![]() | ຊາວໜຸ່ມທຸກຄົນແມ່ນທູດແຫ່ງສັນຕິພາບ, ເປັນຂົວຕໍ່ສ້າງນ້ຳໃຈມິດຕະພາບ. |
![]() | ຮ່ວມກັນຮັກສາສຸຂະພາບປະຊາຊົນຢູ່ເຂດຊາຍແດນເພື່ອນລາວ |
![]() |
ກອງປະຊຸມລະຫວ່າງກອງທັບ ໄທ ແລະ ກຳປູເຈຍ ໃນວັນທີ 29 ພຶດສະພາ. (ພາບ: vovworld.vn) |
ຜູ້ຕາງໜ້າ 2 ຝ່າຍປະກາດບັນລຸໄດ້ຂໍ້ຕົກລົງສຳຄັນ 03 ສະບັບ, ລວມມີ: ເຫັນດີແກ້ໄຂການປະທະກັນຢູ່ເຂດຊາຍແດນຜ່ານກົນໄກປະຊຸມຄະນະກຳມະການຊາຍແດນລວມລະຫວ່າງສອງປະເທດ (JBC), ຄາດວ່າ ຈະໄດ້ຈັດຂຶ້ນໃນ 2 – 3 ອາທິດຈະມາເຖິງ; ຄຳໝັ້ນສັນຍາຮັກສາທີ່ຕັ້ງລາດຕະເວນ, ເຝົ້າລະວັງປ້ອງກັນຊາຍແດນຢ່າງສອດຄ່ອງ ເພື່ອແນໃສ່ຈຳກັດຄວາມສ່ຽງເກີດການປະທະກັນ; ຮັກສາສາຍພົວພັນຮ່ວມມືອັນດີງາມຜ່ານຄວາມອົດທົນ ແລະ ລະງັບໃຈ.
ນາຍພົນ ບຸນສິນ ພາດກຼານ, ຜູ້ບັນຊາການທະຫານເຂດ 2 ຂອງ ໄທ, ຢັ້ງຢືນວ່າ ສອງຝ່າຍຈະສືບຕໍ່ໂອ້ລົມສົນທະນາເພື່ອແກ້ໄຂບັນດາຂໍ້ຂັດແຍ້ງກັນໂດຍສັນຕິວິທີ ແລະ ສະກັດກັ້ນການນຳໃຊ້ອາວຸດເລັ່ງໃສ່ກັນ. ທ່ານ Boonsin Padklang ຮຽກຮ້ອງໃຫ້ປະຊາຊົນອຸ່ນອ່ຽງໃຈ ແລະ ເຊື່ອໝັ້ນຕໍ່ການເຈລະຈາລະຫວ່າງສອງຝ່າຍ.
ການເຈລະຈາໄດ້ດຳເນີນ ພາຍຫຼັງ 01 ວັນທີ່ກອງທັບ ໄທ ແລະ ກຳປູເຈຍ ເກີດການປະທະກັນຢູ່ເຂດຊາຍແດນລະຫວ່າງແຂວງ ອຸບົນ ຣາດຊະທານີ ຂອງ ໄທ ແລະ ແຂວງ Preah Vihear ຂອງ ກຳປູເຈຍ ໃນວັນທີ 28 ພຶດສະພາ.
ຕາມ vovworld.vn
https://vovworld.vn/lo-LA/ຂາວເດນ/ກອງທບ-ໄທ-ກຳປເຈຍ-ບນລໄດຂຕກລງແກໄຂການປະທະກນຢເຂດຊາຍແດນ-1395991.vov
![]() | ອະດີດເອກອັກຄະລັດຖະທູດຫຼາຍທ່ານ ເລັ່ງລັດໃຫ້ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ສືບຕໍ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ ຫວຽດນາມ, ລາວ, ກຳປູເຈຍ ຍສໝ - ອະດີດເອກອັກຄະລັດຖະທູດ ອາເມລິກາ 17 ທ່ານ ໄດ້ສົ່ງຈົດໝາຍເຖິງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ເພື່ອສະແດງຄວາມເປັນຫ່ວງກ່ຽວກັບການຢຸດໂຄງການຊ່ວຍເຫຼືອຕ່າງປະເທດຂອງ ອາເມລິກາ, ເຊິ່ງເຮັດໃຫ້ບັນດາການເຄື່ອນໄຫວເກັບກູ້ລະເບີດທີ່ໄດ້ຮັບທຶນຈາກ ອາເມລິກາ ໃນຫວຽດນາມ, ລາວ, ກຳປູເຈຍ ຖືກຢຸດສະຫງັກ. |
![]() | ເພີ່ມທະວີການເຄື່ອນໄຫວເພີ່ມພູນຄູນສ້າງນ້ຳໃຈມິດຕະພາບຫວຽດນາມ - ລາວ - ກຳປູເຈຍ ຍສໝ - ຫຼາຍການເຄື່ອນໄຫວເພີ່ມພູນຄູນສ້າງນ້ຳໃຈມິດຕະພາບຫວຽດນາມ - ລາວ - ກຳປູເຈຍ ໄດ້ຈັດຕັ້ງໂດຍບັນດາສະມາຄົມມິດຕະພາບ ໃນອາທິດຜ່ານມາ . |
ຕາມ vovworld.vn