ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ເຮັດວຽກກັບນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

22:44 | 17/04/2025

ຍສໝ - ວັນທີ 16 ເມສາ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະເປົ້າໝາຍທົ່ວໂລກ (P4G) ຄັ້ງທີ 4 ໃນລະຫວ່າງວັນທີ 14 -17 ເມສາ.

ນາຍົກລັດຖະມົນຕີຫວຽດນາມ ເຂົ້າວາງພວງມາລາໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ນາຍົກລັດຖະມົນຕີຫວຽດນາມ ເຂົ້າວາງພວງມາລາໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ
ພົນເອກ ຄຳໄຕ ສີພັນດອນ - ເພື່ອນຜູ້ຍິ່ງໃຫຍ່, ສະໜິດສະໜົມຂອງປະຊາຊົນຫວຽດນາມ ພົນເອກ ຄຳໄຕ ສີພັນດອນ - ເພື່ອນຜູ້ຍິ່ງໃຫຍ່, ສະໜິດສະໜົມຂອງປະຊາຊົນຫວຽດນາມ

ແລກປ່ຽນກ່ຽວກັບການພົວພັນສອງຝ່າຍ, ນາຍົກລັດຖະມົນຕີສອງທ່ານ ຕີລາຄາສາຍພົວພັນແບບພິເສດ ຫວຽດນາມ-ລາວ ສືບຕໍ່ພັດທະນາອັນດີງາມ, ໝັ້ນແກ່ນ ແລະມີປະສິດທິຜົນໃນທຸກຂົງເຂດ. ການພົວພັນທາງດ້ານການເມືອງໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ສະໜິດຕິດພັນຜ່ານການຢ້ຽມຢາມ ແລະການພົບປະຂັ້ນສູງ ແລະທຸກຂັ້ນ.

ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ເຮັດວຽກກັບນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ເຮັດວຽກກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ. ພາບ: TTXVN

ນາຍົກລັດຖະມົນຕີສອງທ່ານ ເຫັນດີເປັນເອກະພາບຊີ້ນຳບັນດາອົງການທີ່ກ່ຽວຂ້ອງສຸມກຳລັງຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ໃນນັ້ນມີໝາກຜົນການພົບປະລະຫວ່າງສອງກົມການເມືອງ ແລະກອງປະຊຸມ ຄັ້ງທີ 47 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ-ລາວ; ສືບຕໍ່ເພີ່ມທະວີ, ປັບປຸງການພົວພັນດ້ານການເມືອງ, ຄວາມໄວ້ເນື້ອເຊື່ອໃຈແບບພິເສດ; ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ; ເຫັນດີເປັນເອກະພາບເພີ່ມທະວີມາດຕະການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ; ສ້າງຄວາມບຸກທະລຸເພື່ອມຸ່ງໄປເຖິງວົງເງິນການຄ້າສອງຝ່າຍບັນລຸໄດ້ 5 ຕື້ໂດລາສະຫະລັດ; ຈັດຕັ້ງປະຕິບັດບັນດາໂຄງການຂະໜາດໃຫຍ່, ຈຸດສຸມຂອງວິສາຫະກິດຫວຽດນາມ ຢູ່ລາວ ໃຫ້ມີປະສິດທິຜົນ; ເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດຢ່າງຮອບດ້ານ, ພິເສດແມ່ນພື້ນຖານໂຄງລ່າງ, ຄົມມະນາຄົມ, ການລົງທຶນ, ທ່ອງທ່ຽວ; ຍູ້ແຮງການຮ່ວມມືໃນທຸກຂົງເຂດ, ຄື: ການສຶກສາ-ບຳລຸງສ້າງ, ວັດທະນະທຳ, ວິທະຍາສາດ-ເຕັກໂນໂລຢີ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນ.

ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ເຮັດວຽກກັບນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ
ບັນຍາກາດທີ່ການເຮັດວຽກ. ພາບ: TTXVN

ນາຍົກລັດຖະມົນຕີສອງທ່ານ ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ພາກພື້ນ; ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສສາກົນ ແລະພາກພື້ນ, ຄື: ອາຊຽນ, ສະຫະປະຊາຊາດ, ບັນດາກົນໄກຮ່ວມມືອະນຸພາກພື້ນແມ່ນໍ້າຂອງ; ພິເສດແມ່ນຊຸກຍູ້ການພົວພັນຮ່ວມມືສະໜິດຕິດພັນລະຫວ່າງ ຫວຽດນາມ-ລາວ-ກໍາປູເຈຍ ຢ່າງບໍ່ຢຸດຢັ້ງ.

ເລຂາທິການໃຫຍ່ ໂຕເລິມ ເຂົ້າວາງພວງມາລາ ໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເລຂາທິການໃຫຍ່ ໂຕເລິມ ເຂົ້າວາງພວງມາລາ ໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ
ເລຂາທິການໃຫຍ່ ໂຕເລິມ ຈະໄປໄຫວ້ອາໄລທ່ານ ຄຳໄຕ ສີພັນດອນ ອະດີດປະທານພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ ເລຂາທິການໃຫຍ່ ໂຕເລິມ ຈະໄປໄຫວ້ອາໄລທ່ານ ຄຳໄຕ ສີພັນດອນ ອະດີດປະທານພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ

ເຫດການ