![]() | ກອງປະຊຸມແຮກສ່ຽວກຸ່ມບ້ານທີ່ຢູ່ສອງຝັ່ງຊາຍແດນຫວຽດນາມ - ລາວ |
![]() | ກອງປະຊຸມສະຫຼຸບງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ ຄັ້ງທີ 2 |
![]() |
Đội hình tuần tra song phương giữa Đồn Biên phòng Cửa khẩu quốc tế Nậm Cắn và Đại đội Bảo vệ biên giới 221. ກຳລັງການລາດຕະເວນສອງຝ່າຍລະຫວ່າງ ປ້ອມປ້ອງກັນຊາຍແດນດ່ານສາກົນ ນໍ້າກັ້ນ ແລະ ກອງຮ້ອຍປ້ອງກັນຊາຍແດນ 221. |
ຜ່ານຜ່າສະພາບດິນຟ້າອາກາດຝົນ, ຖະໜົນຫົນທາງທີ່ເປ່ເພຊ່ອງພູທີ່ອັນຕະລາຍ, ກໍາລັງຂອງສອງຝ່າຍໄດ້ດຳເນີນການກວດກາ, ຮັບປະກັນຄວາມປອດໄພຂອງລະບົບຫຼັກໝາຍຊາຍແດນ. ພ້ອມກັນນັ້ນ, ກໍ່ໄດ້ຈັດຕັ້ງການເຮັດຄວາມສະອາດເຂດຫຼັກໝາຍ ແລະ ແລກປ່ຽນຂໍ້ມູນຂ່າວສານທີ່ກ່ຽວຂ້ອງກັບສະພາບຄວາມເປັນລະບຽບຮຽບຮ້ອຍຢູ່ເສັ້ນທາງຊາຍແດນ.
![]() |
ຂ້າມຫ້ວຍເພື່ອລາດຕະເວນຊາຍແດນ. |
ການເຄື່ອນໄຫວລາດຕະເວນໄດ້ດຳເນີນໄປຕາມແຜນການ, ຮັບປະກັນຄວາມປອດໄພຢ່າງແທ້ຈິງໃຫ້ແກ່ປະຊາຊົນ, ອາວຸດ ແລະ ປະກອບ. ສອງຝ່າຍປະຕິບັດຢ່າງເຂັ້ມງວດບັນດາເນື້ອໃນທີ່ໄດ້ລົງນາມໃນສັນຍາວ່າດ້ວຍ ສົມທົບກັນແລກປ່ຽນຂໍ້ມູນຂ່າວສານ, ຄົ້ົ້ນພົບ, ສະກັດກັ້ນບັນດາພຶດຕິກຳລະເມີດລະບຽບການຊາຍແດນຢ່າງທັນການ, ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ.
![]() |
ສອງຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສານທີ່ກ່ຽວຂ້ອງຢູ່ຫຼັກໝາຍ 404. |
ກ່ອນໜ້ານັ້ນ, ວັນທີ 4 ມິຖຸນານີ້, , ຄ້າຍທະຫານປ້ອງກັນຊາຍແດນ ແຫ້ງຢິ້ກ (ທະຫານປ້ອງກັນຊາຍແດນ ເຫງ້ອານ) ກໍ່ໄດ້ສົມທົບກັບກອງຮ້ອຍປ້ອງກັນຊາຍແດນ 216, ແຂວງ ຫົວພັນ (ລາວ) ຈັດຕັ້ງແຕ່ຫຼັກ 367 ຫາ ຫຼັກ 368.
![]() |
ຄ້າຍທະຫານປ້ອງກັນຊາຍແດນ ແຫ້ງຢິ້ກ ແລະ ກອງຮ້ອຍປ້ອງກັນຊາຍແດນ 216 (ແຂວງ ຫົວພັນ) ໄດ້ແລກປ່ຽນສະພາບການໃນຂະບວນການລາດຕະເວນ. |
ສອງຝ່າຍຍັງໄດ້ສົມທົບກັນກວດກາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ແລະ ສະພາບຄວາມປອດໄພຂອງລະບົບຫຼັກໝາຍຊາຍແດນ; ພ້ອມກັນນັ້ນ, ກໍ່ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບຄວາມເປັນລະບຽບຮຽບຮ້ອຍຢູ່ເສັ້ນຊາຍແດນທີ່ກ່ຽວຂ້ອງ.
![]() | ຄໍາແນະນໍາສໍາລັບການຈັດຕັ້ງປະຕິບັດສັນຍາການຄ້າຊາຍແດນ ຫວຽດນາມ - ລາວ ຍສໝ - ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການເລກທີ 56/2018/TT - BCT ກ່ຽວກັບການແນະນໍາການຈັດຕັ້ງປະຕິບັດມາດຕາ ຈໍານວນຫນຶ່ງຂອງສັນຍາການຄ້າຊາຍແດນລະຫວ່າງ ລັດຖະບານແຫ່ງ ສສ ຫວຽດນາມ ແລະ ລັດຖະບານ ສປປ ລາວ, ມີຜົນບັງຄັບໃຊ້ແຕ່ວັນທີ 18 ກຸມພາ ປີ 2019 ເປັນຕົ້ນໄປ. |
![]() | ອັດຊຸດຝຶກອົບຮົມວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນຫວຽດນາມ - ລາວ ວັນທີ 30 ພະຈິກ, ທະຫານຊາຍແດນແຂວງກວາງຈິ ໄດ້ຈັດຕັ້ງພິທີອັດຊຸດຝຶກອົບຮົມ ວຽກງານຄຸ້ມຄອງ ແລະປົກປັກຮັກສາຊາຍແດນໃຫ້ບັນດາພະນັກງານສັງກັດກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ ແລະສາລະວັນ (ສປປ ລາວ) ປີ 2018. |
ແທັງຮັ່ງ