ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​​ຕ້ອນຮັບ​ຍາດຕິ​ພີ່ນ້ອງ​ຂອງ​ອະດີດ​ນັກ​ບິນ ອາ​ເມ​ລິ​ກາ

22:21 | 09/04/2025

ຍສໝ​ - ຕອນ​ເຊົ້າ​ວັນ​ທີ 8 ເມສາ, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ປະ​ທານ​ສະ​ຫະ​ພັນ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ ດົງຮຸຍເກື່ອງ ໄດ້​ຕ້ອນ​ຮັບ​ທ່ານ Steven Charles Morrissey ແລະ ທ່ານ​ນາງ Joyceleane Claire Morrissey, ພີ່​ນ້ອງ​ຂອງ​ອະ​ດີດ​ນັກ​ບິນ ອາ​ເມ​ລິ​ກາ ທີ່​ຫາຍ​ສາບ​ສູນ​ຢູ່​ຫວຽດ​ນາມ.

ມາ​ເລ​ເຊຍ ​ແລະ ຫຼາຍ​ປະ​ເທດ​ ຕີລາຄາສູງທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ໂທລະສັບ​ກັບ​ປະທານາທິບໍດີ ອາ​ເມ​ລິ​ກາ, ສະໜັບສະໜູນ​ວິ​ທີເຂົ້າເຖິງ​ຂອງ​ຫວຽດນາມ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Knapper: ອາ​ເມ​ລິ​ກາ​ສືບ​ຕໍ່​ສະ​ຫນັບ​ສະ​ຫນູນ ກວາງຈີ້ ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງ​ຄາມ

ກ່າວ​ຄຳປາໄສທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ປະທານ​ ດົງຮຸຍເກື່ອງ ໃຫ້​ຮູ້​ວ່າ ນັບ​ແຕ່​ສົງຄາມ​ສິ້ນ​ສຸດ​ລົງ, ຫວຽດນາມ ​ແລະ ອາ​ເມ​ລິ​ກາ, ພິ​ເສດ​ແມ່ນ​ບັນດາ​ອົງການ​ປະຊາຊົນ, ນັກຮົບ​ເກົ່າ​ຂອງ 2 ປະ​ເທດ​ໄດ້​ສົມທົບ​ກັນ​ຢ່າງ​ຕັ້ງໜ້າ​ເພື່ອ​ຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​​ຕ້ອນຮັບ​ຍາດຕິ​ພີ່ນ້ອງ​ຂອງ​ອະດີດ​ນັກ​ບິນ ອາ​ເມ​ລິ​ກາ

ທ່ານ​ຮອງ​ປະ​ທານ​ສະ​ຫະ​ພັນ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ ດົງຮຸຍເກືອງ (ຂວາ) ໄດ້​ຕ້ອນ​ຮັບ​ທ່ານ Steven Charles Morrissey, ພີ່​ນ້ອງ​ອາ​ດີດ​ນັກ​ບິນ ອາ​ເມ​ລິ​ກາ ໃນວັນ​ທີ 8 ເມສາ, ຢູ່​ຮ່າ​ໂນ້ຍ. (ພາບ: Dinh Hoa)

​ໃນ​ວຽກງານ​ຊອກ​ຄົ້ນ​ຫາ​ທະຫານ​ອາ​ເມ​ລິ​ກາ​ ​ທີ່​ຫາຍ​ສາບ​ສູນ​ຢູ່​ຫວຽດນາມ (MIA), ມາຮອດປະຈຸປັນ ໄດ້​ພົບ​ເຫັນ​ຊາກ​ສົບ 1.200 ກວ່າ​ຄົນ ​ແລະ 700 ກວ່າ​ສົບ​ໄດ້​ຮັບ​ການ​ຢັ້ງຢືນ. ຝ່າຍ​ຫວຽດນາມ, ຍ້ອນ​ມີ​ຂໍ້​ມູນ​ຂ່າວ​ສານ, ​ເອກະສານ​ໂດຍ​ຄູ່​ຮ່ວມ​ມື​ອາ​ເມ​ລິ​ກາ ສະໜອງ​ໃຫ້, ​ໄດ້​ພົບ​ເຫັນ​ຊາກ​ສົບ​ຂອງ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຫຼາຍ​ຄົນ.

ຕາມ​ທ່ານ​ຮອງ​ປະທານ ດົງຮຸຍເກື່ອງ ແລ້ວ, ໃນບົດປາໄສທີ່​ວາລະ​ປະຊຸມຂັ້ນສູງຂອງ​ສະມັດຊາໃຫຍ່​ສະຫະ​ປະຊາ​ຊາດຊຸດທີ 78 (19 ກັນຍາ 2023 ຢູ່​ New York - ອາ​ເມ​ລິ​ກາ), ທ່ານ​ອະດີດ​ປະທານາທິບໍດີ ອາ​ເມ​ລິ​ກາ Joe Biden ​ໄດ້​ຕີ​ລາຄາ​ສູງ​ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ, ​ເນັ້ນ​ໜັກ​ວ່າ: “​ເປັນ​ເວລາ​ຫຼາຍ​ທົດ​ສະ​ວັດ​ແລ້ວ, ບໍ່​ມີ​ໃຜ​ຄາດ​ຄິດ​ວ່າ​ມີ​ມື້​ໜຶ່ງທີ່ທ່ານປະທານາທິບໍດີຢືນ​ຢູ່​ຄຽງ​ຂ້າງ​ການ​ນຳ​ຫວຽດນາມ ຢູ່​ຮ່າ​ໂນ້ຍ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ສຸດ”. ທ່ານ ເກື່ອງ ຢືນຢັນ​ວ່າ “ໝາກຜົນ​ນີ້​ມີ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ຈາກ​ບັນດາ​ອົງການ​ປະຊາຊົນ, ນັກຮົບ​ເກົ່າ ​ແລະ ຍາດ​ພີ່ນ້ອງ​ຂອງ​ສອງ​ປະ​ເທດ”.

ທ່ານ Steven Charles Morrissey ໄດ້ສະແດງຄວາມຂອບ​ໃຈ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ສະ​ຖາ​ບັນ​ສັນຕິພາບ​ຂອງ​ອາ​ເມ​ລິ​ກາ, ​ແລະ ບັນດາ​ອົງການ, ອົງການ​ຈັດ​ຕັ້ງ​ຂອງ 2 ປະ​ເທດ​ທີ່​ໄດ້​ໜູນ​ຊ່ວຍ​ທ່ານ​ໃນ​ການ​ຊອກ​ຫາ​ຊາກ​ສົບ​ຂອງ​ຕົນ. ທ່ານ​ໄດ້​ສະ​ແດງ​ຄວາມ​ຮູ້ສຶກ​ເມື່ອ​ໄດ້​ເຫັນ​ບັນດາ​ຄອບຄົວ​ນັກຮົບ​ເກົ່າ​ຂອງ​ທັງ​ສອງ​ປະ​ເທດ​ໄດ້​ເອົາ​ໃຈ​ໃສ່​ໃນ​ອະດີດ ​ແລະ ຮ່ວມ​ມື​ກັນ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ.

ທ່ານ Steven Charles Morrissey ແລະ ທ່ານນາງ Joyceleane Claire Morrissey ແມ່ນລູກຊາຍ ແລະ ລູກເຂີຍຂອງທ່ານ ພັນໂທ Robert D. Morrissey.

ວັນ​ທີ 7 ພະຈິກ 1972, ​ໃນ​ຂະນະ​ທີ່​ພວມ​ປະຕິບັດ​ໜ້າ​ທີ່​ຢູ່​ຫວຽດນາມ, ຍົນ​ຂອງ​ທ່ານ Robert D. Morrissey ​ໄດ້​ຫາຍ​ສາບ​ສູນ. ປີ 2011, ສະຖານ​ທີ່​ເກີດ​ອຸບັດ​ເຫດ​ຍົນ​ຕົກ​ໄດ້​ຖືກ​ກຳນົດ​ຢູ່​ແຂວງ​ກວາງ​ບິ່ງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຍັງ​ບໍ່​ທັນ​ໄດ້​ພົບ​ເຫັນ​ຊາກ​ສົບ​ຂອງ​ນັກ​ບິນ​ຄົນ​ນີ້.

ແຕ່ວັນທີ 5-16 ເມສາ 2025, ທ່ານ Steven Charles Morrissey ແລະ ທ່ານນາງ Joyceleane Claire Morrissey ໄດ້ໄປຢ້ຽມຢາມຫວຽດນາມ. ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ສະ​ຖານ​ທີ່​ເກີດ​ອຸ​ບັດ​ຕິ​ເຫດ​ຂອງ​ພໍ່​ທີ່​ເສຍ​ຊີ​ວິດ​; ຢ້ຽມຢາມ ແລະ ເຮັດວຽກກັບອົງການທີ່ກ່ຽວຂ້ອງ; ຮຽນຮູ້ວັດທະນະທຳ, ປະເທດ ແລະ ປະຊາຊົນ ຫວຽດນາມ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ເຂົ້າ​ຮ່ວມ​ພິທີໄວ້ອາໄລທ່ານພົນ​ເອກ ຄຳ​ໄຕ ສີ​ພັນ​ດອນ

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ເຂົ້າ​ຮ່ວມ​ພິທີໄວ້ອາໄລທ່ານພົນ​ເອກ ຄຳ​ໄຕ ສີ​ພັນ​ດອນ

ຍສໝ - ວັນ​ທີ 4 ເມສາ, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຟານ​ແອງ​ເຊີນ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ໄປ​ສະຖານທູດ ສາທາລະນະ​ລັດ ປະຊາທິປະ​ໄຕ ປະ​ຊາ​ຊົນ​ລາວ ປະຈໍາ ຫວຽດນາມ ເພື່ອໄວ້ອາໄລ ແລະ ເຊັນປຶ້ມໄວ້ອາໄລ ເພື່ອລະນຶກເຖິງ ທ່ານ ພົນເອກ ຄໍາໄຕ ສີພັນດອນ, ...

ຫວຽດນາມ ສືບ​ຕໍ່​ປະສານ​ສົມທົບ ​ແລະ ​ແລກປ່ຽນ​ກັບ ອາ​ເມ​ລິ​ກາ

ຫວຽດນາມ ສືບ​ຕໍ່​ປະສານ​ສົມທົບ ​ແລະ ​ແລກປ່ຽນ​ກັບ ອາ​ເມ​ລິ​ກາ

ຍສໝ - ທ່ານນາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ ຫວຽດນາມ ຟ້າມທູຮັ່ງ ອອກສຽງກ່ຽວ​ກັບ​ປະຕິກິລິຍາ​ຂອງ​ຫວຽດນາມ ​ຕໍ່​ການ​ປະກາດ​ຂອງ​ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ຕັດສິນ​ໃຈ​ເກັບ​ພາສີ​ສົ່ງ​ອອກ​ຂອງ​ຫວຽດນາມ ​ໄປ​ຍັງ​ອາ​ເມ​ລິ​ກາ.

ມີງດຶກ

ເຫດການ