![]() | ທະຫານຫວຽດນາມ 86 ຄົນເຂົ້າຮ່ວມພິທີແຫ່ຂະບວນຢູ່ສະຫະພັນລັດເຊຍ |
![]() | ລາຍເຈົາ ເຜີຍແຜ່ກົດໝາຍວ່າດ້ວຍທະຫານປ້ອງກັນຊາຍແດນ ຫວຽດນາມ ໃຫ້ທຸກບ້ານ |
ການດຳລົງຊີວິດຢູ່ເຂດປ້ອງກັນສາມັນຊົນ IDP ກາມ ເຊິ່ງແມ່ນແຫ່ງດຳລົງຊີວິດຂອງຫຼາຍກວ່າ 120.000 ຄົນພວມໄດ້ຮັບຜົນສະທ້ອນຈາກການປະຖະກັນຢູ່ ຊູດັງໃຕ້ ກໍ່ເປັນພະຍານຫຼັກຖານທີ່ຈະແຈ້ງ ໃຫ້ແກ່ການເສຍປຽບເຊິ່ງເດັກຢູ່ແຫ່ງນີ້ພວມແບກຫາບໃນແຕ່ລະວັນ.
![]() |
ທະຫານ ຫວຽດນາມ ໜູນຊ່ວຍອຸປະກອນການຮຽນໃຫ້ແກ່ ໂຮງຮຽນປະຖົມບ້ານປ່າ. (ພາບ: VOV) |
ໂຮງຮຽນປະຖົມບ້ານປ່າ ແມ່ນໃນຈຳນວນໂຮງຮຽນປະຖົມ 4 ແຫ່ງ ຢູ່ເຂດປ້ອງກັນສາມັນຊົນ ຊູດັງໃຕ້ ຍັງສາມາດຮັກສາການຮ່ຳຮຽນ. ມີນັກຮຽນຫຼາຍກວ່າ 2.200 ຄົນ ແຕ່ໂຮງຮຽນຍັງເຫຼືອພຽງແຕ່ 11 ຫ້ອງຮຽນຖືກຕັ້ງດ້ວຍສັງກະສີ ແລະ ໄມ້ເທົ່ານັ້ນ ບໍ່ມີປະຕູບໍ່ມີພັດລົມບໍ່ມີດອກໄຟ ມີພຽງກະດານດຳເພື່ອຮັບໃຊ້ຄູອາຈານ ແລະ ນັກຮຽນເທົ່ານັ້ນ. ຕໍ່ໜ້າສະພາບການດັ່ງກ່າວ ບັນດານັກຮົບພະນັກງງານ ພາລະກອນໂຮງໝໍກາງສະໜາມລະດັບ 2 ເລກ 6 ຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຢູ່ ຊູດັງໃຕ້ ພວມເຮັດໜ້າທີ່ຢູ່ທີ່ນີ້ ໄດ້ມີການກະທຳທີ່ເຕັມໄປດ້ວຍຄວາມໝາຍນເນື່ອງໃນໂອກາດວັນເດັດສາກົນ ວັນທີ 1 ມິຖຸນາ. ບໍ່ພຽງແຕ່ໜູນຊ່ວຍໂຮງຮຽນກ່ຽວກັບວັດຖຸເຄື່ອງຂອງທີ່ຈຳເປັນຄື ກະດານ, ສໍ, ປຶ້ມຂຽນເທົ່ານັ້ນ ພະນັກງານ ຫວຽດນາມ ຍັງມອບຂອງຂວັນ 250 ພູດ ໃຫ້ແກ່ນັກຮຽນທີ່ດີເດັ່ນ. ຂອງຂັວນເຖິງວ່າ ມີມູນຄ່າໜ້ອຍກໍ່ຕາມ ແຕ່ເປັນແຫຼ່ງລະດົມກຳລັງໃຈອັນໃຫຍ່ຫຼວງສຳລັບພວກນ້ອງນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແຫ່ງນີ້. ທ່ານ ກາບຣຽນ ກາດດູແອນ ຫົວວໜ້າອຳນວຍການໂຮງຮຽນປະຖົມບ້ານປ່າ ຊູດັງໃຕ້ ເປີດເຜີຍວ່າ:
“ພວກຂ້າພະເຈົ້າຕີລາຄາສູງບັນດາການເຄື່ອນໄຫວໜູນຊ່ວຍຂອງກຳລັງຮັກສາສັນຕິພາບ ຫວຽດນາມ ຢູ່ ຊູດັງໃຕ້, ພິເສດພວກເພື່ອນໄດ້ປະກອບສ່ວນຫຼາຍຢ່າງໃຫ້ແກ່ການເຄື່ອນໄຫວໜູນຊ່ວຍການສຶກສາຂອງປະເທດພວກຂ້າພະເຈົ້າ. ການໜູນຊວຍນີ້ໄດ້ຊ່ວຍພວກເດັກເຂົ້າເຖິງພູມປັນຍາຮູ້ອ່ານ ຮູ້ຂຽນ: “
ບໍ່ພຽງແຕ່ຢຸດຢູ່ນັ້ນ, ຕໍ່ໜ້າສະພາບການໂລກອະຫິວາ ທີ່ພວມຜັນແປຢ່າງສັບສົນໃນເຂດ IDP, ຄະນະປະຕິປັດງານຍັງໜູນຊ່ວຍໂຮງຮຽນກ່ຽວກັບຢາຂ້າເຊື້ອ, ສະບູ ແລະ ຈັດຕັ້ງແນະນຳຫຼັກອານະໄມການປ້ອງກັນໂລກລະບາດໃຫ້ແກ່ຄູອາຈານ ແລະ ນັກຮຽນ. ນັ້ນບໍ່ພຽງແຕ່ເປັນຂອງຂວັນທາງດ້ານວັດຖຸເທົ່ານັ້ນ ຫາກຍັງແມ່ນເປັນການແບ່ງປັນ ແລະ ແຜ່ກະຈາຍຄວາມຮັກແພງຈາກບັນດາອ້າຍທະຫານ ຫວຽດນາມ. ຮ້ອຍຕີ ໂດ໊ທິຢ້ຽວຮ່ຽນ ນາຍທະຫານຍິງໜຸ່ມທີ່ສຸດໃນຈຳນວນນາຍທະຫານຂອງໂຮງຮຽນກາງສະໜາມລະດັບ 2 ເລກ 6 ຫວຽດນາມ ແບ່ງປັນວ່າ :
“ສິ່ງທີ່ພວກຂ້າພະເຈົ້າໄດ້ຮັບພາຍຫຼັງການເຄື່ອນໄຫວກຸສົນໂດຍສະໝັກໃຈເຊັ່ນນັ້ນ ແມ່ນຄວາມສຸກ ຍ້ອນວ່າ ເຮົາໄດ້ນຳຄວາມ່ວນຊື່ນຮອຍຍິ້ມາສູ່ເດັກຢູ່ແຫ່ງນີ້. ນີ້ແມ່ນກຳລັງໜູນອັນໃຫຍ່ຫຼວງເພື່ອໃຫ້ພວກຂ້າພະເຈົ້າສືບຕໍ່ເຮັດສຳເລັດໜ້າທີ່”.
ມາເຖິງເດືອນ ພຶດສະພາ ປີ 2025 ຫວຽດນາມ ໄດ້ແຕ່ງຕັ້ງພະນັກງງານ ພາລະກອນ 1.100 ເທື່ອຄົນ ໄປຮ່ວມການເຄື່ອນໄຫວຮັກສາສັນຕິພາບຢູ່ສາມຄະນະປະຕິບັດງານ ຢູ່ ອາຟຣິກກາກາງ, ຊູດັງໃຕ້, ຮ່າໄບ ແລະ ສຳນັກງານສະຫະປະຊາຊາດ. ເຂົາເຈົ້າພວມປະຕິບັດພາລະກຳອັນສູງສົ່ງໃນຕະຫຼອດວັນ ແລະ ຄືນຢູ່ບັນດາຈຸດຮ້ອນໃນໂລກ. ໂຮງໝໍກາງສະໜາມລະດັບ 2 ເລກ 6 ກໍ່ແມ່ນຕົວແບບບໍ່ພຽງແຕ່ນຳວິຊາສະເພາະດ້ານການແພດເທົ່ານັ້ນ ເຂົາເຈົ້າຍັງແຜ່ກະຈາຍຄຸນຄ່າແຫ່ງສັນຕິພາບຄວາມໂອບອ້ອມອາລີ. ພົນຈັດຕະວາ ຟ້າແມັ້ງຖັງ ຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ ຢືນຢັນວ່າ:
“ມາຮອດປັດຈຸບັນ ໂຮງໝໍກາງສະໜາມລະດັບ 2 ຂອງ ຫວຽດນາມ ໄດ້ຮັບການຕີລາຄາສູງຈາກກຳລັງທະຫານປະສົມ ແລະ ບັນດາເພື່ອນຮ່ວມອາຊີບ. ພວກຂ້າພະເຈົ້າຍາມໃດກໍ່ຢັ້ງຢືນໄດ້ເຖິງລັກສະນະເປັນມືອາຊີບ, ນ້ຳໃຈຄວາມຮັບຜິດຊອບຢ່າງສູງ ເມື່ອປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຢູ່ສະຫະປະຊາຊາດ”.
ໃນທ່າມການດິນແດນ ອາຟຣິກກາ ທີ່ແດດຮ້ອນ ແລະ ເຕັມໄປດ້ວຍຄວາມຮ້າຍກາດ, ການປາກົດຕົວຂອງບັນດາອ້າຍທະຫານ ຫວຽດນາມ ໄດ້ ແລະ ພວມ ສ້າງຄວາມຫວັງນຳຄວາມມ່ວນຊື່ນມາສູ່ເດັກ ຊູດັງໃຕ້.
![]() | ຄະນະຜູ້ແທນນັກຮົບອາສາສະໝັກເກົ່າ ແລະ ນັກຊ່ຽວຊານການທະຫານຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ ຍສໝ - ວັນທີ 27 ທັນວາ 2024, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງໆຈໍາປາສັກ ແລະ ຄະນະນໍາແຂວງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນນັກຮົບເກົ່າ ແລະຊ່ຽວຊານທະຫານຫວຽດນາມ ຢູ່ລາວ ໂດຍທ່ານພົນຈັດຕະວາ ເລຮຸຍມາຍ, ປະທານສະມາຄົມນັກຮົບເກົ່າ ຮ່າໂນ້ຍ ໄດ້ນຳພາ, ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ. |
![]() | ບັນດາ “ພື້ນທີ່ ສີແດງ” ເຕັມໄປດ້ວຍນໍ້າໃຈ ລະຫວ່າງ ທະຫານ ກັບ ປະຊາຊົນ ຍສໝ - ສະເພາະ ແຕ່ເດືອນ ມິຖຸນາ ຫາ ເດືອນ ກັນຍາ ປີ 2024, ຫວຽດ ນາມ ໄດ້ຮັບຜົນກະທົບ ຈາກພະຍຸ 3 ລູກ ແລະ ຝົນຕົກໜັກ ຕິດຕໍ່ກັນ ຫຼາຍຄັ້ງ, ກໍ່ໃຫ້ເກີດໄພນໍ້າຖ້ວມ, ນໍ້າແກ່ງ ນໍ້າຊຸ, ດິນເຊາະເຈື່ອນ ຢ່າງຮ້າຍແຮງ, ... |
ມີງດຶກ