ຫວຽດນາມ ໄດ້ເຂົ້າເປັນສະມາຊິກຂອງສະພາບໍລິຫານງານສູນການກະທຳລູກລະເບີດໜາກມິນມະນຸດສະທຳ Geneva

10:11 | 28/06/2024

ຍສໝ - ວັນທີ 27 ມິຖຸນາ, ຢູ່ ສະວິດ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະ ຫວຽດນາມ ປະຈໍາ Geneva ມາຍຟານຢຸ໊ງ ໄດ້ເຂົ້າຮ່ວມກອງປະຊຸມປະຈໍາຄັ້ງທີ 53 ຂອງຄະນະບໍລິຫານງານສູນການກະທຳລູກລະເບີດໝາກມິນມະນຸດສະທໍາຂອງ Geneva (ສູນກາງສາກົນ ນະຄອນເຈນິວາ ສຳລັບການເກັບກູ້ລະເບີດເພື່ອມະນຸດສະທຳ - GICHD) ແລະ ໄດ້ຮັບເລືອກຕັ້ງກາຍເປັນສະມາຊິກຂອງສະພາ.

ຫວຽດນາມ ສະໜັບສະໜູນ​ບົດບາດ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດທົ່ວໂລກ
ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະສະຫະພັນ​ລັດ​ເຊຍ ຈະ​ນັບ​ມື້​ນັບ​ເຂົ້າ​ເລິກເຊິ່ງກວ່າອີກ

​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ເອກ​ອັກຄະ​ລັດຖະທູດ ​ແລະ ຄະນະ​ຜູ້​ແທນ​ຈາກບັນດາປະເທດຄື ແຟງ​ລັງ, ຝລັ່ງ, ​ເຢລະ​ມັນ, ອີຣັກ, ອີ​ຕາ​ລີ, ຍີ່ປຸ່ນ...; ບັນດາອົງການຈັດຕັ້ງສາກົນຢູ່ Geneva ເຊິ່ງເປັນສະມາຊິກຂອງ GICHD ເຊັ່ນ: ຫ້ອງວ່າການສະຫະປະຊາຊາດກ່ຽວກັບການປົດອາວຸດ (UNODA); ໜ່ວຍບໍລິການການກະທຳລູກລະເບີດໝາກມິນຂອງສະຫະປະຊາຊາດ (UNMAS); ສະຫະພາບ​ ເອີລົບ (EU)…

ທີ່ກອງປະຊຸມ, ບັນດາສະມາຊິກ GICHD ໄດ້ສຸມໃສ່ແລກປ່ຽນ ແລະ ກວດກາຄືນບັນດາການເຄື່ອນໄຫວວຽກງານໃນໄລຍະຜ່ານມາ, ໂດຍຜ່ານບົດລາຍງານກ່ຽວກັບສະພາບການເງິນ, ການປະກອບສ່ວນຂອງບັນດາຜູ້ອຸປະຖຳ ແລະ ວາງທິດທາງໃຫ້ບັນດາການເຄື່ອນໄຫວໃຫຍ່ຂອງ GICHD ໃນໄລຍະຈະມາເຖິງ.

ສະພາ​ໄດ້​ເຫັນດີເປັນເອກະພາບເລືອກ​ຕັ້ງ​ ທ່ານເອກ​ອັກຄະ​ລັດຖະທູດ ມາຍຟານຢຸ໊ງ, ຫົວໜ້າ​ຄະນະ​ ​ຫວຽດນາມ ປະຈຳ ສະຫະ​ປະຊາ​ຊາດ, ອົງການ​ການ​ຄ້າ​ໂລກ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ​ຕ່າງໆ​ຢູ່ Geneva ​ເຂົ້າ​ເປັນ​ສະມາຊິກ​ສະພາ.

ກ່າວ​ຄຳ​ປາໄສ​ທີ່​ກອງ​ປະຊຸມ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ມາຍຟານຢຸ໊ງ ​ໃຫ້​ຮູ້​ວ່າ: ການ​ເຂົ້າ​ເປັນ​ສະມາຊິກ​ສະພາ​ໄດ້​ພິສູດ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະທານ​ສະພາ ​ແລະ ບັນດາ​ສະມາຊິກກ່ຽວກັບ​ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ຫຼຸດຜ່ອນ​ຄວາມ​ສ່ຽງ​ຈາກ​ລູກລະເບີດໝາກມິນຂອງ​ ຫວຽດນາມ.

ຫວຽດນາມ ໄດ້ເຂົ້າເປັນສະມາຊິກຂອງສະພາບໍລິຫານງານສູນການກະທຳລູກລະເບີດໜາກມິນມະນຸດສະທຳ Geneva

ໜ່ວຍ​ເກັບ​ກູ້​ລູກລະ​ເບີດໝາກມິນ​ໄດ້​ເກັບ​ກູ້​ລູກລະ​ເບີດ​ທີ່​ມີ​ນ້ຳ​ໜັກ​ປະມານ 227 ກິ​ໂລ, ເສັ້ນ​ຜ່າ​ກາງ 274 ມມ, ລວງຍາວ 1,54 ແມັດ ຢ່າງປອດໄພ ​ເຊິ່ງໄດ້​ຄົ້ນ​ພົບ​ຢູ່​ແຂວງ ກວາງ​ຈີ້ .

ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ​ຢືນຢັນ​ວ່່າ ຈະ​ມານະ​ພະຍາຍາມ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ວຽກ​ງານ​ຮ່ວມ​ຂອງ​ສະພາ GICHD ​ແລະ ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ​ລະຫວ່າງ GICHD ກັບ​ບັນດາອົງການທີ່ມີໜ້າທີ່ຂອງ ​ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ, ພິ​ເສດ​ແມ່ນກ່ຽວກັບບັນດາ​ໂຄງການ​ທີ່ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ ​ແລະ ພ້ອມ​ກັນ​ນັ້ນ ກໍ່​ຊອກ​ຫາບັນດາ​ກາລະ​ໂອກາດການ​ຮ່ວມ​ມືໃນຂົງເຂດ​ແກ້ໄຂ ​ແລະ ​ເກັບ​ກູ້​ລູກລະ​ເບີດໝາກມິນ​ທີ່​ຍັງ​ເຫຼືອ​ຈາກ​ສົງຄາມ​ຢູ່ ​ຫວຽດນາມ.

GICHD ແມ່ນອົງການບໍ່ຫວັງຜົນກໍາໄລທີ່ສ້າງຕັ້ງຂຶ້ນໃນ ປີ 1998, ມີສໍານັກງານຢູ່ Geneva. ສູນການເຄື່ອນໄຫວແມ່ນອີງໃສ່ການປະກອບສ່ວນອຸປະຖຳໂຄງການ ແລະ ການອຸດໜູນວັດຖຸສິ່ງຂອງຈາກລັດຖະບານ ແລະ ອົງການຈັດຕັ້ງຕ່າງໆ. ເປົ້າໝາຍຂອງ GICHD ແມ່ນເພື່ອເປັນສູນກາງສໍາລັບການຄົ້ນຄວ້າ, ການບຳລຸງສ້າງ, ສະຫນັບສະຫນູນຄວາມພະຍາຍາມຂອງຊຸມຊົນສາກົນໃນການຫຼຸດຜ່ອນຄວາມສ່ຽງຂອງລູກລະເບີດໝາກມິນ ແລະ ວັດຖຸລະເບີດທີ່ຍັງຕົກຄ້າງຈາກສົງຄາມໂດຍຜ່ານການປະສານສົບທົບກັບອົງການສະຫະປະຊາຊາດ ແລະ ບັນດາປະເທດ, ອົງການຈັດຕັ້ງລະຫວ່າງລັດຖະບານ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ສະຖາບັນຄົ້ນຄວ້າ...

ສະພາບໍລິຫານງານຂອງ GICHD ມີໜ້າທີ່ໃນການເລືອກຕັ້ງຕໍາແຫນ່ງຜູ້ນໍາຂອງ GICHD, ໂດຍຜ່ານບັນດາການກຳນົດກ່ຽວກັບງົບປະມານ, ການເງິນ ແລະ ການກໍານົດທິດທາງການເຄື່ອນໄຫວຂອງ GICHD. ປະຈຸ​ບັນ, ສະພາ​ມີ​ສະມາຊິກ 23 ທ່ານ, ​ໃນ​ນັ້ນ​ມີ​ ຫວຽດນາມ, ​ເຊິ່ງເປັນ​ບັນດາເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຄະນະ​​ປະຈຳ​ Geneva ຂອງ​ບັນດາ​ປະ​ເທດ ​ແລະ ການ​ນຳ​ຂອງ​ອົງການ​ຈັດຕັ້ງສາກົນ​ຈຳນວນ​ໜຶ່ງ.

ເຮືອນລວມຂອງແມ່ຍິງ ຫວຽດນາມ ຢູ່ ຮົງກາລີ ເຮືອນລວມຂອງແມ່ຍິງ ຫວຽດນາມ ຢູ່ ຮົງກາລີ

ຍສໝ - ພາຍຫຼັງ 20 ປີ​ແຫ່ງ​ການ​ພັດທະນາ, ສະມາຄົມ​ແມ່ຍິງ ຫວຽດນາມ ຢູ່ ຮຸງ​ກາຣີ (ສະມາຄົມ) ​ໄດ້​ກາຍ​ເປັນເຮືອນລວມ ເພື່ອຕິດພັນແມ່ຍິງ ຫວຽດນາມ ຢູ່ ຮຸງ​ກາຣີ.

ໂຄສະນາ, ສົ່ງເສີມ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ ສ.​ເກົາຫຼີ ມາຍັງ ​ຫວຽດນາມ ໂຄສະນາ, ສົ່ງເສີມ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ ສ.​ເກົາຫຼີ ມາຍັງ ​ຫວຽດນາມ

ຍສໝ - ກົມ​​ທ່ອງ​ທ່ຽວ​ແຫ່ງ​ຊາດ ຫວຽດນາມ (ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ) ແຈ້ງວ່າ ງານ​ບຸນ​ສົ່ງ​ເສີມ​ການທ່ອງທ່ຽວ - ວັດທະນະທຳ ຫວຽດນາມ ຢູ່ ສ.ເກົາຫຼີ ປີ 2024 ຈະ​ດຳ​ເນີນ​ແຕ່​ວັນ​ທີ 29 ມີຖຸນາ ຫາ ວັນ​ທີ 3 ກໍລະກົດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.