ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ເຂົ້າ​ຮ່ວມ​ພິທີໄວ້ອາໄລທ່ານພົນ​ເອກ ຄຳ​ໄຕ ສີ​ພັນ​ດອນ

18:31 | 06/04/2025

ຍສໝ - ວັນ​ທີ 4 ເມສາ, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຟານ​ແອງ​ເຊີນ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ໄປ​ສະຖານທູດ ສາທາລະນະ​ລັດ ປະຊາທິປະ​ໄຕ ປະ​ຊາ​ຊົນ​ລາວ ປະຈໍາ ຫວຽດນາມ ເພື່ອໄວ້ອາໄລ ແລະ ເຊັນປຶ້ມໄວ້ອາໄລ ເພື່ອລະນຶກເຖິງ ທ່ານ ພົນເອກ ຄໍາໄຕ ສີພັນດອນ, ອະດີດປະທານຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ອະດີດປະທານປະເທດ, ອະດີດນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ທ່ານ​ປະ​ທານ ຄໍາ​ໄຕ ສີ​ພັນ​ດອນ: ການ​ນຳ​ດີ​ເດັ່ນ​ຂອງ​ລາວ, ເພື່ອນ​ມິດ​ທີ່​ຍິ່ງ​ໃຫຍ່​ຂອງ​ຫວຽດ​ນາມ
ຊາວ​ໜຸ່ມ​ທຸກ​ຄົນ​ແມ່ນ​ທູດ​ແຫ່ງ​ສັນຕິພາບ, ​ເປັນ​ຂົວ​ຕໍ່​ສ້າງນ້ຳໃຈ​ມິດຕະພາບ.

ໃນ​ປຶ້ມໄວ້ອາໄລ, ທ່ານ ຟານ​ແອງ​ເຊີນ ​ໄດ້​ຂຽນ​ວ່າ: “ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຂໍ​ສະ​ແດງ​ຄວາມ​ເສົ້າສະຫລົດ​ໃຈ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ມາ​ຍັງ​ບັນດາ​ສະຫາຍ, ​ເພື່ອນ​ມິດປະຊາຊົນ ລາວ ​ແລະ ຄອບຄົວ​ຂອງ​ທ່ານ​ພົນ​ເອກ ຄຳ​ໄຕ ສີ​ພັນ​ດອນ, ອະດີດ​ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ອະດີດ​ປະທານ​ປະ​ເທດ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ. ການ​ຈາກ​ໄປ​ຂອງ​ສະຫາຍ ​ແມ່ນ​ຄວາມ​ເສຍ​ຫາຍ​ອັນ​ໃຫຍ່​ຫຼວງ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ລາວ ​ແລະ ຫວຽດນາມ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ເຂົ້າ​ຮ່ວມ​ພິທີໄວ້ອາໄລທ່ານພົນ​ເອກ ຄຳ​ໄຕ ສີ​ພັນ​ດອນ

ທ່ານ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ ຟານ​ແອງ​ເຊີນ ​ເຂົ້າໄວ້ອາໄລ​ທ່ານ​ພົນ​ໂທ ຄຳ​ໄຕ ສີ​ພັນ​ດອນ. (ພາບ: Dinh Hoa)

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ຈະ​ມານະ​ພະຍາຍາມ​ຮ່ວມ​ກັບ​ສະຫາຍ, ​ເພື່ອນ​ມິດ ​ແລະ ປະຊາຊົນລາວ ສືບ​ຕໍ່​ຮັກສາ, ເພີ່ມພຸນຄຸນສ້າງແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ລາວ - ຫວຽດນາມ, ​ເປັນ​ຊັບ​ສົມບັດ​ລວມອັນ​ລ້ຳ​ຄ່າ​ທີ່​ບັນດາ​ການ​ນຳ​ຂອງ​ສອງ​ປະ​ເທດ​ໃນ​ທຸກ​ລຸ້ນຄົນ​ໄດ້​ມານະ​ພະຍາຍາມ​ກໍ່ສ້າງ ​ແລະ ເພີ່ມພຸນຄຸນສ້າງ.

ຂໍ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ຢ່າງ​ຈິງ​ໃຈ, ຄວາມ​ກະ​ຕັນ​ຍູ​ອັນ​ເປັນ​ນິດ ແລະ​ອະ​ທິ​ຖານ​ຂໍ​ໃຫ້​ທ່ານ​ຈົ່ງ​ມີ​ຄວາມ​ສະ​ຫງົບ​ສຸກ​ຊົ່ວ​ນິ​ລັນ​ດອນ”.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ເຂົ້າ​ຮ່ວມ​ພິທີໄວ້ອາໄລທ່ານພົນ​ເອກ ຄຳ​ໄຕ ສີ​ພັນ​ດອນ

ທ່ານ​ຟານ​ແອງ​ເຊີນ ​​ຂຽນ​ໃນ​ປຶ້ມ​ອາ​ໄລ​ຫາ​ທ່ານ​ພົນ​ເອກ ຄຳ​ໄຕ ສີ​ພັນ​ດອນ. (ພາບ: Dinh Hoa)

ກໍ່​ໃນ​ວັນ​ດຽວ​ກັນ, ຄະນະ​ຜູ້​ແທນ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ໂດຍ​ທ່ານພົນຕີ ຫງວຽນຕ໋ຽນລອງ, ຮອງ​ປະທານ​ສະມາຄົມ ເປັນນຳໜ້າ ໄດ້​ໄປໄວ້ອາໄລ ແລະ ເຊັນປຶ້ມໄວ້ອາໄລຫາ​ທ່ານ​ພົນ​ເອກ ຄຳ​ໄຕ ສີ​ພັນ​ດອນ.

​ໃນ​​ປຶ້ມໄວ້ອາໄລ, ທ່ານພົນຕີ ຫງວຽນຕ໋ຽນລອງ ໄດ້​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ທີ່​ໄດ້​ຮັບ​ຟັງ​ການ​ເສຍ​ຊີວິດ​ຂອງ​ທ່ານ​ພົນ​ເອກ ຄຳ​ໄຕ ສີ​ພັນ​ດອນ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ເຂົ້າ​ຮ່ວມ​ພິທີໄວ້ອາໄລທ່ານພົນ​ເອກ ຄຳ​ໄຕ ສີ​ພັນ​ດອນ

ຄະນະ​ຜູ້​ແທນ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ເຂົ້າໄວ້ອາ​ທ່ານ​ພົນ​ໂທ ຄຳ​ໄຕ ສີ​ພັນ​ດອນ. (ພາບ: Dinh Hoa)

“ການຈາກໄປຂອງ ສະຫາຍ ຄຳໄຕ ສີພັນດອນ ແມ່ນການສູນເສຍອັນໃຫຍ່ຫຼວງຂອງພັກ, ລັດ, ປະຊາຊົນລາວ ແລະ ຄອບຄົວຂອງສະຫາຍ. ພັກ, ລັດ, ປະຊາຊົນ ແລະ ສະມາຄົມມິດຕະພາບ ຫວຽດນາມ-ລາວ ໄດ້ສູນເສຍເພື່ອນມິດສະຫາຍທີ່ສະໜິດສະໜົມ ແລະ ອ້າຍນ້ອງທີ່ໄດ້ຕໍ່ສູ້ຄຽງບ່າຄຽງໄຫຼ່ຄຽງບ່າຄຽງໄຫຼ່ມາຕະຫຼອດໄລຍະແຫ່ງການຕໍ່ຕ້ານຂອງປະຊາຊົນສອງຊາດ ຫວຽດນາມ-ລາວ ມາເປັນເວລາຍາວນານ.

ສູນກາງສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ແລະ ບັນດາ​ສະມາຊິກ​ລ້ວນ​ແຕ່​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ສະຫາຍ ຄຳ​ໄຕ ສີ​ພັນ​ດອນ ​ໃນ​ການ​ກໍ່ສ້າງ, ປັບປຸງ, ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່ ​ແລະ ຄວາມ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ - ລາວ. ສະມາຄົມມິດຕະພາບ ຫວຽດນາມ-ລາວ ຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງມາຍັງສະມາຄົມມິດຕະພາບລາວ-ຫວຽດນາມ, ປະຊາຊົນລາວ ແລະ ຄອບຄົວຂອງ ສະຫາຍ ຄຳໄຕ ສີພັນດອນ.

ພວກຂ້າພະເຈົ້າຫວັງວ່າ ສະມາຄົມມິດຕະພາບລາວ-ຫວຽດນາມ, ປະຊາຊົນລາວ ແລະ ຄອບຄົວຂອງສະຫາຍ ຄຳໄຕ ສີພັນດອນ ຈະຜ່ານຜ່າການສູນເສຍອັນເຈັບປວດນີ້ໄປໂດຍໄວ ແລະ ສືບຕໍ່ສ້າງສາປະເທດຊາດລາວໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ”, ທ່ານພົນຕີ ຫງວຽນຕ໋ຽນລອງ ຂຽນໃນ​ປຶ້ມໄວ້ອາໄລ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ເຂົ້າ​ຮ່ວມ​ພິທີໄວ້ອາໄລທ່ານພົນ​ເອກ ຄຳ​ໄຕ ສີ​ພັນ​ດອນ

ທ່ານພົນຕີ ຫງວຽນຕ໋ຽນລອງ, ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ​​ຂຽນ​ໃນ​ປຶ້ມ​ອາ​ໄລ​ຫາ. (ພາບ: Dinh Hoa)

ທ່ານພົນເອກ ຄໍາໄຕ ສີພັນດອນ ໄດ້ເຖິງແກ່ມໍລະນະກຳ ເວລາ 10 ໂມງ 30 ນາທີ ຂອງວັນທີ 2 ເມສາ 2025.

​ໃນ​ສົງຄາມ​ຕໍ່ຕ້ານ ​ແລະ ​ກູ້​ຊາດ, ທ່ານ​ພົນ​ເອກ ຄຳ​ໄຕ ສີ​ພັນ​ດອນ ​ໄດ້​ນຳພາ​ກອງທັບ ​ແລະ ປະຊາຊົນ​ລາວ ​ແບ່ງປັນ​ຄວາມ​ປິ​ຕິ​ຊົມ​ຊື່ນ ​ແລະ ຄວາມ​ໂສກ​ເສົ້າ, ຢືນ​ຄຽງ​ຂ້າງ​ບັນດານັກຊ່ຽວຊານ ແລະ ທະຫານ​ອາສາ​ສະໝັກ ຫວຽດນາມ ​ໃນ​ທຸກ​ສະພາບ​ການ, ປະກອບສ່ວນ​ນຳ​ເອົາ​ໄຊຊະນະ​ອັນ​ສະຫງ່າ​ລາສີ​ຂອງ​ປະຊາຊົນ​ສອງ​ປະ​ເທດ​ໃນ​ການ​ຕໍ່ສູ້​ຕ້ານ​ກັບ​ສັດຕູ​ຮ່ວມ​ກັນ.

ໃນ​ຂະ​ບວນການ​ປົກ​ປັກ​ຮັກສາ, ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ, ທ່ານ​ພົນ​ເອກ ຄຳ​ໄຕ ສີ​ພັນ​ດອນ ຍາມ​ໃດ​ກໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ຫວຽດນາມ ​ເພື່ອ​ແລກປ່ຽນ ​ແລະ ​ແບ່ງປັນ​ປະສົບ​ການ, ສະໜັບສະໜູນ ​ແລະ ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ.

ທ່ານ​ຍັງ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ນຳ​ລາວ​ທີ່​ມີ​ການ​ພົວພັນ​ສະໜິດ​ແໜ້ນ ​ແລະ ​ໃກ້ຊິດ​ສະໜິດສະໜົມ​ກັບ​ບັນດາ​ຜູ້ນຳ​ຫວຽດນາມ ​ໃນ​ທຸກ​ເວລາ. ຍາມ​ໃດ​ກໍ​ມີ​ຄວາມ​ສົນ​ໃຈ​ໃນ​ການ​ປູກ​ຝັງ, ຊຸກຍູ້ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ການ​ຮັດ​ແໜ້ນ​ສາຍ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃຫ້​ເລິກ​ເຊິ່ງກ່ວາ​ອີກ, ຊ່ວຍ​ໃຫ້​ສາຍ​ພົວພັນ​ນີ້​ນັບ​ມື້​ນັບ​ແໜ້ນ​ແຟ້ນ ​ແລະ ໝັ້ນຄົງ​ຕະຫຼອດ​ໄປ.

ເພີ່ມພູນຄູນສ້າງນໍ້າໃຈ​ມິດຕະພາບ​ລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ປະຊາຊົນ​ປະຕິວັດ​ລາວ ​ໃນ​ສະພາບ​ການ​ໃໝ່ຢ່າງບໍ່ຢຸດຢັ້ງ

ເພີ່ມພູນຄູນສ້າງນໍ້າໃຈ​ມິດຕະພາບ​ລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ປະຊາຊົນ​ປະຕິວັດ​ລາວ ​ໃນ​ສະພາບ​ການ​ໃໝ່ຢ່າງບໍ່ຢຸດຢັ້ງ

ຍສໝ - ສະພາບການໂລກ ແລະພາກພື້ນໃນປັດຈຸບັນ ພວມມີການປ່ຽນແປງຢ່າງ ວ່ອງໄວ ແລະຜັນປ່ຽນຢ່າງສັບສົນ, ເລີ່ມຈາກສະພາບຕົວຈິງ “ນໍ້າໃຈ ອ້າຍນ້ອງ” ລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ

3 ໜ້າ​ທີ່ຈຸດສຸມ​ຂອງ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ລາວ ​ໃນຂົງເຂດຕຳຫຼວດ​ປະຊາຊົນອາຍຸການ 2025 - 2030

3 ໜ້າ​ທີ່ຈຸດສຸມ​ຂອງ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ລາວ ​ໃນຂົງເຂດຕຳຫຼວດ​ປະຊາຊົນອາຍຸການ 2025 - 2030

ຍສໝ - ໃນວັນທີ 20 ມີນາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງ​ປະ​ຊຸມ​ໃຫຍ່​ຂອງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ໃນຂົງເຂດຕຳຫຼວດ​ປະຊາຊົນ (ສະ​ມາ​ຄົມ​) ຄັ້ງ​ທຳ​ອິດ, ອາຍຸການ 2025 - 2030. ທ່ານ ພົນເອກ ເລືອງຕາມກກວາງ, ກຳມະການກົມການເມືອງ, ເລຂາທິການຄະນະພັກຕຳຫຼວດສູນກາງ, ລັດຖະມົນຕີກະຊວງຕຳຫຼວດ ເຂົ້າຮ່ວມ ແລະ ກ່າວຄຳປາໄສຊີ້ນຳທີ່ກອງປະຊຸມໃຫຍ່.

ມີງດຶກ

ເຫດການ