![]() | ເປີດຊຸດຝຶກອົບຮົມວິຊາພາສາລາວ ໃຫ້ພະນັກງານ-ລັດຖະກອນ ຢູ່ແຂວງ ຮ່າຕິ້ງ |
![]() | ໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ ແຂ່ງຂັນສ້າງຜົນງານເພື່ອສະເຫຼີມສະຫຼອງວັນຄ້າຍວັນເກີດຂອງລຸງໂຮ່ |
ຕອນບ່າຍວັນທີ 2 ມິຖຸນາ ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫງວຽນກິມເຊີນ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສສ ຫວຽດນາມ ຄຳເພົາ ເອີນທະວັນ.
ຕາມເວັບໄຊຂໍ້ມູນຂ່າວສານເອເລັກໂຕຼນິກຂອງກະຊວງສຶກສາ ແລະ ບຳລຸງສ້າງແລ້ວ, ທ່ານລັດຖະມົນຕີ ຫງວຽນກິມເຊີນ ເນັ້ນໜັກເຖິງສາຍພົວພັນມິດຕະພາບການຮ່ວມມືອັນຍາວນານແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ, ໃນນັ້ນ ຂົງເຂດການສຶກສາ ແລະ ບຳລຸງສ້າງແມ່ນພາກສ່ວນສຳຄັນຂອງການຮ່ວມມື 2 ຝ່າຍ. ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ກຳນົດຢ່າງຈະແຈ້ງເຖິງໜ້າທີ່ ແລະ ບົດບາດຂອງຕົນໃນການຊຸກຍູ້ການຮ່ວມມືນີ້ີ້.
![]() |
ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫງວຽນກິມເຊີນ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສສ ຫວຽດນາມ. (ພາບ: ກະຊວງສຶກສາ ແລະ ບຳລຸງສ້າງ) |
ທ່ານລັດຖະມົນຕີ ຫງວຽນກິມເຊີນ ໃຫ້ຮູ້ວ່າ: 2 ຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍໂຄງການ “ຍົກສູງຄຸນນະພາບ ແລະ ປະສິດທິຜົນການຮ່ວມມື ຫວຽດນາມ - ລາວ ໃນຂົງເຂດສຶກສາ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ ໄລຍະ 2021-2030” ຢ່າງມີປະສິດທິຜົນ. ປີ 2025 ເປັນຂີດໝາຍສຳຄັນ, ໂດຍສັງລວມ 5 ປີແຫ່ງການຜັນຂະຫຍາຍປະຕິບັດໂຄງການນີ້. ກະຊວງສຶກສາ ແລະ ບຳລຸງສ້າງ ຈະຈັດຕັ້ງບັນດາກອງປະຊຸມສຳມະນາ ແລະ ກອງປະຊຸມສັງລວມ ຢູ່ ລາວ ແລະ ຫວຽດນາມ ເພື່ອຕີລາຄາບັນດາໝາກຜົນທີ່ບັນລຸໄດ້ ແລະ ສະເໜີທິດທາງການປະຕິບັດໃນໄລຍະ 2026-2030.
2 ຝ່າຍກໍ່ສົມທົບກັນຈັດຕັ້ງປະຕິບັດດຳລັດການຮ່ວມມືດ້ານບຳລຸງສ້າງ ລະຫວ່າງລັດຖະບານ ຫວຽດນາມ ແລະ ລາວ ກ່ຽວກັບບັນດາລະບຽບການທີ່ກ່ຽວຂ້ອງເຖິງມາດຕະຖານການເລືອກເອົາສົ້ນເຂົ້ານັກສຶກສາສາກົນ ແລະ ຜັນຂະຫຍາຍບັນດາມາດຕະການຍົກສູງຄຸນນະພາບການບຳລຸງສ້າງ. ທ່ານລັດຖະມົນຕີ ຮຽກຮ້ອງໃຫ້ບັນດາອົງການຮັບຜິດຊອບຂອງສອງປະເທດສ້າງເງື່ອນໄຂສະດວກໃຫ້ແກ່ນັກຮຽນ, ນັກສຶກສາລາວ ແລະ ນັກສຶກສາຫວຽດນາມ ລວມທັງຜູ້ມີທຶນການສຶກສາຕາມສັນຍາ ແລະ ນອກສັນຍາ ໄດ້ຮັບການຍົກເວັ້ນຄ່າວີຊາ ແລະ ບັດທີ່ຢູ່ອາໄສຊົ່ວຄາວໃນເວລາສຶກສາຢູ່ 2 ປະເທດ.
ທ່ານລັດຖະມົນຕີ ຫງວຽນກິມເຊີນ ໄດ້ຮຽກຮ້ອງໃຫ້ກະຊວງສຶກສາທິການ ແລະ ກິລາລາວ ສະໜອງຂໍ້ມູນຂ່າວສານກ່ຽວກັບນັກສຶກສາລາວໃຫ້ຫຼາຍຂຶ້ນ ເພື່ອໃຫ້ ຝ່າຍຫວຽດນາມ ມີການກະກຽມໃຫ້ດີທີ່ສຸດ, ພ້ອມກັນນັ້ນ ກໍ່ພິຈາລະນານຳພາສາຫວຽດນາມ ກາຍເປັນວິຊາທາງເລືອກເອງໃນການສອບເສັງຈົບຊັ້ນມັດທະຍົມຕອນປາຍຂອງລາວ; ແລະ ນຳເອົາປຶ້ມພາສາຫວຽດນາມ ໂດຍຫວຽດນາມ ໄດ້ຮຽບຮຽງໄປສອນຢູ່ບັນດາໂຮງຮຽນທີ່ມີຄວາມຕ້ອງການ ແລະ ເງື່ອນໄຂເພື່ອສອນພາສາຫວຽດນາມ ຢູ່ລາວ.
ທ່ານລັດຖະມົນຕີຍັງໃຫ້ຮູ້ວ່າ ກະຊວງສຶກສາ ແລະ ບຳລຸງສ້າງ ພວມກະກຽມເງື່ອນໄຂເພື່ອເຮັດໃຫ້ພາສາລາວ ກາຍເປັນໜຶ່ງໃນ 8 ພາສາຕ່າງປະເທດທີ່ສອນຢູ່ບັນດາໂຮງຮຽນມັດທະຍົມຂອງ ຫວຽດນາມ. ໃນເບື້ອງຕົ້ນຈະຜັນຂະຫຍາຍທົດລອງສຳລັບນັກຮຽນຢູ່ເຂດຊາຍແດນ, ແລ້ວເປີດກວ້າງເມື່ອມີແຫຼ່ງຄູສອນທີ່ພຽງພໍ.
ທ່ານເອກອັກຄະລັດຖະທູດ ຄຳເພົາ ເອີນທະວັນ ຊົມເຊີຍຫວຽດນາມ ສຳລັບບັນດາຜົນງານໃນຂົງເຂດການສຶກສາ - ບຳລຸງສ້າງ. ທ່ານນາງເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງກວ່າອີກພາຍໃຕ້ການນຳພາຂອງພັກ ແລະ ລັດ.
ທ່ານເອກອັກຄະລັດຖະທູດ ໄດ້ຕີລາຄາສູງການໜູນຊ່ວຍຢ່າງມີປະສິດທິຜົນຂອງກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ລາວ. ທ່ານນາງແບ່ງປັນວ່າ, ນັກສຶກສາລາວຫຼາຍຄົນພາຍຫຼັງຮຽນຢູ່ຫວຽດນາມ ໄດ້ກັບຄືນມາ ແລະ ດຳລົງຕຳແໜ່ງສຳຄັນຢູ່ລາວ.
ທ່ານເອກອັກຄະລັດຖະທູດ ປາດຖະໜາວ່າ ບັນດາໂຮງຮຽນຢູ່ ຫວຽດນາມ ຈະສືບຕໍ່ເພີ່ມທະວີບັນດາມາດຕະການຄຸ້ມຄອງ, ຈັດຕັ້ງບັນດາການເຄື່ອນໄຫວສຶກສາຢ່າງຕັ້ງໜ້າ, ຊ່ວຍດຶງດູດນັກສຶກສາລາວ ເຂົ້າຮ່ວມບັນດາການເຄື່ອນໄຫວ, ຍົກສູງຄວາມຮັບຮູ້, ປະຕິບັດລະບຽບການໂຮງຮຽນຢ່າງເຂັ້ມງວດ...
![]() | ມອບໃບໃບຢັ້ງວິຊາພາສາລາວ ໃຫ້ນາຍທະຫານ, ທະຫານປະຊາຊົນອາຊີບ ຈໍານວນ 43 ຄົນ ຍສໝ - ຕອນບ່າຍວັນທີ 6 ກໍລະກົດ, ກອງບັນຊາການທະຫານຊາຍແດນແຂວງ ເຊີນລາ ໄດ້ຈັດພິທີປິດຊຸດຮຽນພາສາລາວ ດ້ວຍການເຂົ້າຮ່ວມຂອງນັກຮຽນ 43 ຄົນທີ່ເປັນນາຍທະຫານ ແລະ ທະຫານປະຊາຊົນອາຊີບ. |
![]() | ມອບເງິນຊ່ວຍເຫຼືອຄູອາຈານໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ ຍສໝ - ທ່ານນາງ ສີວັນເຮືອງ ເພັງຄໍາໄມ ຜູ້ອໍານວຍການໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ໄດ້ສະແດງຄວາມຂອບອົບຂອບໃຈຢ່າງຈິງໃຈສຳລັບຂອງຂວັນທີ່ເຕັມໄປດ້ວຍຄວາມໝາຍຂອງຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ທີ່ໄດ້ມອບໃຫ້ຄູອາຈານໂຮງຮຽນ; ຢັ້ງຢືນວ່າ ນີ້ບໍ່ພຽງແຕ່ແມ່ນຂອງຂວັນທາງດ້ານວັດຖຸເທົ່ານັ້ນ ຫາກຍັງສະແດງເຖິງຄວາມເອົາໃຈໃສ່ຂອງພັກ, ລັດ ແລະ ລັດຖະບານຫວຽດນາມ ຕໍ່ກັບພາລະກິດການສຶກສາຄົນ. |
ແທັງຮັ່ງ