ຫວຽດນາມ - ຍີ່ປຸ່ນ ຊຸກຍູ້​ການ​ຮ່ວມ​ມື​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ

14:12 | 06/06/2025

ຍສໝ -​ ທີ່ການພົບປະກັບ ທ່ານ Takebe Tsutomu, ທີ່ປຶກສາພິເສດ ສະຫະພັນລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ ໃນວັນທີ 4 ມິຖຸນາ ຢູ່ ຮ່າໂນ້ຍ, ທ່ານລັດຖະມົນຕີ ກະຊວງສຶກສາ ແລະ ບຳລຸງສ້າງ ຫງວຽນກິມເຊີນ ປາດຖະໜາວ່າ ຍີ່ປຸ່ນ ຈະສືບຕໍ່ພ້ອມກັບ ຫວຽດນາມ ໃນການຝຶກອົບຮົມ ແຫຼ່ງຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ, ພິເສດແມ່ນໃນຂົງເຂດຍຸດທະສາດຄື: ເຕັກໂນໂລຢີສູງ, ເຄິ່ງຊັກນຳໄຟຟ້າ, ທາງລົດໄຟຄວາມໄວສູງ...

​ເພີ່ມ​ທະວີ​ການ​ພົວພັນ ​ແລະ ສະໜັບສະໜູນ​ການ​ພັດທະນາ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ຍີ່ປຸ່ນ
ຫວຽດນາມ - ແບນຊິກ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ວິທະຍາສາດ, ຄົ້ນຄວ້າ ​ແລະ ບຳລຸງ​ສ້າງ

ຕາມ​ປະຕູຂໍ້ມູນເອ​ເລັກ​ໂຕນິກຂອງ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ແລ້ວ, ທ່ານ​ລັດຖະມົນຕີ ຫງວຽນ​ກິມ​ເຊີນ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ​ແທດ​ຈິງ​ຂອງ​ທ່ານ Takebe ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ສຶກສາ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ.

ທ່ານ​ລັດຖະມົນຕີ​ໄດ້​ຮັບ​ຮູ້​ຄວາມ​ຄືບ​ໜ້າ​ຢ່າງ​ເຂັ້ມແຂງ​ຂອງ​ມະຫາວິທະຍາ​ໄລ ຫວຽດນາມ - ຍີ່ປຸ່ນ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້. ທ່ານກໍ່ຕີລາຄາສູງວິໄສທັດ ແລະ ທິດທາງການຝຶກອົບຮົມຂອງໂຮງຮຽນ, ພິເສດແມ່ນໃນຂົງເຂດຫັນເປັນດິຈິຕອນ, ຫັນເປັນສີຂຽວ - ບັນດາຂົງເຂດສຳຄັນຮັບໃຊ້ຄວາມຕ້ອງການພັດທະນາແບບຍືນຍົງຂອງສອງປະເທດ.

ຫວຽດນາມ - ຍີ່ປຸ່ນ ຊຸກຍູ້​ການ​ຮ່ວມ​ມື​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ
ທ່ານລັດຖະມົນຕີ ຫງວຽນກິມເຊີນ (ທີ 6 ຈາກຂວາ) ແລະ ທ່ານ Takebe Tsutomu (ທີ 5 ຈາກຊ້າຍ) ພ້ອມດ້ວຍສະມາຊິກທັງສອງຝ່າຍ. (ພາບ: ກະຊວງສຶກສາ ແລະ ບຳລຸງສ້າງ)

ທ່ານ​ລັດຖະມົນຕີ​ປາດ​ຖະໜາ​ວ່າ ຍີ່ປຸ່ນ ຈະ​ສືບ​ຕໍ່​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ, ພິ​ເສດ​ແມ່ນ​ບັນດາ​ຂະ​ແໜງ​ການ​ເຕັກ​ໂນ​ໂລຢີ​ສູງ, ເຄິ່ງຊັກນຳໄຟຟ້າ, ທາງລົດໄຟຄວາມໄວສູງ.

ກ່ຽວ​ກັບ​ເລື່ອງ​ສະ​ເໜີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ສອງ​ປະ​ເທດ​ ກ່ຽວ​ກັບ​ການ​ພັດທະນາ​ມະຫາວິທະຍາ​ໄລ​ຫວຽດນາມ - ຍີ່ປຸ່ນ ​ໃນ​ເດືອນເມສາ 2025, ທ່ານ​ລັດຖະມົນຕີ​ໃຫ້​ຮູ້​ວ່າ ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ສົມທົບ​ກັບ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຫວຽດນາມ, ຮ່າ​ໂນ້ຍ ກໍ່ສ້າງ​ພື້ນຖານ​ນິຕິ​ກຳ ​ແລະ ກະກຽມ​ບັນດາຂັ້ນຕອນຕາມ​ລະບຽບ​ການ.

2 ຝ່າຍ​ຢືນຢັນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນຍາ​ຊຸກຍູ້​ການ​ພັດທະນາ​ມະຫາວິທະຍາ​ໄລ ຫວຽດນາມ - ຍີ່ປຸ່ນ ​ແລະ ພິຈາລະນາ​ຮັກສາ​ກົນ​ໄກ​ການ​ເງິນ​ສະເພາະໃຫ້​ມະຫາວິທະຍາ​ໄລ. ນອກຈາກນັ້ນ, ສອງຝ່າຍກໍ່ເຫັນດີເປັນເອກະພາບ ເພື່ອຊຸກຍູ້ໂຄງການໃໝ່ຈຳນວນໜຶ່ງດ້ວຍການສະໜັບສະໜູນຈາກອົງການຮ່ວມມືສາກົນຍີ່ປຸ່ນ (JICA) ກ່ຽວກັບການຄົ້ນຄວ້າວິທະຍາສາດການສຶກສາ ແລະ ການພັດທະນາການສຶກສາທົ່ວໄປ. ​ເພີ່ມ​ທະວີ​ການ​ພົບປະ, ແລກປ່ຽນນັກຮຽນ, ນັກສຶກສາ, ຄູສອນ ແລະ ຄູອາຈານລະຫວ່າງ​ບັນດາ​ສະ​ຖາ​ບັນ​ການ​ສຶກສາ​ຂອງ​ສອງ​ປະ​ເທດ.

ທ່ານ​ລັດຖະມົນຕີ ຫງວຽນ​ກິມ​ເຊີນ ປາດ​ຖະໜາ​ວ່າ ຍີ່ປຸ່ນ ສືບ​ຕໍ່​ຜັນ​ຂະຫຍາຍ​ໂຄງການ​ທຶນ​ສຶກສາ​ພັດທະນາ​ຊັບພະຍາກອນ​ມະນຸດ (JDS) ​ໄລຍະ​ໃໝ່, ເປີດກ້ວາງທຶນ​ສຶກສາ​ໄລຍະ​ສັ້ນ​ໃຫ້​ແກ່​ພະນັກງານ, ໜູນ​ຊ່ວຍ​ນັກ​ສຶກສາ​ສາກົນ ຫວຽດນາມ. ທ່ານກໍ່ສະເໜີໃຫ້ ຍີ່ປຸ່ນ ຄຸ້ມຄອງບໍລິສັດ ຍີ່ປຸ່ນ ທີ່ຮັບສະໝັກຄົນງານ ຫວຽດນາມ ຢ່າງເໝາະສົມ ແລະ ສະຖານທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ຈັດຕັ້ງການສຳມະນາປະຈຳປີ ກ່ຽວກັບຂໍ້ມູນຂ່າວສານກ່ຽວກັບນັກສຶກສາສາກົນ ແລະ ນັກຝຶກງານວິຊາການ ປະຈຳປີ.

ກ່າວ​ຄຳປາໄສທີ່​ການ​ພົບ​ປະ, ທ່ານ Takebe Tsutomu ​ເນັ້ນ​ໜັກ​ວ່າ ະຫາວິທະຍາ​ໄລ ຫວຽດນາມ - ຍີ່ປຸ່ນ ​ແມ່ນ​ໂຄງການ​ທີ່​ເປັນ​ສັນຍາ​ລັກ​ໃຫ້​ແກ່​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ​ໂຮງຮຽນ​ມຸ່ງ​ໄປ​ເຖິງ​ເປົ້າໝາຍກາຍ​ເປັນ​ສູນ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ​ບໍ່​ພຽງ​ແຕ່​ສຳລັບ​ຫວຽດນາມ ​ແລະ ຍີ່ປຸ່ນ​ເທົ່າ​ນັ້ນ ຫາກ​ຍັງ​ສຳລັບ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ທ່ານໃຫ້ຮູ້ວ່າ ໂຮງຮຽນຈະສືບຕໍ່ດຶງດູດວິສາຫະກິດຂະໜາດນ້ອຍ ແລະ ກາງ ຍີ່ປຸ່ນ ເຂົ້າມາລົງທຶນຢູ່ ຫວຽດນາມ, ພ້ອມນັ້ນ, ຍູ້ແຮງການສົ່ງນັກຮຽນຫວຽດນາມ ໄປ ຍີ່ປຸ່ນ ເພື່ອຍາດແຍ່ງປະສົບການ, ກ່ອນທີ່ຈະກັບຄືນເມືອປະກອບສ່ວນພັດທະນາເສດຖະກິດ - ສັງຄົມຂອງປະເທດ.

ບັນດາ​ການ​ເຄື່ອນ​ໄຫວ​ທີ່​ອຸດົມສົມບູນ​ໃນ​ງານ​ບຸນ​ວັດທະນະທຳ​ຫວຽດນາມ ຢູ່ Sakai, ຍີ່ປຸ່ນ ບັນດາ​ການ​ເຄື່ອນ​ໄຫວ​ທີ່​ອຸດົມສົມບູນ​ໃນ​ງານ​ບຸນ​ວັດທະນະທຳ​ຫວຽດນາມ ຢູ່ Sakai, ຍີ່ປຸ່ນ

ຍສໝ - ແຕ່​ວັນ​ທີ 29-30 ມີນາ, “ວັນ​ບຸນ​ວັດທະນະທຳ ຫວຽດນາມ 2025” ຈະ​ດຳ​ເນີນ​ຢູ່ ຍີ່ປຸ່ນ. ນີ້ແມ່ນເຫດການ ໄດ້ຈັດ​ຂຶ້ນ​ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນ​ຄົບຮອບ 50 ປີ​ແຫ່ງ​ການ​ປົດ​ປ່ອຍ​ພາກ​ໃຕ້ ​ແລະ ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (30 ​ເມສາ 1975 - 30 ​ເມສາ 2025), ຄົບຮອບ 80 ...

ຂີດ​ໝາຍ​ໃໝ່​ໃນ​ການ​ຮ່ວມ​ມື ​ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ສິງກະ​ໂປ ຂີດ​ໝາຍ​ໃໝ່​ໃນ​ການ​ຮ່ວມ​ມື ​ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ສິງກະ​ໂປ

ຍສໝ - ວັນທີ 26 ມີນາ, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong, ທ່ານ ຮອງປະທານກອງທຶນສາກົນສິງກະໂປ Lian Wee Cheow ແລະ ທ່ານຮອງປະທານ - ເລຂາໃຫຍ່ສະມາຄົມມິດຕະພາບ ຫວຽດນາມ - ...

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ