ຍສໝ - ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ເນັ້ນໜັກວ່າ ໃນສະພາບການໂລກລະບາດ ໂຄວິດ - 19 ໄດ້ ແລະ ພວມສົ່ງຜົນກະທົບ ແລະ ສ້າງສີ່ງກີດຂວາງຕໍ່ຫຼາຍການເຄື່ອນໄຫວສາກົນ, ໃນນັ້ນມີບັນດາການເຄື່ອນໄຫວໃນອາຊຽນ, ບັນດາປະເທດອາຊຽນໄດ້ສືບຕໍ່ຮັກສາບັນດາການຮ່ວມມືຫຼາຍຝ່າຍ ພິເສດແມ່ນໃນບັນດາການເຄື່ອນໄຫວດ້ານການເມືອງ, ການຕ່າງປະເທດ, ເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.
ຍສໝ - ຕອນເຊົ້າວັນທີ 16 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ໂງຊັວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບ ກັບ ທ່ານ Kishi Nobuo ລັດຖະມົນຕີການຊວງປ້ອງກັນປະເທດ ຍີ່ປຸ່ນ.
ຍສໝ - ສອງຝ່າຍຢັ້ງຢືນວ່າ ຈະພ້ອມກັນມານະພະຍາຍາມເພື່ອສາມາດດຳເນີນການເຈລະຈາທິດສະດີ ຄັ້ງທີ 7 ລະຫວ່າງສອງພັກໃນປີ 2021; ຖືການເຈລະຈາທິດສະດີແມ່ນກົນໄກສຳຄັນ ແນໃສ່ຊຸກຍູ້ປະສິດທິຜົນຂອງການພົວພັນຮ່ວມມືລະຫວ່າງສອງພັກໃນຊຸມປີຜ່ານມາ ແລະ ພິເສດແມ່ນໃນໄລຍະຈະມາເຖິງ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງມູນເຊື້ອ (17 ພະຈິກ 1950 - 17 ພະຈິກ 2020) ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ, ທ່ານ Daniel J. Kritenbrink - ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ຫວຽດນາມ ໄດ້ແບ່ງປັນຄວາມອວຍພອນ ກໍ່ຄືສະແດງຄວາມຫວັງກ່ຽວກັບສະຫະພັນມິດຕະພາບ ໃນອະນາຄົດອັນໃກ້ນີ້.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອ (17 ພະຈິກ 1950 - 17 ພະຈິກ 2020) ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ, ທ່ານນາງ Torres Rivera - ເອກອັກຄະລັດຖະທູດກູບາ ປະຈຳຫວຽດນາມ ໄດ້ແບ່ງປັນຄວາມປາດຖະໜາ ແລະ ຄວາມຄອງຫວັງກ່ຽວກັບສະຫະພັນໃນອະນາຄົດ.
ຍສໝ - ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ ຕີລາຄາວ່າ ສັນຍາ RCEP ບໍ່ພຽງແຕ່ແມ່ນຂໍ້ຕົກລົງທາງການຄ້າມີຂອບຂະໜາດໃຫຍ່ທີ່ສຸດໃນໂລກເທົ່ານັ້ນ, ຫາກຍັງມີລັກສະນະເປັນເອກະລັກສະເພາະກ່ຽວກັບຄຸນນະພາບ ແລະ ມາດຕະຖານ, ກໍຄືຜົນກະທົບຕັ້ງໜ້າຂອງສັນຍາສະບັບດັ່ງກ່າວທີ່ມີຕໍ່ການຍົກສູງລັກສະນະແກ້ງແຍ້ງ ແລະ ເຮັດໃຫ້ເພີ່ມຜົນປະໂຫຍດເສດຖະກິດຂອງບັນດາປະເທດສະມາຊິກທັງໝົດອີກດ້ວຍ.
ຍສໝ - ທີ່ພິທີມອບຮັບ, ຜູ້ຕາງໜ້າຂອງ 22 ອົງການ ໄດ້ຮັບແຜນທີ່ ແລະ ເຂົ້າຮ່ວມໂຄງການຝຶກອົບຮົມ, ແນະນຳການຕິດຕັ້ງ ແລະ ນຳໃຊ້ແຜນທີ່ດີຈີຕອນ ເພື່ອນຳໃຊ້ເຂົ້າໃນວຽກງານຊາຍແດນ ພາຍຫຼັງທີ່ໄດ້ບັນທຶກເອກະສານນິຕິກຳ 2 ສະບັບ ໄດ້ຮັບຜົນສຳເລັດໃນການແບ່ງເຂດ ແລະ ປັກຫຼັກໝາຍຊາຍແດນ (ປະມານ 84%) ຂອງເສັ້ນຊາຍແດນຫວຽດນາມ - ກຳປູເຈຍ.
ຍສໝ - ສະມາຄົມມິດຕະພາບ ແລະ ບັນດາອົງການສະມາຊິກໄດ້ສົມທົບກັບສະຖານທູດ ແລະ ສູນວັດທະນະທຳ ອິນເດຍ Swami Vivekanand ຂອງ ພວກຂ້າພະເຈົ້າເພື່ອເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄືວັດທະນະທຳ, ການສຶກສາ ແລະ ບັນດາການເຄື່ອນໄຫວທີ່ກ່ຽວຂ້ອງ, ຊຸກຍູ້ການພົວພັນປະຊາຊົນ.
ສື່ມວນຊົນໃນພາກພື້ນ ແລະ ສາກົນ ພ້ອມກັນເອົາລົງຂ່າວສ່ອງແສງກ່ຽວກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງໄດ້ຈັດຕັ້ງຢ່າງສຳເລັດ ດ້ວຍການລົງນາມຂໍ້ຕົກລົງດານການຄ້າໃຫຍ່ທີ່ສຸດໃນໂລກ, ໃນນັ້ນ ຖືອາຊີຕາເວັນອອກສ່ຽງໃຕ້ເປັນໃຈກາງ.
ຍສໝ - ໃນໄລຍະທີ່ຜ່ານມາ, ປະຊາຄົມຊາວຫວຽດນາມ ໄດ້ມີການປະກອບສ່ວນຢ່າງຍິ່ງມີລັດຖະບານ ແລະ ປະຊາຊົນເຊັກໂກໃນການປ້ອງກັນ, ສະກັດກັ້ນ ໂລກລະບາດ ໂຄວິດ - 19. ປະຊາຄົມ ຊາວ ຫວຽດນາມ ອາໄສຢູ່ເຊັກໂກ ຍາມໃດກໍ່ປະຕິບັດຢ່າງຖືກຕ້ອງ ແລະ ເຊື່ອໝັ້ນຕໍ່ບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ -19 ຂອງລັດຖະບານ ເຊັກໂກ.
ຍສໝ - ໃນໂອກາດກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ກອງປະຊຸມລະດັບສູງທີ່ກ່ຽວຂ້ອງ ທີ່ຈັດຂຶ້ນໃນລະຫວ່າງວັນທີ 12-15 ພະຈິກ, ສື່ມວນຊົນຂອງປະເທດ ສປປ.ລາວ ໄດ້ສົ່ງຂ່າວກ່ຽວກັບເຫດການດັ່ງກ່າວ, ແລະ ເຊິ່ງໄດ້ຕີລາຄາສູງຕໍ່ບົດບາດດຳລົງຕຳແໜ່ງປີປະທານອາຊຽນ 2020 ຂອງຫວຽດນາມ.
ບົດລາຍງານຖືວ່າ ບັນດາມາດຕະການໃນປະຈຸບັນ ເຊິ່ງລັດຖະບານ ຫວຽດນາມ ພວມປະຕິບັດແມ່ນເປັນໜ້າປະທັບໃຈພໍສົມຄວນ ແລະ ນຳ ຫວຽດນາມ ກາຍເປັນປະເທດນຳໜ້າໃນພາກພື້ນກ່ຽວກັບການຄວບຄຸມຄວາມສ່ຽງຈາກໄພພິບັດທຳມະຊາດ. ເຖິງຢ່າງໃດກໍ່ຕາມ, ບັນດາມາດຕະການຍັງບໍ່ທັນຄົບຖ້ວນ ເພື່ອຮັບມືຕໍ່ຄວາມສ່ຽງຈາກໄພພິບັດທຳມະຊາດ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ຄວນຖືເອົາຜົນປະໂຫຍດຂອງປະຊາຊົນເປັນໃຈກາງຂອງທຸກນະໂຍບາຍ ແລະ ການກະທຳ, ໃຫ້ບຸລິມະສິດແຖວໜ້າ ແມ່ນຮັກສາສຸຂະພາບ, ຊີວິດອິນຊີຂອງປະຊາຊົນ, ຮັບປະກັນໃຫ້ປະຊາຊົນຢູ່ທຸກປະເທດ ແລະ ເຂດແຄ້ວນ ລ້ວນແຕ່ສາມາດສຳຜັດກັບວັກຊິນ ແລະ ຢາປິ່ນປົວໂຄວິດ-19 ດ້ວຍລາຄາທີ່ເໝາະສົມ.
ຍສໝ - ວັນທີ 12 ພະຈິກ, ທ່ານ ເຈິ່ນກ໊ວກແຄ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໄດ້ມີການປະຊຸມຜ່ານລະບົບທາງໄກກັບທ່ານ Greg Hands ຮອງລັດຖະມົນຕີກະຊວງການຄ້າສາກົນອັງກິດ.
ຍສໝ- ທ່ານ Muhyiddin Yassin ນາຍົກລັດຖະມົນຕີມາເລເຊຍ ເນັ້ນໜັກວ່າ ມາເລເຊຍ ຊີ້ແຈ້ງວ່າ ບັນດາມາດຕະການແກ້ໄຂບັນຫາທະເລຕາເວັນອອກຕ້ອງສອດຄ່ອງກັບບັນດາຫຼັກການຂອງກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNLCOS) ປີ 1982.
ຍສໝ - ທ່ານນາຍົກລັດຖະມົນຕີ ສປປ.ລາວ ໄດ້ຮຽກຮ້ອງໃຫ້ບັນດາຜູ້ນຳອາຊຽນ ຕ້ອງການພະຍາຍາມ ເພື່ອຟື້ນຟູບັນດາພາກສ່ວນເສດຖະກິດທີ່ໄດ້ຮັບຜົນກະທົບຈາກພະຍາດ COVID-19 ແລະ ສືບຕໍ່ໃຫ້ການຮ່ວມມືໃນການຄົ້ນຄວ້າແລະ ພັດທະນາວັກຊີນປ້ອງກັນ ແລະ ຕ້ານພະຍາດ.
ຍສໝ - ໃນວັນທີ 13 ພະຈິກ, ອີງຕາມການປະກາດຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານ ຫງວຽນກ໋ວກຢູງ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຮັບການອະນຸຍາດຈາກທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຊິ່ງໄດ້ມອບເຂົ້າສານຈຳນວນ 1.000 ໂຕນ ໃຫ້ທ່ານ ຈັນທະພອນ ຄຳມະນີຈັນ ອຸປະທູດຊົ່ວຄາວ, ສະຖານເອກອັກ ຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ນະຄອນຫລວງຮ່າໂນ້ຍ.
ຍສໝ - ທ່ານນາງເອກອັກຄະລັດຖະທູດ ການາດາ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມໃນການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19 ຂອງ ຫວຽດນາມທ່ານນາງເອກອັກຄະລັດຖະທູດ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມໃນການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19 ຂອງ ຫວຽດນາມ.
ຍສໝ - ໃນກອງປະຊຸມຄັ້ງນີ້, ບັນດາຜູ້ນຳອາຊຽນ ໄດ້ຕີລາຄາສູງຕໍ່ບົດບາດຂອງແມ່ຍິງ ທີ່ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນຂະບວນການພັດທະນາ ກໍຄື ການຟື້ນຟູເສດຖະກິດ-ສັງຄົມ ຢູ່ພາກພື້ນອາຊຽນ ກໍຄື ໃນໂລກ ທ່າມກາງການລະບາດຂອງພະຍາດໂຄວິດ-19, ໂດຍສະເພາະ ການຮັບມືກັບພະຍາດໂຄວິດ-19, ຊຶ່ງແມ່ຍິງ ໄດ້ມີສ່ວນຮ່ວມ ເຂົ້າໃນຂະບວນການລວມຂອງອາຊຽນ.
ຍສໝ - ວັນທີ 12 ພະຈິກ, ຢູ່ສຳນັກງານກະຊວງ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການຕ້ອນຮັບທ່ານ Konstantin Vnukov - ເອກອັກຄະລັດຖະທູດລັດເຊຍ ມາອຳລາສິ້ນສຸດໜ້າທີ່ວຽກງານຢູ່ຫວຽດນາມ.
ເມື່ອບໍ່ດົນມານີ້, ທ່ານ ສົມຈິດ ປັນຍາສັກ, ຮອງເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະຜູ້ແທນແຂວງອຸດົມໄຊ ໄດ້ໄປສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ແຂວງຫຼວງພະບາງ ມອບເງິນຈໍານວນ 80 ລ້ານກີບ ເພື່ອສະໜັບສະໜູນພາກກາງຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ.
ຍສໝ - ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມໄດ້ສະແດງຄວາມຂອບອົກຂອບໃຈໄປຍັງບັນດາປະເທດສະມາຊິກ ອາຊຽນ, ບັນດາຄູ່ຮ່ວມມື ແລະ ອົງການຈັດຕັ້ງສາກົນໄດ້ສະໜັບສະໜູນ ແລະ ຮ່ວມມືກັບຫວຽດນາມຢ່າງແໜ້ນແຟ້ນເພື່ອບັນລຸໄດ້ບັນດາໝາກຜົນນີ້.
ຍສໝ - ທ່ານ ຫຼີເຄືອສຽງ ນາຍົກລັດຖະມົນຕີຈີນ ຢັ້ງຢືນວ່າ ໂດຍບໍ່ຫົວຊາຕໍ່ໂລກລະບາດ ໂຄວິດ - 19, ການຄ້າ ອາຊຽນ - ຈີນຍັງຄົມເພີ່ມຂຶ້ນ ແລະ ອາຊຽນຈະແມ່ນຄູ່ຮ່ວມມືທາງການຄ້າ ໃຫຍ່ທີ່ສຸດຂອງ ຈີນ ເມື່ອວົງເງິນການຄ້າສອງສົ້ນ ໃນໄລຍະ 3 ເດືອນຕົ້ນປີ 2020 ເພີ່ມຂຶ້ນ 70% ເມື່ອທຽບໃສ່ໄລຍະດ່ຽວກັນຂອງປີ 2019.
ຍສໝ - ຮອງນາຍົກລັດຖະມົນຕີສອງທ່ານໄດ້ໃຫ້ຂໍ້ສັງເກດວ່າ: ເຖິງວ່າໄດ້ຮັບຜົນກະທົບຫຼາຍພໍສົມຄວນຈາກໂລກລະບາດ ໂຄວິດ - 19 ກໍ່ຕາມ, ແຕ່ການແລກປ່ຽນການຄ້າສອງຝ່າຍລະຫວ່າງ ຫວຽດນາມ - ສະຫະພັນລັດເຊຍໃນ 9 ເດືອນຕົ້ນປີ 2020 ມີສັນຍານຟື້ນຟູຢ່າງຕັ້ງໜ້າ ແລະ ບັນລຸໄດ້ລະດັບ 4,1 ຕື້ USD (ເພີ່ມຂຶ້ນ 13%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019).
ຍສໝ - ທ່ານນາຍົກລັດຖະມົນຕີ ສະແດງຄວາມປິຕິຊົມຊື່ນ ແລະ ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ລັດເຊຍ.
ຍສໝ - ສອງຝ່າຍຈະເພີ່ມທະວີການໂຄສະນາເຖິງປະຊາຊົນເພື່ອປະຕິບັດສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະດ່ານຊາຍແດນ; ບັນດາເອກະສານຂໍ້ຕົກລົງ ເຊິ່ງ ສອງຝ່າຍໄດ້ລົງນາມຢ່າງເຂັ້ມງວດ, ກໍ່ສ້າງ ຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພ້ອມກັນພັດທະນາ.
ຍສໝ - ທ່ານພົນເອກ ຮວ່າງຊວນຈ໋ຽນ ໄດ້ຢັງຢືນວ່າ ໃນສະຖານະການໃດ, ສາຍພົວພັນລະຫວ່າງກອງທັບສອງປະເທດ ຍາມໃດກໍ່ເປັນຫຼັກແຫຼ່ງສຳຄັນຂອງສາຍພົວພັນຄູ່ຮ່ວມມືທະສາດຢ່າງຮອບດ້ານ ລະຫວ່າງຫວຽດນາມ-ຈີນ.
ຍສໝ - ບັນດາປະເທດພວມຊຸກຍູ້ການປະຕິບັດລະບຽບການຕ່າງໆພາຍໃນປະເທດ ເພື່ອສາມາດລົງນາມໃນວັນທີ 15 ພະຈິກ ຈະມາເຖິງ.ກ່ອນໜ້ານັ້ນ, ບັນດາປະເທດສະມາຊິກຢັ້ງຢືນເຖິງເປົ້າໝາຍ ຈະເຮັດໃຫ້ສຳເລັດກ່ຽວກັບການລົງນາມໃນສັນຍາ RCEP ໃນປີ 2020 ເພື່ອແນໃສ່ຊຸກຍູ້ລະບົບການຄ້າຫຼາຍຝ່າຍ, ຫັນການຄ້າ ແລະ ການລົງທຶນເປັນເສລີ ແລະ ກໍແມ່ນການປະກອບສ່ວນສຳຄັນເຂົ້າໃນວິວັດການຟື້ນຟູພາຍຫຼັງໂລກລະບາດຢູ່ພາກພື້ນ.
ຍສໝ - ໃນການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ ສະຫະພັນ ລັດເຊຍ ເປັນສຳຄັນ.
ຍສໝ - ບັນດານັກລົງທຶນຕ່າງປະເທດ ມີຄວາມປະທັບໃຈພິເສດຕໍ່ຈຳນວນຜູ້ທີ່ມີລາຍຮັບປານກາງນັບມື້ນັບຫຼາຍຂຶ້ນ, ເຂດເອກະຊົນມີຄວາມຟົດຟື້ນ ແລະ ພົນລະເມືອງໜຸ່ມກວ່ມເອົາສ່ວນຫຼາຍ. ມີຊາວຫວຽດນາມມີອາຍຸຕໍ່ກວາ 35 ປີກວມເອົາ70% ຍອດຈຳນວນປະຊາກອນ ຫວຽດນາມ.