​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ການພັດທະນາ​ການ​ພົວພັນ​ຫວຽດນາມ - ຣູ​ມາ​ນີ ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ

18:21 | 07/04/2025

ຍສໝ - ວັນທີ 3 ເມສາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ຣູມານີ ແລະ ສະຖານທູດ ຣູມານີ ປະຈໍາ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມແບ່ງປັນຂໍ້ມູນກ່ຽວກັບ ຣູມານີ, ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ (3 ກຸມພາ 1950 – 3 ກຸມພາ 2025).

ຫວຽດນາມ ສະໜັບສະໜູນ​ບົດບາດ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດທົ່ວໂລກ
ເພີ່ມຫຼາຍມາດຕະການການເພີ່ມ​ທະວີ​ຄວາມ​ສາມັກຄີ​ຂອງ​ສາມ​ປະ​ເທດ​ອິນ​ດູ​ຈີນ
​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ການພັດທະນາ​ການ​ພົວພັນ​ຫວຽດນາມ - ຣູ​ມາ​ນີ ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ

ກອງ​ປະ​ຊຸມແບ່ງປັນຂໍ້​ມູນ​ກ່ຽວ​ກັບ ຣູ​ມາ​ນີ ຈັດ​ຕັ້ງ​ໂດຍ VUFO ສົມທົບ​ກັບ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຣູ​ມາ​ນີ ແລະ ສະ​ຖານ​ທູດ ຣູ​ມາ​ນີ ປະ​ຈຳ​ ຫວຽດ​ນາມ ໃນ​ວັນ​ທີ 3 ເມສາ ຢູ່ ຮ່າ​ໂນ້ຍ. (ພາບ: Dinh Hoa)

ເຂົ້າ​ຮ່ວມ​ກອງ​ປະ​ຊຸມແບ່ງປັນຂໍ້ມູນ, ຝ່າຍ​ຫວຽດ​ນາມ ມີ​ທ່ານ ຫງວຽນ​ຫງອກ​ຮຸ່ງ, ຮອງ​ປະ​ທານ​ສະ​ຫະ​ພັນ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ; ທ່ານ ໂຮ່ກວາງເລີ້ຍ, ປະທານສະມາຄົມມິດຕະພາບ ຫວຽດນາມ - ຣູມານີ, ຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການ, , ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ພະນັກງານຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ, ສະມາຊິກສະມາຄົມມິດຕະພາບ ຫວຽດນາມ - ຣູມານີ.

ຝ່າຍ ຣູ​ມາ​ນີ, ມີ​ທ່ານນາງ ເອກ​ອັກຄະ​ລັດຖະທູດ ຣູມາ​ນີ ປະຈຳ ຫວຽດນາມ Cristina Romila ​ແລະ ບັນດາພະນັກງານສະຖານທູດ.

ແບ່ງປັນຂໍ້ມູນ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ

ກ່າວ​ຄຳປາໄສທີ່​ກອງປະຊຸມແບ່ງປັນ, ທ່ານ ຫງວຽນຫງອກຮຸ່ງ, ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ (VUFO) ​ໃຫ້​ຮູ້​ວ່າ: ຫວຽດນາມ - ຣູ​ມາ​ນີ ມີ​ປະຫວັດສາດມິດຕະພາບ, ການ​ຮ່ວມ​ມື​ທີ່​ມີ​ມາ​ແຕ່​ດົນ​ນານ. ຣູ​ມາ​ນີ​ແມ່ນ​ໜຶ່ງ​ໃນ 10 ປະ​ເທດ​ທຳ​ອິດ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ກັບ​ຫວຽດ​ນາມ (3 ກຸມພາ 1950).

75 ປີ​ທີ່​ຜ່ານ​ມາ, ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ຣູ​ມາ​ນີ ໄດ້​ຮັບ​ການ​ຮັກ​ສາ​ໄວ້​ເນື້ອ​ເຊື່ອ​ໃຈ, ບຳ​ລຸງ​ສ້າງ ແລະ ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ ໂດຍ​ການ​ນຳ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ. ຣູ​ມາ​ນີ ໄດ້​ໃຫ້​ຄວາມ​ຮູ້​ສຶກ​ອັນ​ລ້ຳ​ຄ່າ, ການ​ໜູນ​ຊ່ວຍ​ດ້ານ​ວັດ​ຖຸ ແລະ ຈິດໃຈ​ໃຫ້​ແກ່​ຫວຽດ​ນາມ ໃນ​ການ​ຕໍ່​ສູ້​ເພື່ອ​ເອ​ກະ​ລາດ, ເສ​ລີ​ພາບ ແລະ ການ​ທ້ອນ​ໂຮມ​ປະ​ເທດ​ຊາດ. ພະນັກງານຫວຽດນາມ ນັບພັນຄົນໄດ້ຮັບການຝຶກອົບຮົມຢູ່ ຣູມານີ, ຫຼາຍຄົນຕໍ່ມາໄດ້ກາຍມາເປັນຜູ້ນໍາສຳຄັນຂອງພັກ, ລັດ, ປະກອບສ່ວນສຳຄັນເຂົ້າໃນພາລະກິດສ້າງສາ ແລະ ປ້ອງກັນຊາດ.

​ໃນ​ໄລຍະ​ໂລກລະບາດ​ໂຄ​ວິດ-19, ​ເຖິງ​ວ່າ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງກໍ່ຕາມ, ​ແຕ່ ຣູມາ​ນີ ​ໄດ້​ໜູນ​ຊ່ວຍ​ໃຫ້​ປະຊາຊົນ​ຫວຽດນາມ ດ້ວຍ​ວັກ​ຊີນ 300.000 ​ໂດ​ລາ, ປະກອບສ່ວນ​ຊ່ວຍ​ໃຫ້​ຫວຽດນາມ ​ຜ່ານ​ຜ່າ​ໂລກ​ລະບາດ.

ເສີມຂະຫຍາຍ​ພື້ນຖານ​ອັນ​ດີງາມ​ນັ້ນ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເລິກ​ເຊິ່ງ ​ແລະ ມີ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ.

​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ການພັດທະນາ​ການ​ພົວພັນ​ຫວຽດນາມ - ຣູ​ມາ​ນີ ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ

ທ່ານ ຫງວຽນ​ຫງອກ​ຮຸ່ງ, ຮອງ​ປະ​ທານ VUFO ກ່າວ​ຄຳປາໄສ​ທີ່​ເຫດການ. (ພາບ: Dinh Hoa)

​ໃນ​ສະພາບ​ການ​ປ່ຽນ​ແປງ​ຂອງ​ສາກົນ​ຢ່າງ​ວ່ອງ​ໄວ, ບໍ່​ສາມາດ​ຄາດ​ຄະ​ເນ​ໄດ້ ​ແລະ ສັບສົນ, ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ການ​ລົງ​ເລິກ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ນັບ​ມື້​ນັບ​ສຳຄັນ ​ແລະ ຮີບ​ດ່ວນ. ຜ່ານ​ນັ້ນ, ສອງ​ຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ​ຄວາມ​ສາມັກຄີ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ພ້ອມ​ກັນ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຮ່ວມ​ຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຜ່ານ​ກອງ​ປະຊຸມແບ່ງປັນ​ຂໍ້​ມູນ, VUFO ສືບ​ຕໍ່​ປັບປຸງການ​ພົວພັນ​ຮ່ວມ​ມື​ກັບ​ສະມາຄົມ​ມິດຕະພາບ ຫວຽດນາມ - ຣູ​ມາ​ນີ ​ແລະ ສະຖານທູດ ຣູ​ມາ​ນີ ປະຈຳ ຮ່າ​ໂນ້ຍ, ​ໃນ​ນັ້ນ​ໄດ້​ເຜີຍ​ແຜ່​ນ້ຳ​ໃຈ​ມິດຕະພາບ ​ແລະ ຄວາມ​ຮັກ​ແພງ​ທີ່​ມີ​ຕໍ່​ປະ​ເທດ ​ແລະ ປະຊາຊົນ ຣູ​ມາ​ນີ ຈາກ​ລຸ້ນກ່ອນ​ເຖິງ​ລຸ້ນໜຸ່ມ.

ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ - ​ເປັນ​ເສົາ​ຄ້ຳ​ສຳຄັນ​ຂອງ​ການ​ພົວພັນ​ຫວຽດນາມ - ຣູ​ມາ​ນີ

ທ່ານ​ນາງ ເອກ​ອັກຄະ​ລັດຖະທູດ ຣູ​ມາ​ນີ ປະຈຳ ຫວຽດນາມ Cristina Romila ​ໄດ້​ສະ​ເໜີ​ສະພາບ​ລວມຂອງ​ການ​ພັດທະນາ, ການ​ເມືອງ, ​ເສດຖະກິດ, ບຸລິມະສິດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ ຣູ​ມາ​ນີ ແລະ ບັນດາ​ຈຸດໝາຍ​ຕົ້ນຕໍ​ຂອງ​ການ​ພົວພັນ ຣູ​ມາ​ນີ - ຫວຽດນາມ.

​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ການພັດທະນາ​ການ​ພົວພັນ​ຫວຽດນາມ - ຣູ​ມາ​ນີ ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ

ທ່ານ​ນາງ ເອກ​ອັກຄະ​ລັດຖະທູດ ຣູ​ມາ​ນີ ປະຈຳ ຫວຽດນາມ Cristina Romila ກ່າວ​ຄຳປາໄສ​ທີ່​ເຫດການ. (ພາບ: Dinh Hoa)

ທ່ານ​ນາງເອກ​ອັກຄະ​ລັດຖະທູດ ກ່າວຄຳປາໄສວ່າ ການ​ພົວ​ພັນ​ສອງຝ່າຍລະ​ຫວ່າງ ຣູ​ມາ​ນີ-ຫວຽດ​ນາມ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ບົນ​ພື້ນ​ຖານ​ການ​ເຄົາ​ລົບ​ນັບ​ຖື, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ມິດ​ຕະ​ພາບ​ໃນ​ສະ​ພາບ​ປະ​ຫວັດ​ສາດ​ຂອງ​ຫວຽດ​ນາມ ໃນ​ສົງ​ຄາມ​ຕໍ່​ສູ້​ເພື່ອ​ເອ​ກະ​ລາດ ແລະ ທ້ອນ​ໂຮມ​ປະ​ເທດ​ຊາດ. ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍາວນານລະຫວ່າງສອງປະເທດໄດ້ຮັບການຢັ້ງຢືນຄືນໃໝ່ຢ່າງບໍ່ຢຸດຢັ້ງ ແລະ ສືບຕໍ່ພັດທະນາໃນຊຸມປີມໍ່ໆມານີ້ ຍ້ອນຄວາມມານະພະຍາຍາມລວມຂອງລັດຖະບານ ແລະ ຄວາມສາມັກຄີຂອງປະຊາຊົນສອງປະເທດ. ຣູ​ມາ​ນີ ສະໜັບສະໜູນ​ການ​ຮ່ວມ​ມື 2 ຝ່າຍ​ລະຫວ່າງ ຫວຽດນາມ ​ແລະ ສະຫະພາບ​ເອີ​ລົບ.

ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ Cristina Romila ​ໃຫ້​ຮູ້​ວ່າ: ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ແມ່ນ​ໜຶ່ງ​ໃນ​ບັນດາ​ເສົາ​ຄ້ຳ​ສຳຄັນ​ທີ່​ສຸດ​ຂອງ​ການ​ພົວພັນ ຫວຽດນາມ - ຣູ​ມາ​ນີ. ເຕັກ​ໂນ​ໂລ​ຢີດິ​ຈິ​ຕອນ​ເປີດ​ກາ​ລະ​ໂອ​ກາດ​ບໍ່​ຈໍາ​ກັດ​ສໍາ​ລັບ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ດ້ານ​ເສດ​ຖະ​ກິດ, ແຮງ​ງານ, ວັດ​ທະ​ນະ​ທໍາ​ແລະ​ການ​ສຶກ​ສາ. ສະຖານທູດ ຣູມານີ ຕັ້ງໜ້າຊຸກຍູ້ການເຄື່ອນໄຫວພົບປະແລກປ່ຽນລະຫວ່າງ 2 ປະເທດຢ່າງຕັ້ງໜ້າ ແລະ ແທດຈິງ.

​ໃນ 3 ປີຜ່ານມາ, ມີ​ຜູ້​ແທນ, ນັກຮຽນຮູ້, ນັກ​ສິລະ​ປິນ ​ແລະ ນັກທຸລະກິດ ຣູມານີ 300 ກວ່າ​ຄົນ​ມາ​ຢ້ຽມຢາມ ຫວຽດນາມ, ​ເຮັດ​ໃຫ້​ສະຖານທູດ ຣູ​ມາ​ນີ ​ແມ່ນ​ໜຶ່ງ​ໃນ​ບັນດາ​ສະຖານທູດ​ເອີ​ລົບ ທີ່​ມີ​ການ​ເຄື່ອນ​ໄຫວ​ທີ່​ສຸດ​ໃນ​ຂົງ​ເຂດ​ນີ້.

ປີ 2023, ນັກ​ສິລະ​ປິນກວ່າ 100 ຄົນ​ຂອງ​ວົງ​ດົນຕີປະສານສຽງ ຣູ​ມາ​ນີ ໄດ້​ສະອແດງ​ຢູ່​ນະຄອນ ດ່າລາດ, ດຶງ​ດູດ​ຜູ້​ຊົມ​ກ່ວາ 30.000 ຄົນ. ບັນດາພື້ນຖານສຶກສາມະຫາວິທະຍາໄລລະຫວ່າງສອງປະເທດ ກໍ່ຊຸກຍູ້ການຮ່ວມມືຢ່າງຕັ້ງໜ້າ. ໃນ 3 ປີຜ່ານມາ, ຄະນະ​ຜູ້​ແທນ​ນັກຮຽນຮູ້​ໄດ້ໄປ ​ຮ່າ​ໂນ້ຍ ​ແລະ ​ເຂົ້າ​ຮ່ວມ​ການ​ເຈລະຈາ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຫວຽດນາມ.

ມີບໍລິສັດຫວຽດ​ນາມ ຫຼາຍ​ແຫ່ງ​ໄດ້​ເປີດ​ສຳ​ນັກ​ງານ​ຜູ້​ຕາງ​ໜ້າ ແລະ ພື້ນຖານຜະລິດຢູ່ ຣູ​ມາ​ນີ. ຄົນ​ງານ​ຫວຽດນາມ ​ໄດ້ ແລະ ພວມປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ບັນດາ​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ໃຫຍ່​ຢູ່ ຣູ​ມາ​ນີ.ສອງ​ປະ​ເທດ​ມີ​ຄວາມ​ສົນ​ໃຈ​ຮ່ວມ​ໃນ​ດ້ານ​ເຕັກ​ໂນ​ໂລຢີ​ຂໍ້​ມູນ​ຂ່າວ​ສານ, ​ເສດຖະກິດ​ດີ​ຈີ​ຕອນ, ພະລັງງານ​ສີຂຽວ. ນີ້​ແມ່ນ​ສະ​ຖານ​ທີ່​ສຳ​ລັບ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື.

​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໃໝ່

ຕາມ​ທ່ານ ​ໂຮ່ກວາງ​ເລີ້ຍ ແລ້ວ, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ຣູມາ​ນີ, ​ເຖິງ​ວ່າ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ບັນລຸ​ໄດ້​ຫຼາຍ​ໝາກຜົນ​ກໍ່ຕາມ, ​ແຕ່​ໝາກຜົນ​ການ​ພົວພັນ​ດ້ານ​ເສດຖະກິດ - ການ​ຄ້າ​ຍັງ​ບໍ່​ທັນ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​.

“ເມື່ອ ຫວຽດນາມ ກຳນົດການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນເປັນເສົາຄ້ຳໃນການພົວພັນສອງຝ່າຍ, 2 ປະເທດຕ້ອງມີບັນດາມາດຕະການຢ່າງຕັ້ງໜ້າ ແລະ ຂະຫຍັນຂັນເຄື່ອນກວ່າອີກ ເພື່ອຊຸກຍູ້ບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ, ຊຸກຍູ້ວິສາຫະກິດຂອງສອງປະເທດສືບຕໍ່ປະຕິບັດສັນຍາການຄ້າເສລີ ຫວຽດນາມ - ເອີຣົບ (EVFTA) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ”.

ຄຽງຄູ່ກັບການສືບຕໍ່ເສີມຂະຫຍາຍການເຄື່ອນໄຫວຂອງຄະນະກຳມາທິການລະຫວ່າງລັດຖະບານແລ້ວ, ຍັງຕ້ອງໄດ້ຈັດຕັ້ງກອງປະຊຸມສຳມະນາ, ພົບປະສັງສັນກັບປະຊາຄົມວິສາຫະກິດຂອງສອງປະເທດຕື່ມອີກ ເພື່ອຮຽນຮູ້ກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ ແລະ ຄວາມຕ້ອງການຂອງຕະຫຼາດ ເພື່ອໃຫ້ສອງຝ່າຍສາມາດສົ່ງອອກສິນຄ້າ, ຜະລິດຕະພັນຢ່າງມີຈຸດແຂງ.

​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ການພັດທະນາ​ການ​ພົວພັນ​ຫວຽດນາມ - ຣູ​ມາ​ນີ ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ

ທ່ານ ​ໂຮ່ກວາງ​ເລີ້ຍ, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ຣູມາ​ນີ ກ່າວ​ຄຳປາໄສ​ທີ່​ເຫດການ. (ພາບ: Dinh Hoa)

“ຕ້ອງ​ມານະ​ພະຍາຍາມ​ກວ່າ​ອີກ​ເພື່ອ​ໃຫ້ ຫວຽດນາມ ກາຍ​ເປັນ “ປະຕູ” ​ເພື່ອ​ໃຫ້​ສິນຄ້າ ຣູມາ​ນີ ​ເຂົ້າ​ເຖິງທ້ອງຕະຫຼາດ ຫວຽດນາມ ​ແລະ ອາ​ຊຽນ, ຍັງ ຣູມານີ ກາຍ​ເປັນ “ປະຕູ” ຂອງ ຫວຽດນາມ ​ໄປ ​ເອີ​ລົບ ​ໃນ​ສະພາບ​ທີ່ ຣູມາ​ນີ ​ເຂົ້າ​ຮ່ວມ​ເຂດ Schengen. ນອກຈາກ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ດັ້ງ​ເດີມ, 2 ປະ​ເທດ​ສາມາດ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໃໝ່​ຄື: ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ, ນະວັດຕະກຳ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ​ເສດຖະກິດ​ຫັນ​ເປັນ​ສີຂຽວ, ​ເສດຖະກິດ​ ໝູນວຽນ…”, ທ່ານ ​ໂຮ່ກວາງ​ເລີ້ຍ ກ່າວ​ວ່າ.

ໃນຂົງເຂດການສຶກສາ, ມະຫາວິທະຍາໄລທັງສອງຝ່າຍຕ້ອງເພີ່ມທະວີການພົວພັນໂດຍກົງ, ສ້າງບັນດາໂຄງການຮ່ວມມືສະເພາະ, ໃນນັ້ນມີການແລກປ່ຽນຄູສອນ, ຄົ້ນຄວ້າວິທະຍາສາດ ແລະ ໄດ້ຮັບການຝຶກຝົນຫຼໍ່ຫຼອມນັກຮຽນໃນຂະແໜງການທີ່ແຕ່ລະຝ່າຍມີທ່າແຮງ.

ກ່ຽວ​ກັບ​ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ສິລະ​ປະ ​ແລະ ການ​ທ່ອງ​ທ່ຽວ, ຄະນະ​ສິລະ​ປະ​ຂອງ 2 ປະ​ເທດ​ຕ້ອງ​ສືບ​ຕໍ່​ຈັດ​ຕັ້ງ​ບັນດາ​ລາຍການ​ທ່ອງ​ທ່ຽວ​ໃໝ່, ​ໃນ​ນັ້ນ​ນັກ​ສິລະ​ປິນ ຣູມາ​ນີ ສາມາດ​ເຂົ້າ​ຮ່ວມ​ງານ​ບຸນ​ຢູ່​ຫຼາຍ​ພາກ​ພື້ນ​ຂອງ ຫວຽດນາມ, ພິ​ເສດ​ແມ່ນ​ງານ​ບຸນ ​ເຫ້ວ. ບັນດາ​ອົງການ​ທ່ອງ​ທ່ຽວ​ຕ້ອງ​ມີ​ການ​ເຊື່ອມ​ໂຍງ​ຢ່າງ​ໃກ້ຊິດ​ເພື່ອ​ຊຸກຍູ້​ການທ່ອງທ່ຽວ​ທີ່​ດຶງ​ດູດ​ໃຈ.

ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ແຮງ​ງານ, ຄຽງ​ຄູ່​ກັບ​ການ​ສືບ​ຕໍ່​ຮ່ວມ​ມື​ຮັບ​ໃຊ້​ຄົນ​ງານ​ໃໝ່, ຄວນ​ມີ​ມາດ​ຕະການ​ຄຸ້ມ​ຄອງ​ໃຫ້​ຄົນ​ງານ​ຫວຽດນາມ ທີ່​ພວມ​ເຮັດ​ວຽກ​ຢູ່ ຣູມາ​ນີ ​ໃຫ້​ດີ​ກ່ວາ​ອີກ ​ເພື່ອ​ໃຫ້​ຄົນ​ງານ ຫວຽດນາມ ປະຕິບັດ​ກົດໝາຍ Romania - ຫວຽດນາມ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ພື້ນຖານ​ເສດຖະກິດ ຣູມາ​ນີ, ​ເສີມ​ຂະຫຍາຍ​ພາບ​ພົດ​ຂອງ​ປະ​ເທດ ​ແລະ ປະຊາຊົນ ຫວຽດນາມ ​ເພື່ອ​ໃຫ້​ຊາວ​ຫວຽດນາມ ຢູ່ ຣູມາ​ນີ ແຕ່ລະຄົນ​ແມ່ນ “ເອກ​ອັກຄະ​ລັດຖະທູດ” ມິດຕະພາບ.

ຕາມທ່ານ ໂຮ່ກວາງເລີ້ຍ ແລ້ວ, ໃນຊຸມປີມໍ່ໆມານີ້, ສະມາຄົມມິດຕະພາບ ຫວຽດນາມ - ຣູມານີ ໄດ້ຕັ້ງໜ້າເປັນຂົວຕໍ່ຊຸກຍູ້ເສດຖະກິດ, ການຄ້າ, ການສຶກສາ, ວັດທະນະທຳ, ທ່ອງທ່ຽວ, ໜູນຊ່ວຍການພົບປະແລກປ່ຽນແຮງງານ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ. ສະມາຄົມ​ຮ່ວມ​ມື​ຢ່າງ​ຕັ້ງໜ້າ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຢູ່ ຣູມານີ, ໂດຍ​ສະ​ເພາະ​ແມ່ນ​ສະມາຄົມ​ມິດຕະພາບ ຣູ​ມາ​ນີ - ຫວຽດນາມ ​ໂດຍ​ທ່ານ Mihai Condescu ​ເປັນ​ປະທານ. ຢ່າງໃດກໍ່ຕາມ, ສະມາຊິກສ່ວນຫຼາຍແມ່ນຜູ້ສູງອາຍຸ. ສະມາຄົມ​ຫວັງ​ວ່າ​ຈະ​ໄດ້​ຮັບ​ສະມາຊິກ​ຊາວ​ໜຸ່ມ​ຕື່ມ​ອີກ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ຫວຽດນາມ - ຣູ​ມາ​ນີ ​ໃຫ້​ນັບ​ມື້​ນັບ​ໝັ້ນຄົງ.

ທີ່ເຫດການ, ບັນດາ​ຜູ້​ແທນ​ໄດ້​ແບ່ງປັນ​ຄວາມ​ຮູ້ສຶກ ​ແລະ ຄວາມ​ຊົງ​ຈຳ​ກັບ​ປະ​ເທດ ​ແລະ ປະຊາຊົນ ຣູມາ​ນີ. ບັນດາ​ຜູ້​ແທນ​ໄດ້​ຕັ້ງ​ຄຳ​ຖາມ​ກ່ຽວ​ກັບ​ສະພາບ​ການ, ນະ​ໂຍບາຍ​ຂອງ ຣູ​ມາ​ນີ, ຄວາມ​ສາມາດ​ບົ່ມ​ຊ້ອນ​ພັດທະນາ​ການ​ພົວພັນ ຫວຽດນາມ - ຣູ​ມາ​ນີ ກັບ​ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ Cristina Romila.

ກ່າວ​ຄຳປາໄສສະຫຼຸບ, ທ່ານ ຫງວຽນ​ຫງອກ​ຮຸ່ງ, ຮອງ​ປະທານ VUFO ຢືນຢັນ​ວ່າ VUFO ພ້ອມ​ແລ້ວ​ທີ່​ຈະ​ເປັນ​ເຈົ້າພາບ, ສະໜັບສະໜູນ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ ຫວຽດນາມ - ຣູ​ມາ​ນີ ກ່ຽວ​ກັບ​ສາຍ​ພົວພັນ​ປະຊາຊົນ​ກັບ​ສະມາຄົມ​ມິດຕະພາບ ຫວຽດນາມ - ຣູ​ມາ​ນີ, ສະຖານທູດ ຣູ​ມາ​ນີ ປະຈຳ ຫວຽດນາມ ​ແລະ ບັນດາ​ຄູ່​ຮ່ວມ​ມື ຣູມາ​ນີ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ແລະ ການ​ເຊື່ອມ​ຕໍ່​ລະຫວ່າງ​ປະຊາຊົນ 2 ປະ​ເທດ.

ຕ້ອງ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ລຸ້ນໜຸ່ມ​ຫວຽດນາມ ​ແລະ ມົງ​ໂກ​ລີ

ຕ້ອງ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ລຸ້ນໜຸ່ມ​ຫວຽດນາມ ​ແລະ ມົງ​ໂກ​ລີ

ຍສໝ - ນີ້​ແມ່ນ​ເນື້ອ​ໃນ​ຂອງ​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ທ່ານ ຟານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ (VUFO) ​ແລະ ທ່ານ Jigjee Sereejav, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ມົງ​ໂກ​ນ ປະຈຳ ຫວຽດນາມ, ​ໃນ​ວັນ​ທີ 24 ຕຸລາ ຢູ່ ຮ່າ​ໂນ້ຍ.

ຫວຽດນາມ - ລາວ: ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ປະຕິ​ຮູບ​ລະບຽບການ​ການ​ບໍລິຫານ ​ແລະ ສື່ສານ

ຫວຽດນາມ - ລາວ: ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ປະຕິ​ຮູບ​ລະບຽບການ​ການ​ບໍລິຫານ ​ແລະ ສື່ສານ

ຍສໝ - ວັນ​ທີ 4 ມິຖຸນາ, ​ໃນ​ຂອບ​ເຂດ​ການຜັນຂະຫຍາຍບົດ​ບັນທຶກ​ຊ່ວຍ​ຈຳວ່າດ້ວຍການຮ່ວມມື​ລະຫວ່າງ​ກະຊວງ​ແຮງ​ງານ ​ແລະ ສະຫວັດດິການສັງຄົມ​ ລາວ ​ແລະ ອົງການປະກັນສັງຄົມ ຫວຽດນາມ, ຄະນະປະຕິບັດງານຂອງອົງການປະກັນສັງຄົມ ຫວຽດນາມ, ໂດຍທ່ານຮອງຜູ້ອຳນວຍການໃຫຍ່ ຈຸ່ແມ້ງຊິງ ເປັນຫົວໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບອົງການປະກັນສັງຄົມແຫ່ງຊາດ ລາວ (LSSO).

ມີງດຶກ

ທ່ານອາດຈະມັກ

ເຫດການ