ຫຼາຍ​ວິທີ​ແກ້​ໄຂຢ່າງເເທດຈິງ ​ເພື່ອເປີດກ້ວາງການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ​ເຕັກ​ໂນ​ໂລ​ຢີລະຫວ່າງ ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ

12:36 | 29/03/2025

ຍສໝ - ວັນທີ 27 ມີນາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ສົມທົບກັບສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ຫວຽດນາມ - ອິນໂດເນເຊຍ ມຸ່ງໄປເຖິງປີ 2045: ເພີ່ມທະວີການພົວພັນຄູ່ຮ່ວມມື, ເປີດກວ້າງການພົວພັນຮ່ວມມື ແລະ ເຮັດໃຫ້ການພົວພັນມິດຕະພາບເລິກເຊິ່ງກ່ວາອີກ”. ​ເຫດການ​ດັ່ງກ່າວ​ໄດ້ອັບເດັດສະພາບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ, ຕີ​ລາຄາ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ໂອກາດພັດທະນາ, ພ້ອມ​ທັງ​ສະ​ເໜີ​ບັນດາ​ມາດ​ຕະການ ເພື່ອພັດທະນາ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ການ​ຄ້າ 2 ຝ່າຍ.

ຂີດ​ໝາຍ​ໃໝ່​ໃນ​ການ​ຮ່ວມ​ມື ​ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ສິງກະ​ໂປ
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕເລີມ ຢ້ຽມ​ຢາມ​ສະ​ຖານ​ທູດ, ພົບ​ປະ​ກັບ​ພະນັກງານບັນ​ດາອົງການຜູ້ຕາງໜ້າ ແລະປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ປະ​ຈຳ ອິນ​ໂດ​ເນ​ເຊຍ

​ເຂົ້າ​ຮ່ວມ​ການ​ສົນທະນາ​ມີ​ທ່ານ ຟານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ; ທ່ານ​ເອກ​ອັກຄະ​ລັດຖະທູດ ອິນ​ໂດ​ເນ​ເຊຍ ປະຈຳ ຫວຽດນາມ Denny Abdi; ທ່ານ ເຈີ່ນມິງຮຸ່ງ, ຮອງ​ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ອິນ​ໂດ​ເນ​ເຊຍ, ພ້ອມ​ກັບ​ຜູ້ຕາງໜ້າ​ບັນດາ​ຄະນະ, ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​ແລະ ວິ​ສາ​ຫະກິດ 2 ປະ​ເທດ.

ວິໄສທັດລວມ

ກ່າວ​ຄຳປາໄສທີ່​ເຫດການ, ທ່ານ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ເຈີ່ນມິງຮຸ່ງ ເນັ້ນ​ໜັກ​ເຖິງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ 2 ປະ​ເທດ ໄດ້​ຮັບ​ການ​ເພີ່ມພຸນຄຸນສ້າງ​ໂດຍ​ການ​ນຳ​ລຸ້ນ​ກ່ອນ.ອິນໂດເນເຊຍ ແມ່ນປະເທດອາຊີຕາເວັນອອກສ່ຽງໃຕ້ ແຫ່ງທຳອິດທີ່ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ ໃນປີ 1955. ການຢ້ຽມຢາມຄັ້ງປະຫວັດສາດສອງຄັ້ງຂອງປະທານໂຮ່ຈິມິນ ແລະ ປະທານ Sukarno ໃນປີ 1959 ໄດ້ວາງພື້ນຖານອັນໜັກແໜ້ນໃຫ້ແກ່ການພົວພັນສອງຝ່າຍ.

ຫຼາຍ​ວິທີ​ແກ້​ໄຂຢ່າງເເທດຈິງ ​ເພື່ອເປີດກ້ວາງການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ​ເຕັກ​ໂນ​ໂລ​ຢີລະຫວ່າງ ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ


ທ່ານ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ເຈີ່ນມິງຮຸ່ງ ກ່າວ​ຄຳ​ປາໄສ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ. (ພາບ: Dinh Hoa)

70 ປີ​ຜ່ານ​ມາ, ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ນັບ​ມື້​ນັບ​ໃຫ້ປັບປຸງ, ພັດ​ທະ​ນາ​ໃນ​ຫລາຍ​ຂົງ​ເຂດ, ຈາກ​ການ​ເມືອງ, ເສດ​ຖະ​ກິດ, ການ​ປ້ອງ​ກັນ​ປະ​ເທດ ເຖິງ​ການ​ແລກ​ປ່ຽນ​ປະ​ຊາ​ຊົນ. ປະຈຸ​ບັນ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ອັນ​ດຽວ​ຂອງ ອິນ​ໂດ​ເນ​ເຊຍ ຢູ່ ອາ​ຊຽນ. ປີ 2024, ການ​ຢ້ຽມ​ຢາມ​ຂັ້ນ​ສູງ​ສອງ​ຄັ້ງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ Joko Widodo (ເດືອນ​ມັງ​ກອນ) ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີຊະນະໃນການເລືອກຕັ້ງ Prabowo Subianto (ກັນ​ຍາ) ໄດ້​ຢືນ​ຢັນ​ການ​ພົວ​ພັນ​ສະ​ໜິດ​ສະ​ໜົມ​ລະ​ຫວ່າງ 2 ປະ​ເທດ.

ພິເສດ, ວັນທີ 10 ມີນາ 2025, ການຢ້ຽມຢາມທາງລັດຖະກິດຂອງ ທ່ານເລຂາທິການໃຫຍ່ ໂຕເລີມ ໄປຍັງ ອິນໂດເນເຊຍ ໄດ້ຂີດໝາຍບາດກ້າວອັນສຳຄັນ, ເມື່ອ 2 ຝ່າຍເຫັນດີຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ນີ້​ແມ່ນ​ຂີດ​ໝາຍ​ປະຫວັດສາດ, ຊ່ວຍ​ໃຫ້ ຫວຽດນາມ ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ທຳ​ອິດ​ຂອງ ອິນ​ໂດ​ເນ​ເຊຍ ຢູ່ ອາ​ຊຽນ, ​ເປີດ​ກາລະ​ໂອກາດ​ຮ່ວມ​ມື​ຢ່າງ​ກວ້າງຂວາງ​ໃນ​ທຸກ​ຂົງ​ເຂດ.

ທ່ານ​ເອກ​ອັກຄະ​ລັດຖະທູດ ອິນ​ໂດ​ເນ​ເຊຍ ປະຈຳ ຫວຽດນາມ Denny Abdi ​ໃຫ້​ຄຳ​ເຫັນ​ວ່າ: ອິນ​ໂດ​ເນ​ເຊຍ ​ແລະ ຫວຽດນາມ ​ມີ​ວິ​ໄສ​ທັດລວມແມ່ນ​ກາຍ​ເປັນ​ປະ​ເທດ​ພັດທະນາ​ຮອດ​ປີ 2045, ກົງ​ກັບ​ວັນ​ຄົບຮອບ 100 ປີ​ແຫ່ງ​ວັນ​ເອກະລາດ​ຂອງ​ແຕ່ລະ​ປະ​ເທດ.

ຫຼາຍ​ວິທີ​ແກ້​ໄຂຢ່າງເເທດຈິງ ​ເພື່ອເປີດກ້ວາງການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ​ເຕັກ​ໂນ​ໂລ​ຢີລະຫວ່າງ ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ

ທ່ານ​ເອກ​ອັກຄະ​ລັດຖະທູດ ອິນ​ໂດ​ເນ​ເຊຍ ປະຈຳ ຫວຽດນາມ Denny Abdi ກ່າວ​ຄຳ​ປາໄສ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ. (ພາບ: Dinh Hoa)

“ປະຈຸບັນ, ຕົວຊີ້ວັດດ້ານເສດຖະກິດຫຼາຍຕົວໄດ້ສະແດງໃຫ້ເຫັນວ່າ 2 ປະເທດພວມດຳເນີນໄປຕາມເສັ້ນທາງທີ່ຖືກຕ້ອງຂອງການພົວພັນຮ່ວມມື, ວົງເງິນການຄ້າສອງຝ່າຍບັນລຸ 16,7 ຕື້ USD ໃນປີ 2024. ການລົງທຶນສອງສົ້ນບັນລຸ 91,1 ລ້ານ USD ໃນປີ 2024 ດ້ວຍທ່າອ່ຽງການເຕີບໂຕຂອງການລົງທຶນຢ່າງວ່ອງໄວໃນບັນດາຂົງເຂດຍຸດທະສາດ, ເຊັ່ນ: ການພັດທະນາລະບົບນິເວດລົດໄຟຟ້າ, ເຕັກໂນໂລຢີດີຈີຕອນ, ຂະແໜງການເຕັກໂນໂລຢີສູງ...”

ທ່ານ​ເອກ​ອັກຄະ​ລັດຖະທູດ ອິນ​ໂດ​ເນ​ເຊຍ ປະຈຳ ຫວຽດນາມ Denny Abdi

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ​ແລ້ວ, ​ເພື່ອ​ຫັນ​ວິ​ໄສ​ທັດລວມເປັນຕົວຈິງ, ພາກສ່ວນ​ກ່ຽວຂ້ອງ​ຕ້ອງ​ຊຸກຍູ້​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ພິ​ເສດ​ແມ່ນ​ດ້ານ​ເສດຖະກິດ ​ແລະ ການ​ພັດທະນາ. ລັດຖະບານ​ສອງ​ປະ​ເທດ​ຕ້ອງ​ຕີລາຄາບັນດາລະບຽບການພາສີ ແລະ ທີ່ບໍ່ແມ່ນພາສີ ເພື່ອສ້າງອໍານວຍຄວາມສະດວກໃຫ້ແກ່ການຮ່ວມມື ແລະ ການແຂ່ງຂັນທີ່ຍຸຕິທໍາ. ບັນດາວິສາຫະກິດຕ້ອງເພີ່ມທະວີການພົວພັນ ແລະ ຮຽນຮູ້ກ່ຽວກັບທ້ອງຕະຫຼາດຂອງແຕ່ລະປະເທດ, ໂດຍສະເພາະໃນຂົງເຂດການຄົ້ນຄວ້າ, ການພັດທະນາ ແລະ ເຕັກໂນໂລຢີ. ມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄວ້າຕ້ອງຊຸກຍູ້ບັນດາໂຄງການຮ່ວມມືຫຼາຍດ້ານ, ແລກປ່ຽນຜູ້ຊ່ຽວຊານ ແລະ ຮ່ວມມືກັບວິສາຫະກິດເພື່ອສ້າງບັນດາການຄົ້ນພົບທີ່ຊ່ວຍເພີ່ມຄວາມສາມາດແຂ່ງຂັນຂອງສອງປະເທດ. ຄຽງ​ຂ້າງ​ນັ້ນ, ສອງ​ຝ່າຍ​ຕ້ອງ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ​ເລິກ​ເຊິ່ງກ່ວາກ່ຽວກັບວັດທະນະທຳ, ຄຸນຄ່າ ​ແລະ ທັດສະນະ​ຂອງ​ແຕ່ລະ​ປະ​ເທດ, ​ເປັນ​ພື້ນຖານ​ໃນ​ການ​ກໍ່ສ້າງ​ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ມຸ່ງໄປເປົ້າໝາຍ 18 ຕື້​ USD

ທ່ານນາງ ຟ່ານທິຢ້ຽວລິງ, ຮອງຫົວໜ້າຫ້ອງວ່າການ ອາຊີຕາເວັນອອກສ່ຽງໃຕ້ - ອາຊີໃຕ້ ແລະ ການຮ່ວມມືພາກພື້ນ, ກົມພັດທະນາືທ້ອງຕະຫຼາດຕ່າງປະເທດ (ກະຊວງອຸດສາຫະກຳ ແລະ ການຄ້າ) ໃຫ້ຄຳເຫັນວ່າ: ການຮ່ວມມືດ້ານເສດຖະກິດ - ການຄ້າລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ມີຫຼາຍຈຸດຄ້າຍຄືກັນ. ທັງ​ສອງ​ແມ່ນ​ພື້ນຖານ​ເສດຖະກິດ​ທີ່​ເຕີບ​ໂຕ​ໄວ ​ແລະ ໝັ້ນຄົງ​ໃນ​ພາກ​ພື້ນ​ອາ​ຊຽນ, ດ້ວຍ​ການ​ເຕີບ​ໂຕ GDP ຢ່າງ​ໝັ້ນ​ທ່ຽງ. ພ້ອມ​ກັນ​ນັ້ນ, ສອງ​ປະ​ເທດ​ລ້ວນ​ແຕ່​ແມ່ນ​ສະມາຊິກ​ສຳຄັນ​ຂອງ​ອາ​ຊຽນ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ.

ທັງ ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ​ເອົາ​ໃຈ​ໃສ່​ຍົກສູງທ່າແຮງ​ໃນ​ການ​ສົ່ງ​ອອກ​ຜະລິດຕະພັນວັດຖຸດິບ ແລະ ​ຜະລິດຕະພັນກະເສດ. ສິ່ງ​ດັ່ງກ່າວ​ສ້າງ​ຄວາມ​ຄ້າຍຄື​ກັນ​ໃນ​ໂຄງ​ປະກອບ​ການ​ຄ້າ, ​ເຮັດ​ໃຫ້​ສອງ​ປະ​ເທດ​ມີ​ການ​ແລກປ່ຽນ ​ແລະ ​ເປີດ​ກວ້າງ​ກາລະ​ໂອກາດ​ຮ່ວມ​ມື.

ຫຼາຍ​ວິທີ​ແກ້​ໄຂຢ່າງເເທດຈິງ ​ເພື່ອເປີດກ້ວາງການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ​ເຕັກ​ໂນ​ໂລ​ຢີລະຫວ່າງ ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ

ທ່ານ​ນາງ ຟານ​ທິຢ້ຽວລິງ, ຮອງຫົວໜ້າຫ້ອງວ່າການ ອາຊີຕາເວັນອອກສ່ຽງໃຕ້ - ອາຊີໃຕ້ ແລະ ການຮ່ວມມືພາກພື້ນ, ກົມພັດທະນາືທ້ອງຕະຫຼາດຕ່າງປະເທດ (ກະຊວງອຸດສາຫະກຳ ແລະ ການຄ້າ) ນຳສະເໜີປະກອບຄຳເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ (ພາບ: Dinh Hoa)

​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ​ນາງ ລິງ ກໍ່​ຊີ້​ອອກ​ວ່າ ​ເຖິງ​ວ່າ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ໄດ້​ຮັບ​ການ​ເຕີບ​ໂຕ​ຢ່າງ​ຕັ້ງໜ້າ, ​ແຕ່​ຍັງ​ບໍ່​ທັນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ຢ່າງ​ຄົບ​ຖ້ວນ. ປະຈຸ​ບັນ, ວົງ​ເງິນ​ການ​ຄ້າ​ລະຫວ່າງ​ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ກວມ​ເອົາ​ພຽງ 2,1% ຍອດ​ວົງ​ເງິນ​ການ​ນຳ​ເຂົ້າ-ສົ່ງ​ອອກ​ຂອງ​ຫວຽດນາມ ກັບ​ໂລກ ​ແລະ 3,4% ຍອດ​ວົງ​ເງິນ​ການ​ຄ້າ​ລະຫວ່າງ​ອິນ​ໂດ​ເນ​ເຊຍ​ກັບ​ໂລກ. ​ໃນ​ຂະນະ​ນັ້ນ, ຈຳນວນ​ພົນລະ​ເມືອງ​ຂອງ​ສອງ​ປະ​ເທດ​ມີ​ປະມານ 350 – 360 ລ້ານ​ຄົນ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ຍັງ​ມີ​ຊ່ອງ​ຫວ່າງ​ຫຼາຍ​ຢ່າງ​ໃນ​ການ​ຮ່ວມ​ມື.

"ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ​ລະຫວ່າງ 2 ປະ​ເທດ​ ຈະ​ສືບ​ຕໍ່​ເຕີບ​ໂຕ​ຢ່າງ​ຕັ້ງໜ້າ, ​ແລະ ​ສາມາດ​ບັນລຸ​ເປົ້າ​ໝາຍ​ວົງ​ເງິນ​ການ​ຄ້າ 18 ຕື້ USD ​ໃນ​ປີ 2025 ຕາມ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ໄດ້​ວາງ​ອອກ”, ທ່ານນາງ ລິງ ເນັ້ນໜັກ.

ທ່ານ ຮສຈ.ປອ ຟ້າມວັນຖຸຍ, ຫົວໜ້າປະມວນວິຊາປະຫວັດສາດທົ່ວໂລກ, ຄະນະວິຊາປະຫວັດສາດ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສະທຳ (ມະຫາວິທະຍາໄລແຫ່ງຊາດ, ຮ່າໂນ້ຍ) ເນັ້ນໜັກເຖິງບົດບາດຂອງການຮ່ວມມືດ້ານການສຶກສາ ແລະ ວັດທະນະທຳ ໃນການຊຸກຍູ້ການພົວພັນສອງຝ່າຍ. ທ່ານ​ໄດ້​ສະ​ເໜີ​ບາງ​ທິດ​ທາງ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ທາງ​ດ້ານ​ວັດທະນະທຳ ​ແລະ ສັງຄົມ​ລະຫວ່າງ​ສອງ​ປະ​ເທດ. ລະອຽດແມ່ນ ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ ​ແລະ ​ແລກປ່ຽນ​ດ້ານ​ວັດທະນະທຳ, ຈັດ​ຕັ້ງ​ງານ​ບຸນ​ວັດທະນະທຳ​ທົ່ວ​ໄປ, ງານ​ວາງສະ​ແດງ​ສິລະ​ປະ, ​ແລກປ່ຽນ​ນັກ​ສິລະ​ປິນ, ນຳ​ໃຊ້​ເຕັກ​ໂນ​ໂລ​ຢີດີ​ຈີ​ຕອນ​ໃຫ້​ກວ້າງຂວາງ. ເປີດກວ້າງການຮ່ວມມືດ້ານການສຶກສາ ແລະ ຄົ້ນຄວ້າຜ່ານບັນດາໂຄງການແລກປ່ຽນນັກສຶກສາ, ຄູອາຈານ; ການ​ຮ່ວມ​ມື​ຄົ້ນ​ຄ້​ວາ, ສ້າງ​ຕັ້ງ​ໂຄງ​ການ​ລະ​ດັບ​ສອງ, ການ​ຝຶກ​ອົບ​ຮົມ​ສອງ​ພາ​ສາ​ຫວຽດ​ນາມ - Bahasa ອິນ​ໂດ​ເນ​ເຊຍ. ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ປະຊາຊົນ​ໂດຍ​ຜ່ານ​ການທ່ອງທ່ຽວ, ກິລາ, ​ແລກປ່ຽນ​ຊາວ​ໜຸ່ມ, ອາສາ​ສະໝັກ​ສາກົນ...

ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ຜູ້ຕາງໜ້າ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ​ໄດ້​ແບ່ງປັນ​ກາລະ​ໂອກາດ​ຮ່ວມ​ມື ​ແລະ ສະ​ເໜີ​ບັນດາ​ຂໍ້​ລິ​ເລີ່​ມຊຸກຍູ້​ການ​ພົວພັນ​ດ້ານ​ການ​ຄ້າ 2 ຝ່າຍ.

ທ່ານ​ນາງ ຫງວຽນແອ໋ວງລິງ, ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ F&G ອາຫານ ຫວຽດນາມ ຈຳກັດ ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສາ​ມາດ​ຮ່ວມ​ມື​ໃນ​ໄລ​ຍະ​ຍາວ ແລະ ຍືນ​ຍົງ​ລະ​ຫວ່າງ​ວິ​ສາ​ຫະ​ກິດ​ຂອງ 2 ປະ​ເທດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ປຸງ​ແຕ່ງ ແລະ ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ. ທ່ານນາງ ປາດ​ຖະໜາ​ວ່າ ດ້ວຍ​ການ​ເຊື່ອມ​ໂຍງ ​ແລະ ໜູນ​ຊ່ວຍ​ຂອງ​ບັນດາ​ອົງການ​ຄຸ້ມ​ຄອງ, ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ຈະ​ໝູນ​ໃຊ້​ເຕັກ​ໂນ​ໂລຢີ ແລະ ທ້ອງຕະຫຼາດ​ຢ່າງ​ຄົບ​ຖ້ວນ​ເພື່ອ​ພັດທະນາ​ຮ່ວມ​ກັນ, ພິ​ເສດ​ແມ່ນ​ເປີດ​ກວ້າງ​ຕະຫຼາດ​ອາຫານ Halal ​ໄປ​ທົ່ວ​ໂລກ.

ຫຼາຍ​ວິທີ​ແກ້​ໄຂຢ່າງເເທດຈິງ ​ເພື່ອເປີດກ້ວາງການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ​ເຕັກ​ໂນ​ໂລ​ຢີລະຫວ່າງ ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ

ທ່ານ Tommy Manawan, ຜູ້ອຳນວຍການການເງິນຂອງບໍລິສັດ Japfa Comfeed Vietnam ກ່າວຄຳປາໄສທີ່ກອງປະຊຸມສຳມະນາ. (ພາບ: Dinh Hoa)

​ໃນ​ຂະນະ​ນັ້ນ, ທ່ານ ເລຟູ໋ຕວານ, ປະທານ​ສະພາບໍລິຫານບໍລິສັດ Investment Holdings ຈຳກັດ ໄດ້​ເນັ້ນ​ໜັກ​ເຖິງ​ບົດບາດ​ຂອງການຄ້າເອ​ເລັກ​ໂຕນິກ ແລະ ການ​ຫັນປ່ຽນ​ດີ​ຈີ​ຕອນ​ໃນ​ການ​ຊຸກຍູ້​ການ​ຄ້າ​ສອງ​ຝ່າຍ. ຕາມ​ທ່ານ​ແລ້ວ, ທັງ​ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ລ້ວນ​ແຕ່​ມີ​ປະຊາກອນ​ໜຸ່ມ, ມີ​ຄວາມ​ສາມາດ​ດ້ານ​ເຕັກ​ໂນ​ໂລ​ຢີ, ອັດຕາ​ການ​ເຕີບ​ໂຕ​ດ້ານ​ການ​ຄ້າເອ​ເລັກ​ໂຕນິກແຖວໜ້າຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ທັງ​ໄດ້​ຮັບ​ຄຳ​ໝັ້ນ​ສັນຍາ​ຢ່າງ​ເຂັ້ມແຂງຈາກ​ລັດຖະບານ​ໃນ​ການ​ຊຸກຍູ້​ການ​ຫັນປ່ຽນ​ດີ​ຈີ​ຕອນ. ບັນດາ​ປັດ​ໄຈ​ດັ່ງກ່າວ​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ສອງ​ປະ​ເທດ​ສ້າງ​ລະບົບ​ນິ​ເວດ​ການ​ຄ້າ​ເອ​ເລັກ​ໂຕຼນິກທີ່​ໂປ່​ງ​ໃສ, ​ມີ​ປະສິດທິ​ຜົນ ​ແລະ ຍືນ​ຍົງ.

ທ່ານ ຕວານ ​ໄດ້​ສະ​ເໜີ​ຫຼາຍ​ທິດ​ທາງ​ການ​ຮ່ວມ​ມືລະອຽດ, ໃນ​ນັ້ນ​ມີ​ການ​ສ້າງ​ຊ່ອງ​ທາງ​ການ​ຄ້າ​ເອ​ເລັກ​ໂຕຼນິກ​ສອງ​ຝ່າຍ; ເຊື່ອມຕໍ່ພື້ນຖານ logistics, ການຈ່າຍເງິນ ແລະ ເວທີການຄວບຄຸມຄຸນນະພາບ; ພັດທະນາຜະລິດຕະພັນ OEM / ODM ທີ່ເຫມາະສົມສໍາລັບທ້ອງຕະຫຼາດທ້ອງຖິ່ນ; ຈັດໂຄງການເຄືອຂ່າຍທຸລະກິດອອນໄລນ໌ເປັນປົກກະຕິ.

ໂດຍຕີ​ລາຄາ​ຄວາມ​ສາມາດ​ພັດທະນາ​ຂອງ​ທ້ອງ​ຕະຫຼາດ​ອິນ​ໂດ​ເນ​ເຊຍ, ທ່ານ ຫງວຽນ​ດິງ​ຈ໋ຽນ, ຜູ້ອຳນວຍການ​ໃຫຍ່​ການ​ລົງທຶນ​ຂອງ​ບໍລິສັດ​ຫຸ້ນ​ສ່ວນ​ຜະລິດ ​ແລະ ດຳເນີນທຸລະກິດ VinFast ​ໃຫ້​ຄຳ​ເຫັນ​ວ່າ: ອິນ​ໂດ​ເນ​ເຊຍ ມີ​ປະຊາກອນ​ຫຼາຍ, ​ເສດຖະກິດ​ເຕີບ​ໂຕ​ໝັ້ນຄົງ ​ແລະ ບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍ​ຢ່າງ​ຕັ້ງໜ້າ - ບັນດາ​ປັດ​ໄຈ​ສຳຄັນ​ເພື່ອ​ໃຫ້​ທັນ​ກັບ​ທ່າ​ອ່ຽງ​ໄຟຟ້າ​ຂອງ​ໂລກ. ສຳ​ລັບ VinFast, ອິນ​ໂດ​ເນ​ເຊຍ​ແມ່ນ​ໜຶ່ງ​ໃນ​ບັນ​ດາທ້ອງຕະ​ຫຼາດ​ສຳ​ຄັນ​ທີ່​ວິ​ສາ​ຫະ​ກິດ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ. ປະຈຸ​ບັນ, VinFast ​ໄດ້​ສ້າງ​ຕັ້ງ​ລະບົບ​ຈຳໜ່າຍ​ຢ່າງ​ກວ້າງຂວາງ​ຢູ່​ອິນ​ໂດ​ເນ​ເຊຍ. ບໍລິສັດຍັງກຳລັງກໍ່ສ້າງໂຮງງານປະກອບລົດຍົນ (CKD) ຄົບຊຸດຢູ່ເມືອງ Subang, ພາດເໜືອ Java, ດ້ວຍກຳລັງການຜະລິດ 50,000 ຄັນຕໍ່ປີ, ຄາດວ່າຈະດຳເນີນໃນປີ 2025.

ນອກ​ຈາກ VinFast, ຫຼາຍ​ວິ​ສາ​ຫະ​ກິດ​ຂອງ​ທັງ​ສອງ​ປະ​ເທດ​ຍັງ​ໄດ້​ແນະ​ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ ແລະ ປຶກ​ສາ​ຫາ​ລື​ກາ​ລະ​ໂອ​ກາດ​ຮ່ວມ​ມື​ຢູ່​ທີ່ເຫດການ, ໂດຍ​ສະ​ເພາະ​ແມ່ນ​ກຸ່ມບໍລິສັດ Ciputra ແລະ ບໍ​ລິ​ສັດ Japfa Comfeed Vietnam.

ຫຼາຍ​ວິທີ​ແກ້​ໄຂຢ່າງເເທດຈິງ ​ເພື່ອເປີດກ້ວາງການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ​ເຕັກ​ໂນ​ໂລ​ຢີລະຫວ່າງ ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ

ບັນດາຜູ້ແທນຖ່າຍຮູບທີ່ລະນຶກ. (ພາບ: Dinh Hoa)

ກ່າວ​ຄຳປາໄສ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ​ເຈີ່ນມິງຮຸ່ງ ໄດ້ຕີ​ລາຄາ​ສູງ​ບັນດາຄຳເຫັນການ​ປະກອບສ່ວນ​ຂອງ​ຜູ້ຕາງໜ້າ​ບັນດາ​ອົງການ​ຄຸ້ມ​ຄອງ, ວິ​ສາ​ຫະກິດ ​ແລະ ນັກ​ຄົ້ນ​ຄ້ວາ​ຂອງ 2 ປະ​ເທດ. ທ່ານ​ກ່າວ​ວ່າ 7 ບົດ​ນຳ​ສະ​ເໜີ​ທີ່​ເຫດການ​ດັ່ງກ່າວ​ໄດ້​ວິ​ເຄາະ​ຢ່າງ​ເລິກ​ເຊິ່ງຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ, ພ້ອມກັນນັ້ນ ສະ​ເໜີ​ຫຼາຍ​ວິທີ​ແກ້​ໄຂ​ຕົວ​ຈິງ​ເພື່ອ​ຂະຫຍາຍ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແລະ ​ເຕັກ​ໂນ​ໂລ​ຢີ.

ຕາມທ່ານ ຮຸ່ງ ແລ້ວ, ບັນດາຂໍ້ລິເລີ່ມທີ່ກອງປະຊຸມສຳມະນາຈະແມ່ນພື້ນຖານອັນສຳຄັນເພື່ອໃຫ້ ຫວຽດນາມ ແລະ ອິນໂດເນເຊຍ ສືບຕໍ່ຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດທີ່ມີລາຍຮັບສູງໃນພາກພື້ນ ແລະ ໂລກໃນປີ 2045.

ນະຄອນ​ໂຮ່ຈິ​ມິນ ​ແລະ ຍີ່ປຸ່ນ ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວັດທະນະທຳ, ການແລກປ່ຽນປະຊາຊົນ

ນະຄອນ​ໂຮ່ຈິ​ມິນ ​ແລະ ຍີ່ປຸ່ນ ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວັດທະນະທຳ, ການແລກປ່ຽນປະຊາຊົນ

ຍສໝ - ຕອນ​ຄ່ຳ​ວັນ​ທີ 28 ກຸມພາ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ໂຮ່ຈິ​ມິນ ສົມທົບ​ກັບ​ສະມາຄົມ​ມິດຕະພາບ ຫວຽດນາມ - ຍີ່​ປຸ່ນ ນະຄອນ​ໂຮ່ຈິ​ມິນ ໄດ້ຈັດ​ຕັ້ງ​ກອງ​ປະຊຸມ​ສະ​ເຫຼີມສະຫຼອງ 65 ປີ​ແຫ່ງ​ວັນ​​ເກີດຂອງກະສັດຍີ່ປຸ່ນ Naruhito. ໂດຍ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ຮອງ​ປະທານ​ສະພາ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ, ປະທານ​ສະມາຄົມ​ມິດຕະພາບຫວຽດນາມ - ຍີ່ປຸ່ນ ນະຄອນ​ໂຮ່ຈິ​ມິນ ຮວິ່ງແທງເຍີນ ແລະ ກົງ​ສູນ​ໃຫຍ່ ຍີ່ປຸ່ນ ປະຈຳ​ນະຄອນ ...

ການ​ທ່ອງ​ທ່ຽວ​ຫວຽດ​ນາມ ບືນຕົວຂຶ້ນ: 'ບົດດົນຕີປະສານສຽງ' ວັດ​ທະ​ນະ​ທໍາ, ທໍາ​ມະ​ຊາດ, ເຕັກ​ໂນ​ໂລ​ຢີ ​ແລະ​ ມະນຸດ

ການ​ທ່ອງ​ທ່ຽວ​ຫວຽດ​ນາມ ບືນຕົວຂຶ້ນ: 'ບົດດົນຕີປະສານສຽງ' ວັດ​ທະ​ນະ​ທໍາ, ທໍາ​ມະ​ຊາດ, ເຕັກ​ໂນ​ໂລ​ຢີ ​ແລະ​ ມະນຸດ

ຍສໝ - ການ​ທ່ອງ​ທ່ຽວ​ບໍ່ແມ່ນການແຂ່ງຂັນທາງລາຍຮັບ. ມັນ​ເປັນ​ການ​ເດີນ​ທາງ​ຂອງ​ການກ້າ​ແນວພັນປູກ - ແນວພັນປູກຂອງ​ການ​ຍົກ​ຍ້ອງ​ມໍ​ລະ​ດົກ​, ເຊື່ອມ​ຕໍ່​ມະນຸດ ແລະ ຫຼໍ່ລ້ຽງຄວາມຮັກ​ທໍາ​ມະ​ຊາດ​. ພຽງ​ແຕ່​ເມື່ອເຮັດສິ່ງນັ້ນໄດ້, ຫວຽດ​ນາມ​ ຈະ​ປະກາຍແຈ້ງ​ໃນ​ແຜນ​ທີ່​ທ່ອງ​ທ່ຽວ​ໂລກ​ຢ່າງ​ແທ້​ຈິງ.

ມີງດຶກ

ເຫດການ