ເລື່ອງເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ ປີ 2022 ຂອງກຳລັງກອງທັບ ແລະ ຕຳຫຼວດແມ່ນຈຸດພົ້ນເດັ່ນໃນການພົວພັນຕ່າງປະເທດຂອງ ຫວຽດນາມ |
ຕອນຄ່ຳວັນທີ 30 ມີນາ, ຍົນບັນຈຸຄະນະກອງທັບປະຊາຊົນຫວຽດນາມ ລວມມີພະນັກງານນາຍ ແລະພົນທະຫານ 80 ຄົນໄດ້ໄປຮອດມຽນມາ ເພື່ອໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວໄດ້ລົງຈອດຢູ່ສະໜາມບິນສາກົນ Yangon ຂອງມຽນມາ.
ຕ້ອນຮັບຄະນະມີຜູ້ຕາງໜ້າອຳນາດການປົກຄອງທ້ອງຖິ່ນ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ມຽນມາ, ທີ່ປຶກສາທູດປ້ອງກັນຊາດຫວຽດນາມ ພ້ອມກັບພະນັກງານ, ລັດຖະກອນສະຖານທູດຫວຽດນາມ ປະຈຳ ມຽນມາ.
ແລກປ່ຽນກັບທ່ານ U Soe Thein ເຈົ້າຄອງນະຄອນ Yangon ທີ່ສະໜາມບິນ, ທ່ານພົນຈັດຕະວາ ຟ້າມວັນຕິ, ຫົວໜ້າຄະນະຜູ້ແທນຫວຽດນາມ ໄດ້ແບ່ງປັນຄວາມເສົ້າສະຫຼົດຢ່າງສຸດຊື້ງກັບມຽນມາ ຕໍ່ການເສຍຫາຍຢ່າງໜັກໜ່ວງຈາກເຫດແຜ່ນດິນໄຫວໃນວັນທີ 28 ມີນາ ກໍ່ຂຶ້ນ, ພ້ອມກັນນັ້ນຫວັງວ່າມຽນມາ ຈະຟື້ນຟູຈາກໄພພິບັດໂດຍໄວ. ເຈົ້າຄອງນະຄອນ Yangon ຂອບໃຈກອງທັບປະຊາຊົນຫວຽດນາມ ທີ່ໄດ້ສົ່ງກຳລັງໄປໜູນຊ່ວຍມຽນມາ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວຢ່າງວ່ອງໄວ ແລະເນັ້ນໜັກວ່າ ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນອາລົມຈິດອັນດີງາມລະຫວ່າງສອງປະເທດ ແລະປະຊາຊົນສອງປະເທດ.
ພາຍຫຼັງໄປຮອດສະໜາມບິນ, ຄະນະກອງທັບປະຊາຊົນຫວຽດນາມ ໄດ້ສືບຕໍ່ເດີນທາງດ້ວຍລົດໂອໂຕໄປຍັງຈຸດເຕົ້າໂຮມຢູ່ນະຄອນຫຼວງ Naypyidaw, ຫ່າງຈາກນະຄອນ Yangon ປະມານ 450 ກິໂລແມັດ ເພື່ອແລກປ່ຽນ, ສົມທົບກັບຝ່າຍປະເທດເພື່ອນຜັນຂະຫຍາຍແຜນການຊອກຫາຜູ້ປະສົບເຄາະຮ້າຍ.
![]() |
ກຳລັງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວຢູ່ມຽນມາ. ພາບ: ຫງວຽນກວາງ |
ກ່ອນໜ້ານັ້ນ, ໃນຕອນຄ່ຳວັນທີ 30 ມີນາ, ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນ Yangon ກຳລັງກູ້ໄພກູ້ຊີບຂອງກະຊວງປ້ອງກັນປະເທດ ແລະ ກະຊວງຕຳຫຼວດ ຫວຽດນາມ ໄດ້ອອກເຄື່ອນດ້ວຍລົດໂອໂຕໄປຍັງນະຄອນຫຼວງ Naypyitaw, ຫ່າງຈາກ Yangon ກ່ວາ 450 ກີໂລແມັດ, ເພື່ອແລກປ່ຽນ ແລະ ສົມທົບກັບປະເທດເພື່ອນ ເພື່ອຜັນຂະຫຍາຍວິທີການຄົ້ນຫາຜູ້ປະສົບເຄາະຮ້າຍ.
ທ່ານ ພົນຈັດຕາວາ ຟ້າມວັນຕິ, ຮອງຫົວໜ້າຫ້ອງການຜູ້ປະຈຳການຄະນະກຳມະການແຫ່ງຊາດກ່ຽວກັບການຮັບມືກັບໄພພິບັດ, ທຳມະຊາດ ແລະ ຄົ້ນຫາກູ້ຊີບ, ຮອງຫົວໜ້າກົມກູ້ໄພກູ້ຊີບ (ກະຊວງປ້ອງກັນປະເທດ), ພ້ອມທັງແມ່ນຜູ້ບັນຊາການໃຫຍ່ ບັນດາກຳລັງກອງທັບເຂົ້າຮ່ວມການຄົ້ນຫາກູ້ໄພກູ້ຊີບຢູ່ ມຽນມາ ແບ່ງປັນວ່າ:
ຄາດວ່າໃນຕອນເຊົ້າມື້ນີ້, ພວກຂ້າພະເຈົ້າ ຈະເຮັດວຽກກັບຄະນະປະສານສົມທົບຂອງ ມຽນມາ ເພື່ອເປັນເອກະພາບກ່ຽວກັບໜ້າທີ່, ເນື້ອໃນ, ວິທີການຈັດຕັ້ງຄົ້ນຫາການກູ້ໄພກູ້ຊີບ. ພວກເຮົາຈະສືບຕໍ່ເຄື່ອນທັບໄປຍັງຈຸດເກີດແຜ່ນດິນໄຫວ, ເຊິ່ງແມ່ນເຂດຖືກເສຍຫາຍຫຼາຍທີ່ສຸດ. ປັດຈຸບັນ ຍັງມີຫຼາຍພັນຄົນຖືກຖະຫຼົ່ມຢູ່ໃຕ້ຊາກຫັກພັງ, ດັ່ງນັ້ນພາຍຫຼັງມາຮອດເຂດນີ້, ພວກເຮົາຕ້ອງຜັນຂະຫຍາຍໜ້າທີ່ຢ່າງທັນທີ.
ພ້ອມກັບການຈັດສົ່ງກຳລັງເຂົ້າຮ່ວມການກູ້ໄພກູ້ຊີບ, ຫວຽດນາມ ກໍ່ໄດ້ຕັດສິນໃຈໜູນຊ່ວຍເຄື່ອງຊ່ວຍເຫຼືອໂດຍດ່ວນຕາມຂໍ້ສະເໜີຂອງ ມຽນມາ, ຊ່ວຍເຫຼືອເງິນເປັນຈຳນວນ 300.000 USD ຊ່ວຍເຫຼືອມຽນມາ ແກ້ໄຂຜົນຕາມມາຈາກເຫດແຜ່ນດິນໄຫວ.