ການເຈລະຈາໂດຍສະຖາບັນສັນຕິພາບ ອາເມລິກາ (USIP) ຈັດຕັ້ງ, ໄດ້ດຶງດູດການເຂົ້າຮ່ວມຂອງຊາວໜຸ່ມ, ນັກສຶກສາປະມານ 30 ຄົນທີ່ມາຈາກອາເມລິກາ, ລາວ, ກຳປູເຈຍ, ໄທ ແລະ ຫວຽດນາມ. ຝ່າຍ VUFO ມີພະນັກງານໜຸ່ມ 05 ທ່ານ ແມ່ນສະມາຊິກຄະນະຊາວໜຸ່ມເຂົ້າຮ່ວມການສົນທະນາ.
![]() |
ການໂອ້ລົມສົນທະນາລະຫວ່າງຊາວໜຸ່ມ, ນັກສຶກສາອາເມລິກາ ແລະ ຊາວໜຸ່ມ ຫວຽດນາມ, ລາວ, ກຳປູເຈຍ, ໄທ ໄດ້ດຳເນີນໄປທາງອອນລາຍ. (ພາບ: Dinh Hoa) |
ທ່ານຮອງປະທານ VUFO ດົ່ງຮຸຍເກື່ອງ ໄດ້ຕີລາຄາສູງເປົ້າໝາຍ “ກໍ່ສ້າງການເຊື່ອມຕໍ່ລະຫວ່າງບັນດາປະຊາຄົມທີ່ມີຄວາມໝາຍ ແລະ ຄວາມມຸ່ງມາດປາດຖະໜາເພື່ອອະນາຄົດທີ່ສົດໃສ” ແລະ “ຊາວໜຸ່ມຈະແມ່ນກຳລັງແຮງສ້າງການພົວພັນລະຫວ່າງ ອາເມລິກາ ແລະ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ໃນອະນາຄົດ” ຂອງການເຈລະຈາ.
ທ່ານ ດົ່ງຮຸຍເກື່ອງ ເຊື່ອໝັ້ນວ່າ ໄວໜຸ່ມແຕ່ລະຄົນແມ່ນທູດແຫ່ງສັນຕິພາບ, ເປັນຂົວຕໍ່ໃຫ້ສາຍພົວພັນອັນດີງາມ, ປະກອບສ່ວນສ້າງສາມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືແບບຍືນຍົງລະຫວ່າງບັນດາປະເທດ.
ການເຈລະຈາທາງອິນເຕີແນັດສ້າງໂອກາດໃຫ້ຊາວໜຸ່ມສາກົນໄດ້ແລກປ່ຽນກ່ຽວກັບປະຫວັດສາດ, ວັດທະນະທຳ, ປະເທດ ແລະ ປະຊາຊົນຂອງແຕ່ລະປະເທດ, ຜ່ານນັ້ນ ມຸ່ງໄປເຖິງເປົ້າໝາຍແມ່ນເພື່ອສ້າງນ້ຳໃຈມິດຕະພາບ, ຄວາມເຂົ້າໃຈ ແລະ ຊ່ວຍປິ່ນປົວບາດແຜໃນອະດີດທີ່ໄດ້ປະຖິ້ມຈາກສົງຄາມ.
![]() |
ທ່ານຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ດົ່ງຮຸຍເກື່ອງ ໄດ້ເຂົ້າຮ່ວມການເຈລະຈາ. (ພາບ: Dinh Hoa) |
ທີ່ການພົບປະແລກປ່ຽນ, ຊາວໜຸ່ມ, ນັກສຶກສາອາເມລິກາ, ລາວ, ກຳປູເຈຍ, ໄທ ແລະ ຫວຽດນາມ ໄດ້ແນະນຳປະເທດ, ປະຊາຊົນ ແລະ ບັນດາຄຸນຄ່າວັດທະນະທຳພື້ນເມືອງທີ່ເປັນເອກະລັກສະເພາະ. ຜ່ານນັ້ນ, ບັນດາຜູ້ແທນໄດ້ມີໂອກາດຊອກຮູ້ວັດທະນະທຳທີ່ຫຼາກຫຼາຍຢູ່ພາກພື້ນ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ເຊື່ອມໂຍງເຂົ້າກັບລຸ້ນໜຸ່ມ.
ບັນດາຜູ້ແທນຍັງໄດ້ປຶກສາຫາລືກ່ຽວກັບບົດບາດຂອງຊາວໜຸ່ມໃນການຊຸກຍູ້ຄວາມສາມັກຄີ, ມິດຕະພາບ ແລະ ສັນຕິພາບໃນສະພາບການໂລກາພິວັດ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4 ທີ່ພວມດຳເນີນຢູ່. ຂໍ້ລິເລີ່ມພາກປະຕິບັດຫຼາຍຢ່າງໄດ້ຮັບການສະເໜີ, ລວມທັງການຈັດຕັ້ງບັນດາໂຄງການແລກປ່ຽນສາກົນ, ກິດຈະກຳອາສາສະໝັກ, ແລະເວທີແລກປ່ຽນສຳລັບຊາວໜຸ່ມ ແລະ ນັກສຶກສາ.
![]() | ເພີ່ມຂົວຕໍ່ພັດທະນາພາສາຫວຽດ ຢູ່ຍີ່ປຸ່ນ ໂດຍຜ່ານການຮ່ວມມືດ້ານການສຶກສາ ຍສໝ - ວັນທີ 25 ກຸມພາ, ຢູ່ຮ່າໂນ້ຍ, ສະຖາບັນການສຶກສາ ແລະ ບຳລຸງສ້າງສາກົນ (ມະຫາວິທະຍາໄລສ້າງຄູຮ່າໂນ້ຍ) ໄດ້ລົງນາມໃນບົດບັນທຶກກັບສູນສຶກສາ ຫວຽດນາມ ຢູ່ ຍີ່ປຸ່ນ (ມະຫາວິທະຍາໄລ Osaka, ປະເທດ ຍີ່ປຸ່ນ) ເພື່ອຜັນຂະຫຍາຍການຄົ້ນຄວ້າ, ສອນພາສາຫວຽດນາມ ແລະ ຈັດຕັ້ງການສອບເສັງເພື່ອຕີລາຄາກຳລັງຄວາມສາມາດພາສາຫວຽດນາມ ໃຫ້ແກ່ຊາວຕ່າງປະເທດຢູ່ຍີ່ປຸ່ນ. |
![]() | ເຊື່ອມຕໍ່ ຫວຽດນາມ ແລະ ຈີນ ຜ່ານການປູກຕົ້ນໄມ້ມິດຕະພາບ ຍສໝ - ຕອນບ່າຍວັນທີ 20 ກຸມພາ, ບັນດາຜູ້ແທນທີ່ເຂົ້າຮ່ວມລາຍການພົບປະລະດູບານໃໝ່ປີ 2025 ແລະ ກອງປະຊຸມຄະນະກຳມະການວຽກງານປະສົມ ຄັ້ງທີ 16 ດຳເນີນຢູ່ ກວາງນິງ ໄດ້ເຂົ້າຮ່ວມການປູກຕົ້ນໄມ້ມິດຕະພາບຢູ່ສວນສາທາລະນະດອກໄມ້ ຮ້າລອງ (ເມືອງ ແບ້ກດັງ, ນະຄອນ ຮ້າລອງ). |
ມີງດຶກ