![]() | ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ການຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ |
![]() | ຮ່າໂນ້ຍ ເພີ່ມທະວີການແລກປ່ຽນປະຊາຊົນ, ເປີດກວ້າງການຮ່ວມມືຫຼາຍດ້ານກັບອາຟຼິກາໃຕ້ |
ເຫກການໂດຍທ່ານຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫງວຽນວັນຟຸກ ພ້ອມທັງທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເຊັກໂກ ເຢືອງຮ່ວາຍນາມ ເປັນປະທານຮ່ວມ, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ, ວິສາຫະກິດ 2 ປະເທດ ແລະ ສະຫະພັນອຸດສາຫະກຳ ສ.ເຊັກໂກ (SPCR).
![]() |
ເອກະສານຮ່ວມມືຫຼາຍສະບັບໄດ້ລົງນາມໃນກອງປະຊຸມໂຕະມົນກ່ຽວກັບການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ ແລະ ນະວັດຕະກຳລະຫວ່າງ ຫວຽດນາມ ແລະ ສ.ເຊັກໂກ. (ພາບ: ສະຖານທູດຫວຽດນາມ ປະຈຳ ເຊັກໂກ) |
ຕາມຂໍ້ມູນຈາກສະຖານທູດຫວຽດນາມ ປະຈຳ ສ.ເຊັກໂກ ແລ້ວ, ກ່າວຄຳປາໄສທີ່ໄຂກອງປະຊຸມ, ທ່ານເອກອັກຄະລັດຖະທູດ ເຢືອງຮ່ວາຍນາມ ໃຫ້ຮູ້ວ່າ ກອງປະຊຸມແມ່ນໂອກາດສຳຄັນເພື່ອຊຸກຍູ້ການຮ່ວມມືລະຫວ່າງບັນດາສະຖາບັນການສຶກສາຂອງສອງປະເທດ, ເປີດກາລະໂອກາດໃໝ່ຫຼາຍຢ່າງໃນການບຳລຸງສ້າງ, ຄົ້ນຄ້ວາ ແລະ ນະວັດຕະກຳ. ທ່ານຮອງລັດຖະມົນຕີ ຫງວຽນວັນຟຸກ ກໍ່ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມ ແລະ ໝາກຜົນແຫ່ງການຮ່ວມມືລະຫວ່າງບັນດາມະຫາວິທະຍາໄລ ຫວຽດນາມ ແລະ ສ.ເຊັກໂກ ໃນໄລຍະມໍ່ໆມານີ້, ພິເສດແມ່ນການລົງນາມໃນບົດບັນທຶກຊ່ວຍຈຳ ແລະ ສັນຍາລະອຽດ. ທ່ານເນັ້ນໜັກວ່າ “ການຮ່ວມມືດ້ານການສຶກສາບໍ່ໄດ້ຢຸດຕິການແລກປ່ຽນດ້ານວິຊາການ ເທົ່ານັ້ນ, ແຕ່ຕ້ອງເປີດກ້ວາງໄປເຖິງການຄົ້ນຄວ້ານຳໃຊ້ ແລະ ການເຊື່ອມຕໍ່ກັບວິສາຫະກິດເພື່ອຍົກສູງຄຸນນະພາບ ແລະ ປະສິດທິຜົນ”.
ກ່າວຄຳປາໄສທີ່ກອງປະຊຸມ, ທ່ານ Lukas Martin, ຫົວໜ້າກົມຮ່ວມມືສາກົນ ສາທາລະນະລັດ ເຊັກໂກ (SPCR) ໃຫ້ຮູ້ວ່າ ສ.ເຊັກໂກ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ນັກສຶກສາສາກົນ, ໃນນັ້ນມີນັກສຶກສາຫວຽດນາມ. ທ່ານຮຽກຮ້ອງໃຫ້ບັນດາວິສາຫະກິດເຂົ້າຮ່ວມຢ່າງຕັ້ງໜ້າໃນການໜູນຊ່ວຍທຶນສຶກສາ ແລະ ກໍ່ສ້າງບັນດາໂຄງການຝຶກອົບຮົມທີ່ເໝາະສົມກັບທ້ອງຕະຫຼາດແຮງງານ. ທ່ານກໍ່ສະເໜີເພີ່ມວົງເງິນທຶນສຶກສາໃຫ້ນັກສຶກສາຫວຽດນາມ, ຖືວ່ານີ້ແມ່ນການລົງທຶນຍຸດທະສາດເພື່ອອະນາຄົດຂອງການຮ່ວມມືສອງຝ່າຍ.
ໃນຂອບເຂດກອງປະຊຸມ, ບັນດາເອກະສານການຮ່ວມມືຫຼາຍສະບັບໄດ້ຮັບການລົງນາມ, ພິເສດແມ່ນຂໍ້ສະເໜີສ້າງຕັ້ງສູນຮ່ວມມືດ້ານການສຶກສາ ແລະ ຄົ້ນຄ້ວາ ຫວຽດນາມ - ສ.ເຊັກໂກ, ວາງພື້ນຖານການສຶກສາແບບຍືນຍົງ ແລະ ຍາວນານ. ບັນດາຝ່າຍກໍ່ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືໃນຂົງເຂດນະວັດຕະກຳ ແລະ ການຫັນປ່ຽນດີຈີຕອນ, ເພື່ອປັບຕົວເຂົ້າກັບສະພາບການໂລກາພິວັດ.
ກໍ່ໃນວັນດຽວກັນ, ສະຫະພັນບັນດາສະມາຄົມຫວຽດນາມ ຢູ່ ສາທາລະນະລັດ ເຊັກໂກ ໄດ້ສົມທົບກັບກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ແລະ ມະຫາວິທະຍາໄລຈຳນວນໜຶ່ງ ຈັດຕັ້ງກອງປະຊຸມສຳມະນາ “ຮ່ວມມືດ້ານການສຶກສາ, ວິທະຍາສາດ, ເຕັກໂນໂລຢີ, ແລະ ການຫັນປ່ຽນດີຈີຕອນ”. ເຫດການດັ່ງກ່າວເພື່ອແນໃສ່ຊຸກຍູ້ການຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃນຂົງເຂດການສຶກສາມະຫາວິທະຍາໄລ, ການຄົ້ນຄວ້າວິທະຍາສາດ ແລະ ການຫັນເປັນດີຈີຕອນ.
![]() |
ກອງປະຊຸມສຳມະນາ “ການຮ່ວມມືດ້ານການສຶກສາ, ວິທະຍາສາດ, ເຕັກໂນໂລຢີ ແລະ ການຫັນເປັນດີຈີຕອນ”. (ພາບ: ສະຫະພັນຊາວຫວຽດນາມ ປະຈຳ ສ.ເຊັກໂກ) |
ຕາມຂໍ້ມູນຂອງສະຫະພັນບັນດາສະມາຄົມຊາວ ຫວຽດນາມ ປະຈຳ ສ.ເຊັກໂກ, ກອງປະຊຸມສຳມະນາລວມມີບັນດາຫົວຂໍ້ຄື: ສະພາບຕົວຈິງ ແລະ ທິດທາງແກ້ໄຂການສອນພາສາຫວຽດນາມ ຢູ່ປະຊາຄົມຊາວ ຫວຽດນາມ ຢູ່ ສ.ເຊັກໂກ; ເພີ່ມທະວີການຮ່ວມມືດ້ານການສຶກສາ ແລະ ຄົ້ນຄວ້າລະຫວ່າງບັນດາມະຫາວິທະຍາໄລຂອງສອງປະເທດ; ເສີມຂະຫຍາຍບົດບາດຂອງທີມນັກປັນຍາຊົນຢູ່ຕ່າງປະເທດ; ສະເໜີກົນໄກເຊື່ອມຕໍ່ແບບຍືນຍົງລະຫວ່າງສະຖາບັນການສຶກສາພາຍໃນ ແລະ ຕ່າງປະເທດ.
ກ່າວຄຳປາໄສທີ່ກອງປະຊຸມສຳມະນາ, ທ່ານ ເຢືອງຫວຽດຢຸງ, ຮອງປະທານສະຫະພັນບັນດາສະມາຄົມຊາວ ຫວຽດນາມ ປະຈຳ ສ.ເຊັກໂກ ໃຫ້ຮູ້ວ່າ ນັບແຕ່ປະຊາຄົມຊາວ ຫວຽດນາມ ໄດ້ຮັບການຮັບຮູ້ວ່າແມ່ນຊົນເຜົ່າສ່ວນໜ້ອຍຢູ່ ສ.ເຊັກໂກ (ກໍລະກົດ 2013), ການປົກປັກຮັກສາພາສາ, ວັດທະນະທໍາ ແລະ ລັກສະນະຂອງຊາດໄດ້ກາຍເປັນອັນຮີບດ່ວນກວ່າທີ່ຜ່ານມາ. ການສຶກສາເປັນຊ່ອງທາງທີ່ມີປະສິດທິພາບໃນການຖ່າຍທອດ ແລະ ຮັກສາຄຸນຄ່າເຫຼົ່ານີ້. ທ່ານກໍ່ປາດຖະໜາວ່າ ການສົນທະນາຈະເປີດກວ້າງບັນດາຂໍ້ຕົກລົງລະອຽດ, ປະກອບສ່ວນສ້າງຕັ້ງກົນໄກຮ່ວມມືໄລຍະຍາວ, ເພີ່ມທະວີການພົວພັນລະຫວ່າງບັນດາສະຖາບັນການສຶກສາ - ຄົ້ນຄ້ວາຫວຽດນາມ ກັບບັນດາຄູ່ຮ່ວມມືຢູ່ ສ.ເຊັກໂກ, ໂດຍຜ່ານການຮ່ວມເດີນທາງຂອງທີມນັກປັນຍາຊົນຊາວ ຫວຽດນາມ.
ທ່ານຮອງນາຍົກລັດຖະມົນຕີ ຫງວຽນວັນຟຸກ ເນັ້ນໜັກເຖິງບັນດາການພັດທະນາຢ່າງຕັ້ງໜ້າໃນດ້ານການສຶກສາໃນໄລຍະຈະມາເຖິງພາຍຫຼັງການຢ້ຽມຢາມ ສ.ເຊັກໂກ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນຕົ້ນປີນີ້. ພິເສດ, 2 ຝ່າຍໄດ້ລົງນາມໃນຂໍ້ຕົກລົງຮ່ວມມືດ້ານການສຶກສາ, ວາງພື້ນຖານສຳຄັນເພື່ອພັດທະນາໃນໄລຍະຈະມາເຖິງ. ທ່ານຢືນຢັນວ່າ 2 ປະເທດພວມຊຸກຍູ້ການຮ່ວມມືດ້ານການຝຶກອົບຮົມ ແລະ ຄົ້ນຄ້ວາວິທະຍາສາດລະຫວ່າງບັນດາມະຫາວິທະຍາໄລຂອງສອງປະເທດ, ສ້າງບາດກ້າວບຸກທະລຸໃນວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ. ທ່ານກໍ່ປາດຖະໜາຢາກມີການເຂົ້າຮ່ວມຢ່າງຕັ້ງໜ້າຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ພິເສດແມ່ນທີມນັກປັນຍາຊົນໃນການຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ແລະ ຄົ້ນຄວ້າວິທະຍາສາດໃຫ້ແກ່ປະເທດ. ກະຊວງສຶກສາ ແລະ ບຳລຸງສ້າງ ໃຫ້ຄຳໝັ້ນສັນຍາພ້ອມກັບປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ພິເສດແມ່ນຜ່ານການຍົກສູງຄຸນນະພາບການສອນພາສາຫວຽດນາມ, ສ້າງເງື່ອນໄຂໃຫ້ບັນດານັກປັນຍາຊົນຢູ່ຕ່າງປະເທດປະກອບສ່ວນເຂົ້າໃນປະເທດ.
![]() |
ພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງບັນດາມະຫາວິທະຍາໄລຫວຽດນາມ ແລະ ສະຫະພັນບັນດາສະມາຄົມຫວຽດນາມ ປະຈຳ ສ.ເຊັກໂກ. (ພາບ: secviet.cz) |
ໃນຂອບເຂດຂອງໂຄງການ, ໄດ້ມີການລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງບັນດາມະຫາວິທະຍາໄລຫວຽດນາມ ແລະ ສະຫະພັນບັນດາສະມາຄົມຊາວຫວຽດນາມ ປະຈຳ ສ.ເຊັກໂກ. ສັນຍາດັ່ງກ່າວເປີດແງ່ຫວັງສະເພາະໃນການປະຕິບັດບັນດາໂຄງການຝຶກອົບຮົມຮ່ວມ, ແລກປ່ຽນດ້ານວິຊາການ, ຄົ້ນຄ້ວາຮ່ວມ, ພ້ອມທັງຈັດຕັ້ງບັນດາການເຄື່ອນໄຫວດ້ານການສຶກສາ ແລະ ວັດທະນະທຳມ່ງໄປເຖິງຊຸມຊົນ.
![]() | ຫວຽດນາມ - ແບນຊິກ ຊຸກຍູ້ການຮ່ວມມືດ້ານວິທະຍາສາດ, ຄົ້ນຄວ້າ ແລະ ບຳລຸງສ້າງ ຍສໝ - ວັນທີ 1 ເມສາ, ມະຫາວິທະຍາໄລແຫ່ງຊາດຫວຽດນາມ ສົມທົບກັບຄະນະຜູ້ແທນ Wallonie-Bruxelles ປະຈໍາ ຫວຽດນາມ, ມະຫາວິທະຍາໄລ KU Leuven ແລະ Vrije Universiteit Brussel (VUB) ໄດ້ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນວິຊາການ ແລະ ການເຊື່ອມຕໍ່. |
![]() | ຫຼາຍວິທີແກ້ໄຂຢ່າງເເທດຈິງ ເພື່ອເປີດກ້ວາງການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ເຕັກໂນໂລຢີລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ຍສໝ - ວັນທີ 27 ມີນາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ສົມທົບກັບສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ຫວຽດນາມ - ອິນໂດເນເຊຍ ມຸ່ງໄປເຖິງປີ 2045: ເພີ່ມທະວີການພົວພັນຄູ່ຮ່ວມມື, ເປີດກວ້າງການພົວພັນຮ່ວມມື ແລະ ເຮັດໃຫ້ການພົວພັນມິດຕະພາບເລິກເຊິ່ງກ່ວາອີກ”. ... |
ມີງດຶກ