ຍສໝ - ປີ 2024 ຫວຽດນາມ ໄດ້ສ້າງຄວາມປະທັບໃຈໃນສາຍຕາຂອງເພື່ອນມິດສາກົນ. ເພື່ອມີຄວາມເຂົ້າໃຈຈະແຈ້ງກວ່າກ່ຽວກັບຜົນງານດັ່ງກ່າວ, ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈຳນິວເດລີ ໄດ້ມີການສຳພາດທ່ານ SD Pradhan ອະດີດຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດອິນເດຍ.
ຍສໝ - ຕອນເຊົ້າວັນທີ 9 ທັນວາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເຮັດວຽກກັບຄະນະເສດຖະກິດສູນກາງພັກ ກ່ຽວກັບຜົນການປະຕິບັດໜ້າທີ່ວຽກງານ ນັບແຕ່ຕົ້ນອາຍຸການ ຊຸດທີ XIII ມາຮອດປະຈຸບັນ ແລະທິດທາງໜ້າທີ່ ຈົນເຖິງໝົດອາຍຸການ.
ຕາມທ່ານ ໂຕເລີມ ເລຂາທິການໃຫຍ່ແລ້ວ, ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຈະເປັນຂີດໝາຍເປີດໄລຍະບືນຕົວຂຶ້ນຂອງຫວຽດນາມ, ໄລຍະພັດທະນາ, ໄລຍະຮັ່ງມີເຂັ້ມແຂງ, ສັງກາດວັດທະນາຖາວອນ, ເມື່ອປະຊາຊົນຫວຽດນາມ ທຸກຄົນ, ລ້ານຄົນເປັນຈິດໜຶ່ງໃຈດຽວ, ພາຍໃຕ້ການນຳພາຂອງພັກ, ຍາດແຍ່ງກາລະໂອກາດ, ຄວາມສະດວກຢ່າງສຸດຂີດ, ຍູ້ຄວາມສ່ຽງ, ສິ່ງທ້າທາຍໃຫ້ຖອຍໄປ, ນຳປະເທດພັດທະນາຮອບດ້ານ, ຢ່າງແຮງ, ບຸກທະລຸ ແລະບືນຕົວຂຶ້ນ; ສ້າງປະເທດຫວຽດນາມ ແມ່ນປະເທດປະຊາຊົນຮັ່ງມີ, ປະເທດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສິວິໄລ, ຫັນຄວາມມຸ່ງຫວັງເປັນປະເທດເຂັ້ມແຂງແຮງກ້າໃຫ້ປະກົດຜົນເປັນຈິງ, ທຽບເທົ່າກັບບັນດາປະເທດມະຫາອໍານາດຢູ່ຫ້າທະວີບຕາມພິໃນກຳອັນສັກກະລະບູຊາຂອງປະທານ ໂຮ່ຈີມິນ.
ຍສໝ - ວັນທີ 8 ທັນວາ, ທີ່ຮ່າໂນ້ຍ ໄດ້ດໍາເນີນເວທີປາໄສ Startup ແຫ່ງຊາດ ນະວັດຕະກໍາ ຄັ້ງທີ 5 ດ້ວຍຫົວຂໍ້: “ເຕັກໂນໂລຊີປັນຍາປະດິດ ແລະການຄ້າເອເລັກໂຕນິກ ຂ້າມຊາຍແດນ”.
ໃນໄລຍະຫັນປ່ຽນດີຈີຕອນ, ບັນດາວິສາຫະກິດເຕັກໂນໂລຢີດີຈີຕອນ (CNS) ພວມມີທີ່ຕັ້ງ ແລະບົດບາດສໍາຄັນ, ແມ່ນກໍາລັງໜູນໃໝ່ເພື່ອຊຸກຍູ້ພື້ນຖານເສດຖະກິດຂອງປະເທດໃຫ້ເຕີບໂຕ. ເຖິງຢ່າງໃດກໍ່ຕາມ, ເພື່ອໃຫ້ປະຊາຄົມວິສາຫະກິດ CNS ພັດທະນາຢ່າງແທ້ຈິງຕ້ອງມີຫຼາຍກົນໄກ, ນະໂຍບາຍໜູນຊ່ວຍທີ່ມີລັກສະນະບຸກທະລຸ.
ຍສໝ - ການເຄື່ອນໄຫວຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດໃນທົ່ວປະເທດ ແລະ ຢູ່ເທື່ອທ່ຽນເຫ້ວ ໄດ້ ແລະ ພວມບັນລຸໄດ້ໝາກຜົນທີ່ຕັ້ງໜ້າພໍສົມຄວນ.
ກອງທັບປະຊາຊົນຫວຽດນາມ ໄດ້ພັກ ແລະປະທານໂຮ່ຈີມິນ ຈັດຕັ້ງກໍ່ສ້າງບົນພື້ນການກຳລັງການເມືອງ ແລະບັນດາຂະບວນການຕໍ່ສູ້ຂອງອົງການຈັດຕັ້ງມະຫາຊົນ, ລວມມີສາມປະເພດ: ທະຫານຫຼວງ, ທະຫານທ້ອງຖິ່ນ ແລະທະຫານລາດປ້ອງກັນຕົວ.
ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ມີການປະກອບສ່ວນຫຼາຍຢ່າງເຂົ້າໃນວຽກງານລວມຂອງບັນດາອົງການຈັດຕັ້ງພາກພື້ນ ແລະສາກົນ, ປະກອບສ່ວນແກ້ໄຂບັນດາບັນຫາ ແລະສິ່ງທ້າທາຍທີ່ມີລັກສະນະທົ່ວໂລກຢ່າງມີປະສິດທິຜົນ. ຜ່ານການເຄື່ອນໄຫວນີ້ບໍ່ພຽງແຕ່ພິສູດໃຫ້ເຫັນຄວາມສາມາດ, ຄວາມຮັບຜິດຊອບຂອງຫວຽດນາມ ຕໍ່ກັບຄວາມມານະພະຍາຍາມ ເພື່ອສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນໃນທົ່ວໂລກເທົ່ານັ້ນ ຫາກຍັງຢັ້ງຢືນບົດບາດ, ທີ່ຕັ້ງ ແລະອິດທິພົນຊື່ສຽງສາກົນຂອງປະເທດນັບມື້ນັບໄດ້ຮັບການຍົກສູງຂຶ້ນ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ, ນັກຊ່ຽວຊານສາກົນຫຼາຍທ່ານໄດ້ສະແດງຄວາມນິຍົມ ແລະ ຕີລາຄາສູງບົດບາດ, ຜົນງານຂອງກອງທັບ ຫວຽດນາມ ໃນປະຫວັດສາດ, ປະຈຸບັນ ແລະ ອະນາຄົດ.
ທ້າຍເດືອນ ເມສາ 2024, ທ່ານ ສາດສະດາຈານ ນາງ ຫງວຽນທິກິມແທ່ງ, ເຮັດວຽກຢູ່ມະຫາວິທະຍາໄລ University College London - UCL (ລາດຊະອານາຈັກອັງກິດ), ໄດ້ຮັບການເລືອກຕັ້ງຢ່າງເປັນທາງການ ໃຫ້ເປັນສະມາຊິກຂອງສະຖາບັນການບັນດິດເອີຣົບ (Academia Europaea - AE) ແລະ ກາຍເປັນຄົນຫວຽດນາມ ຄົນທຳອິດທີ່ເຂົ້າຮ່ວມອົງການວິທະຍາສາດທີ່ມີຊື່ສຽງນີ້.
ການແບ່ງປັນນີ້ແມ່ນ ເພື່ອແນໃສ່ຮັບຮູ້ ແລະຍົກໃຫ້ເຫັນການປະກອບສ່ວນອັນລ້ຳຄ່າຂອງທະຫານລຸງໂຮ່ ເຊິ່ງບໍ່ພຽງແຕ່ໃຫ້ແກ່ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນປະສົບການໃຫ້ແກ່ກໍາລັງປະກອບອາວຸດກູບາ ອີກດ້ວຍ. ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ, ທະຫານລຸງໂຮ່ ຈະສືບຕໍ່ເຕີບໃຫຍ່ຂະຫຍາຍຕົວ ແລະຍາມໃດກໍ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ, ລັດ ແລະປະຊາຊົນຫວຽດນາມ ຍ້ອນມີການປະກອບສ່ວນເຂົ້າໃນການພັດທະນາ ແລະປົກປັກຮັກສາອະທິປະໄຕຂອງປະເທດຊາດ. ທະຫານລຸງໂຮ່ ກໍ່ແມ່ນນາມມະຍົດອັນສູງສົ່ງ ເຊິ່ງປະຊາຊົນ ແລະກຳລັງປະກອບອາວຸດກູບາ ຮັກແພງ ແລະນິຍົມນັບຖື.
ເຖິງວ່າຕ້ອງປະຕິບັດໜ້າທີ່ໃນເງື່ອນໄຂທີ່ປະສົບຄວາມຫຍຸ້ງຍາກລໍາບາກທີ່ສຸດນັບແຕ່ຊຸມວັນສ້າງຕັ້ງ ກໍ່ຄືໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ, ຈັກກະພັດຜູ້ຮຸກຮານ, ປົກປັກຮັກສາປະເທດຊາດ; ແຕ່ວ່າດ້ວຍຈິດໃຈມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ຊອກຮູ້, ປະດິດສ້າງຢ່າງບໍ່ຢຸດຢັ້ງຂອງພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ເຊິ່ງຍາມໃດກໍ່ໄດ້ຮັບການປຸກລຸກ, ເສີມຂະຫຍາຍຢ່າງແຂງແຮງ, ປະກອບສ່ວນສ້າງຄຸນທາດ, ຄຸນຄ່າອັນສູງສົ່ງຂອງທະຫານລຸງໂຮ່ ແລະມູນເຊື້ອຕັດສິນໃຈສູ້ຮົບ - ຕັດສິນໃຈຍາດເອົາໄຊຊະນະ.
ວິວັດການເຊື່ອມໂຍງເຂົ້າກັບເສດຖະກິດສາກົນທີ່ນັບມື້ນັບເລິກເຊິ່ງກວ້າງຂວາງຂອງປະເທດໄດ້ສ້າງກາລະໂອກາດເພື່ອໃຫ້ວິສາຫະກິດຫວຽດນາມ ສະແດງຄວາມສາມາດແກ່ງແຍ້ງ ແລະມຸ່ງໄປເຖິງບັນດາຕະຫຼາດຕ່າງປະເທດ. ກົງກັນຂ້າມ, ເລື່ອງວິສາຫະກິດຫວຽດນາມ ອອກສູ່ໂລກບໍ່ພຽງແຕ່ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດພາຍໃນປະເທດເທົ່ານັ້ນ ຫາກຍັງຊ່ວຍເພີ່ມກໍາລັງແຮງ, ທີ່ຕັ້ງ ແລະອິດທິພົນຊື່ສຽງຂອງປະເທດໃນເວທີປາໄສສາກົນ.
ອຸດສາຫະກໍາປ້ອງກັນຊາດ ແມ່ນພາກສ່ວນໜຶ່ງຂອງພື້ນຖານອຸດສາຫະກໍາແຫ່ງຊາດ, ທັງແມ່ນປັດໄຈສຳຄັນໃນການສ້າງກຳລັງບົ່ມຊ້ອນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປະກອບສ່ວນປະຕິບັດແຜນນະໂຍບາຍ “ປ້ອງກັນຊາດ, ປ້ອງກັນຄວາມສະຫງົບສົບທົບກັບເສດຖະກິດ, ເສດຖະກິດສົມທົບກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ” ໃຫ້ມີປະສິດທິຜົນ, ສ້າງພື້ນຖານເພື່ອປົກປັກຮັກສາປະເທດຫວຽດນາມ ໃນສະພາບການໃໝ່ໃຫ້ໝັ້ນຄົງເຂັ້ມແຂງ.
ຍສໝ - ເພື່ອສ້າງເປັນການຜະລິດອັດສະລິຍະ, ຊົນນະບົດໃໝ່ອັດສະລິຍະ ເທື່ອລະກ້າວ, ໃນໄລຍະຜ່ານມາ, ຫຼາຍທ້ອງຖິ່ນຂອງແຂວງບັກລຽວ ແລະກ່າເມົາ ໄດ້ສຸມໃສ່ຊຸກຍູ້ການປະຕິບັດດ້ວຍຫຼາຍມາດຕະການແທດຈິງ ແລະມີປະສິດທິຜົນ. ຈາກນັ້ນ, ປະກອບສ່ວນຊຸກຍູ້ເສດຖະກິດຊົນນະບົດ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ, ຮັດແຄບຊ່ອງຫວ່າງດ້ານຄຸນນະພາບການບໍລິການລະຫວ່າງຊົນນະບົດກັບຕົວເມືອງ, ມຸ່ງໄປເຖິງຊົນລະບົດໃໝ່ອັດສະລິຍະເທື່ອລະກ້າວ.
ຍສໝ - ວັນທີ 27 ມິຖຸນາ, ຢູ່ ສະວິດ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະ ຫວຽດນາມ ປະຈໍາ Geneva ມາຍຟານຢຸ໊ງ ໄດ້ເຂົ້າຮ່ວມກອງປະຊຸມປະຈໍາຄັ້ງທີ 53 ຂອງຄະນະບໍລິຫານງານສູນການກະທຳລູກລະເບີດໝາກມິນມະນຸດສະທໍາຂອງ Geneva (ສູນກາງສາກົນ ນະຄອນເຈນິວາ ສຳລັບການເກັບກູ້ລະເບີດເພື່ອມະນຸດສະທຳ - GICHD) ແລະ ໄດ້ຮັບເລືອກຕັ້ງກາຍເປັນສະມາຊິກຂອງສະພາ.
ຍສໝ - ຄ້າຍຄືກັນນັ້ນ, ສັກກະຫຼາດໃໝ່, ສັກກະຫຼາດບືນຕົວຂອງຊາດຫວຽດນາມ ຈະເປີດສາກດ້ວຍເຫດການທີ່ມີຄວາມໝາຍປະຫວັດສາດ-ກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ XIV ຂອງພັກ. ທີ່ກອງປະຊຸມໃຫຍ່ XIV, ພັກເຮົາຈະນໍາບັນດານະໂຍບາຍຊີ້ຂາດທີ່ມີຄວາມໝາຍປະຫວັດສາດເພື່ອນໍາພາປະເທດຫວຽດນາມ ກາຍເປັນປະເທດພວມພັດທະນາ, ມີອຸດສາຫະກໍາທັນສະໄໝ, ລາຍຮັບສະເລ່ຍສູງ ໃນປີ 2030...
ຍສໝ - ໃນສະພາບການເສດຖະກິດທົ່ວໂລກທີ່ຫັນປ່ຽນ, ປີ 2024 ແມ່ນຂີດໝາຍປະຫວັດສາດເມື່ອວົງເງິນສົ່ງອອກເຂົ້າສານຂອງ ຫວຽດນາມ ບັນລຸກ່ວາ 5 ຕື້ USD ເປັນຄັ້ງທຳອິດ. ນີ້ບໍ່ພຽງແຕ່ແມ່ນຂີດໝາຍສຳຄັນຂອງຂະແໜງກະສິກຳເທົ່ານັ້ນ, ຫາກຍັງຢືນຢັນຖານະບົດບາດຢ່າງໝັ້ນແກ່ນຂອງ ຫວຽດນາມ ໃນແຜນທີ່ສົ່ງອອກເຂົ້າສານໄປສູ່ໂລກ.
ຫວ່າງແລ້ວນີ້, ທ່ານພົນຕີ ເລກວາງມິງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ເປັນປະທານກອງປະຊຸມຜັນຂະຫຍາຍໜ້າທີ່ສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ (22 ທັນວາ 1944 / 22 ທັນວາ 2024) ແລະພິທີປະດັບຫຼຽນໄຊເອກະລາດຊັ້ນໜຶ່ງ.
ຍສໝ - ດ້ວຍຄວາມຮັກແພງຕໍ່ວັດທະນະທຳຫວຽດນາມ, ບັນດາໄວໜຸ່ມລາວ ຄືທ່ານນາງ ເມສາ ບົວວອນ ແລະ ທ່ານ ພູມພິທັດ ອຸປະເສີດ ພວມເຜີຍແຜ່ບັນດາຄຸນຄ່າອັນດີງາມກ່ຽວກັບວັດທະນະທຳຂອງສອງປະເທດ. ໂດຍຜ່ານແຕ່ລະວິດີໂອຢ່າງສັດຊື່ຈິງໃຈ, ພວກເຂົາບໍ່ພຽງແຕ່ສົ່ງແຮງບັນດານໃຈເທົ່ານັ້ນ ຫາກຍັງຕິດພັນນ້ຳໃຈມິດຕະພາບ ຫວຽດນາມ - ລາວ ໃຫ້ນັບມື້ນັບແໜ້ນແຟ້ນ.
ຍສໝ - ດ້ວຍການໜູນຊ່ວຍຈາກບັນດາຜູ້ຊ່ຽວຊານຢູ່ໂຮງໝໍການແພດທະຫານ 103 ຫວຽດນາມ, ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໄດ້ເປັນເຈົ້າເຕັກນິກການປ່ຽນຖ່າຍໝາກໄຂ່ຫຼັງເທື່ອລະກ້າວ, ເປີດສັງກາດໃຫມ່ໃນຂະແໜງການສາທາລະນະສຸກຂອງລາວ. ບັນດາຄວາມມານະພະຍາຍາມດັ່ງກ່າວ ບໍ່ພຽງແຕ່ແມ່ນຂີດໝາຍຄວາມກ້າວໜ້າດ້ານວິຊາສະເພາະເທົ່ານັ້ນ ຫາກຍັງເປັນສັນຍາລັກໃຫ້ແກ່ນ້ຳໃຈມິດຕະພາບແບບພິເສດ ຫວຽດນາມ - ລາວ.
ຫວ່າງແລ້ວນີ້, ສະຫະພັນແຮງງານຫວຽດນາມ ສົມທົບກັບສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ສະພາທິດສະດີສູນກາງ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ແຫ່ງຊາດ “ສ້າງຊົນຊັ້ນກຳມະກອນຫວຽດນາມ ທັນສະໄໝ, ໃຫ່ຍໂຕເຂັ້ມແຂງ”.
ຍສໝ - ຢູ່ຄຸ້ມ 3, ຕາແສງຟູໝີ໋, ເມືອງ 7, ມີຫ້ອງຮຽນແຫ່ງຄວາມຮັກທີ່ໄດ້ເຄື່ອນໄຫວມາເປັນເວລາ 42 ປີແລ້ວ, ປະກອບສ່ວນນຳເອົາຄວາມຮູ້, ບົດຮຽນມາໃຫ້ເດັກນ້ອຍຫຼາຍຄົນທີ່ປະສົບຄວາມຫຍຸ້ງຍາກພິເສດ.
ຍສໝ - ເວັບໄຊ riotimesonline.com (Brazil) ໄດ້ເອົາລົງບົດຂຽນກ່ຽວກັບສະພາບການຜະລິດທົ່ວໂລກພວມປ່ຽນແປງຢ່າງໄວວາ, ຄັດສະເໜີຂໍ້ມູນຫຼ້າສຸດຈາກນັກສະໜອງການບໍລິການຂໍ້ມູນດ້ານການເງິນແຖວໜ້າໂລກ S&P Global Market Intelligence (ອາເມລິກາ) ຊື່ງໃນນັ້ນໃຫ້ຮູ້ວ່າ: ຫວຽດນາມ ໄດ້ກາຍເປັນຈຸດໝາຍປາຍທາງອັນດັບໜຶ່ງ ເພື່ອໃຫ້ບັນດາບໍລິສັດຫັນປ່ຽນການຜະລິດ ແລະການຫັນປ່ຽນນີ້ ເພື່ອແນໃສ່ຮັກສາລະບົບສະໜອງບໍ່ຖືກຕັດຕອນ.
ຍສໝ - ຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຫົວໜ້າຄະນະຊີ້ນໍາງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ປີ 2024 ເປັນຫົວໜ້າຄະນະໄດ້ລົງກວດກາວຽກງານກະກຽມຈັດຕັ້ງງານວາງສະແດງຢູ່ເຂດສະໜາມບິນຢາເລິມ, ຮ່າໂນ້ຍ. ທ່ານພົນໂທ ຟຸ່ງສີ໊ເຕິນ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ຫົວໜ້າຄະນະຈັດຕັ້ງງານວາງສະແດງ ໄດ້ເຂົ້າຮ່ວມພ້ອມກັບຄະນະ.
ຍສໝ - ຕອນບ່າຍວັນທີ 10 ພະຈິກ, ຢູ່ຮ່າໂນ້ຍ, ສະຫະສະມາຄົມພັດທະນາວັດທະນະທຳວິສາຫະກິດຫວຽດນາມ ສົມທົບກັບກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວໄດ້ຈັດຕັ້ງເວທີປາໄສແຫ່ງຊາດປະຈໍາປີດ້ວຍຫົວຂໍ້ “ວັດທະນະທຳກັບວິສາຫະກິດ” ຄັ້ງທີ 4 ແລະລາຍການພິຈາລະນາ, ຮັບຮອງ “ວິສາຫະກິດບັນລຸມາດຕະຖານວັດທະນະທຳວິສາຫະກິດຫວຽດນາມ” ປີ 2024.
ຍສໝ - ຕອນເຊົ້າວັນທີ 10 ພະຈິກ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳສູນກາງຜັນຂະຫຍາຍການລົບລ້າງເຮືອນຢູ່ຊົ່ວຄາວ ແລະເສື່ອມໂຊມໃນທົ່ວປະເທດໄດ້ເປັນປະທານວາລະປະຊຸມທີ 1 ຂອງຄະນະຊີ້ນຳ.
ຍສໝ - ຕອນບ່າຍວັນທີ 8 ພະຈິກ, ຢູ່ຮ່າໂນ້ຍ, ກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີສະຫຼຸບ ແລະມອບລາງວັນໃຫ້ການຂົນຂວາຍແຕ້ມພາບໂຄສະນາເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, 35 ປີແຫ່ງວັນທ່ົວປວງຊົນປ້ອງກັນຊາດ.
ຍສໝ - ພິທີມອບລາງວັນວິທະຍາສາດເຕັກໂນໂລຢີໜ່ວຍໂລກຄຳ ແລະລາງວັນນັກວິທະຍາສາດເຕັກໂນໂລຢີເພດຍິງ ປີ 2024 ໄດ້ດຳເນີນໃນຕອນຄ່ຳວັນທີ 8 ພະຈິກ ຢູ່ ຮ່າໂນ້ຍ.
ປີ 2024, ຢູ່ບໍລິເວນນະຄອນຫຼວງຮ່າໂນ້ຍ ໄດ້ຈັດຕັ້ງຫຼາຍເຫດການການເມືອງສຳຄັນ. ແມ່ນກຳລັງຫຼັກແຫຼ່ງໃນການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ, ພະນັກງານ, ພາລະກອນ, ນັກຮົບກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ໄດ້ແກ້ໄຂຄວາມຫຍຸ້ງຍາກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າຜົນສຳເລັດລວມຂອງນະຄອນຫຼວງ. ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ແລກປ່ຽນກັບທ່ານພົນຕີ ຫງວຽນກວກຢວຽດ, ຫົວໜ້າກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ກ່ຽວກັບເນື້ອໃນດັ່ງກ່າວ.