ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມພິທີປຸກລະດົມວັນບຸນປູກຕົ້ນໄມ້ຕົ້ນປີໃໝ່ປີມະເສັງຢູ່ ຮືງອຽນ | |
ພິທີປຸກລະດົມ “ບຸນເຕັດປູກຕົ້ນໄມ້ ສະແດງຄວາມຮູ້ບຸນຄຸນປະທານໂຮ່ຈີມິນ, ລະດູບານໃໝ່ປີສະຫລຸ 2021” |
ວັນທີ 29 ມີນາ, ຢູ່ຮ່າໂນ້ຍ, ຄະນະກໍາມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດຕັ້ງພິທີປຸກລະດົມການເຊີດຊູພາສາຫວຽດ ແລະການປະກວດຊອກຫາທູດພາສາຫວຽດ ຢູ່ຕ່າງປະເທດ ປີ 2025 ດ້ວຍຮູບການໂດຍກົງ ແລະອອນລາຍ.
![]() |
ບັນດາຜູ້ແທນຖ່າຍຮູບທີ່ພິທີ. ພາບ: ຢຽບຖາວ |
ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການອະນຸລັກຮັກສາ ແລະເຜີຍແຜ່ພາສາຫວຽດ, ຢືນຢັນວ່າ ນີ້ແມ່ນສາຍແນນເຊື່ອມຕໍ່ປະຊາຄົມຊາວຫວຽດນາມ ຢູ່ຫ່າງໄກຈາກບ້ານເກີດເມືອງນອນກັບກົກເຄົ້າເຫງົ້າກໍຂອງຊາດ. ດ້ວຍຈິດໃຈ “ຮັກສາພາສາຫວຽດ, ຮັກສາສີສັນວັດທະນະທໍາຂອງຊາວຫວຽດນາມ”, ທ່ານນາງຮອງລັດຖະມົນຕີ ຮຽກຮ້ອງໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ບັນດາອົງການ, ບຸກຄົນສົມທົບກັນອະນຸລັກຮັກສາ ແລະເສີມຂະຫຍາຍ, ໂຄສະນາເຜີຍແຜ່ພາສາຫວຽດ. ການນຳໃຊ້ພາສາຫວຽດບໍ່ພຽງແຕ່ຢູ່ໃນຄອບຄົວເທົ່ານັ້ນ, ຫາກຍັງໃນການຮໍ່າຮຽນ, ການເຮັດວຽກ ແລະການພົບປະແລປ່ຽນກັບສາກົນຈະປະກອບສ່ວນອະນຸລັກຮັກສາສີສັນວັດທະນະທຳຂອງຊາດ.
ເນື່ອງໃນໂອກາດນີ້, ທ່ານ ຫງວຽນແມ້ງຮຸ່ງ ຮອງປະທານຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ປະກາດການປະກວດ “ຊອກຫາທູດພາສາຫວຽດ ຢູ່ຕ່າງປະເທດປີ 2025” ຢ່າງເປັນທາງການ. ນີ້ແມ່ນສະໜາມລະຫຼີ້ນທີ່ມີຄວາມໝາຍເພື່ອຊອກຫາ ແລະ ເຊີດຊູຜູ້ທີ່ມີການປະກອບສ່ວນດີເດັ່ນໃນການຮັກສາ ແລະໂຄສະນາເຜີຍແຜ່ພາສາຫວຽດ ໃນທົ່ວໂລກ.
ໃນພິທີປຸກລະດົມ, ລາຍການ “ພາສາຫວຽດທີ່ມະຫັດສະຈັນ” ໂດຍຊ່ອງໂທລະພາບ VTV4 (ວິທະຍຸກະຈາຍສຽງຫວຽດນາມ) ແລະສຳນັກພິມຈຳໜ່າຍສຶກສາຫວຽດນາມ ສົມທົບກັນຈັດຂຶ້ນຢ່າງເປັນທາງການ. ລາຍການເພື່ອແນໃສ່ໜູນຊ່ວຍວຽກງານການສອນ ແລະຮຽນພາສາຫວຽດ ໃຫ້ແກ່ເດັກນ້ອຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໂດຍຜ່ານຊັບສົມບັດທາງດ້ານວັນນະຄະດີພື້ນເມືອງທີ່ເຕັມໄປ້ດ້ວຍສີສັນຂອງຊາດ.
![]() | ສະຖານທູດຫວຽດນາມ ປະຈໍາ ມົງໂກນ ໄດ້ຈັດຕັ້ງພິທີປຸກລະດົມການບໍລິຈາກເງິນ, ສະໜັບສະໜູນເພື່ອແບ່ງປັນກັບພໍ່ແມ່ປະຊາຊົນຢູ່ພາກກາງ ສສ.ຫວຽດນາມ ຍສໝ - ວັນທີ 24 ຕຸລາ, ຢູ່ນະຄອນຫຼວງ Ulan Bator, ສະຖານທູດຫວຽດນາມ ປະຈໍາ ມົງໂກນ ໄດ້ຈັດຕັ້ງພິທີປຸກລະດົມການບໍລິຈາກເງິນ, ສະໜັບສະໜູນເພື່ອແບ່ງປັນກັບພໍ່ແມ່ປະຊາຊົນຢູ່ພາກກາງທີ່ຖືກເສຍຫາຍຍ້ອນພະຍຸນໍ້າຖ້ວມໃນໄລຍະຜ່ານມາ. |
![]() | ພິທີປຸກລະດົມການສອບເສັງຊອກຫາວິທີການຫັນເປັນດີຈີຕອນຫວຽດນາມ VIET SOLUTIONS 2020 ຍສໝ - VIET SOLUTIONS ແມ່ນການສອບເສັງຊອກຫາວິທີການຫັນເປັນດີຈີຕອນແຫ່ງຊາດສຳລັບສ່ວນບຸຄົນ, ວິສາຫະກິດໃນທົ່ວໂລກໂດຍກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ແລະ ກຸ່ມບໍລິສັດ ອຸດສາຫະກຳ ໂທລະຄົມມະນາຄົມ ກອງທັບສົມທົນກັນຈັດຕັ້ງຂຶ້ນ. |