ນັກສຶກສາສາກົນ 160 ຄົນເຂົ້າຮ່ວມການປະກວດປາກເວົ້າພາສາຫວຽດ

10:39 | 03/06/2025

ຍສໝ - ວັນທີ 31 ພຶດສະພາ, ສະຫະພັນບັນດາອົງການມິດຕະພາບນະຄອນ ດ່າໜັງ ສົມທົບກັບມະຫາວິທະຍາໄລສຶກສາ - ມະຫາວິທະຍາໄລ ດ່າໜັງ ໄດ້ຈັດຕັ້ງຮອບຊີງຊະນະເລີດ “ງານປະກວດເວົ້າພາສາຫວຽດນາມ ຄັ້ງທີ 1 ສໍາລັບຊາວຕ່າງປະເທດຢູ່ເຂດພາກກາງ - ດ່າໜັງ 2025”.

ການແຂ່ງຂັນຮອບຄັດເລືອກເຕະບານຊິງແຊ້ມອາຊີ 2022: ທີມບານເຕະຍິງຫວຽດນາມ ເອົາຊະນະ ທີມເຕະບານຍິງ ມານດີວ 16-0
ຫວຽດ​ນາມ ສົ່ງ​ເສີມ ກຸ້ງ 160 ໂຕນ​ໄປ​ຍັງ EU, ອາ​ເມ​ລິ​ກາ ແລະ ຍີ່​ປຸ່ນ ໃນ​ຕົ້ນ​ປີ 2021

ຮອບສຸດທ້າຍໄດ້ເຕົ້າໂຮມ 12 ທີມຈາກບັນດາມະຫາວິທະຍາໄລ, ວິທະຍາໄລເຂດພາກກາງ, ລວມມີ: ມະຫາວິທະຍາໄລ ຢຸຍເຕີນ, ວິທະຍາໄລ ເຫ້ວ, ມະຫາວິທະຍາໄລ ຮົ່ງດຶກ, ມະຫາວິທະຍາໄລພາສາຕ່າງປະເທດ - ມະຫາວິທະຍາໄລ ດ່າໜັງ, ມະຫາວິທະຍາໄລພາສາຕ່າງປະເທດ-ມະຫາວິທະຍາໄລເຫ້ວ, ມະຫາວິທະຍາໄລ ກວາງບິ່ງ, ມະຫາວິທະຍາໄລ ກວາງນາມ, ມະຫາວິທະຍາໄລ ວິງ, ແລະ ບັນດາທີມພັດທະນາ UED, ເຊື່ອມຕໍ່ UED ( ມະຫາວິທະຍາໄລສຶກສາ - ມະຫາວິທະຍາໄລ ດ່າໜັງ).

ຕາມ​ສຳນັກຂ່າວສານ​ຫວຽດນາມ, ກ່າວ​ຄຳ​ປາໄສ​ທີ່ເຫດການ​ນີ້, ທ່ານ ຮອງ​ປະທານ​ຄະນະ​ປະຈຳ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ດ່າ​ໜັງ ​ໃຫ້​ຮູ້​ວ່າ: ​ເຖິງ​ວ່າ​ຈະ​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ກໍ່ຕາມ, ​ແຕ່​ການ​ປະກວດ​ໄດ້ດຶງດູດການ​ຕອບ​ສະໜອງ​ຢ່າງ​ຕັ້ງໜ້າ​ຈາກ​ຜູ້​ເຂົ້າ​ຮ່ວມ 160 ຄົນ​ທີ່​ມາ​ຈາກ​ຫຼາຍ​ຊາດ​ຄື ລາວ, ຈີນ, ອິນ​ເດຍ, ອັງກິດ, ອາ​ເມ​ລິ​ກາ, ຣັດ​ເຊຍ, ມາ​ເລ​ເຊຍ...ຂຶ້ນກັບບັນດາຫົວໜ່ວຍມາຈາກ 7 ແຂວງ, ນະຄອນເຂດພາກກາງ.

ນີ້​ບໍ່​ພຽງ​ແຕ່​ແມ່ນ​ສະໜາມ​ຫຼິ້ນແລກປ່ຽນ​, ​ວິຊາການສຶກສາໃຫ້ນັກສຶກສາສາກົນ, ຊາວ​ຕ່າງປະ​ເທດ​ທີ່ພວມ​ດຳລົງ​ຊີວິດ, ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່​ບັນດາ​ແຂວງ, ນະຄອນ​ຂອງ​ພາກ​ກາງ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນຊຸກຍູ້​ໂຄສະນາ​ເຜີຍ​ແຜ່​ພາສາຫວຽດ, ວັດທະນະທຳ ​ແລະ ປະຊາຊົນ​ຫວຽດນາມ ອອກສູ່ໂລກ. ຜ່ານ​ນັ້ນ, ​ກໍ່ ຮັດແໜ້ນ​​ມິດຕະພາບ​ລະຫວ່າງ​ປະຊາ​ຄົມ​ສາກົນ ​ກັບປະຊາຊົນ ຫວຽດນາມ ​ເວົ້າລວມ ​ແລະ ນະຄອນ ດ່າ​ໜັງ ​ເວົ້າ​ສະ​ເພາະ.

ຕາມທ່ານ ໂຮ່ກິມິງ ແລ້ວ, ຄວາມເຂົ້າໃຈ ແລະ ການນຳໃຊ້ພາສາຫວຽດນາມ ຢ່າງຄ່ອງແຄ້ວ ແມ່ນຂໍ້ໄດ້ປຽບທີ່ຊ່ວຍໃຫ້ນັກສຶກສາຕ່າງປະເທດທີ່ຮ່ຳຮຽນ ແລະ ຄົ້ນຄວ້າຢູ່ບັນດາສະຖາບັນການສຶກສາ ຫວຽດນາມ ເພື່ອຮັບເອົາຄວາມຮູ້, ຄວາມສະດວກກວ່າໃນຂະບວນການຮ່ວມມືກັບບັນດາຄູ່ຮ່ວມມື ຫວຽດນາມ ແລະ ເຊື່ອມໂຍງເຂົ້າກັບປະຊາຄົມທ້ອງຖິ່ນຢ່າງສະດວກ.

ນັກສຶກສາສາກົນ 160 ຄົນເຂົ້າຮ່ວມການປະກວດປາກເວົ້າພາສາຫວຽດ

ນັກ​ສຶກ​ສາ​ລາວ​ ແລະ​ ຈີນ​ ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ການ​ສຶກ​ສາ-ດາ​ຫນັງ​ໃນ​ປະ​ກວດ​ການ​ເວົ້າ​. (ພາບ: ໜັງສືພິມ ດ່າໜັງ)

ບັນດາທີມເຂົ້າຮ່ວມສອງພາກສ່ວນ: ການປາກເວົ້າ ແລະ ພອນສະຫວັນ. ໃນ​ພາກສ່ວນປາກເວົ້າ, ບັນດາຜູ້​ເຂົ້າ​ຮ່ວມ​ລາຍງານເປັນ​ພາ​ສາ​ຫວຽດ​ໃນ​ເວ​ລາ​ສູງ​ສຸດ 10 ນາ​ທີ,ດ້ວຍບັນ​ດາ​ຫົວ​ຂໍ້​ທີ່​ຄຸ້ນ​ເຄີຍ​ຄື: ວັດ​ທະ​ນະ​ທຳ, ຮີດ​ຄອງ​ປະ​ເພ​ນີ, ປະ​ສົບ​ການ​ຢູ່​ຫວຽດ​ນາມ ຫຼື ພາ​ລະ​ບົດ​ບາດ​ຂອງພາສາ​ຫວຽດ​ນາມ ໃນ​ການ​ແລກ​ປ່ຽນ​ສາ​ກົນ. ​ໃນພາກສ່ວນ​ພອນ​ສະຫວັນ, ​ແຕ່​ລະທິມສະແດງລາຍການ​ສິລະປະ​ໃຫ້​ເຫັນ​ລັກສະນະ​ຫວຽດນາມຢ່າງ ​ເຂັ້ມ​ແຂງ, ສະ​ແດງ​ໃຫ້​ເຫັນ​ຄວາມຮັກແພງ​ຈິງ​ໃຈ, ຄວາມ​ເຄົາລົບ ​ແລະ ຄວາມ​ເອກອ້າງ​ທະນົງ​ໃຈ​ຕໍ່​ປະ​ເທດ, ປະຊາຊົນ ​ແລະ ວັດທະນະທຳ ຫວຽດນາມ.

ສະຫຼຸບຜົນ, ທີມຈາກມະຫາວິທະຍາໄລພາສາຕ່າງປະເທດ-ມະຫາວິທະຍາໄລດາໜັງ ໄດ້ຮັບລາງວັນທີ 1. ສອງທີມ​ຈາກ​ມະຫາວິທະຍາ​ໄລ ​ເຫ້ວ ​ແລະ ມະຫາວິທະຍາ​ໄລ ​ກວາງ​ນາມ ຍາດ​ໄດ້​ລາງວັນ​ທີ 2.

ນັກສຶກສາສາກົນ 160 ຄົນເຂົ້າຮ່ວມການປະກວດປາກເວົ້າພາສາຫວຽດ

ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ທຸງ​ທີ່​ລະນຶກ​ໃຫ້​ບັນດາຜູ້​ຕາງໜ້າທີ່​ເຂົ້າ​ຮ່ວມ​ການ​ປະກວດ. (ພາບ: ໜັງສືພິມ ດາໜັງ)

ທ່ານຮອງສາດສະດາຈານ, ປອ ຫວໍວັນມິນ, ຜູ້ອຳນວຍການມະຫາວິທະຍາໄລສຶກສາ-ມະຫາວິທະຍາໄລ ດ່າໜັງ, ຫົວໜ້າຄະນະຈັດຕັ້ງໃຫ້ຮູ້ວ່າ: “ການປະກວດປາກເວົ້າພາສາຫວຽດນາມ ສຳລັບຊາວຕ່າງປະເທດ” ຈະສືບຕໍ່ໄດ້ຮັບການເປີດກວ້າງ ແລະ ຄາດວ່າຈະກາຍເປັນການເຄື່ອນໄຫວປະຈຳປີຢູ່ພາກກາງ, ປະກອບສ່ວນເຜີຍແຜ່ຄວາມຮັກແພງພາສາຫວຽດນາມ ແລະ ຊຸກຍູ້ການຮ່ວມມືສາກົນໃນຂົງເຂດການສຶກສາ ແລະ ວັດທະນະທຳ.

ພິທີປຸກລະດົມວັນເຊີດຊູພາສາຫວຽດ: ຮັກສາພາສາຫວຽດ, ຮັກສາປະເພນີຫວຽດ ພິທີປຸກລະດົມວັນເຊີດຊູພາສາຫວຽດ: ຮັກສາພາສາຫວຽດ, ຮັກສາປະເພນີຫວຽດ
ເຊີດຊູພາສາ​ຫວຽດນາມ: ​ເຜີຍ​ແຜ່​ຄວາມ​ຮັກ​ແພງ​ໃຫ້​ແກ່​ເດັກນ້ອຍ​ຢູ່​ນະຄອນ New York, ອາ​ເມ​ລິ​ກາ ເຊີດຊູພາສາ​ຫວຽດນາມ: ​ເຜີຍ​ແຜ່​ຄວາມ​ຮັກ​ແພງ​ໃຫ້​ແກ່​ເດັກນ້ອຍ​ຢູ່​ນະຄອນ New York, ອາ​ເມ​ລິ​ກາ

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ