ຄາດວ່າ ຄະນະຜູ້ແທນຈະເຂົ້າຮ່ວມການເຈລະຈາ, ແລກປ່ຽນຢູ່ Iowa, Ohio ແລະ Washington D.C.
ຕາມສຳນັກຂ່າວສານເອເລັກໂຕຼນິກຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມແລ້ວ, ການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໄປຍັງ ອາເມລິກາ ໄດ້ສະແດງໃຫ້ເຫັນນ້ຳໃຈມິດຕະພາບທີ່ເປັນມູນເຊື້ອຂອງ ຫວຽດນາມ ໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃນລະບົບຕ່ອງໂສ້ການສະໜອງກະສິກຳ, ປ່າໄມ້ ແລະ ການປະມົງສອງຝ່າຍ, ຜ່ານນັ້ນ ເພີ່ມພຸນຄຸນສ້າງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ.
![]() |
ຮ້ານວາງສະແດງຜະລິດຕະພັນກະສິກຳຂອງອາເມລິກາ ທີ່ງານວາງສະແດງອາຫານໃນເດືອນມີນາ 2025. (ພາບ: ໜັງສືພິມກົດໝາຍຫວຽດນາມ) |
ຕາມທ່ານລັດຖະມົນຕີ ໂດ້ດຶກຢຸຍ ແລ້ວ, ຫວຽດນາມ ແລະ ອາເມລິກາ ລ້ວນແຕ່ແມ່ນປະເທດທີ່ມີທ່າແຮງດ້ານກະສິກຳ ແຕ່ກໍ່ມີຄຸນລັກສະນະໜູນເຊິ່ງກັນ ແລະ ກັນ, ບໍ່ແຂ່ງຂັນກັນໂດຍກົງ, ນັບມື້ນັບມີຄວາມສະໜິດຕິດພັນ, ແບ່ງປັນຕ່ອງໂສ້ການສະໜອງລວມ, ຜ່ານນັ້ນ ຍົກສູງຄວາມສາມາດແຂ່ງຂັນ ແລະ ສະໜັບສະໜູນຜົນປະໂຫຍດຂອງຜູ້ຜະລິດ ແລະ ຜູ້ບໍລິໂພກຢູ່ແຕ່ລະປະເທດ.
ຜູ້ບໍລິໂພກອາເມລິກາ ໄດ້ນິຍົມຜະລິດຕະພັນກະສິກຳ, ປ່າໄມ້ ແລະ ການປະມົງຂອງຫວຽດນາມ, ພິເສດແມ່ນເຄື່ອງເທດ, ໝາກໄມ້, ອາຫານທະເລ, ເຄື່ອງເຟີນີເຈີໄມ້. ໃນຂະນະນັ້ນ, ບັນດານັກຜະລິດຫວຽດນາມ ກໍ່ມີຄວາມຕ້ອງການນຳເຂົ້າວັດຖຸດິບຫຼາຍຊະນິດຄື: ແປ້ງສາລີ, ຖົ່ວເຫຼືອງ, ຜະລິດຕະພັນຊີ້ນ, ນົມ, ວັດຖຸໄມ້, ອຸປະກອນຄອກ, ເບ້ຍຈາກອາເມລິກາ... ຫວຽດນາມ ມີຊາວກະສິກອນທັນສະໄໝ, ຫັນເປັນວິຊາຊີບ, ຫັນປ່ຽນການຜະລິດຢ່າງບໍ່ຢຸດຢັ້ງ. ບັນດາວິສາຫະກິດ, ສະຫະກອນ, ຊາວກະສິກອນມີທັກສະ ແລະ ຄວາມຮູ້ຄວາມສາມາດ, ພ້ອມແລ້ວທີ່ຈະຮັບເອົາເຕັກໂນໂລຢີທີ່ກ້າວໜ້າຈາກອາເມລິກາ ເພື່ອເພີ່ມການຜະລິດ, ຮັບປະກັນການສະໜອງທ້ອງຕະຫຼາດທີ່ຕິດກັບການປົກປັກຮັກສາສິ່ງແວດລ້ອມ. ສະນັ້ນ, ແຫຼ່ງວັດຖຸດິບທີ່ມີຄຸນນະພາບສູງ ແລະ ປະລິມານວິທະຍາສາດເຕັກໂນໂລຢີສູງຈາກອາເມລິກາ ສາມາດເປັນໄມ້ງັດໃຫ້ຫວຽດນາມ ພັດທະນາຕ່ອງໂສ້ການສະໜອງທີ່ສາມາດແຂ່ງຂັນ. ບັນດາວິສາຫະກິດ ຫວຽດນາມ ພ້ອມແລ້ວທີ່ຈະຊອກຫາຄູ່ຮ່ວມມືອາເມລິກາ ເພື່ອຊື້ຜະລິດຕະພັນທີ່ມີທ່າແຮງຂອງຂະແໜງກະສິກຳ ເຊັ່ນ: ສ່ວນປະກອບອາຫານສັດ, ຝຸ່ນ ແລະ ຢາປາບສັດຕູພືດຊີວະພາບ, ຜະລິດຕະພັນຊີ້ນ, ອາຫານທະເລນ້ຳເຢັນ, ໄມ້ດິບ.
ແລກປ່ຽນກັບສື່ມວນຊົນຫວຽດນາມ, ຜູ້ຕາງໜ້າກະຊວງກະສິກຳຂອງອາເມລິກາ (USDA) ກໍ່ຢືນຢັນວ່າ ການຮັບປະກັນການເຂົ້າເຖິງທ້ອງຕະຫຼາດທີ່ສະເໝີພາບ ແລະ ຫຼຸດຜ່ອນພາສີຍັງແມ່ນບຸລິມະສິດອັນດັບໜຶ່ງເພື່ອຮັກສາການເຕີບໂຕດ້ານການຄ້າໃນໄລຍະຍາວ.
![]() | ຮ່ວມເດີນທາງ, ຮັບຟັງ ແລະ ເຊື່ອມໂຍງເຂົ້າກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ດ້ວຍຄວາມມຸ່ງມາດປາດຖະໜາຢາກນຳບ້ານເກີດເມືອງນອນ - ປະເທດເຂົ້າສູ່ຍຸກແຫ່ງການເຕີບໂຕຂອງປະເທດຊາດ ຍສໝ - ບໍ່ວ່າຈະຢູ່ໃສ, ຊາວຫວຽດນາມຢູ່ຕ່າງປະເທດຍາມໃດກໍຫັນມາສູ່ບ້ານເກີດເມືອງ. ຕະຫຼອດປະຫວັດສາດ, ຊາວຫວຽດນາມຢູ່ຕ່າງປະເທດຢູ່ທົ່ວທຸກແຫ່ງລ້ວນແຕ່ພ້ອມກັບປະເທດ ແລະ ປະຊາຊົນ. ພິເສດ, ເມື່ອໄດ້ຮັບຟັງການແບ່ງປັນຂອງການນຳພັກ, ລັດ ກ່ຽວກັບຄວາມຄາດໝາຍຂອງຍຸກໃໝ່, ຍຸກແຫ່ງການເຕີບໂຕຂອງປະເທດຊາດ, ຊາວຫວຽດນາມຢູ່ຕ່າງປະເທດກໍ່ມີຄວາມກະຕືລືລົ້ນຮ່ວມມື, ປະກອບສ່ວນສ້າງສາບ້ານເກີດເມືອງນອນ ແລະ ປະເທດຊາດນັບມື້ນັບຈະເລີນຮຸ່ງເຮືອງ. ການປັບປຸງກົດໝາຍວ່າດ້ວຍສັນຊາດນີ້ແມ່ນບາດກ້າວທີ່ສຳຄັນເພື່ອ “ຮັດແໜ້ນ” ສະພາບກົດໝາຍ, ເພື່ອໃຫ້ຊາວຫວຽດນາມ ບໍ່ວ່າຢູ່ພາຍໃນປະເທດ ຫຼື ດຳລົງຊີວິດ ແລະ ... |
![]() | ຈິດໃຈຮ່ວມມື, ຮັກສາສັນຕິພາບ ແມ່ນຊັບສິນອັນລ້ຳຄ່າຂອງຊາວຫວຽດນາມ ແລະ ອາເມລິກາ ຍສໝ - ນັ້ນແມ່ນສານທີ່ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ແບ່ງປັນການຕ້ອນຮັບຄະນະຜູ້ແທນກອງທຶນໄກ່ເກ່ຍ ແລະ ພັດທະນາ (FRD) ແລະ ສະພາແຫ່ງຊາດຜູ້ອາຍຸສູງ ອາເມລິກາ (NCOE) ໃນວັນທີ 17 ເມສາ ຢູ່ຮ່າໂນ້ຍ. |
ມີງດຶກ