ການສອນເດັກນ້ອຍດ້ວຍຂອງຂວັນ

14:52 | 03/06/2025

ຍສໝ - ວັດສະດຸພລາສຕິກຫຼາຍກວ່າ 1,000 ກິໂລຈະຖືກນຳມາລີໄຊເຄີນເປັນໂຕະ, ຕັ່ງ 60 ຊຸດ ແລະ ພວງກະແຈທີ່ມີສີສັນຫຼາຍຮ້ອຍອັນເພື່ອມອບໃຫ້ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ. ນີ້ແມ່ນຂໍ້​ມູນ​ດັ່ງກ່າວ​ໄດ້​ຖືກ​ແບ່ງປັນ​ທີ່​ພິທີ​ສະຫຼຸບ​ໂຄງການ “A New Life for Waste - ວົງຈອນຊີວິດໃໝ່​ໃຫ້​ສິ່ງ​ເສດ​ເຫຼືອ” ​ແລະ ພິທີ​ມອບ​ລາງວັນການເສັງປະດິດແຕ່ງ “​ເດັກນ້ອຍ​ປະຕິບັດ​ເພື່ອ​ສິ່ງ​ແວດ​ລ້ອມ” 2025 ​ໄດ້​ຈັດ​ຕັ້ງ​ໂດຍອົງການ Good Neighbors International (GNI) ​ໃນ​ຕອນ​ເຊົ້າ​ວັນ​ທີ 2 ມິຖຸນາ ຢູ່​ຮ່າ​ໂນ້ຍ.

ຈັດຕັ້ງຊຸດຝຶກອົບຮົມວິທີການສອນພາສາ ຫວຽດ ໃຫ້ 7 ແຂວງຂອງລາວ
ອະດີດນັກສຶກສາມະຫາວິທະຍາໄລ ຮ່າຕິ້ງ ສົ່ງແຮງບັນດານໃຈໃນດິນແດນ ລ້ານຊ້າງ

ໂຄງການ “A New Life for Waste – ວົງຈອນຊີວິດໃໝ່ໃຫ້ສິ່ງເສດເຫຼືອ” ໄດ້ດຳເນີນແຕ່ເດືອນ ມີນາ ຫາ ເດືອນ ພຶດສະພາ 2025 ຢູ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ເພື່ອແນໃສ່ຍົກສູງຄວາມຮັບຮູ້ກ່ຽວກັບຂີ້ເຫຍື້ອປຼາສະຕິກໃນໄວໜຸ່ມ, ພ້ອມກັນນັ້ນ ກໍ່ນຳຂີ້ເຫຍື້ອປຼາສະຕິກຄືນໃໝ່ໃຫ້ກາຍເປັນຜະລິດຕະພັນທີ່ເປັນປະໂຫຍດ ເພື່ອມອບໃຫ້ນັກຮຽນປະສົບກັບຄວາມຫຍຸ້ງຍາກ.

​ເຂົ້າຮ່ວມໂຄງການ​ດັ່ງກ່າວ​ມີ​ນັກຮຽນ ​ແລະ ຄູ​ອາຈານ 3.700 ກວ່າ​ຄົນ​ທີ່​ມາ​ຈາກ 6 ​ໂຮງຮຽນ​ມັດ​ທະ​ຍົມ​ຄື: ໂງສີລຽນ, ນາມຕືລຽມ, ຫງວຽໜຢູ, ກວ່າງຈຸງ, ຫງວຽນເຈືອງໂຕະ ( ຮ່າໂນ້ຍ) ແລະ ບິ່ງຮວ່າ( ກູຈິ,ນະຄອນ ໂຮຈິມິງ). ບັນດາການເຄື່ອນໄຫວ​ໄດ້​ຮັບ​ການ​ປະ​ສານ​ງານ​ຄົບຊຸດລະ​ຫວ່າງ GNI ແລະ​ໂຮງ​ຮຽນ​, ສ້າງ​ຜົນ​ກະ​ທົບ​​ໃນ​ຊຸມ​ຊົນ​ຂອງ​ໂຮງ​ຮຽນຢ່າງຕັ້ງໜ້າ​.

ການສອນເດັກນ້ອຍດ້ວຍຂອງຂວັນ

ພາບບັນຍາກາດພິທີສະຫຼຸບ. (ພາບ: GNI)

ໂຄງ​ການ​ດັ່ງ​ກ່າວ​ປະ​ກອບ​ມີ 2 ໄລ​ຍະ​: ການປະກອບຄວາມ​ຮູ້ ​ແລະ​ ການ​ປະ​ຕິ​ບັດ​ການ​ຈັດ​ປະ​ເພດ​ສິ່ງ​ເສດ​ເຫຼືອ​ປຼາສະຕິກ​. ​ໃນ​ໄລຍະ​ທຳ​ອິດ, ນັກ​ສຶກສາ​ໄດ້​ຊອກ​ຮູ້​ກ່ຽວ​ກັບ​ມົນ​ລະ​ພິດ​ສິ່ງ​ເສດ​ເຫຼືອ​ປຼາສະຕິກ, ຂະ​ບວນການ​ຈັດ​ປະ​ເພດ ​ແລະ ​ເຂົ້າ​ຮ່ວມ​ບັນດາການ​ເຄື່ອນ​ໄຫວ​ຕ່າງໆ​ເຊັ່ນ: ການ​ສື່ສານ​ໃນ​ຫ້ອງ​ຮຽນ, workshop ຫົວຂໍ້ລົງເລິກ. ໃນ​ໄລຍະ​ທີ 2, ບັນດານັກຮຽນ​ໄດ້​ຝຶກ​ຊ້ອມ​ການ​ຈັດ​ລຽງ​ສິ່ງ​ເສດ​ເຫຼືອ​ຕາມ​ແຫຼ່ງ, ແຂ່ງຂັນ​ເກັບ​ຂີ້​ເຫຍື້ອ​ປຼາສະຕິກ​ປະຈຳ​ອາທິດ ​ແລະ ປະດັບ​ປະດາ​ເຂດ​ເກັບ​ຂີ້​ເຫຍື້ອ​ດ້ວຍບັນດາສານທີ່​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ.

ພິ​ເສດ, ສະ​ໂມ​ສອນ​ສິ່ງ​ແວດ​ລ້ອມ​ຂອງ​ເດັກ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ບັນ​ດາ​ໂຮງ​ຮຽນ​ເພື່ອ​ຮັກ​ສາຂະບວນ​ການ​, ເຜີຍ​ແຜ່​ບັນ​ດາ​ການ​ເຄື່ອນ​ໄຫວສີ​ຂຽວ ແລະ ຊີ້​ນຳ​ເພື່ອນ​ມິດ​ເຂົ້າ​ຮ່ວມພ້ອມກັນ.

ການສອນເດັກນ້ອຍດ້ວຍຂອງຂວັນ

ທ່ານ​ນາງ ດ່າວ​ທ້ຽນ​ລີ, ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ​ອົງ​ການ GNI (ເສື້ອສີ​ດຳ) ໄດ້​ມອບ​ໃບ​ຢັ້ງ​ຢືນ​ໃຫ້​ບັນ​ດາ​ໂຮງ​ຮຽນ ແລະ ນັກ​ສຶກ​ສາ​ທີ່​ເຂົ້າ​ຮ່ວມ​ໂຄງ​ການ. (ພາບ: GNI)

ແບ່ງປັນທີ່ເຫດການ, ນາງ ຈິ້ງແອັງຍີ່ ນັກຮຽນຫ້ອງ 7A3, ໂຮງຮຽນ ມັດທະຍົມຕອນຕົ້ນ ໂງ່ສີລຽນ, ໃຫ້ຮູ້ວ່າ: “ກ່ອນນີ້, ຂ້າພະເຈົ້າຄິດວ່າ ຂີ້ເຫຍື້ອເປັນພຽງສິ່ງທີ່ຄວນຖິ້ມ. ພາຍຫຼັງໂຄງການ, ຂ້າພະເຈົ້າເຂົ້າໃຈວ່າ ຖ້າຮູ້ຈັດແບ່ງ ແລະ ຈັດການ, ຂີ້ເຫຍື້ອອາດຈະກາຍເປັນຊັບພະຍາກອນທີ່ເປັນປະໂຫຍດ. ຂ້າພະເຈົ້າໄດ້ຮຽນຮູ້ທັກສະໃໝ່ຫຼາຍຢ່າງເຊັ່ນ: ການເຮັດວຽກເປັນທີມ, ການນຳສະເໜີ ແລະ ທັກສະການຄິດວິຈານ. ບັນດາທັກສະນັ້ນ ໄດ້ຊ່ວຍພວກຂ້າພະເຈົ້າກາຍເປັນ ' ເອກອັກຄະລັດຖະທູດສີຂຽວ', ນຳເອົາສານກ່ຽວກັບການປົກປັກຮັກສາສິ່ງແວດລ້ອມເຜີຍແຜ່ເຖິງຄອບຄົວແລະ ຊຸມຊົນ".

“ຍິ່ງພວກຂ້າພະເຈົ້າເຂົ້າຮ່ວມ, ພວກຂ້າພະເຈົ້າຍິ່ງຮູ້ສຶກວ່າພວກເຮົາບໍ່ໄດ້ຢູ່ໂດດດ່ຽວ ເພາະມີເພື່ອນມິດອີກຫຼາຍຄົນທີ່ມີຄວາມສົນໃຈ ແລະ ພ້ອມທີ່ຈະປະຕິບັດເພື່ອສິ່ງແວດລ້ອມ. ຈາກນັ້ນ, ພວກຂ້າພະເຈົ້າກໍ່ເລີ່ມຢາກກາຍເປັນພາກສ່ວນໜຶ່ງໃນກຸ່ມໃຫຍ່ຂຶ້ນ, ເຊິ່ງເປັນບ່ອນເຜີຍແຜ່ຈິດໃຈຊີວິດສີຂຽວໄດ້ຢ່າງແຂງແຮງກວ່າອີກ”, ປອັງຍີ່ ແບ່ງປັນຕື່ມອີກ.

ການສອນເດັກນ້ອຍດ້ວຍຂອງຂວັນ

ບັນດານັກສຶກສາພ້ອມກັບຄູອາຈານໄດ້ຖ່າຍຮູບທີ່ລະນຶກໃນພິທີ. (ພາບ: GNI)

ກ່າວ​ຄຳ​ປາໄສທີ່​ພິ​ທີ​ສະຫຼຸບ, ທ່ານ​ນາງ ດ່າວ​ທ້ຽນ​ລີ, ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ​ອົງ​ການ GNI ສະ​ແດງ​ຄວາມ​ຫວັງ​ວ່າ: “ນັບ​ແຕ່​ບັນ​ດາ​ບາດ​ກ້າວ​ທຳ​ອິດ​ໃນ​ມື້​ນີ້, ບັນດາພວກນ້ອງ​ຈະ​ສືບ​ຕໍ່​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສິ່ງ​ແວດ​ລ້ອມ​ຢູ່​ໂຮງ​ຮຽນ, ໃນ​ຄອບ​ຄົວ ແລະ ໃນຊຸມ​ຊົນ”.

ຝຶກອົບຮົມການສອນພາສາຫວຽດ ໃຫ້ແກ່ນາຍຄູຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຝຶກອົບຮົມການສອນພາສາຫວຽດ ໃຫ້ແກ່ນາຍຄູຊາວຫວຽດນາມ ອາໄສຢູ່ຕ່າງປະເທດ

ຍສໝ - ຊຸດຝຶກອົບຮົມ ໂດຍຄະນະກໍາມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສົມທົບກັບກະຊວງສຶກສາ ແລະ ກໍ່ສ້າງ ຈັດຕັ້ງ ແນໃສ່ຍົກສູງຄຸນນະພາບການສິດສອນ, ລະດັບວິຊາສະເພາະ, ວິຊາຄູ ຂອງນາຍຄູໃນການສອນພາສາຫວຽດ ຕາມຫຼັກສູດສະເພາະໃຫ້ ແກ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

ຄູອາຈານຫວຽດນາມຢູ່ຕ່າງປະເທດໄດ້ສຳເລັດຊຸດຝຶກອົບຮົມການສອນພາສາຫວຽດໃນປີ 2021 ຄູອາຈານຫວຽດນາມຢູ່ຕ່າງປະເທດໄດ້ສຳເລັດຊຸດຝຶກອົບຮົມການສອນພາສາຫວຽດໃນປີ 2021

ຍສໝ - ຫວ່າງແລ້ວນີ້, ພິທີ​ປິດ​ຊຸດ​ອົບຮົມ​ຄູ​ສອນທີ່ເປັນຊາວຫວຽດນາມ​ຢູ່​ຕ່າງປະ​ເທດ​ຄັ້ງ​ທີ 2 ຢູ່​ເອີ​ລົບ ​ແລະ ອາ​ເມ​ລິ​ກາ​ເໜືອ ​ໄດ້​ດຳ​ເນີນ​ດ້ວຍ​ທາງ​ອອນ​ລາຍ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ