![]() | ເປັນຄັ້ງທຳອິດທີ່ງານໂຄສະນາອາຫານທະເລ ຫວຽດນາມ ຢູ່ງານບຸນວັດທະນະທຳອາຫານ Prague 2025 |
![]() | ໂຄສະນາບັນດາຜະລິດຕະພັນຫວຽດນາມ ຢູ່ງານຕະຫຼາດນັດສາກົນ ອາຫານ - ວັດທະນະທຳຢູ່ ບຣາຊິນ |
ເຫດການດັ່ງກ່າວໄດ້ຮັບການອຸປະຖຳຈາກທ່ານ ຮອງປະທານາທິບໍດີ Iliyana Yotova ແລະອຳນາດການປົກຄອງເມືອງ Sofia. ເຫດການດັ່ງກ່າວໄດ້ດຶງດູດການເຂົ້າຮ່ວມຂອງ 53 ບູດ, ໃນນັ້ນມີ 11 ອົງການຜູ້ຕາງໜ້າຂອງບັນດາປະເທດອາຊີ ປະຈຳ ບຸນກາຣີ ຄື: ຫວຽດນາມ, ກຳປູເຈຍ, ອິນໂດເນເຊຍ, ຈີນ, ສ.ເກົາຫຼີ, ອິນເດຍ, ປາກີສະຖານ, ອີຣານ, UAE, ປາແລັດສະຕີນ, ມົງໂກລີ.
ງານບຸນດ້ວຍຫົວຂໍ້ວ່າ “ໂຮມຄວາມຫຼາກຫຼາຍເປັນເອກະພາບ” ເພື່ອແນໃສ່ແນະນຳຈຸດດີເດັ່ນໃນວັດທະນະທຳ, ອາຫານ ແລະ ຄວາມມູນເຊື້ອຂອງບັນດາປະເທດອາຊີ. ງານບຸນດຳເນີນໃນໜຶ່ງມື້ໄດ້ດຶງດູດຜູ້ເຂົ້າຮ່ວມເກືອບ 20.000 ຄົນ, ສະແດງໃຫ້ເຫັນຄວາມສົນໃຈນັບມື້ນັບໃຫຍ່ຂອງຊາວບຸນກາຣີ ເຖິງວັດທະນະທຳຕາເວັນອອກ. ນີ້ແມ່ນຫຼັກຖານພະຍານເຖິງຄວາມດຶງດູດຂອງການເຊື່ອມໂຍງລະຫວ່າງວັດທະນະທຳເຕັມໄປດ້ວຍສີສັນພື້ນເມືອງຂອງບຸນກາຣີ ແລະ ບັນດາພື້ນຖານວັດທະນະທຳ ອາຊີ.
![]() |
ພາບທັງໝົດຂອງພິທີເປີດງານຕະຫຼາດນັດ. (ພາບ: ສະຖານທູດຫວຽດນາມ ປະຈຳ ບຸນກາຣີ) |
ກ່າວຄຳປາໄສທີ່ພິທີເປີດ, ທ່ານຮອງປະທານປະເທດ ບຸນກາຣີ Iliyana Yotova ຢືນຢັນວ່າ ການພົບປະແລກປ່ຽນວັດທະນະທຳແມ່ນກຸນແຈເພື່ອຊ່ວຍໃຫ້ບັນດາປະເທດ ແລະ ປະຊາຊົນຢູ່ຮ່ວມກັນຊີວິດສັນຕິພາບ; ການຈັດຕັ້ງງານບຸນອາຊີ ດ້ວຍຫົວຂໍ້ວ່າ “ໂຮມຄວາມຫຼາກຫຼາຍເປັນເອກະພາບ” ຢູ່ Sofia ແມ່ນສານການສະແດງໃຫ້ເຫັນເຖິງຄວາມມິດຕະພາບ ແລະ ສັນຕິພາບໃນສະພາບການໂລກພວມບໍ່ສະຫງົບຢ່າງເຂັ້ມແຂງ.
ທ່ານ ຮອງເຈົ້າຄອງນະຄອນ Sofia Ivan Vasilev ກ່າວວ່າ Sofia ເປັນເມືອງທີ່ອຸດົມສົມບູນໄປດ້ວຍມູນເຊື້ອຂອງ ບຸນກາຣີ ທີ່ມີປະຫວັດສາດຫລາຍພັນປີ. ທ່ານຍັງຢືນຢັນວ່າ ອຳນາດການປົກຄອງນະຄອນ Sofia ຍາມໃດກໍ່ເອົາໃຈໃສ່ປົກປັກຮັກສາ ແລະ ເສີມຂະຫຍາຍຄວາມຫຼາກຫຼາຍກ່ຽວກັບວັດທະນະທຳ; ການຈັດຕັ້ງງານບຸນອາຊີຢູ່ໃຈກາງຂອງນະຄອນ Sofia ປະກອບສ່ວນເຊື່ອມຕໍ່ບັນດາຊາດໂດຍຜ່ານການແລກປ່ຽນດ້ານສິລະປະ, ດົນຕີ ແລະ ອາຫານ.
![]() |
ຊາວບຸນກາຣີນຸ່ງເສື້ອຍາວເຕັ້ນສາກ. (ພາບ: ສະຖານທູດຫວຽດນາມ ປະຈຳ ບຸນກາຣີ) |
ໃນຕອນທ້າຍຂອງພິທີເປີດ, ທ່ານຮອງປະທານາທິບໍດີ ບຸນກາຣີ Iliyana Yotova, ຮອງລັດຖະມົນຕີກະຊວງການທ່ອງທ່ຽວ ບຸນກາຣີ, ທ່ານຮອງເຈົ້າຄອງນະຄອນ Sofia ແລະ ເອກອັກຄະລັດຖະທູດ ອຸປະທູດ ຂອງ 11 ປະເທດ ອາຊີ ປະຈຳ ບຸນກາຣີ ໄດ້ປະຕິບັດພິທີປ່ອຍນົກກາງແກ - ສັນຍາລັກແຫ່ງສັນຕິພາບຮ່ວມກັນ.
ຮ້ານວາງສະແດງຫວຽດນາມ ໄດ້ດຶງດູດຄວາມເອົາໃຈໃສ່ເປັນພິເສດດ້ວຍສີແດງສົດໃສຂອງທຸງຊາດ, ບັນດາເຍື່ອງອາຫານພື້ນເມືອງ ພ້ອມກັບບັນດາຜະລິດຕະພັນຫັດຖະກຳ, ໝວກກຸບ, ໝວກແຂງ, ກະຈັບປີ່ໄມ້ຊອດ... ພິເສດແມ່ນສະຖານທູດຫວຽດນາມ ແລະ ປະຊາຄົມຊາວຫວຽດນາມ ແລະ ເພື່ອນມິດ ບຸນກາຣີ ໄດ້ສະແດງສິລາຍການລະປະທີ່ດີເດັ່ນພິເສດ 07 ລາຍການໃນງານບຸນ. ບັນດາລາຍການນີ້ໄດ້ຮັບຄວາມເບີກບານມ່ວນຊື່ນ ແລະ ໄດ້ຮັບການຕອບສະໜອງຈາກຜູ້ຊົມຢ່າງສຸດອົກສຸດໃຈ, ໂດຍສະເພາະແມ່ນການຟ້ອນບົນພື້ນຖານດົນຕີພື້ນເມືອງຂອງບັນດານາງສາວຊາວບຸນກາຣີ ໃນຊຸດເສື້ອຍາວພື້ນເມືອງທີ່ມີທຸງແດງ ແລະ ດາວເຫຼືອງ.
![]() |
ຊາວບຸນກາຣີ ປະດັບປະດາເຄື່ອງຫັດຖະກຳ ຫວຽດນາມ. (ພາບ: ສະຖານທູດຫວຽດນາມ ປະຈຳ ບຸນກາຣີ) |
ໃນເວລາດຳເນີນງານບຸນ, ສະຖານທູດໄດ້ຈັດຕັ້ງບັນດາການເຄື່ອນໄຫວປະສົບການທີ່ເປັນເອກະລັກສະເພາະຄື: ຟ້ອນສາກ, workshop ຮູບແຕ້ມກ່ຽວກັບວັດຖຸພັນໄມ້ໄຜ່, ທວາຍມ່ວນມີລາງວັນກ່ຽວກັບຫວຽດນາມ...ບັນດາການເຄື່ອນໄຫວນີ້ໄດ້ສ້າງບັນຍາກາດຟົດຟື້ນ ແລະ ຕື່ນເຕັ້ນ, ດຶງດູດນັກທ່ອງທ່ຽວມາຢ້ຽມຊົມບູດວາງສະແດງ ຫວຽດນາມ ເປັນຈຳນວນຫຼວງຫຼາຍ.
![]() |
ຊາວບຸນກາຣີ ໃສ່ໝວກແຂງເຂົ້າຮ່ວມໃນງານບຸນ. (ພາບ: ສະຖານທູດຫວຽດນາມ ປະຈຳ ບຸນກາຣີ) |
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 13 ມິຖຸນາ, ສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ພ້ອມກັບຜູ້ຕາງໜ້າບັນດາປະເທດໄດ້ເຂົ້າຮ່ວມການແຫ່ຂະບວນຢູ່ຖະໜົນຄົນຍ່າງ Vitosha ຢູ່ໃຈກາງນະຄອນ Sofia ເພື່ອໂຄສະນາໃຫ້ງານບຸນ.
![]() | ທະຫານເຮືອເຂດ 5 ເຜີຍແຜ່ວັດທະນະທຳການອ່ານ, ເພີ່ມທະວີຄວາມຮັກຕໍ່ປະເທດຊາດ ຍສໝ - ໃນລະຫວ່າງວັນທີ 15 ເມສາ ຫາວັນທີ 2 ພຶດສະພາ ຢູ່ນະຄອນ ຟູ໋ກວກ (ແຂວງ ກຽນຢາງ), ຫໍສະໝຸດທະຫານເຮືອເຂດ 5 ໄດ້ຈັດຕັ້ງງານວາງສະແດງ, ວາງສະແດງ ແລະ ແນະນຳປຶ້ມ ດ້ວຍຫົວຂໍ້ “ພ້ອມກັບປື້ມກ້າວເຂົ້າສູ່ຍຸກພັດທະນາປະເທດຊາດ”. ການເຄື່ອນໄຫວແມ່ນເພື່ອຕອບສະໜອງວັນປື້ມ ແລະ ວັດທະນະທຳການອ່ານ ຫວຽດນາມ ຄັ້ງທີ ... |
![]() | ນັກສຶກສາຫວຽດນາມເຜີຍແຜ່ວັດທະນະທຳຫວຽດນາມ ຢູ່ລັດເຊຍ ຍສໝ - ວັນທີ 14 ເມສາ, ຢູ່ມະຫາວິທະຍາໄລການເງິນພາຍໃຕ້ລັດຖະບານສະຫະພັນລັດເຊຍ ໄດ້ເກີດຂຶ້ນລາຍການສິລະປະທີ່ມີຊື່ວ່າ “ຈິດໃຈຫວຽດນາມ ໃນຫົວໃຈລັດເຊຍ: ພື້ນເມືອງອັນເລິກເຊິ່ງ”, ໄດ້ນັກສຶກສາຫວຽດນາມ ແລະ ລັດເຊຍສົມທົບກັນຈັດຕັ້ງ ແລະ ສະແດງ. |
ແທັງຮັ່ງ