​ເພີ່ມ​ທະວີ​ການ​ແລກປ່ຽນ​ປະຊາຊົນ ​ເພື່ອຮັດແໜ້ນການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ອິນ​ເດຍ - ຫວຽດນາມ

12:33 | 05/06/2025

ຍສໝ - ນັ້ນ​ແມ່ນ​ຄຳປາໄສຂອງ​ທ່ານ Hari Babu Kambhampati - ຜູ້ວ່າການລັດ Odisha, ອິນ​ເດຍ ເນື່ອງໃນໂອກາດການ​ຢ້ຽມຢາມ​ນະຄອນ ດາ​ນັງ ​ໃນ​ວັນ​ທີ 2 ມິຖຸນາ 2025.

ປະກອບສ່ວນ​ສືບ​ຕໍ່​ນຳການ​ພົວພັນ​ລະຫວ່າງ​ ຫວຽດນາມ - ລາວ ພັດທະນາຢ່າງບໍ່ຢຸດຢັ້ງ
ຮ່າ​ໂນ້ຍ ​ເພີ່ມ​ທະວີ​ການ​ແລກປ່ຽນ​ປະຊາຊົນ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ອາ​ຟຼິກາ​ໃຕ້

ຕາມ​ສື່​ມວນ​ຊົນ​ນະຄອນ​ດາ​ນັງ​ແລ້ວ, ທີ່​ການ​ຕ້ອນຮັບ​ທ່ານຜູ້ວ່າການລັດ Odisha Odisha Hari Babu Kambhampati, ພ້ອມເຂົ້າຮ່ວມໂດຍທ່ານSandeep Arya - ​ເອກ​ອັກຄະ​ລັດຖະທູດ​ຜູ້​ມີ​ອຳນາດ​ເຕັມ​ອິນ​ເດຍ ປະຈຳ ຫວຽດນາມ, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ດາ​ນັງ ເລຈຸງຈິງ ໄດ້​ແຈ້ງ​ໃຫ້​ຄະນະ​ຜູ້​ແທນ​ຊາບ​ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ - ສັງຄົມ​ຂອງ​ນະຄອນ ດານັງ ແລະ ທິດທາງພັດທະນານະຄອນໃນ​ໄລຍະ​ຈະ​ມາ​ເຖິງ.

​ເພີ່ມ​ທະວີ​ການ​ແລກປ່ຽນ​ປະຊາຊົນ ​ເພື່ອຮັດແໜ້ນການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ອິນ​ເດຍ - ຫວຽດນາມ
ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ດ່າ​ນັງ ເລຈຸງຈິງ ເປັນ​ປະທານ​ການ​ພົບ​ປະ​ກັບ ທ່ານ Hari Babu Kambhampati - ຜູ້​ວ່າການ​ລັດ Odisha (ອິນ​ເດຍ). (ພາບ: Mai Quang/danang.gov.vn)

ທ່ານປະທານຄະນະກຳມະການປະຊາຊົນນະຄອນດາ​ນັງ ເລຈຸງຈິງ ປາດຖະໜາວ່າ ທ່ານຜູ້ວ່າການລັດ Hari Babu Kambhampati ຈະແນະນຳ, ເຊື່ອມຕໍ່ບັນດານັກລົງທຶນ, ວິສາຫະກິດອິນເດຍ ສືບຕໍ່ລົງທຶນຢູ່ນະຄອນ ດານັງ ໃນບັນດາຂົງເຂດຄື ເຕັກໂນໂລຢີຂໍ້ມູນຂ່າວສານ, ສາທາລະນະສຸກ, ການສຶກສາ, ການທ່ອງທ່ຽວ... ​ນະຄອນ ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ທີ່​ສະ​ດວກ, ປະ​ສິດ​ທິ​ຜົນ ແລະ ປອດ​ໄພ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ອິນ​ເດຍ ເມື່ອ​ລົງ​ທຶນ​ຢູ່ ດາ​ນັງ.

ທີ່ການພົບປະ, ທ່ານຜູ້ວ່າການລັດ Hari Babu Kambhampati ໄດ້ຕີລາຄາສູງການພັດທະນາຂອງນະຄອນ ດານັງ ແລະ ເຊື່ອໝັ້ນວ່າ ໃນໄວໆນີ້ ນະຄອນ ຈະບັນລຸໄດ້ເປົ້າໝາຍໃນການພັດທະນາ Logistics, ການທ່ອງທ່ຽວ ແລະ ເຕັກໂນໂລຢີສູງ.

ທ່ານຜູ້ວ່າການລັດ Hari Babu Kambhampati ກໍ່ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ​ນະຄອນ ດານັງ ໃນ​ບັນດາ​ຂົງ​ເຂດ​ຄື: ການ​ສຶກສາ, ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ, ສາທາລະນະ​ສຸກ, ການທ່ອງທ່ຽວ. ພ້ອມ​ກັນ​ນັ້ນ, 2 ຝ່າຍ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ປະຊາຊົນ ​ເພື່ອ​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ອິນ​ເດຍ - ຫວຽດນາມ.

VUFO ຮ່ວມມືເພື່ອເສີມຂະຫຍາຍບົດບາດ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ຫວຽດນາມ ​ແລະ ຟີ​ລິບ​ປິນ VUFO ຮ່ວມມືເພື່ອເສີມຂະຫຍາຍບົດບາດ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ຫວຽດນາມ ​ແລະ ຟີ​ລິບ​ປິນ

ຍສໝ - ກ່າວ​ຄຳປາໄສທີ່​ການ​ພົບ​ປະ ແລະ ເຮັດວຽກກັບ​ຄະນະ​ຜູ້​ແທນ​ສະມາຄົມ​ມິດຕະພາບ​ຟີ​ລິບ​ປິນ - ຫວຽດນາມ ​ໂດຍ​ທ່ານ​ປະທານສະມາຄົມ​ Mario Ferdinand Anyon Pasion ເປັນຫົວໜ້າຄະນະ, ວັນ​ທີ 29 ພຶດສະພາ ຢູ່ ຮ່າ​ໂນ້ຍ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ (VUFO) ຟ່ານແອງເຊີນ ຢືນຢັນ​ວ່າ VUFO ໜູນ​ຊ່ວຍ​ບັນດາ​ຂໍ້​ລິ​ເລີ່​ມ​ ...

ທະຫານເຮືອ​ເຂດ 5 ​ເຜີຍ​ແຜ່​ວັດທະນະທຳ​ການ​ອ່ານ, ​ເພີ່ມ​ທະວີ​ຄວາມ​ຮັກ​ຕໍ່​ປະ​ເທດ​ຊາດ ທະຫານເຮືອ​ເຂດ 5 ​ເຜີຍ​ແຜ່​ວັດທະນະທຳ​ການ​ອ່ານ, ​ເພີ່ມ​ທະວີ​ຄວາມ​ຮັກ​ຕໍ່​ປະ​ເທດ​ຊາດ

ຍສໝ - ໃນລະຫວ່າງວັນທີ 15 ເມສາ ຫາວັນທີ 2 ພຶດສະພາ ຢູ່ນະຄອນ ຟູ໋ກວກ (ແຂວງ ກຽນຢາງ), ຫໍສະໝຸດທະຫານ​ເຮືອ​ເຂດ 5 ໄດ້ຈັດຕັ້ງງານວາງສະແດງ, ວາງສະແດງ ແລະ ແນະນຳປຶ້ມ ດ້ວຍຫົວຂໍ້ “ພ້ອມກັບປື້ມກ້າວເຂົ້າສູ່ຍຸກພັດທະນາປະເທດຊາດ”. ການ​ເຄື່ອນ​ໄຫວ​ແມ່ນ​ເພື່ອ​ຕອບ​ສະໜອງ​ວັນ​ປື້ມ ແລະ ວັດທະນະທຳ​ການ​ອ່ານ​ ຫວຽດນາມ ຄັ້ງ​ທີ ...

ມີງດຶກ