![]() | ຫຼາຍການເຄື່ອນໄຫວເພື່ອແນໃສ່ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນຫວຽດນາມ - ອາຣັບບີ ຊາອຸດີດ |
![]() | ອາຣັບບີ ຊະອຸດິ ໜູນຊ່ວຍຊາວ ຫວຽດນາມ ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ |
ຕາມກົມການຮ່ວມມືສາກົນ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ), ລາຍການດັ່ງກ່າວໄດ້ຮັບການສົມທົບກັນຈັດຕັ້ງໂດຍສູນວາງສະແດງ ຫວຽດນາມ ແລະ ຫໍວາງສະແດງ ອາຣັບບີ ຊາອູດິ. ເຂົ້າຮ່ວມລາຍການມີທ່ານ Julien Guerrier, ເອກອັກຄະລັດຖະທູດຄະນະຜູ້ແທນ ສະຫະພາບເອີລົບ ປະຈຳ ຫວຽດນາມ ພ້ອມກັບແຂກທ່ອງທ່ຽວສາກົນເປັນຈຳນວນຫຼວງຫຼາຍ, ສະແດງໃຫ້ເຫັນຄວາມສົນໃຈຂອງໝູ່ປະຊາຊົນສາກົນທີ່ນັບມື້ນັບເພີ່ມຂຶ້ນໃນບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ ຫວຽດນາມ.
![]() |
ການສະແດງປະສານສົມທົບບັນດາເຄື່ອງດົນຕີມູນເຊື້ອຂອງຫວຽດນາມ ແລະ ອາຣັບບີ ຊາອູດິ. (ຮູບ: icd.gov.vn) |
ເປັນຄັ້ງທຳອິດ, ບັນດາສຽງມູນເຊື້ອທີ່ເປັນເອກະລັກສະເພາະຂອງຫວຽດນາມ ເຊັ່ນ ພິນສາຍດຽວ, ຊໍ ຕ່າຮຸ່ງ, ຊໍ Klong Put ແລະ ຂຸ່ຍໄມ້ໄຜ່ໄດ້ດັງອອກຄຽງຄູ່ກັບບັນດາເຄື່ອງດົນຕີທີ່ເປັນເອກະລັກສະເພາະຂອງອາຣັບບີ ຊາອູດິ ເຊັ່ນ Qanun ແລະ Oud. ພື້ນທີ່ສິລະປະຢູ່ຫໍວາງສະແດງຂອງອາຣັບບີ ຊາອູດິ ໄດ້ກາຍເປັນຊີວິດຊີວາ ແລະ ເປັນຕາຈັບໃຈ ໃນຂະນະທີ່ສອງພື້ນຖານດົນຕີທີ່ເບິ່ງຄືວ່າບໍ່ຄຸ້ນເຄີຍໄດ້ປະສົມເຂົ້າກັນຢ່າງມະຫັດສະຈັນ, ສ້າງສຽງເພງທີ່ຂ້າມເຂດແດນທັງໝົດວັດທະນະທຳ.
ຈຸດພົ້ນເດັ່ນຂອງລາຍການແມ່ນບົດເພງທີ່ມີຊື່ສຽງ “ບ້ານເກີດເມືອງນອນ” ຂອງຍີ່ປຸ່ນ, ໄດ້ສະແດງດ້ວຍການປະສານສົມທົບທີ່ເປັນເອກະລັກສະເພາະລະຫວ່າງພິນສາຍດຽວ ຫວຽດນາມ ແລະ ຊໍ Oud ອາຣັບ. ເນື້ອເພງທີ່ຄຸ້ນເຄີຍໄດ້ຖືກສ້າງໃຫ້ມີລັກສະນະໃໝ່ - ທັງສະຫງົບ, ທັງເລິກເຊິ່ງ - ເຮັດໃຫ້ຜູ້ຊົມສະເທືອນໃຈດ້ວຍການຜະສົມຜະສານຢ່າງລະອຽດອ່ອນຂອງສາມພື້ນຖານດົນຕີຄື: ຫວຽດນາມ, ອາຣັບບີ ຊາອູດິ ແລະ ຍີ່ປຸ່ນ.
ພາຍຫຼັງສິ້ນສຸດການສະແດງ, ຜູ້ຊົມ ຍີ່ປຸ່ນ ແລະ ສາກົນໄດ້ຢືນຂຶ້ນຊົມເຊີຍເປັນເວລາ 5 ນາທີ, ພ້ອມກັນຮ້ອງ “ຫວຽດນາມ” ເປັນຄຳຮູ້ບຸນຄຸນເຕັມໄປດ້ວຍອາລົມທີ່ມີຕໍ່ບັນດານັກສິລະປິນ. ຜູ້ຕາງໜ້າຂອງຫໍວາງສະແດງ ອາຣັບບີ ຊາອູດິ ແບ່ງປັນວ່າ: “ພວກຂ້າພະເຈົ້າເຄີຍຈັດຕັ້ງການພົບປະແລກປ່ຽນສາກົນຫຼາຍຄັ້ງ, ແຕ່ນີ້ແມ່ນຄັ້ງທຳອິດທີ່ໄດ້ເຫັນເປັນຫຼັກຖານພະຍານສະແດງຄວາມຮັກແພງຢ່າງກະຕືລືລົ້ນຈາກຜູ້ຊົມ.ພວກຂ້າພະເຈົ້າຫວັງວ່າຈະສືບຕໍ່ຮ່ວມມືກັບບັນດານັກສິລະປິນ ຫວຽດນາມ”.
![]() |
ຜູ້ຊົມ ຍີ່ປຸ່ນແລະ ສາກົນຕົບມືແກ່ຍາວພາຍຫຼັງການສະແດງ. (ຮູບ: icd.gov.vn) |
ຕາມຄະນະຈັດຕັ້ງ, ການສົມທົບກັນຢ່າງສຳເລັດຜົນຂອງສອງປະເພດດົນຕີມູນເຊື້ອຂອງຫວຽດນາມ ແລະ ອາຣັບບີ ຊາອູດິ ຢູ່ EXPO 2025 ບໍ່ພຽງແຕ່ແມ່ນເຄື່ອງໝາຍວັດທະນະທຳເທົ່ານັ້ນ ຫາກຍັງເປີດກາລະໂອກາດຫຼາຍຢ່າງໃຫ້ແກ່ການຮ່ວມມືໃນຂົງເຂດສິລະປະ ແລະ ການແລກປ່ຽນປະຊາຊົນລະຫວ່າງ 2 ປະເທດ.
ການພົບປະແລກປ່ຽນສິລະປະສາກົນ ຍາມໃດກໍ່ແມ່ນຈຸດພົ້ນເດັ່ນຂອງບັນດາການເຄື່ອນໄຫວຂອງຫໍວາງສະແດງ ຫວຽດນາມ ຢູ່ບັນດາງານວາງສະແດງໂລກ. ທີ່ EXPO 2020 Dubai, ບັນດາລາຍການສົມທົບກັບ ມາເລເຊຍ, ມຽນມາ, ອິນໂດເນເຊຍ, ຟີລິບປິນ, ອາຣັບບີ ຊາອູດິ ແລະ ກຳປູເຈຍ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ, ປະກອບສ່ວນເຜີຍແຜ່ພາບພົດຂອງຫວຽດນາມ ເຖິງເພື່ອນມິດທົ່ວໂລກ.
ສືບຕໍ່ຜົນສຳເລັດນັ້ນ, ລາຍການທີ່ຫາກໍ່ດຳເນີນໄປຢູ່ຍີ່ປຸ່ນ ແມ່ນຈຸດເລີ່ມຕົ້ນທີ່ດີໃຫ້ແກ່ບັນດາການເຄື່ອນໄຫວສິລະປະຫວຽດນາມ ຢູ່ EXPO 2025 Osaka, Kansai. ຄະນະຈັດຕັ້ງໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ຜູ້ຊົມສາກົນຈະໄດ້ຊົມຫຼາຍລາຍການສະແດງພິເສດໂດຍມີການເຂົ້າຮ່ວມຂອງບັນດານັກສິລະປິນມາເລເຊຍ, ອິນໂດເນເຊຍ, ປອກຕຸຍການ ແລະ ໂປໂລຍ.
ບໍ່ພຽງແຕ່ແນະນຳເຄື່ອງດົນຕີມູນເຊື້ອ ແລະ ເຊີດຊູບັນດາມໍລະດົກວັດທະນະທຳຂອງຊາດເທົ່ານັ້ນ, ຫໍວາງສະແດງຫວຽດນາມ ຍັງມຸ່ງໄປເຖິງການສະແດງໃຫ້ເຫັນພາບພົດຂອງຫວຽດນາມທີ່ຊາວໜຸ່ມ, ມີຫົວຄິດປະດິດສ້າງ ແລະ ເຊື່ອມໂຍງເຂົ້າ. ບັນດານັກສິລະປິນໄວໜຸ່ມທີ່ມີພອນສະຫວັນຫຼາຍທ່ານໄດ້ຖືກເຊີນໄປ ຍີ່ປຸ່ນ ເພື່ອສະແດງ ແລະ ຮ່ວມມືກັບບັນດາເພື່ອນຮ່ວມງານສາກົນ, ຜ່ານນັ້ນໄດ້ເຜີຍແຜ່ສານກ່ຽວກັບຫວຽດນາມທີ່ຂະຫຍັນຂັນເຄື່ອນ, ເຕັມໄປດ້ວຍ ສີສັນ ແລະ ສົ່ງແຮງບັນດານໃຈຂອງຫວຽດນາມ ໃນເວທີສາກົນ.
![]() | ເພີ່ມທະວີການພົວພັນ ແລະ ສະໜັບສະໜູນການພັດທະນາຂອງປະຊາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ ຍສໝ - ວັນທີ 6 ເມສາ, ສະຫະພັນສະມາຄົມບັນດາສະມາຄົມຫວຽດນາມ ຢູ່ຍີ່ປຸ່ນ (ສະຫະພັນສະມາຄົມ) ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນອາຍຸການ 2025 – 2028, ປຶກສາຫາລື ແລະ ສະເໜີບັນດາທິດທາງການເຄື່ອນໄຫວໃນອາຍຸການໃຫມ່ ເພື່ອແນໃສ່ເພີ່ມທະວີການພົວພັນ, ຊຸກຍູ້ການພັດທະນາປະຊາຄົມຊາວຫວຽດນາມ ຢູ່ຍີ່ປຸ່ນ. |
![]() | ນຳສົ່ງພົນລະເມືອງຫວຽດນາມ ຈຳນວນ 270 ຄົນ ຈາກປະເທດ ໄຊປຣັດ ແລະ ອາຣັບບີ ຊາອູດິດ ກັບຄືນປະເທດຢ່າງປອດໄພ ຍສໝ - ໃນລະຫວ່າງ ແຕ່ວັນທີ 8-9 ສິງຫາ, ອົງການທີ່ມີໜ້າທີ່, ສະຖານທູດຫວຽດນາມປະຈຳ ອີຕາລີ ພ້ອມກັນປະເທດ ໄຊປຣັດ, ສະຖານທູດຫວຽດນາມປະຈຳ ອາຣັບບີ ຊາອູດິດ ແລະ ສາຍການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບອົງການທີ່ມີໜ້າທີ່ຂອງປະເທດປະຈຳຖິ່ນ ເພື່ອນຳສົ່ງພົນລະເມືອງຫວຽດນາມຈຳນວນ 270 ຄົນ ກັບຄືນປະເທດຢ່າງປອດໄພ. |
ແທັງຮັ່ງ