ການເຄື່ອນໄຫວຫຼາຍຢ່າງ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນ

13:20 | 04/06/2025

ຍສໝ -​ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນ (1975 - 2025), ນະຄອນ ຮ່າໂນ້ຍ ໄດ້ສົມທົບກັບສະຖານທູດ ເຢຍລະມັນ ຈັດຕັ້ງງານບຸນວັດທະນະທຳ ແລະ ແນະນຳປະກອບອາຊີບ, ເປີດກ້ວາງກາລະໂອກາດໃນການຮຽນຮູ້, ບຳລຸງສ້າງອາຊີບ ແລະ ວຽກເຮັກງານທຳໃຫ້ຊາວໜຸ່ມ.

ຫວຽດນາມ ຈະຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ
ຈະຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ຫວຽດນາມ - ເມັກຊິໂກ

ນີ້​ແມ່ນ​ຂໍ້​ມູນ​ຂອງ​ທ່ານນາງ​ເອກ​ອັກຄະ​ລັດຖະທູດ​ສະຫະພັນ​ລັດ​ເຢຍລະ​ມັນ ປະຈຳ ຫວຽດນາມ Helga Margarete Barth ແບ່ງປັນໃນການພົບປະຢ້ຽມຂ່ຳນັບ​ທ່ານກຳມະການສູນກາງ​ພັກ, ຮອງ​ເລຂາ​ຄະນະ​ພັກ​ນະຄອນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ​ເຈີ່ນ​ສີແທງ ໃນຕອນ​ເຊົ້າ​ວັນ​ທີ 2 ມິຖຸນາ​ນີ້, ຢູ່​ຮ່າ​ໂນ້ຍ.

ຕາມປະຕູ​ຂໍ້​ມູນ​ຂ່າວສານ​ເອ​ເລັກ​ໂຕຼນິກຂອງ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ, ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ​ເຢຍລະ​ມັນ Helga Margarete Barth ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ການ​ພັດທະນາ​ຢ່າງ​ວ່ອງ​ໄວ​ຂອງ​ຮ່າ​ໂນ້ຍ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້. ທ່ານ​ນາງ​ຍັງ​ໄດ້​ຂອບ​ໃຈ​ລັດຖະບານ​ນະຄອນ​ທີ່​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ​ເຢຍລະ​ມັນ​ທີ່​ດຳ​ເນີນ​ທຸລະ​ກິດ​ຢູ່​ນະຄອນຫຼວງ. ທ່ານນາງກໍ່ປາດ​ຖະໜາ​ວ່າ 2 ຝ່າຍ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ໄລຍະ​ດຳ​ເນີນ​ຢູ່​ຫວຽດນາມ.

ການເຄື່ອນໄຫວຫຼາຍຢ່າງ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນ
ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ເຈີ່ນສີແທງ ໄດ້​ຕ້ອນຮັບ​ທ່ານ​ນາງເອກ​ອັກຄະ​ລັດຖະທູດ ເຢຍລະມັນ Helga Margarete Barth. (ພາບ: Hanoi.gov.vn)

ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ​ເຢຍລະ​ມັນ Helga Margarete Barth ​ໃຫ້​ຮູ້​ວ່າ ປີ 2025 ​ໄດ້​ຮັບການຕີລາຄາແມ່ນ​ປີ​ທີ່​ມີ​ບັນດາຂີດໝາຍສຳຄັນ​ຫຼາຍ​ຢ່າງ, ພິ​ເສດ​ແມ່ນ​ປີ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ​ເຢຍລະ​ມັນ.

ເນື່ອງ​ໃນ​ໂອກາດ​ນີ້, ສະຖານທູດ​ເຢຍລະ​ມັນ​ ຈະ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ, ​ໂດຍ​ສະ​ເພາະ​ແມ່ນງານບຸນ​ເຢຍລະ​ມັນ, ຄາດຄະເນຈັດ​ຕັ້ງ​ແຕ່​ວັນ​ທີ 17 – 19 ຕຸລາ ຢູ່ພື້ນທີ່ອ້ອມ​ໜອງ ຮ່ວານ​ກ໋ຽມ ​ແລະ ​ເຂດ​ອ້ອມ​ແອ້ມ. ຈຸດ​ສຸມ​ຂອງ​ງານ​ບຸນ​ແມ່ນ​ແນະ​ນຳ​ບັນ​ດາ​ຜົນ​ງານ​ຂອງ​ການ​ຮ່ວມ​ມື​ພັດ​ທະ​ນາ​ລະ​ຫວ່າງ 2 ປະ​ເທດ. ນອກຈາກ​ບັນດາ​ຮ້ານ​ວາງສະ​ແດງ​ວັດທະນະທຳ​ອາຫານ​ການ​ກິນ​ແລ້ວ, ງານ​ບຸນ​ຍັງ​ຈະ​ມີ​ບັນດາ​ລາຍການ​ສະ​ແດງ​ດົນຕີ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ຊາວ​ໜຸ່ມ... ນັກສິລະປິນ Thomas Anders, ອະດີດສະມາຊິກວົງດົນຕີ Modern Talking ຈະສະແດງໃນວັນທີ 25 ຕຸລາ ຢູ່ຮ່າໂນ້ຍ.

ອີກ​ໂຄງການ​ໜຶ່ງ​ທີ່​ພົ້ນ​ເດັ່ນ​ທີ່​ໄດ້​ເປີດ​ເຜີຍ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​ແມ່ນ​ລົດ​ເມ​ຊີ້​ນຳ​ອາຊີບ​ດ້ວຍ​ພາລະ​ກິດ “ບັນ​ລຸ​ຄວາມ​ຝັນ​ນັບ​ລ້ານໆ​ຄົນ” ​ໃນ​ການ​ເດີນທາງ​ໄປ​ທົ່ວ​ຫວຽດນາມ​ໃນ​ປີ 2025.

ລົດຖ້ຽວແນະນຳປະກອບອາຊີບ ໄດ້ສະໜອງ​ຂໍ້​ມູນ​ຂ່າວ​ສານ​ໃຫ້​ປະຊາຊົນ​ຫວຽດນາມ ກ່ຽວ​ກັບ​ກາລະ​ໂອກາດ​ປະກອບ​ອາຊີບ ​ແລະ ບຳລຸງ​ສ້າງ​ຢູ່ ​ເຢຍລະ​ມັນ, ​ເສັ້ນທາງ​ທີ່​ປອດ​ໄພ ​ແລະ ຖືກຕ້ອງ​ຕາມ​ກົດໝາຍ​ໃນ​ການ​ໄປ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່ ​ເຢຍລະ​ມັນ, ບັນດາ​ໂຄງການ​ກະກຽມ​ພາສາ ​ແລະ ວັດທະນະທຳ ​ເປັນ​ຕົ້ນ​ແມ່ນ​ບັນດາ​ໂຄງການ​ບຳລຸງ​ສ້າງ​ວິຊາ​ຊີບ ​ແລະ ມະຫາວິທະຍາ​ໄລ​ຢູ່ ຫວຽດນາມ ຕາມ​ມາດຕະຖານ ​ເຢຍລະ​ມັນ.

ລົດຖ້ຽວແນະນຳປະກອບອາຊີບ ໄດ້​ເລີ່​ມດຳ​ເນີນ​ຢູ່​ຮ່າ​ໂນ້ຍ ​ແລະ ​ເດີນທາງ​ຜ່ານ 20 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ. ເປົ້າໝາຍຂອງໂຄງການ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ສອງຝ່າຍ​ໃນ​ຂົງ​ເຂດ​ການ​ເຄື່ອນ​ຍ້າຍ​ແຮງ​ງານ ​ແລະ ​ເປີດ​ກວ້າງ​ກາລະ​ໂອກາດ​ໃຫ້​ຊາວ​ໜຸ່ມ ຫວຽດນາມ ​ເຂົ້າ​ເຖິງ​ຕະຫຼາດ​ແຮງ​ງານ​ສາກົນ.

ທ່ານນາງ​ເອກ​ອັກຄະ​ລັດຖະທູດ ​ເຢຍລະ​ມັນ Helga Margarete Barth ປາດ​ຖະໜາ​ວ່າ ອຳນາດການປົກຄອງ​ນະຄອນ ຮ່າ​ໂນ້ຍ ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ​ເຢຍລະ​ມັນ ດຳ​ເນີນ​ໄປ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ປະສົບ​ຜົນສຳ​ເລັດ.

ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ເຈີ່ນສີແທງ ຊົມ​ເຊີຍ​ຄຳ​ສະ​ເໜີ​ຂອງ​ສະ​ຖານ​ທູດ​ເຢຍ​ລະ​ມັນ ປະ​ຈຳ​ຫວຽດ​ນາມ ພ້ອມ​ທັງ​ຢືນ​ຢັນ​ວ່າ ນະ​ຄອນ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ແລະ ໜູນ​ຊ່ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ສະ​ຖານ​ທູດ​ໃນ​ຂົງ​ເຂດ, ພິ​ເສດ​ແມ່ນ​ບັນ​ດາ​ເຫດ​ການ​ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ 2 ປະ​ເທດ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ​ເຈີ່ນ​ດ້າຍ​ກວາງ ປາດ​ຖະໜາ​ວ່າ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ທ້ອງ​ຖິ່ນ ​ເຢຍລະ​ມັນ ​ໃນ​ການ​ຊຸກຍູ້​ການ​ລົງທຶນ ​ແລະ ການ​ຄ້າ, ​ເຊື່ອມ​ໂຍງ​ບັນດາ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ, ​ເພີ່ມ​ທະວີ​ບັນດາ​ກາລະ​ໂອກາດ​ຮ່ວມ​ມື ​ແລະ ທ່າ​ແຮງ, ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ປາດ​ຖະໜາ​ຢາກ​ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື ​ແລະ ການ​ລົງທຶນ.

ນະຄອນ ກໍ່ສະເໜີໃຫ້ສະຫະພັນ ເຢຍລະມັນ ພິຈາລະນາໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ຮ່າໂນ້ຍ, ສາມາດຍາດແຍ່ງເອົາສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີຣົບ (EVFTA) ເຂົ້າເຖິງຕະຫຼາດ ເອີຣົບ ແລະ ເຢຍລະມັນ ແລະ ຊຸກຍູ້ການສົ່ງອອກບັນດາຈຸດແຂງຂອງ ຮ່າໂນ້ຍ ເຊັ່ນ: ຜະລິດຕະພັນກະເສດ, ແຜ່ນແພ, ເກີບ ໜັງ ແລະ ອື່ນໆ. ນອກ​ນີ້, ການທ່ອງທ່ຽວ​ຍັງ​ແມ່ນ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງ​ລະຫວ່າງ​ສອງ​ຝ່າຍ, ​ແລະ​ການ​ຮ່ວມ​ມື​ຕ້ອງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ໄລຍະ​ຈະ​ມາ​ເຖິງ.

ໂຄສະນາວັດທະນະທຳ ຫວຽດນາມ ໃນພິທີສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ຫວຽດນາມ - ເຢຍລະມັນ ທີ່ Brechtfestival 2025 ໂຄສະນາວັດທະນະທຳ ຫວຽດນາມ ໃນພິທີສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ຫວຽດນາມ - ເຢຍລະມັນ ທີ່ Brechtfestival 2025

ຍສໝ - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​​ພົວພັນ​ທາງ​ການ​ທູດລະຫວ່າງ ຫວຽດນາມ - ​ເຢຍລະ​ມັນ, ​ນັບແຕ່​ວັນ​ທີ 28 ກຸມພາ – 2 ມີນາ, ຢູ່​ນະຄອນ Augsburg (​ເຢຍລະ​ມັນ), ສະມາຄົມ ຫວຽດນາມ - ​ເຢຍລະ​ມັນ Swabia ​ແລະ ສະມາຄົມ ຫວຽດນາມ ...

ການເຄື່ອນໄຫວຫຼາຍຢ່າງ ເພື່ຶສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນ ການເຄື່ອນໄຫວຫຼາຍຢ່າງ ເພື່ຶສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນ

ຍສໝ - ​ວັນ​ທີ 14 ກຸມພາ, ຢູ່​ສະ​ຖາ​ບັນ Goethe ຮ່າ​ໂນ້ຍ, ສະຖານທູດ​ ເຢຍລະ​ມັນ ປະຈຳ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຂ່າວ​ແນະນຳ​ແຜນການ​ຈັດ​ຕັ້ງ​ບັນດາ​ເຫດການ​ໃນ​ປີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ ຫວຽດນາມ - ​ເຢຍລະ​ມັນ (20 ກັນຍາ 1975 – 23 ກັນຍາ 2025).

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ