ສ້າງຕັ້ງສະມາຄົມມິດຕະພາບ ປອກຕຸຍການ - ຫວຽດນາມ

09:59 | 17/06/2025

ຍສໝ - ວັນທີ 13 ມິຖຸນາ, ຢູ່ນະຄອນ Porto (ປອກຕຸຍການ), ໄດ້ດຳເນີນພິທີເປີດຕົວສະມາຄົມມິດຕະພາບ ປອກຕຸຍການ - ຫວຽດນາມ (ສະມາຄົມ) ຢ່າງເປັນທາງການ.

ບັນດາການເຄື່ອນໄຫວທີ່ຫຼາກຫຼາຍ ເພື່ອຊອກຮູ້ພາສາ ແລະ ວັດທະນະທໍາຂອງບັນດາປະເທດທີ່ເວົ້າພາສາ ປອກຕຸຍການ.
ສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ຍີ່ປຸ່ນ ສາຂາ Saigontourist Group

ຕາມ​ສຳນັກຂ່າວສານ ຫວຽດນາມ ແລ້ວ, ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານອຸປະທູດ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ປອກຕຸຍ​ການ ຫງວຽນ​ແມ້ງ​ຖັງ, ທ່ານ ທະນາຍຄວາມ Jose Pedro Viera, ປະທານ​ສະມາຄົມ​ມິດຕະພາບ ປອກຕຸຍ​ການ - ຫວຽດນາມ, ທ່ານ Henrique Calisto, ອະດີດ​ຫົວໜ້າ​ຄູ​ຝຶກທີມຊາດ​ບານ​ເຕະ​ຊາຍ ຫວຽດນາມ, ຮອງ​ປະທານ​ສະມາຄົມ ພ້ອມ​ດ້ວຍ​ສະມາຊິກ​ຂອງ​ສະມາຄົມ​ກ່ວາ 30 ຄົນ.

ກ່າວ​ຄຳ​ປາໄສ​ທີ່​ພິທີ, ທ່ານ​ທະນາຍຄວາມ Jose Pedro Viera, ປະທານ​ສະມາຄົມ​ມິດຕະພາບ ​ປອກຕຸຍການ - ຫວຽດນາມ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ການ​ສ້າງ​ຕັ້ງ​ສະມາຄົມ​ຢ່າງ​ເປັນ​ທາງ​ການ, ​ໄດ້​ເຕົ້າ​ໂຮມ​ຫຼາຍບຸກຄົນເປັນຊາວປອກຕຸຍການ ພວມ​ເຮັດ​ວຽກ​ໃນ​ຫຼາຍ​ຂົງ​ເຂດຕ່າງກັນ ​ແຕ່​ລ້ວນ​ແຕ່​ມີ​ຄວາມ​ຮັກ​ແພງ​ຕໍ່​ຫວຽດນາມ ​ແລະ ມີຄວາມປາດ​ຖະໜາ​ຢາກ​ປະກອບສ່ວນ​ຊຸກຍູ້​ຄວາມ​ເຂົ້າ​ໃຈ, ຄວາມສະໜິດຕິດພັນ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ສ້າງຕັ້ງສະມາຄົມມິດຕະພາບ ປອກຕຸຍການ - ຫວຽດນາມ

ທ່ານ Henrique Calisto, ອະດີດ​ຫົວໜ້າ​ຄູ​ຝຶກ​ບານ​ເຕະ​ຊາຍ ຫວຽດນາມ ​ແລະ ຮອງ​ປະທານ​ສະມາຄົມ​ມິດຕະພາບ​ ປອກຕຸຍ​ການ - ຫວຽດນາມ ກ່າວຄຳປາໄສ. (ພາບ: ​ສຳນັກຂ່າວສານ ຫວຽດນາມ)

ທ່ານ​ປະທານ​ Jose Pedro Viera ກໍ່​ເນັ້ນ​ໜັກ​ວ່າ ກ່ອນ​ທີ່​ສະມາຄົມ​ໄດ້​ຮັບ​ການ​ສ້າງ​ຕັ້ງ, ບັນດາ​ສະມາຊິກໃນສະມາຄົມ​ໄດ້​ປະກອບສ່ວນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ການ​ສຶກສາ - ບຳລຸງ​ສ້າງ, ວັດທະນະທຳ, ກິລາ, ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ, ​ແລະ ອື່ນໆ. ທ່ານຢືນຢັນວ່າໃນໄລຍະຈະມາເຖິງ, ສະມາຄົມຜັນຂະຫຍາຍຫຼາຍການເຄື່ອນໄຫວລະອຽດເພື່ອເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ເຊື່ອມຕໍ່ວິສາຫະກິດ, ຊຸກຍູ້ການຮ່ວມມືທ້ອງຖິ່ນ, ການຮ່ວມມືລະຫວ່າງບັນດາມະຫາວິທະຍາໄລ, ພົບປະແລກປ່ຽນ, ກິລາລະຫວ່າງສອງປະເທດ.

ທ່ານ​ອຸປະທູດ ຫງວຽນ​ແມ້ງ​ຖັງ ອວຍພອນ​ສະມາຄົມ​ມິດຕະພາບ ​ປອກຕຸຍ​ການ - ຫວຽດນາມ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ໂອກາດ​ກົງກັບເວລາສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ. ທ່ານ​ກ່າວ​ວ່າ ນີ້​ແມ່ນ​ເຫດການທີ່ມີຄວາມໝາຍ​ສຳຄັນ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ ຫວຽດນາມ ​ແລະ ປອກຕຸຍ​ການ.

ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຢ່າງຕັ້ງໜ້າ​ຂອງ​ບັນດາ​ສະມາຊິກ​ສະມາຄົມ​ໃນ​ໄລຍະ​ຜ່ານ​ມາ, ທ່ານ​ອຸປະທູດ ຫງວຽນ​ແມ້ງ​ຖັງ ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະມາຄົມ​ຄວນ​ສືບ​ຕໍ່​ໂຄສະນາ​ພາບ​ພົດ​ຂອງ​ປະ​ເທດ ​ແລະ ປະຊາຊົນ ຫວຽດນາມ ​ໃຫ້​ຊາວ ປອກຕຸຍ​ການ, ຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ວິຊາ​ສະ​ເພາະ, ກຳລັງ​ແຮງ ​ແລະ ຄວາມ​ສາມາດ​ຂອງ​ບັນດາສະມາຊິກ​ໃນສະມາຄົມ, ໜູນຊ່ວຍ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງປະ​ເທດ​ໂດຍ​ສະຖານທູດ ຫວຽດນາມ ປະຈຳ ປອກຕຸຍ​ການ ຈັດ​ຕັ້ງ, ພິ​ເສດ​ແມ່ນ​ບັນດາ​ເຫດການ​ການ​ຕ່າງປະ​ເທດ​ສຳຄັນ, ປະຕິບັດ​ບັນດາ​ໂຄງການ​ໜູນ​ຊ່ວຍ​ປະຊາ​ຄົມ​ຢູ່ ຫວຽດນາມ.

ສະມາຄົມມິດຕະພາບ ປອກຕຸຍການ - ຫວຽດນາມ ສ້າງຕັ້ງຂຶ້ນໂດຍກຸ່ມເພື່ອນມິດປອກຕຸຍການທີ່ຮັກແພງຫວຽດນາມ. ເຂົາເຈົ້າ​ໄດ້​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ​ເຊັ່ນ: ເຊື່ອມຕໍ່ການ​ພົວພັນແຮກສ່ຽວ​ລະຫວ່າງ​ນະຄອນ ​ໂຮ່ຈີ​ມິນ ​ແລະ ນະຄອນ Porto (ກໍ​ລະ​ກົດ 2023), ລະຫວ່າງ​ແຂວງ ດົ່ງ​ນາຍ ​ແລະ ນະ​ຄອນ Nova Villa de Gaia (ພຶດສະພາ 2025), ການ​ຮ່ວມ​ມື​ລະຫວ່າງ​ຄະນະ​ເສດຖະສາດ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ​ແລະ ຄະນະ​ເສດຖະສາດ ​​ມະຫາວິທະຍາ​ໄລ Porto ກໍ່ຄືບັນດາການເຄື່ອນໄຫວ ສົ່ງເສີມການຄ້າ, ການ​ລົງ​ທຶນ​, ການ​ແລກ​ປ່ຽນ​ວັດ​ທະ​ນະ​ທໍາ​, ກິ​ລາ​ ​ເປັນ​ຕົ້ນ.

ສະມາຄົມມີສະມາຊິກປະມານ 50 ຄົນຈາກບັນດານະຄອນໃຫຍ່ຂອງປອກຕຸຍການເຊັ່ນ Lisbon, Porto, Braga, Nova Villa de Gaia ແລະ ເຮັດວຽກໃນຫຼາຍອາຊີບທີ່ແຕກຕ່າງກັນເຊັ່ນ: ທະນາຍຄວາມ, ອາຈານສອນມະຫາວິທະຍາໄລ, ຄູຝຶກກິລາ, ແລະ ພະນັກງານລັດຖະກອນຄຸ້ມຄອງໃນສະພານະຄອນ.

ສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ສ.ເກົາຫຼີ ຢູ່ແຂວງ ເທື່ອທຽນເຫ້ວ ສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ສ.ເກົາຫຼີ ຢູ່ແຂວງ ເທື່ອທຽນເຫ້ວ

ຍສໝ - ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ເທື່ອ​ທຽນ​ເຫ້ວ ຫາ​ກໍ່​ໄດ້​ອອກ​ມະຕິຕົກລົງເລກ​ທີ 2735/QD-UBND ລົງ​ວັນ​ທີ 21 ພະຈິກ 2023 ວ່າດ້ວຍການອະ​ນຸມັດໃຫ້​ສ້າງ​ຕັ້ງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ສ.​ເກົາ​ຫຼີ ແຂວງ ​ເທື່ອ​ທຽນ​ເຫ້ວ. ຂໍ້ຕົກລົງນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນ.

ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ-ໂຊວຽດ ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ-ໂຊວຽດ

ຍສໝ - ໃນຕອນເຊົ້າວັນທີ 27 ມິຖຸນາ 2020, ຢູ່ຮ່າໂນ້ຍ ໄດ້ດໍາເນີນພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ-ໂຊວຽດ-ວັນມູນເຊື້ອສະມາຄົມມິດຕະພາບຫວຽດນາມ-ລັດເຊຍ (23-5-1950 / 23-5-2020) ແລະສະເຫຼີມສະຫຼອງ 70 ປີແຫ່ງການສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ-ສະຫະພັນລັດເຊຍ (30-1-1950 / 30-1-2020).

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ