ກວາງນາມ ແລະ ເຊກອງ (ລາວ) ເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ

10:32 | 17/06/2025

ຍສໝ - ທີ່ກອງປະຊຸມພົບປະປະຈຳປີ 2025 ລະຫວ່າງ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ກວາງນາມ ແລະ ຄະນະກຳມະການແນວໂຮມ ລາວ ສ້າງຊາດ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 12 ມິຖຸນາ, ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ, ໃນນັ້ນມີ: ບຳລຸງສ້າງຊັບພະຍາກອນມະນຸດ; ປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນ; ການ​ປະ​ສານ​ງານ​ໂຄ​ສະ​ນາ​ເພື່ອ​ສ້າງ​ຄວາມ​ຮັບ​ຮູ້​ຂອງ​ປະ​ຊາ​ຊົນ ...

CHIA ມອບເກີບກວ່າ 2.500 ຄູ່ໃຫ້ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ ຢູ່ ກວາງນາມ
ຄະນະປະຈຳພັກແຂວງ ຕ້ອນຮັບຄະນະປະຕິບັດງານແຂວງ ເຊກອງ (ລາວ)

ຕາມ​ໜ້າ​ຂ່າວສານ​ເອ​ເລັກ​ໂຕຼນິກຂອງ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລ້ວ, ກອງ​ປະຊຸມພົບປະ​ຄັ້ງ​ນີ້​ໂດຍ​ທ່ານ ​ເລຈີ໋ແທງ, ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແຂວງ ກວາງ​ນາມ ​ແລະ ທ່ານ​ນາງ ວີ​ໄລ​ວັນ ດາ​ລາ​ສິນ, ປະທານ​ຄະນະ​ກຳມະການ​ແນວ​ໂຮມ ລາວ ສ້າງຊາດແຂວງ​ເຊ​ກອງ ເປັນປະທານຮ່ວມ.

ກວາງນາມ ແລະ ເຊກອງ (ລາວ) ເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ
ກອງ​ປະຊຸມ​ປະຈຳ​ປີ 2025 ລະຫວ່າງ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແຂວງ ກວາງ​ນາມ ​ແລະ ຄະນະ​ກຳມະການ​ແນວ​ໂຮມ ລາວ ສ້າງຊາດ ແຂວງ​ເຊ​ກອງ ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 12 ມິຖຸນາ​ນີ້ ຢູ່​ແຂວງ ກວາງ​ນາມ. (ພາບ: ເວັບໄຊຂໍ້ມູນ​ເອ​ເລັກ​ໂຕນິກຂອງ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ)

ກ່າວ​ຄຳປາໄສທີ່ໄຂເປີດກອງ​ປະຊຸມ, ທ່ານ ​ເລຈີ໋ແທງ ໃຫ້ຮູ້ວ່າ 2 ຝ່າຍ​ໄດ້​ສົມທົບ​ກັນ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ຜັນ​ຂະຫຍາຍ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື​ໄລຍະ 2022-2027 ດ້ວຍ​ຫຼາຍການເຄື່ອນໄຫວຢ່າງຕັ້ງໜ້າຄື: ໜູນ​ຊ່ວຍ​ຍົກ​ສູງ​ຄຸນ​ນະພາ​ບຊັບພະຍາກອນ​ມະນຸດ, ປັບປຸງ​ຊີວິດ​ການ​ເປັນ​ຢູ່, ກໍ່ສ້າງ​ເຂດ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ...

ຕາມ​ທ່ານ ​ເລຈີ໋ແທງ ແລ້ວ, ໃນ​ໄລຍະ​ຈະ​ມາ​ເຖິງ, ປະຕິບັດ​ນະ​ໂຍບາຍ​ການຈັດ​ຕັ້ງ​ຄະນະ​ບໍລິຫານ​ງານ, ​ແຂວງ ກວາງ​ນາມ ຈະ​ສົມທົບ​ກັບ​ນະຄອນ ດານັງ ເພື່ອ​ສ້າງ​ຕັ້ງ​ຫົວໜ່ວຍ​ບໍລິຫານ - ນະຄອນ​ໃໝ່. ຈາກ​ນັ້ນ, ມຸ່ງ​ໄປ​ເຖິງ​ການ​ເຕີບ​ໂຕ​ທີ່​ສຳຄັນ​ຂອງ​ພາກ​ກາງ. ບົນຈິດໃຈສືບທອດ, ແຂວງ ກວາງນາມ ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ສ້າງສັນຍາຮ່ວມມືໃໝ່ກັບແຂວງເຊກອງ, ສຸມໃສ່ປະຕິບັດບັນດາເນື້ອໃນຕົວຈິງ, ມີປະສິດທິຜົນ, ຍືນຍົງ, ເພື່ອເປີດກວ້າງການພົວພັນດ້ານເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ການພົວພັນແລກປ່ຽນປະຊາຊົນລະຫວ່າງ 2 ທ້ອງຖິ່ນ.

ທີ່ການພົບປະ, ທ່ານນາງ ວີໄລວັນ ດາລາສິນ, ປະທານ​ຄະນະ​ກຳມະການ​ແນວ​ໂຮມ ລາວ ສ້າງຊາດແຂວງ​ເຊ​ກອງ ໄດ້ຕີລາຄາສູງນ້ຳໃຈຈິງໃຈ ແລະ ການຊ່ວຍເຫຼືອຕົວຈິງຂອງແຂວງ ກວາງນາມ ໃນຊຸມປີມໍ່ໆມານີ້, ພິເສດແມ່ນຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ໜູນຊ່ວຍແຫຼ່ງທຶນ, ຊີວິດການເປັນຢູ່ຂອງການຜະລິດ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ.

ກວາງນາມ ແລະ ເຊກອງ (ລາວ) ເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ
ບັນດາຜູ້ແທນຖ່າຍຮູບທີ່ລະນຶກ. (ພາບ: ເວັບໄຊຂໍ້ມູນ​ເອ​ເລັກ​ໂຕນິກຂອງ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ)

ທ່ານ​ນາງ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ​ລະຫວ່າງ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແຂວງ ກວາງ​ນາມ ກັບ​ຄະນະ​ກຳມະການ​ແນວ​ໂຮມ ລາວ ​ແຂວງ​ເຊ​ກອງ ຈະ​ນັບ​ມື້​ນັບປັບປຸງ, ພັດທະນາອັນດີງາມ. ຜ່ານ​ນັ້ນ ປະກອບສ່ວນ​ແທດ​ຈິງ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ.

ແຂວງ ກວາງນາມ-ແຂວງ ເຊກອງ (ລາວ) ຮ່ວມກັນໃນການກໍ່ສ້າງເສັ້ນຊາຍແດນ “ສັນຕິພາບ, ມິດຕະພາບ, ການຮ່ວມມື, ພັດທະນາ” ແຂວງ ກວາງນາມ-ແຂວງ ເຊກອງ (ລາວ) ຮ່ວມກັນໃນການກໍ່ສ້າງເສັ້ນຊາຍແດນ “ສັນຕິພາບ, ມິດຕະພາບ, ການຮ່ວມມື, ພັດທະນາ”

ຍສໝ - ຄະນະປະຕິບັດງານຂອງສະມາຄົມມິດຕະພາບ ລາວ-ຫວຽດນາມ ແຂວງ ເຊກອງ (ລາວ) ໂດຍທ່ານນາງ ບຸນຮຽງ ບຸນຈິດ ປະທານແນວລາວສ້າງຊາດ ແຂວງ ເຊກອງ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ແຂວງ ເຊກອງ ໄດ້​ມີການໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ລາວ ​ແຂວງ ກວາງ​ນາມ.

ກວາງນາມ - ດານັງ - ເທື່ອທຽນເຫ້ວ ໂຄສະນາ, ສົ່ງເສີມການທ່ອງທ່ຽວຢູ່ Sydney (ອົດສະຕຣາລີ) ກວາງນາມ - ດານັງ - ເທື່ອທຽນເຫ້ວ ໂຄສະນາ, ສົ່ງເສີມການທ່ອງທ່ຽວຢູ່ Sydney (ອົດສະຕຣາລີ)

ຍສໝ - ການ​ເຄື່ອນ​ໄຫວ​ນີ້​ໄດ້​ຮັບ​ການ​ສົມທົບ​ກັນປະຕິບັດໂດຍ 3 ທ້ອງ​ຖິ່ນ ກວາງນາມ - ດານັງ - ເທື່ອທຽນເຫ້ວ ໃນ​ວັນ​ທີ 13 ກັນຍາ ຢູ່​ນະຄອນ Sydney (ອົດສະຕຣາລີ).

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ