ຫວຽດນາມ - ແບນຊິກ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ວິທະຍາສາດ, ຄົ້ນຄວ້າ ​ແລະ ບຳລຸງ​ສ້າງ

12:00 | 02/04/2025

ຍສໝ - ວັນທີ 1 ເມສາ, ມະຫາວິທະຍາໄລແຫ່ງຊາດຫວຽດນາມ ສົມທົບກັບຄະນະຜູ້ແທນ Wallonie-Bruxelles ປະຈໍາ ຫວຽດນາມ, ມະຫາວິທະຍາໄລ KU Leuven ແລະ Vrije Universiteit Brussel (VUB) ໄດ້ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນວິຊາການ ແລະ ການເຊື່ອມຕໍ່.

ຫຼາຍ​ວິທີ​ແກ້​ໄຂຢ່າງເເທດຈິງ ​ເພື່ອເປີດກ້ວາງການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ​ເຕັກ​ໂນ​ໂລ​ຢີລະຫວ່າງ ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ
ຂີດ​ໝາຍ​ໃໝ່​ໃນ​ການ​ຮ່ວມ​ມື ​ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ສິງກະ​ໂປ

ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່​ຫວຽດ​ນາມ ຂອງ​ເຈົ້າຊີວິດ ແລະ ພະລາຊິນີ ແຫ່ງ ລາຊະອານາຈັກ ແບນ​ຊິກ.

ທີ່​ໂຄງການ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ກົນ​ໄກ ​ແລະ ​ແຜນການເປີດກ້ວາງການ​ຮ່ວມ​ມື​ຄົ້ນຄວ້າ​ລະຫວ່າງ ຫວຽດນາມ ​ແລະ ​ແບນ​ຊິກ ​ໃນ​ອະນາຄົດ; ແບ່ງປັນຂໍ້ມູນກ່ຽວກັບແຫຼ່ງທຶນຈາກແບນຊິກ ແລະ ສະເໜີທິດທາງການຮ່ວມມືຍຸດທະສາດໃນອະນາຄົດ.

ຫວຽດນາມ - ແບນຊິກ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ວິທະຍາສາດ, ຄົ້ນຄວ້າ ​ແລະ ບຳລຸງ​ສ້າງ

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. (ພາບ: ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ)

ທ່ານນາງ ຫົວໜ້າກົມຮ່ວມມືສາກົນ (ກະຊວງສຶກສາທິການ ແລະ ບຳລຸງສ້າງ) ຫງວຽນທູຖຸຍ ໄດ້ສະເໜີຍຸດທະສາດພັດທະນາການສຶກສາ ຫວຽດນາມ ໄລຍະ 2019-2030, ວິໄສທັດ 2045. ພ້ອມທັງສະເໜີບາງທິດທາງການຮ່ວມມືກັບ ແບນຊິກ ຄື: ການຮ່ວມມືດ້ານການບຳລຸງສ້າງຫຼັງມະຫາ (ປະລິນຍາໂທ, ປະລິນຍາເອກ); ປະສານ​ສົມທົບ​ກັບ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ​ໃນ​ຂອບ​ເຂດ​ໂຄງການ 89; ການຮ່ວມມືດ້ານການຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ; ຊອກຫາການຊ່ວຍເຫຼືອດ້ານການເງິນຈາກໂຄງການສາກົນ; ຍູ້ແຮງ​ການ​ແລກປ່ຽນ​ນັກສຶກສາ​ແລະ ​ແລກປ່ຽນ​ວັດທະນະທຳ; ຊຸກຍູ້​ໂຄງ​ການ​ໄລ​ຍະ​ສັ້ນ, ເປີດກ້ວາງການ​ຮ່ວມ​ມື​ກັບ​ອົງ​ການ​ຈັດ​ຕັ້ງ​ ແລະ ​ເຄືອ​ຂ່າຍ​ການ​ສຶກ​ສາ​ຂອງແບນ​ຊິກ...

ທ່ານ ຜູ້ອຳນວຍການມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ເລກວນ ເນັ້ນໜັກວ່າ ເຫດການນີ້ແມ່ນສະເຫຼີມສະຫຼອງ 30 ປີແຫ່ງການພົວພັນຮ່ວມມືຢ່າງມີປະສິດທິຜົນລະຫວ່າງ ຫວຽດນາມ ແລະ ແບນຊິກ ໃນຂົງເຂດວິທະຍາສາດ ແລະ ບຳລຸງສ້າງ. ທ່ານ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ການ​ສະໜັບສະໜູນ​ຂອງ​ສອງ​ລັດຖະບານ, ການ​ພົວພັນ​ຮ່ວມ​ມື​ນີ້​ຈະ​ສືບ​ຕໍ່​ພັດທະນາ​ຢ່າງເຂັ້ມ​ແຂງ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຕົວ​ຈິງ​ໃຫ້​ທັງ 2 ຝ່າຍ.

ທ່ານ ຜູ້ອຳນວຍການມະຫາວິທະຍາໄລ KU Leuven Luc Sels ໄດ້ຕີລາຄາສູງການຮ່ວມມືດ້ານການສຶກສາລະຫວ່າງສອງປະເທດ. ທ່ານ​ໄດ້​ເນັ້ນໜັກ 3 ​ເສົາ​ຄ້ຳ​ສຳຄັນ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ນີ້​ຄື: ຄວາມ​ດີ​ເລີດ, ຜົນ​ກະທົບ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ສັງຄົມ. ຄວາມເປັນເລີດຮັບປະກັນວ່າການຄົ້ນຄວ້າແມ່ນມີການແຂ່ງຂັນສູງແລະໄດ້ມາດຕະຖານທົ່ວໂລກ. ຜົນກະທົບຕົ້ນຕໍແມ່ນການແປຜົນການຄົ້ນຄວ້າໄປສູ່ຜົນປະໂຫຍດທີ່ຊັດເຈນສໍາລັບຊຸມຊົນ, ທຸລະກິດແລະຜູ້ສ້າງນະໂຍບາຍ. ຄວາມສາມັກຄີທາງສັງຄົມຮັບປະກັນຄວາມກ່ຽວຂ້ອງ, ການເຂົ້າເຖິງແລະການປະກອບສ່ວນຂອງຄູ່ຮ່ວມງານໃນການພັດທະນາມະນຸດ.

ບັນດາ​ຜູ້​ແທນ​ກໍ່​ຢືນຢັນ​ບົດບາດ​ສຳຄັນ​ຂອງ​ບັນດາ​ມະຫາວິທະຍາ​ໄລ ​ແລະ ບັນດາ​ສະ​ຖາ​ບັນ​ຄົ້ນຄວ້າ​ຊຸກຍູ້​ການ​ຮ່ວມ​ມື. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເພື່ອ​ໃຫ້​ການ​ຮ່ວມ​ມື​ມີ​ປະສິດທິ​ຜົນ​ຢ່າງ​ແທ້​ຈິງ ​ແລະ ຍືນ​ຍົງ, ການ​ສະໜັບສະໜູນ​ຢ່າງ​ແຂງ​ແຮງ​ຈາກ​ລັດຖະບານ​ສອງ​ປະ​ເທດ, ອົງການ​ສະໜອງ​ທຶນ ​ແລະ ນະ​ໂຍບາຍ​ທີ່​ເໝາະ​ສົມ​ແມ່ນ​ຈຳ​ເປັນ.

ຫວຽດນາມ - ແບນຊິກ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ວິທະຍາສາດ, ຄົ້ນຄວ້າ ​ແລະ ບຳລຸງ​ສ້າງ

ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືກັບມະຫາວິທະຍາໄລ KU Leuven ແລະ Vrije Universiteit Brussel. (ພາບ: ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ)

​ເນື່ອງ​ໃນ​ໂອກາດ​ນີ້, ​ໄດ້​ລົງ​ນາມ​ຂໍ້​ຕົກລົງ​ຮ່ວມ​ມື 6 ສະບັບ​ລະຫວ່າງ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ, ຫົວໜ່ວຍສະມາຊິກ ແລະ ບັນດາຫົວໜ່ວຍຂອງແບນ​ຊິກ.

ຕາມ​ຂໍ້ມູນຂອງໂຄງການ, ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ລາຊະ​ອານາຈັກ​ແບນ​ຊິກ​ ໃນ​ຂົງ​ເຂດ​ວິທະຍາສາດ, ຄົ້ນ​ຄ້ວາ ​ແລະ ບຳລຸງ​ສ້າງ​ມີ​ປະຫວັດສາດ​ຍາວ​ນານ​ນັບ​ແຕ່​ຕົ້ນ​ຊຸມ​ປີ 1990. 30 ປີຜ່ານມາ, ການຮ່ວມມືລະຫວ່າງ 2 ປະເທດບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ, ພິເສດແມ່ນໃນຂົງເຂດການສຶກສາ, ສາທາລະນະສຸກ, ນ້ຳສະອາດ ແລະ ສຸຂະອະນາໄມສິ່ງແວດລ້ອມ.

ແບນ​ຊິກ ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ສຳຄັນ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ ​ໃນ​ຂົງ​ເຂດ​ສຶກສາ ​ແລະ ບຳລຸງ​ສ້າງ. ນັກສຶກສາຫວຽດນາມ ນັບພັນຄົນໄດ້ຮັບທຶນການສຶກສາໄປສຶກສາຢູ່ບັນດາມະຫາວິທະຍາໄລທີ່ມີຊື່ສຽງຢູ່ແບນຊິກ, ປະກອບສ່ວນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ປະເທດ. ບັນດາ​ໂຄງການ​ຮ່ວມ​ມື​ຄົ້ນຄວ້າ​ລະຫວ່າງ​ບັນດາ​ມະຫາວິທະຍາ​ໄລ ​ແລະ ບັນດາ​ສະ​ຖາ​ບັນ​ຄົ້ນຄວ້າ​ຂອງ​ສອງ​ປະ​ເທດ​ໄດ້​ຮັບ​ໝາກຜົນ​ຕົວ​ຈິງ, ​ແກ້​ໄຂ​ບັນດາ​ບັນຫາ​ຮີບ​ດ່ວນ​ຢູ່ ຫວຽດນາມ ​ເຊັ່ນ: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ຄຸ້ມ​ຄອງ​ແຫຼ່ງນ້ຳ, ພັດທະນາ​ຕົວ​ເມືອງ​ແບບ​ຍືນ​ຍົງ, ປັບປຸງ​ຄວາມ​ສາມາດ​ດ້ານ​ການ​ແພດ.

ສ້າງ​ບຸກທະລຸ​ໃໝ່​ໃຫ້​ແກ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ສິງກະ​ໂປ

ສ້າງ​ບຸກທະລຸ​ໃໝ່​ໃຫ້​ແກ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ສິງກະ​ໂປ

ຍສໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ Lawrence Wong ໄດ້​ເຫັນ​ດີເປັນເອກະພາບກ່ຽວກັບບັນດາມາດຕະການ “ຕັດ​ສິນໃຈ, ທັນ​ການ” ເພື່ອ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ ແລະ ສ້າງ​ບຸກທະລຸ​ໃໝ່​ໃຫ້​ແກ່​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ.

ນະຄອນ​ໂຮ່ຈິ​ມິນ ​ແລະ ຍີ່ປຸ່ນ ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວັດທະນະທຳ, ການແລກປ່ຽນປະຊາຊົນ

ນະຄອນ​ໂຮ່ຈິ​ມິນ ​ແລະ ຍີ່ປຸ່ນ ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວັດທະນະທຳ, ການແລກປ່ຽນປະຊາຊົນ

ຍສໝ - ຕອນ​ຄ່ຳ​ວັນ​ທີ 28 ກຸມພາ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ໂຮ່ຈິ​ມິນ ສົມທົບ​ກັບ​ສະມາຄົມ​ມິດຕະພາບ ຫວຽດນາມ - ຍີ່​ປຸ່ນ ນະຄອນ​ໂຮ່ຈິ​ມິນ ໄດ້ຈັດ​ຕັ້ງ​ກອງ​ປະຊຸມ​ສະ​ເຫຼີມສະຫຼອງ 65 ປີ​ແຫ່ງ​ວັນ​​ເກີດຂອງກະສັດຍີ່ປຸ່ນ Naruhito. ໂດຍ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ຮອງ​ປະທານ​ສະພາ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ, ປະທານ​ສະມາຄົມ​ມິດຕະພາບຫວຽດນາມ - ຍີ່ປຸ່ນ ນະຄອນ​ໂຮ່ຈິ​ມິນ ຮວິ່ງແທງເຍີນ ແລະ ກົງ​ສູນ​ໃຫຍ່ ຍີ່ປຸ່ນ ປະຈຳ​ນະຄອນ ...

ມີງດຶກ

ເຫດການ