ຕອນບ່າຍວັນທີ 3 ເມສາ 2025 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ເຂົ້າວາງພວງມາລາໄວ້ອາໄລ ເຖິງດວງວິນຍານຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 2 ເມສາ 2025.
![]() |
![]() |
![]() |
![]() |
![]() |
ເລຂາທິການໃຫຍ່ ໂຕເລິມ ເຂົ້າວາງພວງມາລາ ໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ |
ຈາກນັ້ນ, ສະຫາຍ ໂຕເລິມ ກໍໄດ້ສະແດງຄວາມເສຍໃຈຕໍ່ ຄອບຄົວສີພັນດອນ ແລະ ຄະນະຈັດຕັ້ງພິທີຊາປະນະກິດຕາມລຳດັບ ແລະ ໃນໂອກາດອັນໂສກເສົ້າເສຍດາຍນີ້, ສະຫາຍ ສະຫາຍ ໂຕ ເລິມ ໄດ້ຕາງໜ້າໃຫ້ແກ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມໂສກເສົ້າ ແລະ ອາໄລອາວອນ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ.
ໃນໂອກາດດຽວກັນນີ້, ການນຳກະຊວງປ້ອງກັນປະເທດ ສສ ຫວຽດນາມ ແລະ ການນຳກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ກໍໄດ້ຮ່ວມວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມໂສກເສົ້າ ແລະ ອາໄລອາວອນ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ເຊັ່ນດຽວກັນ.
![]() | ເລຂາທິການໃຫຍ່ ໂຕເລິມ ຈະໄປໄຫວ້ອາໄລທ່ານ ຄຳໄຕ ສີພັນດອນ ອະດີດປະທານພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ ຍສໝ - ເລຂາທິການໃຫຍ່ ໂຕເລິມ ຈະໄປໄຫວ້ອາໄລທ່ານ ຄຳໄຕ ສີພັນດອນ ອະດີດປະທານພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ |
![]() | ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ເຖິງແກ່ມໍລະນະກຳ ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ ແລະ ຄອບຄົວ ສີພັນດອນ ຂໍແຈ້ງຂ່າວເສົ້າສະຫລົດໃຈ ອັນສຸດຊຶ້ງ ມາຍັງພີ່ນ້ອງຮ່ວມຊາດ, ພະນັກງານ, ສະມາຊິກພັກ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນທົ່ວປະເທດ ແລະ ເພື່ອນມິດທີ່ຢູ່ໃກ້ ແລະ ໄກ ຊາບຢ່າງທົ່ວເຖິງກັນວ່າ: ສະຫາຍ ພົນເອກ ຄຳໄຕ ... |