![]() |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ (ພາບ: VOV) |
ນີ້ເປັນຄັ້ງທຳອິດນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ມະຫາສະໝຸດ ຂອງ ສປຊ, ແມ່ນການຢ້ຽມຢາມຝລັ່ງຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ນັບແຕ່ເວລາສອງປະເທດ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ (ເດືອນຕຸລາ 2024), ພ້ອມທັງແມ່ນການຢ້ຽມຢາມ ແອັດໂຕເນຍ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ນັບແຕ່ເວລາສອງປະເທດສ້າງການພົວພັນທາງການທູດ ເມື່ອປີ 1992.
ຂຸດຄົ້ນບັນດາຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນກັບບັນດາປະເທດ ເອີລົບ
ສ.ແອັດໂຕເນຍ ແມ່ນປະເທດທຳອິດໃນການເດີນທາງໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ. ໂດຍແມ່ນປະເທດຢູ່ເອີລົບເໜືອທີ່ມີການພົວພັນກັບຫວຽດນາມ ແຕ່ປີ 1992, ແອັດໂຕເນຍ ໄດ້ຢັ້ງຢືນເປັນຫຼາຍຄັ້ງວ່າ ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືກັບ ຫວຽດນາມ ຫຼາຍກ່ວາອີກ.
ເຖິງວ່າວົງເງິນການຄ້າສອງສົ້ນຍັງຢູ່ລະດັບຕ່ຳແຕ່ປັດຈຸບັນ, ທັງສອງຝ່າຍລ້ວນແຕ່ເຫັນດີເປັນເອກະພາບໂດຍຖືວ່າ ຄວາມສາມາດບົ່ມຊ້ອນໃນການຮ່ວມມືຂອງບັນດາຂົງເຂດເຊິ່ງ ເປັນທ່າແຮງຂອງປະເທດນີ້, ສ່ວນປະເທດຍັງເຫຼືອມີຄວາມຕ້ອງການເປັນຈຳນວນຫຼາຍ. ສອງຝ່າຍພວມຊຸກຍູ້ການເຊັ່ນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດໂດຍໄວ ເພື່ອສ້າງຂອບເຂດຢ່າງເປັນທາງການ, ປະກອບສ່ວນຊຸກຍູ້ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ.
ສຳລັບຊູແອັດແລ້ວ, ນີ້ແມ່ນໜຶ່ງໃນບັນດາປະເທດ ເອີລົບທຳອິດ ຮັບຮູ້ ແລະ ສ້າງຕັ້ງການພົວພັນທາງການທູດກັບ ຫວຽດນາມ (ປີ 1969), ຕັ້ງໜ້າສະໜັບສະໜູນ ຫວຽດນາມ ໃນພາລະກິດແຫ່ງການຕໍ່ສູ້ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ ກໍ່ຄືໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ. ການພົວພັນສອງປະເທດໃນປັດຈຸບັນພວມມີການພັດທະນາຢ່າງຕັ້ງໜ້າທີ່ສຸດ, ເປັນຕົ້ນແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ. ປີ 2024, ວົງເງິນການຄ້າສອງຝ່າຍບັນລຸເກືອບ 1,5 ຕື້ USD.
ໃນຂະນະນັ້ນ, ການຢ້ຽມຢາມສ.ຝລັ່ງ ຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີ ນັບແຕ່ເວລາສອງປະເທດຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ (ເດືອນຕຸລາ 2024). ການຢ້ຽມຢາມໄດ້ດຳເນີນພາຍຫຼັງການຢ້ຽມຢາມ ຫວຽດນາມທີ່ປະສົບຜົນສຳເລັດ ຂອງທ່ານປະທານາທິບໍດີ ຝລັ່ງ Emanuel Macron ດ້ວຍຫຼາຍໝາກຜົນທີ່ມີປະສິດທິຜົນ, ແທ້ຈິງ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳຝລັ່ງ ດິງຕວ່ານທັ້ງ ເນັ້ນໜັກວ່າ:
ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານພວມເປີດສະຖານທີ່ຮ່ວມມືຢ່່າງເລິກເຊິ່ງກວ້າງຂວາງກ່ວາ, ສຸມໃສ່ເຂົ້າບັນດາຂົງເຂດບຸລິມະສິດ ແລະ ມີລັກສະນະຍຸດທະສາດ, ເໝາະສົມກັບຜົນປະໂຫຍດ ແລະ ຄວາມສາມາດບົ່ມຊ້ອນຂອງທັງ ຫວຽດນາມ ແລະ ຝລັ່ງ. ນອກຈາກນັ້ນ, ສອງປະເທດມີທ່າແຮງຫຼາຍຢ່າງເພື່ອຮ່ວມມືນຳກັນ, ສ້າງຂໍ້ສະດວກ, ໜູນຊ່ວຍເຊິ່ງກັນແລະກັນ ໃນການປະຕິບັດບັນດາຍຸດທະສາດພັດທະນາ ແລະ ຍົກສູງຖານະບົດບາດຂອງແຕ່ລະປະເທດ.
ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການອະນຸລັກຮັກສາ ມະຫາສະໝຸດແບບຍືນຍົງ
ຈຸດພົ້ນເດັ່ນສຳຄັນໃນການເດີນທາງໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນຄັ້ງນີ້ແມ່ນຄັ້ງທຳອິດ ທີ່ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3 (UNOC 3), ດ້ວຍຖານະເປັນແຂກຖືກເຊີນພິເສດຂອງທ່ານປະທານາທິບໍດີ ຝລັ່ງ Emanuel Macron. ດ້ວຍຫົວຂໍ້ “ຍູ້ໄວການກະທຳ ແລະ ລະດົມທຸກຝ່າຍ ເຂົ້າຮ່ວມການອະນຸລັກຮັກສາ ແລະ ນຳໃຊ້ມະຫາສະໝຸດແບບຍືນຍົງ”, UNOC 3 ໄດ້ປຶກສາຫາລືບັນດາບັນຫາເຊິ່ງປະຊາຄົມສາກົນພວມປະເຊີນໜ້າ ແລະ ຕ້ອງຊຸກຍູ້ຮ່ວມມື, ເພື່ອແນໃສ່ດຶງດູດຫັນເປັນຫຼາຍຮູບແບບແຫຼ່ງກຳລັງກ່ຽວກັບການເງິນ, ວິທະຍາສາດເຕັກໂນໂລຢີ ເພື່ອແກ້ໄຂບັນດາສິ່ງທ້າທາຍລວມ.
UNOC 3 ເໝາະສົມກັບບຸລິມະສິດຂອງ ຫວຽດນາມ ໃນສະພາບການ ຫວຽດນາມ ພວມຍູ້ແຮງການພັດທະນາເສດຖະກິດທະເລ ແບບຍືນຍົງ ບົນພື້ນຖານການເຕີບໂຕສີຂຽວ, ການອະນຸລັກຮັກສາຊີວະນາໆພັນ, ບັນດາລະບົບນິເວດທະເລ. ຢູ່ ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຈະມີບົດກ່າວປາໄສ ໃນນັ້ນຢັ້ງຢືນສານຫວຽດນາມ ພ້ອມແລ້ວທີ່ຈະເປັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈໃນບັນດາຂອບເຂດ, ຮູບແບບຮ່ວມມື. ທັດສະນະສະເໝີຕົ້ນສະເໝີປາຍນີ້ ກໍ່ໄດ້ຮັບການ ຢັ້ງຢືນຈາກທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ເລມິງເງິນ ຢູ່ກອງປະຊຸມສາກົນກ່ຽວກັບເສດຖະກິດມະຫາສະໝຸດ ແບບຍືນຍົງທີ່ໄດ້ຈັດຂຶ້ນຢູ່ຮ່າໂນ້ຍ ຫວ່າງແລ້ວນີ້:
ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດ ແລະ ບັນດາຄູ່ຮ່ວມມືແບ່ງປັນພູມປັນຍາວິທະຍາສາດ, ປະສົບການ, ແຫຼ່ງກຳລັງ ແລະ ບັນດາຂໍ້ລິເລີ່ມຄຸ້ມຄອງສັງລວມເພື່ອພື້ນຖານວິທະຍາສາດທະເລສີຂຽວ ຍືນຍົງ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ຫວຽດນາມ ຍາມໃດກໍ່ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ, ຕັ້ງໜ້າໃນປະຊາຄົມສາກົນ.
ໃນສະພາບການນັ້ນ, ການເດີນທາງໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແນໃສ່ຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກປັບປຸງ, ຊຸກຍູ້ການພົວພັນກັບບັນດາປະເທດເອີລົບ, ໃນນັ້ນມີຝລັ່ງ, ແອັດໂຕເນຍ ແລະ ຊູແອັດ. ພ້ອມທັງ, ຊຸກຍູ້ການຮ່ວມມືສາກົນໃນການຮັບມືກັບບັນດາສິ່ງທ້າທາຍລວມທົ່ວໂລກ. ການເດີນທາງໄປປະຕິບັດງານກໍ່ໂຄສະນາເຖິງປະຊາຄົມສາກົນ ກ່ຽວກັບບັນດາການກຳນົດທິດ ແລະ ບຸລິມະສິດພັດທະນາໃນໄລຍະຈະມາເຖິງ ຂອງ ຫວຽດນາມ, ພິເສດແມ່ນຄວາມຄາດຫວັງກ້າວເຂົ້າສູ່ສັງກາດໃໝ່ຂອງ ປະເທດຊາດ.
ຕາມ vovworld.vn
https://vovworld.vn/lo-LA/ສະຖານະການ-ການເມອງ/ຊກຍການຮວມມກບບນດາປະເທດ-ເອລບ-ຕງໜາປະກອບສວນເຂາໃນການອະນລກຮກສາ-ແລະ-ນຳໃຊທະເລ-ແລະ-ມະຫາສະໝດແບບຍນຍງ-1397350.vov
![]() | ສະເໜີບັນດາມາດຕະການຊຸກຍູ້ການພົວພັນມິດຕະພາບການຮ່ວມມືລະຫວ່າງ ຫວຽດນາມ - ຍີ່ປຸ່ນ ຍສໝ - ຕອນບ່າຍວັນທີ 11 ມີນາ, ຢູ່ຫໍສະພາແຫ່ງຊາດ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໄດ້ຕ້ອນຮັບທ່ານ Tsutomu Takebe, ທີ່ປຶກສາພິເສດສະຫະພັນລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. |
![]() | ຂົວເຊື່ອມຕໍ່ຢ່າງໝັ້ນແກ່ນສຳລັບການທູດປະຊາຊົນ ແລະ ການພັດທະນາແບບຍືນຍົງ ຍສໝ - ໃນສະພາບການເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກເຊິ່ງກ້ວາງຂວາງ ແລະ ບົດບາດຂອງການພົວພັນທາງການທູດປະຊາຊົນນັບມື້ນັບໄດ້ຮັບການຖືເປັນສຳຄັນ, ສະຫະພັນບັນດາອົງການມິດຕະພາບນະຄອນ ດານັງ (ສະຫະພັນມິດຕະພາບນະຄອນ ດານັງ) ໄດ້ສ້າງຂີດໝາຍຢ່າງເດັ່ນຊັດໃນໄລຍະ 2019-2024. ໂດຍຜ່ານບັນດາການເຄື່ອນໄຫວການທູດທີ່ມີຄວາມຫຼາກຫຼາຍ ແລະ ອຸດົມສົມບູນ, ສະຫະພັນມິດຕະພາບນະຄອນ ດານັງ ບໍ່ພຽງແຕ່ປະກອບສ່ວນຊຸກຍູ້ການພັດທະນາແບບຍືນຍົງຂອງນະຄອນເທົ່ານັ້ນ ຫາກຍັງໂຄສະນາຮູບພາບນະຄອນ ດານັງ - ນະຄອນທີ່ເປັນມິດ, ທີ່ຂະຫຍັນຂັນເຄື່ອນ, ໜ້າຢູ່ ໄປເຖິງເພື່ອນມິດສາກົນ. |
ຕາມ vovworld.vn