ເປັນຄັ້ງທຳອິດທີ່ງານໂຄສະນາອາຫານທະເລ ຫວຽດນາມ ຢູ່ງານບຸນວັດທະນະທຳອາຫານ Prague 2025

09:47 | 10/06/2025

​ຍສໝ - ເປັນ​ຄັ້ງ​ທຳ​ອິດ, ບັນດາ​ຜະລິດ​ຕະພັນ​ອາຫານ​ທະ​ເລ​ຂອງ​ຫວຽດນາມ ​ໄດ້​ຮັບ​ການ​ແນະນຳ​ຢ່າງ​ກ້ວາງ​ຂວາງ​ຕໍ່​ໝູ່ປະຊາຊົນສາທາລະນະ​ລັດ ເຊັກ​ໂກ ​ໃນ​ຂອບ​ເຂດ​ງານ​ບຸນ​ວັດ​ທະ​ນະ​ທຳ​ອາຫານ Prague 2025 - ເປັນເຫດການ​​ພົບ​ປະ​ແລກປ່ຽນ​ສາກົນ​ຂະໜາດ​ໃຫຍ່, ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ກ່ວາ 20.000 ເທື່ອຄົນ. ດ້ວຍ 5 ​ຮ້ານ​ວາງສະ​ແດງ​ຢູ່​ສະໜາມ​ຫຼວງ Victory, ຫວຽດນາມ ​ໄດ້​ເຜີຍແຜ່ພາບ​ພົດ​ຂອງ​ປະ​ເທດ​ດ້ວຍ​ບັນດາ​ເຍື່ອງ​ອາ​ຫານ, ຜະລິດ​ຕະພັນ​ກະ​ເສດ ແລະ ບັນດາຜະລິດ​ຕະພັນ​ວັດທະນະທຳ​ພື້ນ​ເມືອງ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ​ເຊັກ​ໂກ.

3 ໜ້າ​ທີ່ຈຸດສຸມ​ຂອງ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ລາວ ​ໃນຂົງເຂດຕຳຫຼວດ​ປະຊາຊົນອາຍຸການ 2025 - 2030
ໂຄສະນາວັດທະນະທຳ ຫວຽດນາມ ໃນພິທີສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ຫວຽດນາມ - ເຢຍລະມັນ ທີ່ Brechtfestival 2025

ວັນທີ 7 ມິຖຸນາ, ສະຖານທູດຫວຽດນາມ ປະຈໍາ ສ.ເຊັກໂກ ໄດ້ສົມທົບກັບສູນສຶກສາ ສ.ເຊັກໂກ - ຫວຽດນາມ ແລະ ວິສາຫະກິດຫວຽດນາມ ຈໍານວນໜຶ່ງເຂົ້າຮ່ວມງານ​ບຸນ​ວັດ​ທະ​ນະ​ທຳ​ອາຫານ ສາກົນ Prague ຄັ້ງທີ 8 ປີ 2025 ທີ່ຈັດຂຶ້ນຢູ່ສະໜາມຫຼວງ Victory, Praha.

ເປັນຄັ້ງທຳອິດທີ່ງານໂຄສະນາອາຫານທະເລ ຫວຽດນາມ ຢູ່ງານບຸນວັດທະນະທຳອາຫານ Prague 2025

ຮ້ານ​ວາງສະ​ແດງ​ຫວຽດ​ນາມ​ ປະ​ທັບ​ໃຈ​ດ້ວຍ​ສີ​ແດງ​ສົດ​ໃສ​ຂອງ​ທຸງ​ຊາດ ແລະ​ ບັນດາເຍື່ອງ​ອາ​ຫານ​ພື້ນ​ເມືອງ​ທີ່​ຫຼາກ​ຫຼາຍ. (ພາບ: ສະຖານທູດຫວຽດນາມ ປະຈຳ ສ.ເຊັກໂກ)

ຕາມ​ຂໍ້​ມູນ​ຈາກ​ສະຖານທູດ​ຫວຽດນາມ ປະຈຳ​ ສ.ເຊັກ​ໂກ, ຮ້ານ​ວາງສະ​ແດງ ​ຫວຽດນາມ ​ໄດ້​ດຶງ​ດູດ​ແຂກ​ມາ​ຢ້ຽມ​ຊົມ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ດ້ວຍ​ສີ​ແດງ​ສົດ​ໃສ​ຂອງ​ທຸງຊາດ, ບັນດາເຍື່ອງອາຫານ​ທີ່​ຄຸ້ນ​ເຄີຍ​ຄື: ແນມ, ​ເຝີ, ​ກາ​ເຟນົມ​ເຢັນ, ນ້ຳ​ໝາກພ້າວ​ສົດ, ພ້ອມກັບເຄື່ອງ​ຫັດຖະກຳ​ພື້ນ​ເມືອງ​ຄື​ໝວກ​ຮູບ​ຈວຍ, ຮູບສີ​ໄໝ, ​ເຄື່ອງ​ປັ້ນດິນ​ເຜົາ.

ຈຸດ​ພົ້ນ​ເດັ່ນ​ຂອງ​ປີ​ນີ້​ແມ່ນ​ການ​ນຳ​ສະ​ເໜີ​ບັນດາ​ຜະລິດ​ຕະພັນ​ອາ​ຫານ​ທະ​ເລ​ແຊ່​ແຂງ​ຂອງ​ຫວຽດນາມ ​ເຖິງໝູ່ປະຊາຊົນ ​ແລະ ​ເພື່ອນ​ມິດສາ​ກົນ​ເປັນ​ຄັ້ງ​ທຳ​ອິດ. ນີ້​ແມ່ນ​ບາດກ້າວ​ທີ່​ລະອຽດ​ເພື່ອ​ເຜີຍຄວາມສາມາດບົ່ມຊ້ອນສົ່ງ​ອອກ ​ແລະ ຢືນຢັນ​ຄຸນ​ນະພາ​ບສິນຄ້າ​ກະເສດອາຫານທະເລ ຫວຽດນາມ ຢູ່​ຕະຫຼາດ ​ເອີ​ລົບ.

ງານ​ບຸນ​ດັ່ງກ່າວ​ມີ​ການ​ເຂົ້າ​ຮ່ວມ​ຂອງ 56 ປະ​ເທດ, ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ສະພາ​ສູງ, ສະພາ​ຜູ້​ແທນ​ລາຊະ​ດອນ, ກະຊວງ​ການ​ຕ່າງປະ​ເທດ​ສາທາລະນະ​ລັດ​ເຊັກໂກ ​ແລະ ອຳນາດ​ການ​ປົກຄອງ​ນະຄອນ Praha 6. ບັນດາການເຄື່ອນໄຫວໃນຂອບເຂດຂອງງານບຸນແມ່ນອຸດົມສົມບູນ, ຫຼາກຫຼາຍ, ນັບຈາກການສະແດງດົນຕີ, ຟ້ອນພື້ນເມືອງເຖິງ ການສະແດງສິລະປະຫັດຖະກຳ, ສ້າງບັນຍາກາດຟົດຟື້ນເພື່ອແລກປ່ຽນວັດທະນະທຳລະຫວ່າງບັນດາຊາດ.

ເປັນຄັ້ງທຳອິດທີ່ງານໂຄສະນາອາຫານທະເລ ຫວຽດນາມ ຢູ່ງານບຸນວັດທະນະທຳອາຫານ Prague 2025

ຮ້ານ​ວາງສະ​ແດງຂອງ​ຫວຽດ​ນາມ ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ. (ພາບ: ສະຖານທູດຫວຽດນາມ ປະຈຳ ສ.ເຊັກໂກ)

ກ່າວ​ຄຳ​ປາໄສ​ທີ່​ເຫດການ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ສ.ເຊັກ​ໂກ ເຢືອງຮວ່າຍນາມ ​ໃຫ້​ຮູ້​ວ່າ: “ງານ​ບຸນ​ວັດທະນະທຳ​ອາຫານ​ ​ແມ່ນ​ໂອກາດ​ອັນ​ລ້ຳ​ຄ່າ​ເພື່ອ​ແນ​ໃສ່​ໂຄສະນາ​ພາບ​ພົດ​ປະ​ເທດ, ປະຊາຊົນ ​ແລະ ວັດທະນະທຳ ຫວຽດນາມ ​ໃຫ້​ແກ່​ເພື່ອນ​ມິດສາ​ກົນ, ພ້ອມກັນນັ້ນ ກໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ປະຊາຊົນ ​ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ບັນດາຊາດ. ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ການ​ພົວພັນຫວຽດນາມ - ເຊັກໂກ ​​ນັບ​ມື້​ນັບ​ພັດທະນາຢ່າງຕັ້ງໜ້າ, ສອງຝ່າຍຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ເນື່ອງໃນການເດີນທາງໄປຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ໃນເດືອນ ມັງກອນ 2025. ບັນດາການເຄື່ອນໄຫວໂຄສະນາວັດທະນະທຳປີນີ້ ຈະປະກອບສ່ວນເຂົ້າໃນການປະຕິບັດບັນດາເນື້ອໃນຂອງການພົວພັນຄູ່ຮ່ວມມືຍຸດທະສາດຕາມທິດທາງແທດຈິງ, ມີປະສິດທິຜົນ, ເໝາະກັບຂະໜາດການພົວພັນລະຫວ່າງ 2 ປະເທດ”.

ການເຂົ້າຮ່ວມບັນດາການເຄື່ອນໄຫວໂຄສະນາວັດທະນະທໍາຢ່າງຕັ້ງໜ້າບໍ່ພຽງແຕ່ຊ່ວຍເຜີຍແຜ່ຄຸນຄ່າຂອງຫວຽດນາມ ອອກສູ່ໂລກເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນບົດບາດເຊື່ອມຕໍ່ຂອງສະຖານທູດ, ປະກອບສ່ວນຍົກສູງຮູບພາບ ແລະ ທີ່ຕັ້ງຂອງປະຊາຄົມຊາວຫວຽດນາມ ຢູ່ ສ.ເຊັກໂກ.

ເອກອັກຄະລັດຖະທູດເຢຍລະມັນ ປະຈຳ ຫວຽດນາມ: ປີ 2025 ແມ່ນປີມິດຕະພາບລະຫວ່າງສອງປະເທດ ເອກອັກຄະລັດຖະທູດເຢຍລະມັນ ປະຈຳ ຫວຽດນາມ: ປີ 2025 ແມ່ນປີມິດຕະພາບລະຫວ່າງສອງປະເທດ

ຍສໝ - ປີ 2025, ສະຖານທູດເຢຍລະມັນ ປະຈຳ ຮ່າໂນ້ຍ, ສະຖານກົງສຸນໃຫຍ່ເຢຍລະມັນ ປະຈຳ ນະຄອນໂຮ່ຈີມິນ ຈະສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງຫຼາຍເຫດການ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນ.

ຄະນະກຳມະການສັນຕິພາບ ຫວຽດນາມ ຍູ້ແຮງການເຄື່ອນໄຫວການສຶກສາສັນຕິພາບໃນປີ 2025 ຄະນະກຳມະການສັນຕິພາບ ຫວຽດນາມ ຍູ້ແຮງການເຄື່ອນໄຫວການສຶກສາສັນຕິພາບໃນປີ 2025

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ຢູ່ ​ຮ່າ​ໂນ້ຍ, ​ ​ກອງ​ປະຊຸມຄະນະ​ປະຈຳ - ​ຄະນະປະທານ​ຄະນະ​ກຳມະການ​ສັນຕິພາບ ​ຫວຽດນາມ ໄດ້​ດຳເນີນເພື່ອແນໃສ່​ສະຫຼຸບ​ວຽກ​ງານ​ປີ 2024 ​ແລະ ກຳນົດ​ທິດ​ທາງ ​ແລະ ໜ້າທີ່ປີ 2025. ກອງ​ປະຊຸມ​ໄດ້​ກຳນົດ​ການ​ສຶກສາ​ສັນຕິພາບ​ແມ່ນ​ການ​ເຄື່ອນ​ໄຫວໃຈກາງ​ຂອງ​ຄະນະ​ກຳມະການ​ສັນຕິພາບ​ ຫວຽດນາມ ໃນປີ 2025.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ