ສົມທົບກັນຢ່າງມີປະສິດທິຜົນໃນການຊຸກຍູ້ການແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ

16:58 | 12/06/2025

ຍສໝ - ຕອນບ່າຍວັນທີ 11 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຟານແອັງເຊີນ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບທ່ານ Choi Young Sam ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາ ຫວຽດນາມ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ສືບ​ຕໍ່​ສົມທົບ​ກັນ​ ​ເພື່ອ ເພີ່ມ​ທະວີ​ການ​ແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​ແລະ ສ.​ເກົາຫຼີ.

ງານບຸນກິລາ EPS ຄັ້ງທີ 2: ເຊື່ອມໂຍງເຂົ້າກັບປະຊາຄົມຊາວຫວຽດນາມ, ເຜີຍແຜ່ຄມິດຕະພາບຫວຽດນາມ - ສ.ເກົາຫຼີ
ຊາວ ບັກຢາງ ຢູ່ ສ.ເກົາຫຼີ: ແບ່ງປັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນວຽກງານ ແລະ ຊີວິດ
ສົມທົບກັນຢ່າງມີປະສິດທິຜົນໃນການຊຸກຍູ້ການແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ

ທ່ານປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ຟານແອັງເຊີນ (ເບື້ອງຂວາ) ​ໄດ້​ໃຫ້ການ​ຕ້ອນຮັບ ​ແລະ ​ເຮັດ​ວຽກ​ກັບ​ທ່ານ Choi Young Sam ​ເອກ​ອັກຄະ​ລັດຖະທູດ ສ.​ເກົາຫຼີ ປະຈຳ ຫວຽດນາມ. (ພາບ: ດິງຮວ່າ)

ທີ່​ການ​ຕ້ອນຮັບ ແລະ ເຮັດວຽກູ, ທ່ານ ຟານ​ແອງ​ເຊີນ ຊົມ​ເຊີຍ ສ.​ເກົາຫຼີ ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ສຳ​ເລັດ​ຜົນ ​ແລະ ​ເຊື່ອ​ໝັ້ນ​ວ່າ ສ.​ເກົາຫຼີ ຈະ​ສືບ​ຕໍ່​ພັດທະນາ​ຢ່າງເຂັ້ມແຂງ​ພາຍ​ໃຕ້​ການ​ນຳພາ​ຂອງ​ທ່ານ​ປະທານາທິບໍດີ Lee Jae Myung.

ທ່ານ ຟານ​ແອງ​ເຊີນ ​ໄດ້​ຕີ​ລາຄາ​ສູງ​ການ​ສົມທົບ​ກັນ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ແໜ້ນແຟ້ນ​ລະຫວ່າງ​ສະຖານທູດ ສ.​ເກົາຫຼີ ປະຈຳ ຫວຽດນາມ ​ແລະ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ລະຫວ່າງ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ ສ.​ເກົາຫຼີ ​ກັບ ຄະນະ​ປະສານ​ງານ​ຊ່ວຍ​ເຫຼືອ​ປະຊາຊົນ (​ເປັນ​ຫົວໜ່ວຍ​ຂຶ້ນ​ກັບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ) ​ແລະ ບັນດາ​ຄູ່​ຮ່ວມ​ມື ຫວຽດນາມ ​ແລະ ລະຫວ່າງ​ບັນດາສະມາຄົມ​ມິດຕະພາບ​ກັບ​ບັນດາ​ອົງການ​ປະຊາຊົນ​ຂອງ​ສອງ​ປະ​ເທດ.

ທ່ານ​ເອກ​ອັກຄະ​ລັດຖະທູດ ສ.​ເກົາຫຼີ ປະຈຳ ຫວຽດນາມ Choi Young Sam ​ໄດ້​ຂອບ​ໃຈ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ບັນດາ​ຄູ່​ຮ່ວມ​ມື ຫວຽດນາມ ​ໄດ້​ໜູນ​ຊ່ວຍ ​ແລະ ຮ່ວມເດີນທາງ​ກັບ ສ.​ເກົາຫຼີ ​ໃນ​ໄລຍະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ພາຍຫຼັງmjko​ປະທານາທິບໍດີ Lee Jae Myung ​ໄດ້​ຮັບ​ການ​ເລືອກ​ຕັ້ງ, ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ​ແລະ ທ່ານ​ປະທານ​ປະ​ເທດ ເລືອງເກືອງ ​ໄດ້​ສົ່ງ​ສານ​ຊົມ​ເຊີຍ.

ທ່ານ​ເອກ​ອັກຄະ​ລັດຖະທູດ Choi Young Sam ​ໃຫ້​ຮູ້​ວ່າ, ທີ່​ການ​ພົບ​ປະ​ກັບ​ທ່ານ ໂດວັນຈຽນ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໃນ​ວັນ​ທີ 27 ພຶດສະພາ, ທ່ານ​ເອກ​ອັກຄະ​ລັດຖະທູດ ປາດ​ຖະໜາ​ຢາກ​ສືບ​ຕໍ່​ຊຸກຍູ້​ການ​​ແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ - ສ.​ເກົາຫຼີ ​ແລະ ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ປະທານ ໂດວັນຈຽນ. ທ່ານ​ເອກ​ອັກຄະ​ລັດຖະທູດ Choi Young Sam ປາດ​ຖະໜາ​ວ່າ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ທ່ານ​ປະທານ ຟານ​ແອງ​ເຊີນ ສືບ​ຕໍ່​ເອົາ​ໃຈ​ໃສ່, ສົມທົບ​ກັນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະຖານທູດ ​ແລະ ບັນດາ​ອົງການ, ອົງການ​ຈັດ​ຕັ້ງ​ຂອງ ສ.​ເກົາຫຼີ ປະຈຳ ຫວຽດນາມ.

ສອງຝ່າຍ​ເຫັນ​ດີເປັນເອກະພາບຈະ​ສືບ​ຕໍ່​ແລກປ່ຽນ​ຂໍ້​ມູນ​ຂ່າວສານ; ສົມທົບ​ກັນ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ການ​ຊຸກຍູ້​ການ​ແລກປ່ຽນ​ປະຊາຊົນ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ; ເຂົ້າຮ່ວມເຂົ້າໃນບັນດາການເຄື່ອນໄຫວວຽກງານການຕ່າງປະເທດລະດັບສູງ; ປະກອບສ່ວນ​ຍູ້ແຮງ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ສຶກສາ, ວັດທະນະທຳ, ກິລາ, ການທ່ອງທ່ຽວ ​ແລະ ອື່ນໆ.

ລູກເຮືອ ຫວຽດນາມ 3 ຄົນໄດ້ຮັບການກູ້ຊີບໃນເຫດເຮືອຫາປາລຳໜຶ່ງຫຼົ້ມຢູ່ ສ.ເກົາຫຼີ ລູກເຮືອ ຫວຽດນາມ 3 ຄົນໄດ້ຮັບການກູ້ຊີບໃນເຫດເຮືອຫາປາລຳໜຶ່ງຫຼົ້ມຢູ່ ສ.ເກົາຫຼີ

ຍສໝ - ຕອນ​ຄ່ຳ​ວັນ​ທີ 12 ກຸມພາ, ສະຖານທູດ​ ຫວຽດນາມ ປະຈຳ ສ.ເກົາຫຼີ ​ໃຫ້​ຮູ້​ວ່າ ລູກ​ເຮືອ​ຫວຽດນາມ ທັງ 3 ຄົນໄດ້​ຮັບ​ການ​ກູ້ຊີບ​​ໃນເຫດເຮືອ​ຫາ​ປາ​​ລຳ​ໜຶ່ງຫຼົ້ມ​ຢູ່​ນອກ​ຝັ່ງ​ເກາະ Jeju (ສ.​ເກົາຫຼີ).

ສະມາຄົມຊາວຫວຽດນາມ ຢູ່ເຂດ Gwangju-Jeonnam (ສ.ເກົາຫຼີ) ເປີດຫ້ອງການໃໝ່ ສະມາຄົມຊາວຫວຽດນາມ ຢູ່ເຂດ Gwangju-Jeonnam (ສ.ເກົາຫຼີ) ເປີດຫ້ອງການໃໝ່

ຍສໝ - ສະມາຄົມ​ຊາວ​ຫວຽດນາມ ​ຢູ່​ເຂດ Gwangju – Jeonnam (ສ.​ເກົາຫຼີ) ຫາ​ກໍ່​ຈັດ​ຕັ້ງ​ພິທີ​ເປີດ​ຫ້ອງການ​ໃໝ່​ຢ່າງ​ສົມ​ກຽດ, ສົມທົບ​ກັບ​ລາຍການ​ຕ້ອນຮັບປີໃໝ່ວົງຄະນະຍາດ​ທີ່​ມີ​ຄວາມ​ໝາຍ​ຢູ່​ສູນ​ການ​ຄ້າ Gwangju Outlet.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ