ນະຄອນ ໂຮ່ຈີມິນ ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນຂອງອີຕາລີ.

10:09 | 04/06/2025

ຍສໝ​ - ນະຄອນ ໂຮ່ຈີມິນ ປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືກັບບັນດານະຄອນຂອງອີຕາລີຄື Torino, Genoa ແລະ Milan ໃນບັນດາຂົງເຂດທ່ອງທ່ຽວ, ອະນຸລັກຮັກສາມໍລະດົກ, ການພັດທະນາທ່າເຮືອ, ການຜະລິດພະລັງງານທົດແທນ, ພັດທະນາພື້ນຖານໂຄງລ່າງ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນະຄອນ ໂຮ່ຈີມິນ ມອບປື້ມໃຫ້ໂຮງຮຽນຢູ່ ຫວຽດນາມ 11 ແຫ່ງ
ນະຄອນ ໂຮ່ຈີມິນ ສະເຫຼີມສະຫຼອງວັນຊາດ ຣູມານີ ຄົບຮອບ 106 ປີ

ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ ຫວໍວັນ​ຮ່ວານ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 79 ປີ​ແຫ່ງ​ວັນ​ຊາດ​ອີ​ຕາ​ລີ (2 ມິຖຸນາ 1946 – 2 ມິຖຸນາ 2025) ໂດຍ​ກົງ​ສູນ​ໃຫຍ່ ອີ​ຕາ​ລີ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ໃນ​ຕອນ​ຄ່ຳ​ວັນ​ທີ 2 ມິຖຸນາ.

ນະຄອນ ໂຮ່ຈີມິນ ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນຂອງອີຕາລີ.
ທ່ານ ຫວໍວັນຮ່ວານ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ກ່າວ​ຄຳ​ປາ​ໄສ​ສະ​ເຫຼີມ​ສະ​ຫຼອງ 79 ປີ​ແຫ່ງວັນ​ຊາດ ອີ​ຕາ​ລີ. (ພາບ: TTXVN)

ໂດຍແບ່ງປັນໝາກຜົນການຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ແລະ ບັນດາທ້ອງຖິ່ນຂອງ ອີຕາລີ, ທ່ານ ຫວໍວັນຮ່ວານ ໃຫ້ຮູ້ວ່າ ບົນພື້ນຖານການພົວພັນສອງຝ່າຍອັນດີງາມລະຫວ່າງ ຫວຽດນາມ ແລະ ອີຕາລີ, ນະຄອນ ໂຮ່ຈີມິນ ຍາມໃດກໍ່ແມ່ນໜຶ່ງໃນບັນດາທ້ອງຖິ່ນຊຸກຍູ້ການພົວພັນຮ່ວມມືກັບ ອີຕາລີ ຢ່າງຕັ້ງໜ້າ. ອີ​ຕາ​ລີ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ການ​ຄ້າ - ການ​ລົງທຶນ​ສຳຄັນ​ຂອງ​ນະຄອນ​ໂຮ່ຈິ​ມິນ, ດ້ວຍ​ຍອດ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ໃນ​ປີ 2024 ບັນລຸ​ເກືອບ 790 ລ້ານ USD, ​ເພີ່ມ​ຂຶ້ນ​ກ່ວາ 30% ​ເມື່ອ​ທຽບ​ໃສ່​ປີ​ກາຍ. ປະຈຸ​ບັນ, ອີ​ຕາ​ລີ ມີ 76 ​ໂຄງການ​ລົງທຶນ ດ້ວຍ​ຍອດ​ຈຳນວນ​ທຶນ​ເກືອບ 135 ລ້ານ USD ພວມ​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ຢູ່​ນະຄອນ, ຢືນ​ອັນ​ດັບ​ທີ 24 ​ໃນ​ຈຳນວນ​ກ່ວາ 120 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນລົງທຶນ​ເຂົ້າ​ນະຄອນ.

ຕີ​ລາຄາ​ກ່ຽວກັບການ​ພົວພັນ​ລະຫວ່າງ​ນະຄອນ ​ແລະ ທ້ອງ​ຖິ່ນ​ອີ​ຕາ​ລີ, ທ່ານ ຫວູວັນ​ຮ່ວານ ໃຫ້​ຮູ້​ວ່າ ໃນ​ໄລຍະ​ຈະ​ມາ​ເຖິງ, ພາຍຫຼັງ​ການປະຕິບັດການໂຮມເຂົ້າກັບ2 ​ແຂວງ​ບິ່ງ​ເຢືອງ ​ແລະ ບາເຣຍ - ຫວູງເຕົ່າ, ຂະ​ແໜງ​ການ​ນະຄອນ ​ໂຮ່ຈີ​ມິນ ຈະ​ເປີດກ້ວາງ ແລະ ມີ​ຊ່ອງ​ຫວ່າງ​ຫຼາຍ​ກວ່າ​ອີກ​ເພື່ອ​ພັດທະນາ​ຕົວ​ເມືອງ, ອຸດສາຫະກຳ, logistics ແລະ ທ່າ​ກຳ​ປັ່ນ​ທະ​ເລ, ສ້າງ​ພື້ນຖານ​ອັນ​ໜັກ​ແໜ້ນ​ເພື່ອ​ຊຸກຍູ້​ການ​ເຊື່ອມ​ຕໍ່​ພາກ​ພື້ນ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ນະຄອນ​ໂຮ່ຈິ​ມິນ ຈະ​ມີ​ຫຼາຍ​ເງື່ອນ​ໄຂ​ສະດວກ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ສາກົນ, ​ໃນ​ນັ້ນ​ມີ​ບັນດາ​ທ້ອງ​ຖິ່ນ ​ແລະ ວິ​ສາ​ຫະກິດ ອີ​ຕາ​ລີ.

ນະຄອນ ໂຮ່ຈີມິນ ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນຂອງອີຕາລີ.
ທ່ານ ຫວໍວັນຮ່ວານ (ຂວາ), ຮອງປະທານຄະນະກຳມະການປະຊາຊົນ ແລະ ທ່ານ Enrico Padula (ຊ້າຍ), ກົງສຸນໃຫຍ່ ອີຕາລີ ປະຈຳ ນະຄອນ ໂຮ່ຈີມິນ ໄດ້ອວຍພອນວັນຊາດອີຕາລີ ຄົບຮອບ 79 ປີ. (ພາບ: TTXVN)

ການນຳນະຄອນ ໂຮ່ຈີມິນ ເຊື່ອໝັ້ນວ່າ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງອັນໜັກແໜ້ນ, ການພົວພັນດ້ານເສດຖະກິດຢ່າງມີປະສິດທິຜົນ, ການພົບປະແລກປ່ຽນປະຊາຊົນລະຫວ່າງ ຫວຽດນາມ ແລະ ອີຕາລີ ໄດ້ກໍ່ສ້າງ, ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອີຕາລີ ເວົ້າລວມ ແລະ ການຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ແລະ ທ້ອງຖິ່ນຂອງ ອີຕາລີ ເວົ້າສະເພາະ ຈະນັບມື້ນັບພັດທະນາເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຂອງພາກພື້ນ.

ນະຄອນ ໂຮ່ຈີມິນ ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນຂອງອີຕາລີ.
ທ່ານ Enrico Padula, ກົງສຸນໃຫຍ່ ອີຕາລີ ປະຈຳ ນະຄອນ ໂຮ່ຈີມິນ ກ່າວຄຳປາໄສທີ່ພິທີ. (ພາບ: TTXVN)

ກ່າວ​ຄຳປາໄສ​ທີ່​ພິທີ, ທ່ານ Enrico Padula, ກົງສຸນ​ໃຫຍ່ ອີ​ຕາ​ລີ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ແບ່ງປັນ​ປະຫວັດ​ແຫ່ງ​ການ​ພັດທະນາ​ຂອງ​ສາທາລະນະ​ລັດ ອີ​ຕາ​ລີ ພາຍຫຼັງ 79 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ; ​ໃຫ້​ຮູ້​ວ່າ ນະຄອນ​ໂຮ່ຈິ​ມິນ ​ແລະ ບັນດາ​ແຂວງ​ໃກ້​ຄຽງ​ແມ່ນ​ເຂດ​ທີ່​ມີ​ບັນດາ​ວິ​ສາ​ຫະກິດ​ອີ​ຕາ​ລີ​ຫຼາຍ​ທີ່​ສຸດ​ຢູ່ ຫວຽດນາມ. ການ​ມີໜ້າຂອງວິ​ສາ​ຫະ​ກິດ​ອີ​ຕາ​ລີ 100 ກວ່າ​ແຫ່ງ​ຢູ່​ເຂດ​ກົງ​ສຸນ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ການ​ຮ່ວມ​ມື​ພັດ​ທະ​ນາ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ ອີ​ຕາ​ລີ ແລະ ຫວຽດນາມ.

ທ່ານ Enrico Padula ກ່າວຕື່ມວ່າ ນະຄອນ ໂຮ່ຈີມິນ ຍັງເປັນທີ່ຕັ້ງຂອງສໍານັກງານໃຫຍ່ຂອງອົງການຜູ້ຕາງໜ້າລັດຖະບານ ອີຕາລີ ທີ່ຊ່ຽວຊານດ້ານການສະໜັບສະໜູນວິສາຫະກິດ ແລະ ການຫັນເປັນໂລກາພິວັດຂອງວິສາຫະກິດ, ເພື່ອແນໃສ່ຊຸກຍູ້ການພັດທະນາເສດຖະກິດ, ການຄ້າລະຫວ່າງ ອີຕາລີ ແລະ ຫວຽດນາມ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະຖານ​ກົງສຸນ​ໃຫຍ່ ອີ​ຕາ​ລີ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ ອີ​ຕາ​ລີ ຢູ່ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ກຳລັງ​ແຮງ​ຄື: ກົນ​ຈັກ, ການ​ຢາ, ​ເອ​ເລັກ​ໂຕຣນິກ, ການບິນ​ອະວະກາດ, ແຟຊັນ, ອາຫານ ​ແລະ ອື່ນໆ.

ທ່ານ ກົງສຸນໃຫຍ່ ​ອີ​ຕາ​ລີ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ​ເຊື່ອ​ໝັ້ນ​ວ່າ ສົນໃຈ​ເຖິງການຊຸກຍູ້​ການ​ພົວພັນ​ດ້ານ​ວິທະຍາສາດ​ຈະ​ປະກອບສ່ວນ​ປັບປຸງ​ການ​ພົວພັນ​ດ້ານ​ເສດຖະກິດ​, ການ​ຄ້າ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ຜ່ານ​ນັ້ນ​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ​ອີ​ຕາ​ລີ ​ແລະ ຫວຽດນາມ. ການ​ມີ​ໜ້າ​ຂອງ​ສະມາຄົມ​ແມ່​ຍິງ​ອີ​ຕາ​ລີ ຢູ່​ນະຄອນ ​ໂຮ່ຈີ​ມິນ ກໍ່​ຄື​ການ​ພັດທະນາ​ຢ່າງ​ແຮງ​ໃນ​ເຄືອ​ຂ່າຍ​ສັງຄົມ​ຂອງ​ວົງ​ການ​ຮຽນ​ພາສາ​ອີ​ຕາ​ລີ, ຜູ້​ຮັກ​ອາຫານ​ອີ​ຕາ​ລີ... ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ພັດທະນາ​ອັນ​ດີງາມ​ໃນ​ການ​ພົວພັນ​ລະຫວ່າງ​ຊາວ​ອີ​ຕາ​ລີ ​ແລະ ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ.

ນະຄອນ ໂຮ່ຈີມິນ ແລະບັນດາທ້ອງຖິ່ນຂອງ ລາວ ຮ່ວມມືໃນຫຼາຍຂົງເຂດ ນະຄອນ ໂຮ່ຈີມິນ ແລະບັນດາທ້ອງຖິ່ນຂອງ ລາວ ຮ່ວມມືໃນຫຼາຍຂົງເຂດ

ຍສໝ - ສະຫາຍ ນາງ ຫງວຽນ​ທິ​ເລ້ ​ຮອງ​ເລຂາ​​ພັກ​ນະຄອນ, ປະທານ​ສະພາ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ໃຫ້ການຕ້ອນຮັບ ສະຫາຍ ສາຍທອງ ​ໄຊ​ຍະ​ວົງ, ຮອງ​ເລຂາ​ພັກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ​ ຈຳປາ​ສັກ ພ້ອມ​ດ້ວຍ​ຄະນະຜູ້ແທນຂອງ ພັກປະຊາຊົນ ປະຕິວັດ ລາວ ວັນ​ທີ 21 ສິງຫາ​ ຢູ່​ນະຄອນ​ ໂຮ່ຈີ​ມິນ.

ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ນອນໃນ 10 ຕົວເມືອງທີ່ມີຄ່າໃຊ້ຈ່າຍການທ່ອງທ່ຽວຖືກກວ່າໝູ່ຢູ່ ອາຊີ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ນອນໃນ 10 ຕົວເມືອງທີ່ມີຄ່າໃຊ້ຈ່າຍການທ່ອງທ່ຽວຖືກກວ່າໝູ່ຢູ່ ອາຊີ

ຍສໝ - ບັນຊີລາຍຊື່ຂອງ 10 ຕົວເມືອງທີ່ມີຄ່າໃຊ້ຈ່າຍມນການໄປທ່ອງທ່ຽວຖືກທີ່ສຸດໃນ ອາຊີ ຫາກໍ່ໄດ້ຮັບການປະກາດໂດຍວາລະສານການທ່ອງທ່ຽວສະຫະລັດ ອາເມລິກາ Travel & Leisure ອີງຕາມລາຄາສະເລ່ຍຂອງຫ້ອງຄູ່ມາດຕະຖານ ແລະ ຄ່າປີ້ຍົນໄປກັບຊັ້ນທຳມະດາ, ໃນໄລຍະແຕ່ເດືອນ ມິຖຸນາ ຫາເດືອນ ທັນວາ.

ມີງດຶກ

ເຫດການ