ປະກອບສ່ວນ​ສືບ​ຕໍ່​ນຳການ​ພົວພັນ​ລະຫວ່າງ​ ຫວຽດນາມ - ລາວ ພັດທະນາຢ່າງບໍ່ຢຸດຢັ້ງ

14:51 | 03/06/2025

ຍສໝ - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽດນາມ ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ຮັກສາການຫົວໜ້າຄະນະການ​ຕ່າງປະ​ເທດ​ສູນ​ກາງ​ລາວ ບຸນ​ເລີດ ​ພັນ​ທະ​ນູ​ວົງ, ຕອນ​ບ່າຍ​ວັນ​ທີ 2 ມິຖຸນາ​ນີ້ ທີ່​ສໍາ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທງ​ເຊີນ ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ​ຮັກສາການຫົວໜ້າຄະນະການ​ຕ່າງປະ​ເທດ​ສູນ​ກາງ​ລາວ ບຸນ​ເລີດ ​ພັນ​ທະ​ນູ​ວົງ.

ຫວຽດ​ນາມ - ເນ​ປານ: ຈະ​ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ແທດ​ຈິງ, ປະ​ສິດ​ທິ​ຜົນ ແລະ ຍືນ​ຍົງ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Knapper: ອາ​ເມ​ລິ​ກາ​ສືບ​ຕໍ່​ສະ​ຫນັບ​ສະ​ຫນູນ ກວາງຈີ້ ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງ​ຄາມ
ປະກອບສ່ວນ​ສືບ​ຕໍ່​ນຳການ​ພົວພັນ​ລະຫວ່າງ​ ຫວຽດນາມ - ລາວ ພັດທະນາຢ່າງບໍ່ຢຸດຢັ້ງ
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທງ​ເຊີນ ໄດ້​ຕ້ອນຮັບ​ທ່ານ​ຮັກສາການຫົວໜ້າຄະນະການ​ຕ່າງປະ​ເທດ​ສູນ​ກາງ​ລາວ ບຸນ​ເລີດ ​ພັນ​ທະ​ນູ​ວົງ. (ພາບ: ອານດັງ/TTXVN)

ທີ່ກອງປະຊຸມພົບປະ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ເນັ້ນໜັກວ່າ ການຢ້ຽມຢາມ ຫວຽດນາມ ຂອງທ່ານ ບຸນ​ເລີດ ​ພັນ​ທະ​ນູ​ວົງ ມີຄວາມໝາຍສຳຄັນ, ໃນສະພາບການທີ່ 2 ປະເທດພວມກະກຽມຢ່າງຕັ້ງໜ້າເພື່ອມຸງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຢູ່ແຕ່ລະປະເທດ ແລະ ໃນສະພາບການທີ່ ຫວຽດນາມ ຫາກໍ່ສຳເລັດການສົມທົບກັບຄະນະພົວພັນຕ່າງປະເທດສູນກາງກັບກະຊວງການຕ່າງປະເທດ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸຍ​ແທງ​ເຊີນ ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມ​ຢາມ​ຈະ​ບັນ​ລຸ​ໄດ້​ຫລາຍໝາກ​ຜົນ​ອັນ​ແທດ​ຈິງ, ເປີດ​ຂະ​ບວນ​ການ​ຮ່ວມ​ມື​ໃໝ່​ຢ່າງ​ເປັນ​ທາງ​ການ​ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ແລະ ຄະ​ນະ​ກຳ​ມະ​ການ​ຕ່າງ​ປະ​ເທດ​ສູນ​ກາງ​ລາວ, ປະ​ກອບ​ສ່ວນ​​ສືບ​ຕໍ່ນຳການພົວພັນລະຫວ່າງ​ສອງ​ປະ​ເທດພັດທະນາຢ່າງບໍ່ຢຸດຢັ້ງ; ກໍ່ໄດ້ສະແດງຄວາມຊົມເຊີຍບັນດາຜົນງານອັນສຳຄັນທີ່ປະເທດລາວບັນລຸໄດ້ໃນໄລຍະທີ່ຜ່ານມາ.

ທ່ານ​ຮັກສາການຫົວໜ້າຄະນະການ​ຕ່າງປະ​ເທດ​ສູນ​ກາງ​ລາວ ບຸນ​ເລີດ ​ພັນ​ທະ​ນູ​ວົງ ເນັ້ນໜັກວ່າ ນີ້ແມ່ນການຢ້ຽມຢາມຕ່າງປະເທດຢ່າງເປັນທາງການຄັ້ງທຳອິດໃນຕຳແໜ່ງໃໝ່, ໄດ້ດຳເນີນພາຍຫຼັງການເຄື່ອນໄຫວວຽກງານການຕ່າງປະເທດທີ່ສຳຄັນຂອງ 2 ປະເທດໃນໄລຍະມໍ່ໆມານີ້, ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ​ໃຫ້​ບຸລິມະສິດ​ສູງ​ສຸດ​ໃຫ້​ແກ່​ສາຍ​ພົວພັນ​ພິ​ເສດ​ຫວຽດນາມ - ລາວ; ໄດ້ສະແດງຄວາມຂອບ​ໃຈ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທງ​ເຊີນ ທີ່​ໄດ້ໃຫ້​ການຕ້ອນຮັບຢ່າງລອບຄອບ, ເຄົາລົບນັບຖື.

​ໃນ​ບັນຍາກາດ​ແຫ່ງ​ຄວາມ​ຈິງ​ໃຈ, ກົງ​ໄປ​ກົງ​ມາ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, 2 ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນ​ຊາບ​ກ່ຽວ​ກັບ​ສະພາບ​ການ​ຢູ່​ແຕ່ລະ​ປະ​ເທດ.

ທ່ານ​ຮັກສາການຫົວໜ້າຄະນະການ​ຕ່າງປະ​ເທດ​ສູນ​ກາງ​ລາວ ເນັ້ນ​ໜັກ​ວ່າ ທຸກໆ​ໄຊຊະນະ​ອັນ​ສະຫງ່າ​ລາສີ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ລາວ​ໃນ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ, ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ, ບໍ່​ສາມາດ​ຕັດ​ແຍກ​ອອກ​ຈາກ​ການ​ຊ່ວຍ​ເຫຼືອ​ອັນ​ໃຫຍ່​ຫຼວງ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ.

ປະກອບສ່ວນ​ສືບ​ຕໍ່​ນຳການ​ພົວພັນ​ລະຫວ່າງ​ ຫວຽດນາມ - ລາວ ພັດທະນາຢ່າງບໍ່ຢຸດຢັ້ງ
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທງ​ເຊີນ ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ​ຮັກສາການຫົວໜ້າຄະນະການ​ຕ່າງປະ​ເທດ​ສູນ​ກາງ​ລາວ ບຸນ​ເລີດ ​ພັນ​ທະ​ນູ​ວົງ. (ພາບ: ອານດັງ/TTXVN)

2 ຝ່າຍ​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ການ​ພົວພັນ​ຮ່ວມ​ມື ຫວຽດນາມ - ລາວ ສືບ​ຕໍ່​ພັດທະນາ​ຢ່າງເຂັ້ມແຂງ,​ ມີ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ. ການ​ພົວພັນ​ດ້ານ​ການ​ເມືອງ​ໄດ້​ຮັບ​ການ​ເພີ່ມ​ທະວີ​ຢ່າງ​ບໍ່​ຢຸດ​ຢັ້ງ​ໂດຍ​ຜ່ານ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ພົບປະຂັ້ນ​ສູງ​ ແລະ ທຸກ​ຂັ້ນ ເປັນປະຈຳ. ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ - ການ​ປ້ອງ​ກັນ​ປະ​ເທດ​ໄດ້​ຮັບ​ການປັບປຸງ ແລະ​ ເປັນ​ເສົາ​ຄ້ຳ​ສຳຄັນ​ຂອງ​ການ​ຮ່ວມ​ມື. ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ພວມ​ໄດ້​ຮັບ​ການ​ຊຸກຍູ້, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ໃນ​ປີ 2024 ບັນລຸ 2,2 ຕື້ USD, ​ເພີ່ມ​ຂຶ້ນ 33,9% ​ເມື່ອ​ທຽບ​ໃສ່​ປີ 2023; 4 ເດືອນຕົ້ນປີ 2025 ບັນລຸ 1,3 ຕື້ USD, ເພີ່ມຂຶ້ນ 109,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ພິເສດ, ສອງຝ່າຍໄດ້ ທ່າກຳປັ່ນ ຫວຸງອ໋າງ, ເປັນສັນຍາລັກແຫ່ງນ້ຳໃຈສາມັກຄີລະຫວ່າງ 2 ປະເທດ, ເປີດຍຸກໃໝ່ແຫ່ງການພັດທະນາໃນການຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດ, ສ້າງເງື່ອນໄຂໃຫ້ລາວ ມີທາງອອກສູ່ທະເລ. ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ສຳຄັນ​ອື່ນໆ​ຄື: ການ​ເຊື່ອມ​ຕໍ່​ຄົມມະນາຄົມ, ການ​ສຶກສາ ​ແລະ ບຳລຸງ​ສ້າງ, ວັດທະນະທຳ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ, ການ​ປະສານ​ງານ​ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ... ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ກະຊວງ, ຂະແໜງການ, ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ​ເຂດ​ຊາຍ​ແດນ​ຍັງ​ບັນລຸ​ໄດ້​ບັນດາ​ໝາກຜົນ​ສຳຄັນ.

ສອງຝ່າຍໄດ້ຕີລາຄາສູງການຮ່ວມມື ແລະ ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສອງຄະນະພົວພັນຕ່າງປະເທດສູນກາງພັກ ໃນໄລຍະທີ່ຜ່ານມາ; ​ໄດ້​ເຫັນ​ດີ​ເປັນ​ເອກະພາບ​ວ່າ ບົນ​ພື້ນຖານ​ການ​ສືບ​ຕໍ່ທີ່ເປັນ​ມູນ​ເຊື້ອ​​ຂອງ​ສາຍ​ພົວພັນ​ອັນ​ດີງາມ​ນັ້ນ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ແລະ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ລາວ ຈະ​ມານະ​ພະຍາຍາມ​ປະຕິບັດ​ບັນດາ​ເນື້ອ​ໃນ​ຂອງ​ຂໍ້​ຕົກລົງ​ຂັ້ນ​ສູງ​ຂອງ​ສອງ​ພັກ ​ແລະ ສອງ​ປະ​ເທດ. 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະພາບສົມທົບ​ກັນ​ສ້າງ​ສັນຍາ​ຮ່ວມ​ມື​ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ແລະ ຄະນະ​ກຳມະການ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ລາວ ​ໄລຍະ 2026-2030; ກະກຽມ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ການ​ນຳ​ຂັ້ນ​ສູງ ​ແລະ ກົນ​ໄກ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ;​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ແບ່ງປັນປະສົບ​ການ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ, ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ຂອງ​ແຕ່ລະ​ປະ​ເທດ; ສົມທົບ​ກັນ​ເປັນ​ຢ່າງ​ດີ​ໃນ​ການຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ສະ​ເຫຼີມສະຫຼອງ​ວັນ​ບຸນ​ສຳຄັນ​ຂອງ​ສອງ​ປະ​ເທດ; ໂຄສະນາ​ເຜີຍ​ແຜ່ ​ແລະ ສຶກສາ​ກ່ຽວ​ກັບ​ການ​ພົວພັນ​ແບບ​ພິ​ເສດ ຫວຽດນາມ - ລາວ.

ສອງ​ຝ່າຍ​ຍັງ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ສະພາບ​ການ​ໂລກ ​ແລະ ພາກ​ພື້ນ; ເຫັນດີເປັນເອກະພາບຢ່າງຕັ້ງໜ້າເພື່ອຕີ​ລາຄາ​ສະພາບ​ການ​ ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ບັນຫາ​ຍຸດ​ທະ​ສາດ​ພາກ​ພື້ນ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນບັນດາ​ຈຸດໝາຍ ​ແລະ ທັດສະນະ​ຢູ່ ອາ​ຊຽນ, ກົນ​ໄກ​ຮ່ວມ​ມື​ອະນຸ​ພາກ​ພື້ນ; ພິ​ເສດ​ແມ່ນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຊ່ອງ​ທາງ​ຂອງ​ສອງ​ປະ​ເທດ ​ເພື່ອ​ແນ​ໃສ່​ຊຸກຍູ້​ຄຸນຄ່າ​ຂອງ​ການ​ພົວພັນ​ຫວຽດນາມ - ລາວ ​ໃນ​ລະບົບ​ສັງຄົມ​ນິຍົມ.

ຫວຽດນາມ ສືບ​ຕໍ່​ປະສານ​ສົມທົບ ​ແລະ ​ແລກປ່ຽນ​ກັບ ອາ​ເມ​ລິ​ກາ ຫວຽດນາມ ສືບ​ຕໍ່​ປະສານ​ສົມທົບ ​ແລະ ​ແລກປ່ຽນ​ກັບ ອາ​ເມ​ລິ​ກາ

ຍສໝ - ທ່ານນາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ ຫວຽດນາມ ຟ້າມທູຮັ່ງ ອອກສຽງກ່ຽວ​ກັບ​ປະຕິກິລິຍາ​ຂອງ​ຫວຽດນາມ ​ຕໍ່​ການ​ປະກາດ​ຂອງ​ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ຕັດສິນ​ໃຈ​ເກັບ​ພາສີ​ສົ່ງ​ອອກ​ຂອງ​ຫວຽດນາມ ​ໄປ​ຍັງ​ອາ​ເມ​ລິ​ກາ.

VUFO, ສູນ​ຄົ້ນຄວ້າ​ລາຄາ ​ແລະ ໂຄສະນາແຫ່ງ​ຊາດ ສືບ​ຕໍ່​ສົມທົບ​ກັນ​ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​ແລະ ​ເບ​ລາຣຸດ VUFO, ສູນ​ຄົ້ນຄວ້າ​ລາຄາ ​ແລະ ໂຄສະນາແຫ່ງ​ຊາດ ສືບ​ຕໍ່​ສົມທົບ​ກັນ​ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​ແລະ ​ເບ​ລາຣຸດ

ຍສໝ - ນັ້ນ​ແມ່ນຈິດໃຈຂອງ​ການ​ພົບ​ປະ ​ແລະ ​ເຮັດ​ວຽກ​ລະຫວ່າງ​ທ່ານ ຟານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ (VUFO) ​ແລະ ທ່ານ Nikolai Borisevish, ຜູ້ອຳນວຍການ​ສູນ​ຄົ້ນຄວ້າ​ລາຄາ ​ແລະ ໂຄສະນາແຫ່ງ​ຊາດ ຂຶ້ນກັບ​ກະຊວງ​ການ​ຕ່າງປະ​ເທດ ເ​ບ​ລາຣຸດ (TTQG) ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 2 ເມສາ ຢູ່ ຮ່າ​ໂນ້ຍ.

ມີງດຶກ

ເຫດການ