ຫວຽດນາມ ພ້ອມກັບ ອາຊຽນ ປຶກສາຫາລືການແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜນດິນໄຫວຢູ່ ມຽນມາ ແລະ ໄທ

23:03 | 30/03/2025

ຍສໝ - ຫວຽດນາມ ຈະຮຽງບ່າຮຽງໄຫຼ່ພ້ອມກັບ ມຽນມາ ແລະ ໄທ ເພື່ອຜ່ານຜ່າຄວາມຫຍຸ້ງຍາກໃນປະຈຸບັນ.

ອົງການ​ຜູ້ຕາງໜ້າ ຫວຽດນາມ ປະຈຳ ມຽນມາ ​ແລະ ​ໄທ ຕິດຕາມ​ສະພາບ​ການ​ຂອງ​ພົນລະ​ເມືອງ​ຢູ່​ເຂດແຜ່ນດິນ​ໄຫວ​ຢ່າງ​ໃກ້ຊິດ ອົງການ​ຜູ້ຕາງໜ້າ ຫວຽດນາມ ປະຈຳ ມຽນມາ ​ແລະ ​ໄທ ຕິດຕາມ​ສະພາບ​ການ​ຂອງ​ພົນລະ​ເມືອງ​ຢູ່​ເຂດແຜ່ນດິນ​ໄຫວ​ຢ່າງ​ໃກ້ຊິດ
ເກີດເຫດແຜນດິນໄຫວມີຄວາມແຮງ 7,7 ຣິກເຕີ ເຮັດໃຫ້ ມຽນມາ ສັ່ນສະເທື່ອນ ເກີດເຫດແຜນດິນໄຫວມີຄວາມແຮງ 7,7 ຣິກເຕີ ເຮັດໃຫ້ ມຽນມາ ສັ່ນສະເທື່ອນ

ຕອນເຊົ້າວັນທີ 30 ມີນາ, ຕາມການສະເໜີຂອງ ມາເລເຊຍ, ປະເທດປະທານ ອາຊຽນ 2025, ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ໄດ້ຈັດກອງປະຊຸມດ່ວນທາງໄກ ເພື່ອປຶກສາຫາລືກ່ຽວກັບວຽກງານແກ້ໄຂຜົນຮ້າຍຢ້ອນຫຼວງຈາກເຫດແຜນດິນໄຫວທີ່ເກີດຂຶ້ນໃນວັນທີ 28 ມີນາ ຢູ່ ມຽນມາ ແລະ ໄທ.

ຫວຽດນາມ ພ້ອມກັບ ອາຊຽນ ປຶກສາຫາລືການແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜນດິນໄຫວຢູ່ ມຽນມາ ແລະ ໄທ

ກອງປະຊຸມດ່ວນທາງໄກ. ພາບ: ກະຊວງການຕ່າງປະເທດ

ທີ່ກອງປະຊຸມ, ໂດຍໄດ້ຮັບມອບສິດຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ, ທ່ານຮອງລັດຖະມົນຕີການຕ່າປະເທດ ໂດ້ຮຸ່ງຫວຽດ ຢືນຢັນວ່າ, ຫວຽດນາມ ຈະຮຽງບ່າຮຽງໄຫຼ່ພ້ອມກັບ ມຽນມາ ແລະ ໄທ ເພື່ອຜ່ານຜ່າຄວາມຫຍຸ້ງຍາກໃນປະຈຸບັນ. ທ່ານກໍ່ຮຽກຮ້ອງໃຫ້ທຸກຝ່າຍຢູ່ ມຽນມາ ມີຄວາມຮັບຜິດຊອບໃນການຮັບປະກັນວຽກງານອຸປະຖຳມະນຸດສະທຳໄດ້ດຳເນີນໄປດ້ວຍຄວາມປອດໄພ, ບໍ່ຖືກກີດຂວາງ ແລະ ເຂົ້າເຖິງປະຊາຊົນຜູ້ຖືກຜົນສະທ້ອນໄດ້.

ທ່ານເນັ້ນໜັກວ່າ, ປະຊາຄົມ ອາຊຽນ, ຕ້ອງຢືນຢັນບົດບາດເປັນໃຈກາງໃນການປະສານງານບັນດາຄວາມມານະພະຍາຍາມ ພິເສດແມ່ນເມື່ອເກີດຄວາມຫຍຸ້ງຍາກ, ສິ່ງທ້າທາຍ.

ເກີດເຫດແຜນດິນໄຫວມີຄວາມແຮງ 7,7 ຣິກເຕີ ເຮັດໃຫ້ ມຽນມາ ສັ່ນສະເທື່ອນ ເກີດເຫດແຜນດິນໄຫວມີຄວາມແຮງ 7,7 ຣິກເຕີ ເຮັດໃຫ້ ມຽນມາ ສັ່ນສະເທື່ອນ

ຢູ່ນະຄອນ Sagaing ທາງພາກກາງ ມຽນມາ, ມີໂຮງຮຽນແຫ່ງໜຶ່ງຢູ່ນະຄອນ Taungoo, ຖືກລົ້ມພັງທະລາຍ ແລະ ຕາມຊາວທ້ອງຖິ່ນແລ້ວ ມີເດັກນ້ອຍປະມານ 20 ຄົນຖືກຕິດຂ້າງໄວ້ທີ່ຊາກຫັກພັງ

ສະຖານທູດ ຫວຽດນາມ ປະຈຳ ໄທ ກ່າວເຕືອນໃຫ້ພົນລະເມືອງຕ້ອງລະວັງພາຍຫຼັງເຫດແຜ່ນດິນໄຫວ ສະຖານທູດ ຫວຽດນາມ ປະຈຳ ໄທ ກ່າວເຕືອນໃຫ້ພົນລະເມືອງຕ້ອງລະວັງພາຍຫຼັງເຫດແຜ່ນດິນໄຫວ

ຍສໝ - ກ່ຽວ​ຂ້ອງ​ເຫດ​ແຜ່ນ​ດິນ​ໄຫວ​ຢູ່​ໄທ ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ 28 ມີນາ, ສະຖານທູດ​ ຫວຽດນາມ ປະຈຳ ​ໄທ ​ໄດ້​ອອກ​ຄຳ​ເຕືອນໃຫ້​ພົນລະ​ເມືອງ ​ຫວຽດນາມ.