ຍສໝ - ຕອນເຊົ້າວັນທີ 8 ເມສາ, ຢູ່ຮ່າໂນ້ຍ, ທ່ານຮອງປະທານສະຫະພັນອົງການມິດຕະພາບຫວຽດນາມ ດົງຮຸຍເກື່ອງ ໄດ້ຕ້ອນຮັບທ່ານ Steven Charles Morrissey ແລະ ທ່ານນາງ Joyceleane Claire Morrissey, ພີ່ນ້ອງຂອງອະດີດນັກບິນ ອາເມລິກາ ທີ່ຫາຍສາບສູນຢູ່ຫວຽດນາມ.
Chiều 6/4, theo đề nghị của phía Malaysia, Thủ tướng Phạm Minh Chính đã có cuộc điện đàm với Thủ tướng Malaysia Anwar Ibrahim để trao đổi về tình hình quan hệ song phương và đánh giá về một số ...
ຍສໝ - ວັນທີ 3 ເມສາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ຣູມານີ ແລະ ສະຖານທູດ ຣູມານີ ປະຈໍາ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມແບ່ງປັນຂໍ້ມູນກ່ຽວກັບ ຣູມານີ, ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ (3 ກຸມພາ 1950 – 3 ກຸມພາ 2025).
ຍສໝ - ຕອນເຊົ້າວັນທີ 6 ເມສາ, ຢູ່ນອກກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 150 ຂອງສະຫະພັນລັດຖະສະພາສາກົນ (IPU - 150) ຢູ່ນະຄອນຫຼວງ Tashkent, ອຸຊະເບັກກິດສະຖານ, ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ.
ຍສໝ - ຕອນເຊົ້າວັນທີ 7 ເມສາ 2025, ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ສະຫາຍ ຟ້າມ ມິງ ຈິງ, ກຳມະການກົມການເມືອງສູນກາງພັກ ກອມມູນິດ ຫວຽດນາມ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ,ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາໄວ້ອາໄລ ເຖິງດວງວິນຍານຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 2 ເມສາ 2025.
ຍສໝ - ວັນທີ 4 ເມສາ, ຢູ່ຮ່າໂນ້ຍ, ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຟານແອງເຊີນ ໄດ້ນຳໜ້າຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄປສະຖານທູດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ຫວຽດນາມ ເພື່ອໄວ້ອາໄລ ແລະ ເຊັນປຶ້ມໄວ້ອາໄລ ເພື່ອລະນຶກເຖິງ ທ່ານ ພົນເອກ ຄໍາໄຕ ສີພັນດອນ, ອະດີດປະທານຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ອະດີດປະທານປະເທດ, ອະດີດນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຍສໝ - ຕອນເຊົ້າວັນທີ 4 ເມສາ, ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນະຄອນ ໂຮ່ຈີມິນ ໄດ້ມອບປື້ມອ້າງອີງເຖິງໂຮງຮຽນຢູ່ ຫວຽດນາມ 11 ແຫ່ງ ດ້ວຍຫຼາຍຫົວປື້ມ.
ຍສໝ - ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດແຫ່ງ ສສ ຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ, ລັດຖະບານແຫ່ງ ສສ ຫວຽດນາມ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ປະກາດວ່າ:
ຍສໝ - ນັ້ນແມ່ນຈິດໃຈຂອງການພົບປະ ແລະ ເຮັດວຽກລະຫວ່າງທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ແລະ ທ່ານ Nikolai Borisevish, ຜູ້ອຳນວຍການສູນຄົ້ນຄວ້າລາຄາ ແລະ ໂຄສະນາແຫ່ງຊາດ ຂຶ້ນກັບກະຊວງການຕ່າງປະເທດ ເບລາຣຸດ (TTQG) ໄດ້ດຳເນີນໃນວັນທີ 2 ເມສາ ຢູ່ ຮ່າໂນ້ຍ.
ຍສໝ - ທ່ານປະທານ ຄໍາໄຕ ສີພັນດອນ ແມ່ນໜຶ່ງໃນບັນດາການນຳລາວ ທີ່ມີການພົວພັນສະໜິດຕິດພັນ, ສະໜິດສະໜົມກັບບັນດາການນຳຫວຽດນາມ ໃນທຸກໄລຍະ, ແລະ ເປັນຜູ້ຍາມໃດກໍ່ມີຄວາມສົນໃຈໃນການເພີ່ມພຸນຄຸນສ້າງສາຍພົວພັນລາວ - ຫວຽດນາມ.
ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ, ລັດຖະບານ, ສະພາແຫ່ງຊາດ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ສົ່ງສານສະແດງຄວາມ ເສົ້າສະຫຼົດໃຈ ມາຍັງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ, ລັດຖະບານ, ສະພາແຫ່ງຊາດ, ສູນກາງແນວລາວສ້າງຊາດຕໍ່ການມໍລະນະກໍາຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານເທດ ແຫ່ງ ສປປ ລາວ ຊຶ່ງມີເນື້ອໃນດັ່ງນີ້:
ຍສໝ - ເລຂາທິການໃຫຍ່ ໂຕເລິມ ເຂົ້າວາງພວງມາລາ ໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ
ຍສໝ - ເລຂາທິການໃຫຍ່ ໂຕເລິມ ຈະໄປໄຫວ້ອາໄລທ່ານ ຄຳໄຕ ສີພັນດອນ ອະດີດປະທານພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ
ຍສໝ - ວັນທີ 1 ເມສາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ມຽນມາ (AFA) ໂດຍທ່ານ ຈູກົງຟູງ, ປະທານສະມາຄົມເປັນນຳໜ້າ ໄດ້ໄປຢ້ຽມຢາມສະຖານທູດມຽນມາ ປະຈໍາ ຫວຽດນາມ ເພື່ອສະແດງຄວາມເສົ້າສະຫຼົດໃຈ ແລະ ຂຽນປື້ມໄວ້ອາໄລເພື່ອລະນຶກເຖິງຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວຢູ່ມຽນມາ ໃນວັນທີ 28 ມີນາ.
ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ ແລະ ຄອບຄົວ ສີພັນດອນ ຂໍແຈ້ງຂ່າວເສົ້າສະຫລົດໃຈ ອັນສຸດຊຶ້ງ ມາຍັງພີ່ນ້ອງຮ່ວມຊາດ, ພະນັກງານ, ສະມາຊິກພັກ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນທົ່ວປະເທດ ແລະ ເພື່ອນມິດທີ່ຢູ່ໃກ້ ແລະ ໄກ ຊາບຢ່າງທົ່ວເຖິງກັນວ່າ: ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ, ນັກປະຕິວັດອາວຸໂສ ຂອງພັກປະຊາຊົນປະຕິວັດລາວ ໄດ້ເຖິງແກ່ມໍລະນະກຳ ໃນເວລາ 10:30 ໂມງ ຂອງວັນທີ 2 ເມສາ ...
ຍສໝ - ວັນທີ 1 ເມສາ, ມະຫາວິທະຍາໄລແຫ່ງຊາດຫວຽດນາມ ສົມທົບກັບຄະນະຜູ້ແທນ Wallonie-Bruxelles ປະຈໍາ ຫວຽດນາມ, ມະຫາວິທະຍາໄລ KU Leuven ແລະ Vrije Universiteit Brussel (VUB) ໄດ້ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນວິຊາການ ແລະ ການເຊື່ອມຕໍ່.
ຍສໝ - ກອງທັບປະຊາຊົນລາວ ໄດ້ສົ່ງກຳລັງ ຈຳນວນ 33 ສະຫາຍ ແລະ ອຸປະກອນ ໄປຊ່ວຍເຫຼືອ ສສ ມຽນມາ ໃນການຊອກຄົ້ນ, ກອບກູ້ ແລະ ຊ່ວຍເຫຼືອຜູ້ສູນຫາຍຈາກເຫດການແຜ່ນດິນໄຫວ
ຍສໝ - ວັນທີ 31 ມີນາ (ວັນທີ 3 ມີນາປະຕິທີນຈັນທະຄະຕິ), ຄະນະຄຸ້ມຄອງຮ່ອງຮອຍຫໍ ເທື້ອງ, ໝູ່ບ້ານ ໄທເຊີນ (ຕາແສງ ຟຸກເຊີນ, ເມືອງ ຍໍກວານ) ໄດ້ຈັດຕັ້ງພິທີໄຫວ້ລາຊະທິດາໂຍ່ຍຮວາ.
ຍສໝ - ວັນທີ 31 ມີນາ, ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງ ແທງຮ໋ວາ ໄດ້ຈັດຕັ້ງການພົບປະ, ແລກປ່ຽນກັບນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ມະຫາວິທະຍາໄລ, ມະຫາໄລບົນບໍລິເວນເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງ ສປປ ລາວ.
ຍສໝ - ວັນທີ 31 ມີນານີ້, ຢູ່ຮ່າໂນ້ຍ, ສະຖານທູດລາຊະອານາຈັກ ອາຣັບ ເຊົາດີ ໄດ້ເປັນປະທານ, ສົມທົບກັບສະຖານທູດຂອງບັນດາປະເທດອາຣັບ ແລະ ອິດສະລາມປະຈຳ ຫວຽດນາມ ເຊັ່ນ: ຄູເວດ, ປາແລັດສະຕິນ, ລີບີ, ບັງກະລາເທດ, ປາກິດສະຖານ, ຄາຊັກສະຖານ, ບຣູໄນ, ມາເລເຊຍ, ອີຣານ... ເພື່ອຈັດຕັ້ງພິທີ Eid al-Fitr.
ຍສໝ - ພ້ອມກັບການຈັດສົ່ງກຳລັງເຂົ້າຮ່ວມການກູ້ໄພກູ້ຊີບ, ຫວຽດນາມ ກໍ່ໄດ້ຕັດສິນໃຈໜູນຊ່ວຍເຄື່ອງຊ່ວຍເຫຼືອໂດຍດ່ວນຕາມຂໍ້ສະເໜີຂອງ ມຽນມາ, ຊ່ວຍເຫຼືອເງິນເປັນຈຳນວນ 300.000 USD ຊ່ວຍເຫຼືອມຽນມາ ແກ້ໄຂຜົນຕາມມາຈາກເຫດແຜ່ນດິນໄຫວ.
ຍສໝ - ວັນທີ 30 ມີນາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ໄດ້ຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນ (ວັນທີ 22 ມັງກອນ 1975 – ວັນທີ 22 ມັງກອນ 2025) ແລະ ໄດ້ຮັບຫຼຽນໄຊແຮງງານຊັ້ນ 1. ທ່ານເລຂາທິການໃຫຍ່ ໂຕເລີມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໄດ້ສົ່ງກະຕ່າດອກໄມ້ຊົມເຊີຍ.
ຍສໝ - ຫວຽດນາມ ຈະຮຽງບ່າຮຽງໄຫຼ່ພ້ອມກັບ ມຽນມາ ແລະ ໄທ ເພື່ອຜ່ານຜ່າຄວາມຫຍຸ້ງຍາກໃນປະຈຸບັນ.
ຍສໝ - ທ່ານພົນໂທ ຮວ່າງຊວນຈ໊ຽນ ຢືນຢັນວ່າ ກະຊວງປ້ອງກັນປະເທດຫວຽດນາມ ສົ່ງເສີມໃຫ້ຊາວໜຸ່ມຂອງກອງທັບສອງປະເທດຕັ້ງໜ້າສົມທົບກັນຈັດຕັ້ງບັນດາລາຍການພົບປະແລກປ່ຽນດ້ວຍເນື້ອໃນ ແລະຮູບການທີ່ມີຊີວິດຊີວາ ແລະຟົົດຟື້ນ...
ຍສໝ - ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການອະນຸລັກຮັກສາ ແລະເຜີຍແຜ່ພາສາຫວຽດ, ຢືນຢັນວ່າ ນີ້ແມ່ນສາຍແນນເຊື່ອມຕໍ່ປະຊາຄົມຊາວຫວຽດນາມ ຢູ່ຫ່າງໄກຈາກບ້ານເກີດເມືອງນອນກັບກົກເຄົ້າເຫງົ້າກໍຂອງຊາດ.
ຍສໝ - ຕອນບ່າຍວັນທີ 28 ມີນານ, ເກີດເຫດແຜ່ນດິນໄຫວມີຄວາມແຮງ 7,7 ຣິກເຕີຢູ່ພາກກາງມຽນມາ, ເຮັດໃຫ້ປະຊາຊົນຫຼາຍຄົນໄດ້ຮັບບາດເຈັບ ແລະ ເຮັດໃຫ້ບັນດາກິດຈະການກໍ່ສ້າງຫຼາຍແຫ່ງຢູ່ມຽນມາ ແລະ ໄທ ຖືກຄວາມເສຍຫາຍ.
ຍສໝ - ທ່ານປະທານປະເທດຫວຽດນາມ ເລືອງເກື່ອງ ໄດ້ໂທລະເລກຢຶ້ຢາມຖາມຂ່າວມາຍັງພະມະຫາກະສັດແຫ່ງໄທ Maha Vajiralongkorn
ຍສໝ - ວັນທີ 27 ມີນາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ສົມທົບກັບສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ຫວຽດນາມ - ອິນໂດເນເຊຍ ມຸ່ງໄປເຖິງປີ 2045: ເພີ່ມທະວີການພົວພັນຄູ່ຮ່ວມມື, ເປີດກວ້າງການພົວພັນຮ່ວມມື ແລະ ເຮັດໃຫ້ການພົວພັນມິດຕະພາບເລິກເຊິ່ງກ່ວາອີກ”. ເຫດການດັ່ງກ່າວໄດ້ອັບເດັດສະພາບການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ, ຕີລາຄາຄວາມສາມາດບົ່ມຊ້ອນ ແລະ ໂອກາດພັດທະນາ, ພ້ອມທັງສະເໜີບັນດາມາດຕະການ ເພື່ອພັດທະນາການຮ່ວມມືດ້ານເສດຖະກິດ ແລະ ການຄ້າ 2 ຝ່າຍ.
ຍສໝ - ນີ້ແມ່ນຂໍ້ຄວາມແບ່ງປັນໂດຍທ່ານ ດົ່ງຮຸຍເກື່ອງ, ຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ກັບບັນດາຜູ້ແທນທີ່ເຂົ້າຮ່ວມການໂອ້ລົມສົນທະນາທາງອອນໄລດ້ວຍຫົວຂໍ້ “ແບ່ງປັນມໍລະດົກ, ມຸ່ງໄປເຖິງອະນາຄົດ” ລະຫວ່າງຊາວໜຸ່ມ, ນັກສຶກສາອາເມລິກາ ແລະ ຊາວໜຸ່ ຫວຽດນາມ, ລາວ, ກຳປູເຈຍ ແລະ ໄທ ໄດ້ດຳເນີນໃນວັນທີ 28 ມີນາ.
ຍສໝ - ໄທງວຽນ ແມ່ນສູນການສຶກສາ ແລະ ບຳລຸງສ້າງອັນດັບ 3 ຂອງປະເທດ, ເປັນຈຸດນັດພົບທີ່ໄວ້ເນື້ອເຊື່ອໃຈຂອງນັກສຶກສາຕ່າງປະເທດ, ໃນນັ້ນມີນັກສຶກສາລາວ. ດ້ວຍນະໂຍບາຍສະໜັບສະໜູນພາກປະຕິບັດຕົວຈິງ ແລະ ສະພາບແວດລ້ອມການຮຽນຮູ້ທີ່ເອື້ອອຳນວຍ, ໃນຊຸມປີມໍ່ໆມານີ້, ມະຫາວິທະຍາໄລ ແລະ ວິທະຍາໄລຕ່າງໆໃນແຂວງໄດ້ພະຍາຍາມສ້າງສະພາບແວດລ້ອມການຮຽນຮູ້ ແລະ ການຄົ້ນຄວ້າທີ່ເອື້ອອຳນວຍໃຫ້ແກ່ນັກສຶກສາລາວ.