ໂທລະເລກຢື້ຢາມຖາມຂ່າວເຫດແຜນດິນໄຫວຢູ່ໂທ ແລະມຽນມາ | |
ການນຳ ຫວຽດນາມ ສົ່ງໂທລະເລກຢື້ຢາມຖາມຂ່າວກ່ຽວກັບຜົນກະທົບຂອງພະຍຸ Chido ຢູ່ Mayotte (ຝລັ່ງ) |
ພາຍຫຼັງໄດ້ຮັບຂໍ້ມູນດັ່ງກ່າວ, ກະຊວງການຕ່າງປະເທດໄດ້ຊີ້ນຳບັນດາອົງການຜູ້ຕາງໜ້າຫວຽດນາມ ປະຈຳ ໄທ ແລະ ມຽນມາ ກໍາແໜ້ນສະພາບການຂອງພົນລະເມືອງ ຫວຽດນາມ ຢ່າງວ່ອງໄວ. ຕາມຂໍ້ມູນເບື້ອງຕົ້ນຈາກອົງການຜູ້ຕາງໜ້າຫວຽດນາມ ປະຈຳມຽນມາ ແລະ ໄທ, ມາຮອດປະຈຸບັນ, ຍັງບໍ່ທັນມີຂໍ້ມູນຂ່າວກ່ຽວກັບຊາວ ຫວຽດນາມ ຖືກຜົນກະທົບຈາກເຫດແຜ່ນດິນໄຫວ.
![]() |
ເຫດແຜ່ນດິນໄຫວຢູ່ມຽນມາ. |
ປະຕິບັດຕາມການຊີ້ນຳຂອງກະຊວງການຕ່າງປະເທດ, ບັນດາອົງການຜູ້ ຕາງໜ້າຫວຽດນາມ ປະຈຳມຽນມາ ແລະໄທ ສືບຕໍ່ຮັກສາການຕິດຕໍ່ ຢ່າງແໜ້ນແຟ້ນກັບອົງການເຈົ້າໜ້າທີ່ທ້ອງຖິ່ນປະເທດປະຈໍາຖິ່ນ ແລະ ປະຊາຄົມຊາວຫວຽດນາມ ຢູ່ບັນດາທ້ອງຖິ່ນປະສົບເຫດແຜ່ນດິນໄຫວ ເພື່ອຕິດຕາມສະພາບການຢ່າງໃກ້ຊິດ; ກຽມພ້ອມຜັນຂະຫຍາຍແຜນການປົກປ້ອງພົນລະເມືອງໃນກໍລະນີ່ທີ່ຈຳເປັນ; ກ່າວເຕືອນປະຊາຊົນຕິດຕາມການປະກາດຢ່າງໃກ້ຊິດ ແລະປະຕິບັດຕາມຄຳແນະນຳຂອງອຳນາດການປົກຄອງປະຈໍາຖິ່ນ ເພື່ອປ້ອງກັນຄວາມສັ່ນສະເທືອນຂອງເຫດແຜ່ນດິນໄວໃນ 24 ຊົ່ວໂມງຕໍ່ໜ້າ.
ພົນລະເມືອງ ຫວຽດນາມ ທີ່ຕ້ອງການຄວາມຊ່ວຍເຫຼືອສາມາດຕິດຕໍ່ກັບບັນດາອົງການຜູ້ຕາງໜ້າຫວຽດນາມ ປະຈຳ ມຽນມາ ແລະ ໄທ, ໂທລະສັບສາຍດ່ວນປົກປ້ອງພົນລະເມືອງຂອງກະຊວງການຕ່າງປະເທດຫວຽດນາມ ຕາມເບີໂທລະສັບດັ່ງນີ້: - ສະຖານທູດ ຫວຽດນາມ ປະຈຳ ມຽນມາ: +95 966088 8998, ອິເມວ: [email protected] - ສະຖານທູດ ຫວຽດນາມ ປະຈຳ ໄທ: +66898966653, ອິເມວ: hotmail.vn ໂທລະສັບສາຍດ່ວນປົກປ້ອງພົນລະເມືອງຂອງກະຊວງການຕ່າງປະເທດຫວຽດນາມ: +84.981.84.84.84. |
![]() | ຫວຽດນາມ ຜັນຂະຫຍາຍວຽກງານປົກປ້ອງພົນລະເມືອງເຫດເຮືອຫຼົ້ມຢູ່ Nicaragua ຍສໝ - ສະຖານທູດ ຫວຽດນາມ ປະຈຳ ກູບາ ພວມຕັ້ງໜ້າປະຕິບັດວຽກງານປົກປ້ອງພົນລະເມືອງ ພາຍຫຼັງເຫດເຮືອຫຼົ້ມຢູ່ Nicaragua, ໃນນັ້ນ ມີຊາວ ຫວຽດນາມ 3 ຄົນ ລອດຊີວິດ. |
![]() | ສະຖານທູດຫວຽດນາມ ໜູນຊ່ວຍໜ່ວຍກູ້ໄພ ແລະ ເຮັດວຽກງານປົກປ້ອງພົນລະເມືອງ ຍສໝ -ທ່ານເອກອັກຄະລັດຖະທູດ ໂດເຊີນຫາຍ ຢືນຢັນວ່າ, ສະຖານທູດ ຫວຽດນາມ ປະຈຳ ຕວກກີ ຈະສືບຕໍ່ຮັກສາການພົວພັນ ກັບປະຊາຊົນເພື່ອແນໃສ່ຕິດຕາມກວດກາສະພາບການປະຈຳວັນ, ໜູນຊ່ວຍຢ່າງທັນການໃນສະພາວະການຈຳເປັນ. |
ບູນມີ