ທ່ານເລຂາທິການໃຫຍ່ ໂຕເລີມ ຕ້ອນຮັບປະທານຮັບຜິດຊອບການບໍລິຫານທົ່ວໂລກ, ກຸ່ມບໍລິສັດ Qualcomm

14:06 | 11/06/2025

ຍສໝ​ -​ ຕອນບ່າຍວັນທີ 10 ມິຖຸນານີ້, ຢູ່ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ໂຕເລີມ ໄດ້ໃຫ້ການຕ້ອນຮັບທ່ານ Alex Rogers ປະທານຮັບຜິດຊອບການບໍລິຫານທົ່ວໂລກ, ກຸ່ມບໍລິສັດ Qualcomm

ສື່ມວນຊົນ ອິນໂດເນເຊຍ ສົ່ງຂ່າວເດັ່ນຊັດໃນການຢ້ຽມຢາມຂອງທ່ານ ເລຂາທິການໃຫຍ່ ໂຕເລີມ
ແນະນຳ ​ແລະ ຈໍາໜ່າຍປຶ້ມ​ຂອງ​ທ່ານ​ເລຂາທິການ​ໃຫຍ່ພັກກອມມູນິດຫວຽດນາມ ໂຕເລີມ

ທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນກັບ ອາເມລິກາ, ປາດຖະໜາວ່າ ການພົວພັນ 2 ຝ່າຍສືບຕໍ່ເຂົ້າສູ່ລວງເລິກ, ແທດຈິງ ແລະ ໝັ້ນຄົງໃນທຸກຂົງເຂດ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ, ວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ.

ທ່ານເລຂາທິການໃຫຍ່ ໂຕເລີມ ຕ້ອນຮັບປະທານຮັບຜິດຊອບການບໍລິຫານທົ່ວໂລກ, ກຸ່ມບໍລິສັດ Qualcomm
ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ທ່ານ Alex Rogers ປະທານຮັບຜິດຊອບການບໍລິຫານທົ່ວໂລກ, ກຸ່ມບໍລິສັດ Qualcomm. (ພາບ: VOV)

ທ່ານເລຂາທິການໃຫຍ່ສະເໜີກຸ່ມບໍລິສັດ Qualcomm ເພີ່ມທະວີການຮ່ວມມືກັບ ວິສາຫະກິດຫວຽດນາມ, ຊຸກຍູ້ການຖ່າຍທອດ ເຕັກໂນໂລຢີ, ໜູນຊ່ວຍ, ແບ່ງປັນປະສົບການກັບ ບັນດາຄູ່ຮ່ວມມືຫວຽດນາມ ເພື່ອປັບປຸງຄວາມ ສາມາດ ບົ່ມຊ້ອນຂອງແຫຼ່ງຊັບພະຍາກອນມະນຸດ ດ້ານວິທະຍາສາດ - ເຕັກໂນໂລຢີ, ໜູນຊ່ວຍວິສາຫະກິດຫວຽດນາມ ເຂົ້າຮ່ວມລະບົບ ຕ່ອງໂສ້ ມູນຄ່າທົ່ວໂລກ. ພ້ອມກັນນັ້ນ, ທ່ານເລຂາທິການໃຫຍ່ກໍ່ສະເໜີທ່ານ Alex Rogers ແລະ ບັນດາວິສາຫະກິດ ອາເມລິກາ ທີ່ລົງທຶນ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ ສືບຕໍ່ສະໜັບສະໜູນເພື່ອໃຫ້ການເຈລະຈາສອງຝ່າຍບັນລຸ ໄດ້ໝາກຜົນ ໂດຍໄວ, ປະກອບສ່ວນຊຸກຍູ້ການຮ່ວມມື ດ້ານ ເສດຖະກິດ, ການຄ້າ ແລະ ການລົງທຶນພັດທະນາ ແບບຍືນຍົງ ຕອບສະໜອງຜົນປະໂຫຍດ ຂອງປະຊາຊົນ ແລະວິສາຫະກິດຂອງສອງປະເທດ.

ສ່ວນທ່ານ Alex Rogers, ໃຫ້ຮູ້ວ່າ: ຈຸດປະສົງ ຕົ້ນຕໍຂອງການຢ້ຽມຢາມແມ່ນເພື່ອເປີດຕົວສູນຄົ້ນຄວ້າ ແລະ ພັດທະນາປັນຍາປະດິດ (AI R&D) ຢູ່ຮ່າໂນ້ຍ. ນີ້ແມ່ນໜຶ່ງໃນ ສູນຄົ້ນຄວ້າສາມແຫ່ງຢູ່ ນອກສະຫະລັດອາເມລິກາຂອງກຸ່ມບໍລິສັດ Qualcomm. ທ່ານຕີລາຄາວ່າ, ປະຈຸບັນ, ລະດັບນັກຊ່ຽວຊານ AI ຂອງຫວຽດນາມ ແມ່ນນອນຢູ່ໃນບັນຊີລາຍຊື່ 20 ແຫ່ງແຖວໜ້າ ໃນໂລກ. ນີ້ແມ່ນຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງເພື່ອໃຫ້ ຫວຽດນາມ ກາຍເປັນສູນກາງ AI ແລະ ເຄີ່ງຊັກນຳໄຟຟ້າ ໃນພາກພື້ນ.

ທ່ານ Alex Rogers ເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳນຳພາ ແລະ ວິໄສທັດຍຸດທະສາດຂອງທ່ານເລຂາທິການໃຫຍ່ ໂຕເລີມ ແລະ ການນຳຫວຽດນາມນັ້ນ, ຫວຽດນາມ ຈະບັນລຸໄດ້ບັນດາເປົ້າໝາຍພັດທະນາທີ່ໄດ້ວາງໄວ້.

ຕາມ vovworld.vn

https://vovworld.vn/lo-LA/ຂາວເດນ/ທານເລຂາທການໃຫຍ-ໂຕເລມ-ຕອນຮບປະທານຮບຜດຊອບການບລຫານທວໂລກ-ກມບລສດ-qualcomm-1399084.vov

ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ຕ້ອນຮັບທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງປ້ອງກັນຄວາມສະຫງົບລາວ ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ຕ້ອນຮັບທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງປ້ອງກັນຄວາມສະຫງົບລາວ

ຍສໝ - ວັນ​ທີ 12 ມັງກອນ​ນີ້, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂຕເລີມ ໄດ້ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງປ້ອງກັນຄວາມສະຫງົບ​ລາວ ​ໂດຍ ພົນເອກ ວິໄລ ຫຼ້າຄຳ​ຟອງ, ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງປ້ອງກັນຄວາມສະຫງົບ ລາວ ນຳໜ້າຄະນະ ມີການຢ້ຽມຢາມ ແລະ ເຮັດວຽກຢູ່​ຫວຽດນາມ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ພົບປະກັບ ທ່ານປະທານາທິບໍດີ ອາເມລິກາ Joe Biden ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ພົບປະກັບ ທ່ານປະທານາທິບໍດີ ອາເມລິກາ Joe Biden

ຍສໝ - ​ໃນ​ຂອບ​ເຂດ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອະນາຄົດ, ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ​ຊຸດ​ທີ 79, ​ເຮັດ​ວຽກ​ຢູ່​ ອາ​ເມ​ລິ​ກາ, ວັນ​ທີ 25 ກັນຍາ​ນີ້, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ ໄດ້​ມີ​ການ​ພົບ​ປະ​ກັບທ່ານ​ປະທານາທິບໍດີ​ ອາ​ເມ​ລິ​ກາ Joe Biden.

ຕາມ vovworld.vn

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ