![]() | ຫວຽດນາມ - ເມັກຊິກ: ປັບປຸງພື້ນຖານການພົວພັນມິດຕະພາບ, ຊຸກຍູ້ການຮ່ວມມືຢ່າງແທດຈິງກ່ວາ |
![]() | ສະເໜີບັນດາມາດຕະການຊຸກຍູ້ການພົວພັນມິດຕະພາບການຮ່ວມມືລະຫວ່າງ ຫວຽດນາມ - ຍີ່ປຸ່ນ |
ໃນໄລຍະທີ່ຢູ່ເວເນຊູເອລາ, ຄະນະຜູ້ແທນໄດ້ເຂົ້າຮ່ວມໂຄງການຈັດຕັ້ງໂດຍສະພາເລືອກຕັ້ງແຫ່ງຊາດ ເວເນຊູເອລາ; ໄດ້ເຮັດວຽກ ແລະ ລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມືລະຫວ່າງສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ແລະ ສະຖາບັນ Simon Bolivar ເພື່ອສັນຕິພາບ ແລະ ຄວາມສາມັກຄີລະຫວ່າງປະຊາຊົນ (ISB); ຢ້ຽມຂ່ຳນັບທ່ານລັດຖະມົນຕີການຕ່າງປະເທດ Yván Gil Pinto; ໄດ້ພົບປະ ແລະ ແລກປ່ຽນກັບຄະນະຜູ້ແທນມິດຕະພາບ ເວເນຊູເອລາ - ຫວຽດນາມ ; ໄດ້ມີການພົບປະທີ່ເປັນມູນເຊື້ອກັບບັນດາສະມາຊິກໃນເຮືອນພັກມິດຕະພາບ ເວເນຊູເອລາ - ຫວຽດນາມ, ອະດີດນັກຮົບ Caracas ແລະ ປະຊາຊົນທີ່ຮັກແພງຫວຽດນາມ; ໄດ້ເຮັດວຽກກັບສະຖານທູດຫວຽດນາມ ປະຈຳ ເວເນຊູເອລາ. ຄະນະຍັງໄດ້ໄປຢ້ຽມຊົມຮູບປັ້ນປະທານ ໂຮ່ຈີມິນ ຢູ່ນະຄອນຫຼວງ Caracas, ເຂົ້າຮ່ວມພິທີໄວ້ອາໄລແລະ ລົງນາມໃນປຶ້ມອາໄລຫາອະດີດປະທານປະເທດ ເຈີ່ນດຶກເລືອງຈັດຕັ້ງໂດຍສະຖານທູດຫວຽດນາມ; ໄດ້ໄປຢ້ຽມຢາມຫໍພິພິທະພັນວິລະຊົນ Simon Bolivar ແລະ ປຢ້ຽມຢາມສຸສານຂອງອະດີດປະທານາທິບໍດີ Hugo Chavez.
![]() |
ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ສະມາຄົມມິດຕະພາບ ຫວຽດນາມ - ເວເນຊູເອລາ ໄດ້ໄປຢ້ຽມຢາມບ່ອນເລືອກຕັ້ງແຫ່ງໜຶ່ງຢູ່ນະຄອນຫຼວງ Caracas, ປະເທດ ເວເນຊູເອລາ. (ພາບ: VUFO) |
ທີ່ການພົບປະ ແລະ ເຮັດວຽກ, ທ່ານລັດຖະມົນຕີການຕ່າງປະເທດ Yván Gil Pinto, ທ່ານປະທານຄະນະຜູ້ແທນມິດຕະພາບ ເວເນຊູເອລາ - ຫວຽດນາມ Saul Antonio Ortega Campos, ທ່ານນາງປະທານ ISB Rosa Eekhout Gómez, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ Tatiana Pugh Moreno... ລ້ວນແຕ່ໄດ້ຕ້ອນຮັບຢ່າງອົບອຸ່ນ, ຂອບໃຈ ແລະ ຕີລາຄາສູງການຢ້ຽມຢາມຂອງຄະນະຜູ້ແທນ ທີ່ສະແດງຄວາມມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືອັນໃກ້ຊິດລະຫວ່າງປະຊາຊົນສອງປະເທດ; ຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງທີ່ປະຊາຊົນຫວຽດນາມ ຍາດມາໄດ້ໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດໃນປະຈຸບັນ, ເຮັດໃຫ້ ຫວຽດນາມ ເປັນຈຸດທີ່ສົດໃສ, ເປັນແບບຢ່າງແຫ່ງການພັດທະນາ, ມີບົດບາດ ແລະ ທີ່ຕັ້ງສາກົນສູງ; ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະບັນລຸເປົ້າໝາຍພັດທະນາປະເທດຊາດທີ່ພັກ ແລະ ລັດໄດ້ວາງອອກ.
ທ່ານລັດຖະມົນຕີການຕ່າງປະເທດ Yván Gil Pinto ຢັ້ງຢືນວ່າ ເຖິງວ່າວິວັດທະນາການ Bolivar ຈະປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍດ້ານ, ພວມຖືກບຸກໂຈມຕີຈາກຫຼາຍຝ່າຍ, ແຕ່ພວມຢູ່ທ່າມກາງຄວາມຫຍຸ້ງຍາກທີ່ ເວເນຊູເອລາ ໄດ້ ແລະ ພວມຮ່ຳຮຽນເພື່ອກາຍເປັນປະເທດຄື ຫວຽດນາມ. ທ່ານເນັ້ນໜັກວ່າ ຫວຽດນາມ ແມ່ນຕົວຢ່າງທີ່ຮຸ່ງເຮືອງເຫຼືອງເຫຼື້ອມ, ໄດ້ຜ່ານຜ່າຄວາມຫຍຸ້ງຍາກນັບມື້ນັບບໍ່ຖ້ວນ, ຖືກທຳລາຍຍ້ອນສົງຄາມ ແລະ ການກີດຂວາງ, ກາຍເປັນປະເທດທີ່ມີທີ່ຕັ້ງສຳຄັນໃນພາກພື້ນ ແລະ ໃນໂລກ. ທ່ານລັດຖະມົນຕີ ກໍ່ໄດ້ສະແດງຄວາມປາດຖະໜາຢາກເພີ່ມທະວີການພົວພັນລະຫວ່າງສອງປະເທດໃນທຸກຂົງເຂດ. ທ່ານກ່າວວ່າ ທ່ານປະທານາທິບໍດີ ແລະ ບັນດາການນຳຂອງ ເວເນຊູເອລາ ມີຄວາມສົນໃຈ ແລະ ຖືເປັນສຳຄັນການຮ່ວມມືລະຫວ່າງ VUFO ກັບ ISB. ທ່ານຢືນຢັນວ່າ ການນຳສອງປະເທດໄດ້ສ້າງການພົວພັນລະຫວ່າງສອງປະເທດໃນດ້ານການເມືອງ, ບັນດາອົງການຄື VUFO ແລະ ISB ຕ້ອງຕັ້ງໜ້າຊຸກຍູ້ ແລະ ເພີ່ມທະວີການພົວພັນທາງດ້ານປະຊາຊົນ, ປະກອບສ່ວນເຂົ້າໃນການເຊື່ອມຕໍ່ບັນດາວິສາຫະກິດ, ນັກສຶກສາ, ການພົບປະແລກປ່ຽນນັກສຶກສາລະຫວ່າງ 2 ປະເທດ.
![]() |
ທ່ານລັດຖະມົນຕີການຕ່າງປະເທດ Yván Gil Pinto ໄດ້ຕ້ອນຮັບຄະນະ. (ພາບ: VUFO) |
ກ່າວຄຳປາໄສທີ່ພິທີລົງນາມໃນບົດບັນທຶກຊ່ວຍຈຳ VUFO - ISB, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ Tatiana Pugh Moreno ແລະ ທ່ານນາງປະທານ ISB Rosa Eekhout Gómez ໄດ້ຢືນຢັນວ່າ ສັນຍານີ້ບໍ່ພຽງແຕ່ສ້າງພື້ນຖານສຳຄັນໃຫ້ແກ່ການຮ່ວມມືລະຫວ່າງ VUFO ກັບ ISB ເທົ່ານັ້ນ, ຫາກຍັງແມ່ນບາດກ້າວບຸກທະລຸໃນການພັດທະນາການພົວພັນປະຊາຊົນລະຫວ່າງ 2 ປະເທດ. ທ່ານນາງ ຮອງລັດຖະມົນຕີການຕ່າງປະເທດ Tatiana Pugh Moreno ເນັ້ນໜັກວ່າ ໃນບົດບາດຂອງຕົນ, ຈະສ້າງເງື່ອນໄຂໃຫ້ ISB ສົມທົບກັບ VUFO ຢ່າງມີປະສິດທິຜົນ.
![]() |
ການນຳ VUFO ແລະ ISB ແລກປ່ຽນເອກະສານລົງນາມ. (ພາບ: VUFO) |
ທ່ານນາງປະທານ ISB Rosa Eekhout ໄດ້ສະແດງຄວາມປິຕິຊົມຊື່ນທີ່ຂໍ້ຕົກລົງການຮ່ວມມືລະຫວ່າງ ISB ແລະ VUFO ໄດ້ກາຍເປັນຄວາມຈິງ. ທ່ານນາງກ່າວວ່າ ບົດບັນທຶກຊ່ວຍຈຳໄດ້ຮັບການລົງນາມໃນເວລາພິເສດ ແລະ ມີຄວາມໝາຍຫຼາຍຢ່າງ ເມື່ອ ຫວຽດນາມ ສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ, 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະ ໂຮມປະເທດຊາດເປັນເອກະພາບ, 135 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ ແລະ ການເລືອກຕັ້ງສະພາແຫ່ງຊາດ ແລະ ສະພາທ້ອງຖິ່ນ ເວເນຊູເອລາ ໄດ້ຮັບຜົນສຳເລັດຢ່າງຈົບງາມ ດ້ວຍໄຊຊະນະຢ່າງຟົດຟື້ນຂອງພັກ PSUV. ທ່ານນາງເຊື່ອໝັ້ນວ່າ ການຮ່ວມມືລະຫວ່າງ VUFO ແລະ ISB ຈະປະສົບຜົນສຳເລັດ, ປະກອບສ່ວນເຂົ້າໃນການພັດທະນາການພົວພັນຫວຽດນາມ - ເວເນຊູເອລາ.
![]() |
ຄະນະຜູ້ແທນໄດ້ຖ່າຍຮູບກັບອະດີດທະຫານກອງຫຼອນ Caracas. (ພາບ: VUFO) |
ທ່ານ ດົງຮຸຍເກືອງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ, ຫົວໜ້າຄະນະປະຕິບັດງານ ໄດ້ສະແດງຄວາມປະທັບໃຈຢ່າງເລິກເຊິ່ງ ແລະຊົມເຊີຍບັນດາຜົນງານອັນສໍາຄັນທີ່ປະຊາຊົນເວເນຊູເອລາ ບັນລຸໄດ້, ຊົມເຊີຍຜົນສຳເລັດ ແລະ ໄຊຊະນະຂອງ PSUV ໃນການເລືອກຕັ້ງສະພາແຫ່ງຊາດ ແລະ ສະພາທ້ອງຖິ່ນ. ທ່ານ ດົງຮຸຍເກືອງ ກໍ່ໄດ້ແຈ້ງສະພາບການທົ່ວໄປຂອງຫວຽດນາມ ແລະ ຂອບໃຈຢ່າງຈິງໃຈບັນດາການສະໜັບສະໜູນ, ການຊ່ວຍເຫຼືອເຊິ່ງການນຳ ແລະ ປະຊາຊົນ ເວເນຊູເອລາ ໄດ້ມອບໃຫ້ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ໂຮມປະເທດຊາດເປັນເອກະພາບໃນໄລຍະຜ່ານມາ ແລະ ໃນພາລະກິດສ້າງສາ ແລະ ປ້ອງກັນປະເທດໃນປະຈຸບັນ. ທ່ານ ດົງຮຸຍເກືອງ ໃຫ້ຮູ້ວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ເວເນຊູເອລາ ໄດ້ຮັບການກໍ່ສ້າງບົນພື້ນຖານອັນໜັກແໜ້ນ, ແບ່ງປັນຫຼາຍຈຸດທີ່ຄ້າຍຄືກັນ ແລະ ແນ່ນອນວ່າຈະພັດທະນາກວ່າອີກ.
![]() |
ຄະນະຜູ້ແທນໄດ້ຖ່າຍຮູບທີ່ລະນຶກກັບຄະນະຜູ້ແທນມິດຕະພາບ ເວເນຊູເອລາ - ຫວຽດນາມ. (ພາບ: VUFO) |
ບັນດາສະມາຊິກໃນຄະນະຜູ້ແທນຫວຽດນາມ ໄດ້ແບ່ງປັນບັນດາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທີ່ຊາວເວເນຊູເອລາ ພວມປະເຊີນໜ້າ, ຢືນຢັນຄວາມສາມັກຄີ ແລະ ຫຼັກໝັ້ນຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໃນການສະໜັບສະໜູນວິວັດແຫ່ງການເປັນເອກະລາດ, ອະທິປະໄຕແຫ່ງຊາດ ແລະ ສັງຄົມນິຍົມຂອງຊາວເວເນຊູເອລາ. ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ສະມາຄົມມິດຕະພາບ ຫວຽດນາມ - ເວເນຊູເອລາ ດ້ວຍບົດບາດເປັນບັນດາອົງການທີ່ມີຄວາມຊ່ຽວຊານດ້ານການທູດປະຊາຊົນທີ່ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອສົມທົບກັນຢ່າງແໜ້ນແຟ້ນກັບ ISB, ເຮືອນພັກມິດຕະພາບ ເວເນຊູເອລາ - ຫວຽດນາມ ໃນການເພີ່ມທະວີການພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງປະຊາຊົນສອງປະເທດ, ພະຍາຍາມຮ່ວມກັນເພື່ອມຸ່ງໄປເຖິງສັນຕິພາບ, ສະຖຽນລະພາບ ແລະ ຄວາມສະຫງົບສຸກແຫ່ງເອກະລາດ ແລະ ເສລີພາບຂອງປະຊາຊົນແຕ່ລະປະເທດ.
![]() |
ຄະນະຜູ້ແທນໄດ້ໄປຢ້ຽມຢາມຮູບປັ້ນປະທານໂຮ່ຈິມິນ ຢູ່ນະຄອນຫຼວງ Caracas, ເວເນຊູເອລາ. (ພາບ: VUFO) |
![]() | ກອງປະຊຸມໃຫຍ່ສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ກູບາ ແຂວງ ກວາງບິ່ງ ຍສໝ - ວັນທີ 18 ກຸມພາ, ກອງປະຊຸມໃຫຍ່ສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ກູບາ ແຂວງ ກວາງບິ່ງ ຊຸດທີ 1, ອາຍຸການ 2025-2030 ໄດ້ໄຂຂຶ້ນຢູ່ແຂວງ ກວາງບິ່ງ. |
![]() | ເຫດການລົດຖີບ, ຕິດພັນມິດຕະພາບ ຫວຽດນາມ - ໂຮນລັງ ມີການເຂົ້າຮ່ວມ 400 ກວ່າຄົນ ຍສໝ - ຕອນເຊົ້າວັນທີ 16 ກຸມພາ, ຢູ່ໂຮງລະຄອນໂຮ່ຈີມິນ, ສະຖານກົງສຸນໃຫຍ່ ລາຊະອານາຈັກ ໂຮນລັງ ປະຈຳນະຄອນໂຮ່ຈີມິນ ພ້ອມກັບບັນດາອົງການ, ຄະນະ, ຂະແໜງການ ໄດ້ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ໂຮນລັງ ຢູ່ນະຄອນໂຮ່ຈີມິນ, ສະມາຄົມວິສາຫະກິດ ໂຮນລັງ ປະຈຳ ຫວຽດນາມ ແລະ ບັນດາຄູ່ຮ່ວມມືຈັດຕັ້ງເຫດການ “ລົດຖີບເພື່ອອະນາຄົດ”. |
ມີງດຶກ