸ່ນໆ ເພື່ອຊ່ວຍໃຫ້ຄົນເຈັບຮູ້ສຶກຫິວໜ້ອຍລົງ, ຫຼຸດຜ່ອນຄວາມນ້ອຍໃຈລົງ ໃນການຕໍ່ສູ້ກັບພະຍາດ.
ແມ່ເຖົ້າ ເຈິ່ນທິຕວຽດແອັງ, ອາຍຸ 70 ປີ, ຊາວລາວເຊື້ອຊາດຫວຽດນາມ, ແມ່ນຜູ້ລິ ເລີ່ມລາຍການກຸສົນນີ້ຂຶ້ນມາແຕ່ປີ 2020, ເຊິ່ງແມ່ນໄລຍະທີ່ພະຍາດໂຄວິດ-19 ແຜ່ລະບາດ. ໃນຕະຫຼອດຫຼາຍ ປີຜ່ານມາ, ທ່ານນາງພ້ອມກັບພຸດທະສາສະນິກກະຊົນ ວັດ ເຟີດຕິກ ຄົນອື່ນໆ ຍາມໃດກໍ່ຮັກສາເຮຶອນຄົວແຫ່ງການກຸສົນໄວ້ຕະຫຼອດເວລາ, ນຳເອົາເຂົ້າປຽກໄປແຈກຢາຍໃຫ້ຄົນເຈັບຢູ່ຕາມໂຮງໝໍ, ສູນສົງເຄາະສັງຄົມຢູ່ວຽງຈັນດ້ວຍມືຂອງຕົນເອງ. ທ່ານນາງ ຕວຽດແອັງ ແບ່ງປັນວ່າ “ເຖິງວ່າບໍ່ຫຼາຍ, ແຕ່ນັ້ນແມ່ນນ້ຳໃຈທັງໝົດຂອງ ພວກຂ້າພະເຈົ້າ. ຫວັງ ຢາກປະກອບສ່ວນທາດບຳລຸງ, ນຳເອົາຄວາມອົບອຸ່ນເລັກໆນ້ອຍໆມາໃຫ້ຜູ້ທີ່ມີຄວາມຕ້ອງການ”.
ອາຫານແຕ່ລະພູດ ມີແຕ່ເຂົ້າປຽກຖ້ວຍດຽວ, ນ້ຳນົມ 1 ກ່ອງ, ແຕ່ວ່າສຳລັບຜູ້ທີ່ຮັບ, ນັ້ນເປັນຄຳເຕືອນວ່າ ເຂົາເຈົ້າບໍ່ໄດ້ຢູ່ໂດດດ່ຽວ. ພາຍໃຕ້ການແນະນຳຂອງເຈົ້າອາວາດວັດ, ກິດຈະກຳການເຄື່ອນໄຫວກຸສົນຈຶ່ງໄດ້ຈັດຕັ້ງຢ່າງສະໝ່ຳສະເໝີໃນຫຼາຍປີມານີ້.
![]() |
ທ່ານນາງ ຫວູທິຢູງ, ພັນລະຍາຂອງທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ມອບຂອງຂວັນໃຫ້ເດັກນ້ອຍຄົນໜຶ່ງຢູ່ໂຮງໝໍແມ່ ແລະເດັກ ຂອງລາວ. ພາບ: TTXVN |
ແບ່ງປັນກັບນັກຂ່າວສຳນັກຂ່າວສານປະຈຳຢູ່ລາວ, ເຈົ້າອາວາດວັດ ໃຫ້ຮູ້ວ່າ ນີ້ແມ່ນ ວິທີທີ່ວົງຄະນາຍາດພຸດທະສາສະນິກກະຊົນ ຊາວຫວຽດນາມ ອາໄສຢູ່ລາວ ສະແດງໃຫ້ ເຫັນຈິດໃຈ “ໃບດີຕູ້ມຫໍ່ເອົາໃບຂາດ”, ຮັກສາສິນທໍາທີ່ດີງາມຂອງຊາດ”.
ສິ່ງທີ່ພິເສດໃນອາຫານແຕ່ລະຄາບເຂົ້າ ແມ່ນຄວາມພິຖີພິຖັນ ແລະຄວາມເຂົ້າອົກເຂົ້າໃຈ. ລາຍການອາຫານໄດ້ປ່ຽນໄປຕາມລະດູການ, ຮັບປະກັນຄົບທາດບຳລຸງ, ຍ່ອຍງ່າຍ, ເໝາະສຳລັບ ຄົນເຈັບແຕ່ລະຄົນ. ອາຫານແຕ່ລະເຍື່ອງ ນັບແຕ່ເຂົ້າປຽກຜັກ, ອາຫານເຈ ແລະແກງຮ້ອນ ລ້ວນແຕ່ໄດ້ປຸງ ແຕ່ງດ້ວຍນ້ຳໃຈ.
ແມ່ເຖົ້າ ມາທິກິມເກືອງ, ອາຍຸ 60 ປີ, ພຸດທະສາສະນິກກະຊົນຄົນໜຶ່ງ ທີ່ໄດ້ຜູກພັນ ກັບເຮືອນຄົວແຫ່ງການກຸສົນມາເປັນເວລາຫຼາຍປີ, ແບ່ງປັນວ່າ ທຸກໆຄັ້ງທີ່ເຂົ້າຮ່ວມການເຄື່ອນໄຫວອາສາສະໝັກ, ນາງຮູ້ສຶກຄືວ່າ ຕົນເອງໄດ້ໃຊ້ຊີວິດຢ່າງເຕັມທີ່ດ້ວຍຈິດໃຈຄົນຫວຽດນາມ - ຄວາມຮັກແພງ, ແບ່ງປັນ, ອູ້ມຊູ້ຊ່ວຍເຫຼືອເຊິ່ງກັນ ແລະກັນ.
ພິເສດ, ໃນການມອບຂອງຂວັນຄັ້ງນີ້, ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ພ້ອມດ້ວຍພັນລະຍາ ໄດ້ໄປຫ້ອງປິ່ນປົວພະຍາດຢູ່ສູນມະເຮັງ ຂອງລາວ, ຢ້ຽມຢາມຖາມຂ່າວ ແລະໃຫ້ກຳລັງໃຈຄົນເຈັບທີ່ກຳລັງຕໍ່ສູ້ກັບຄວາມເຈັບປວດທັງເວັນທັງຄືນ.
ບໍ່ໄດ້ຈຳກັດຢູ່ແຕ່ບໍລິເວນະຄອນຫຼວງວຽງຈັນ ເທົ່ານັ້ນ, ໃນຊຸມປີຜ່ານມາ, ກິດຈະກຳເຄື່ອນໄຫວການກຸສົນຂອງວັດເຟີດຕິກ ຍັງໄດ້ໄປຈັດຕັ້ງຢູ່ເຂດຫ່າງໄກສອກຫຼີກ - ບ່ອນທີ່ປະຊາຊົນ ລາວ ພວມປະສົບກັບຄວາມຫຍຸ້ງຍາກ, ເຄາະຮ້າຍ, ໄພອັນຕະລາຍຕ່າງໆ. ຂອງຂວັນເຫຼົ່ານັ້ນ ແມ່ນຂົວ ເຊື່ອມຕໍ່ຄວາມຮັກແພງ, ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈມິດຕະພາບແບບພິເສດ ຫວຽດນາມ-ລາວໃຫ້ຍິ່ງໆຂຶ້ນ.
![]() | ບຸນວັນເພັງເດືອນຈຽງຢູ່ວັດເຟິດຕິກ ຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ຍສໝ - ພິທີພາວະນາຂໍໃຫ້ປະເທດຊາດ ແລະປະຊາຊົນ ມີຄວາມຢູ່ເຢັນເປັນສຸກ ແລະປາດຖະໜາຂໍໃຫ້ພະສົງສາມະເນນ, ພຸດທະສາສະນິກກະຊົນ ທຸກຄົນໃນໂລກເວົ້າລວມ ກໍ່ຄືໃນປະເທດ ຫວຽດນາມ ແລະ ລາວ ເວົ້າສະເພາະ ພົບແຕ່ຄວາມໂຊກດີໃນປີ 2024. |
![]() | ກອງປະຊຸມໃຫຍ່ ສະມາຄົມ ຊາວຫວຽດນາມ ອາໄສຢູ່ລາວ ຫວ່າງແລ້ວນີ້, ຢູ່ນະຄອນຫຼວງວຽງຈັນ ໄດ້ດຳເນີນພິທີອັດກອງປະຊຸມໃຫຍ່ ສະມາຄົມ ຊາວຫວຽດນາມ ອາໄສຢູ່ລາວ ຄັ້ງທີ III, ອາຍຸການ 2022 -2026. |
ສົມເພັດ