ການ​ນຳ​ບັນ​ດາ​ປະ​ເທດຕີລາ​ຄ​າ​ສູງບົດ​ບາດ​ຂ​ອງ RCEP

09:49 | 17/11/2020

ຍ​ສ​ໝ - ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ ຕີລາຄາວ່າ ສັນຍາ RCEP ບໍ່ພຽງແຕ່ແມ່ນຂໍ້ຕົກລົງທາງການຄ້າມີຂອບຂະໜາດໃຫຍ່ທີ່ສຸດໃນໂລກເທົ່ານັ້ນ, ຫາກຍັງມີລັກສະນະເປັນເອກະລັກສະເພາະກ່ຽວກັບຄຸນນະພາບ ແລະ ມາດຕະຖານ, ກໍຄືຜົນກະທົບຕັ້ງໜ້າຂອງສັນຍາສະບັບດັ່ງກ່າວທີ່ມີຕໍ່ການຍົກສູງລັກສະນະແກ້ງແຍ້ງ ແລະ ເຮັດໃຫ້ເພີ່ມຜົນປະໂຫຍດເສດຖະກິດຂອງບັນດາປະເທດສະມາຊິກທັງໝົດອີກດ້ວຍ.

ການ ນຳ ບ ນ ດາ ປະ ເທດຕ ລາ ຄ າ ສ ງບ ດ ບາດ ຂ ອງ rcep ອາ​ຊຽນ​ມຸ່ງ​ໄປ​ສູ່ການລົງນາມໃນສັນຍາ RCEP ໃນປີ 2020
ການ ນຳ ບ ນ ດາ ປະ ເທດຕ ລາ ຄ າ ສ ງບ ດ ບາດ ຂ ອງ rcep ຫວຽດ​ນາມ ມຸ່ງ​ໄປ​ສຸ່​ການ​ລົງ​ນາມ​ໃນ​ສັນ​ຍາ RCEP ໃນ​ທ້າຍ​ປີ 2020
ການ ນຳ ບ ນ ດາ ປະ ເທດຕ ລາ ຄ າ ສ ງບ ດ ບາດ ຂ ອງ rcep

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ​ການ​ນຳ​ອາ​ຊຽນ ໄດ້​ເປັນສັກຂີພິຍານພິທີລົງນາມ

(ພາບ: TTXVN)

ວັນທີ 15 ພະຈິກ, ການນຳຫຼາຍປະເທດໄດ້ຍົກສູງຄຸນຄ່າຂອງ ສັນຍາຄູ່່ຮ່ວມມືເສດຖະກິດຮອບດ້ານພາກພື້ນ RCEP ສຳລັບພາກພື້ນ ພາຍຫຼັງສັນຍາດັ່ງກ່າວໄດ້ຮັບການລົງນາມ. ທ່ານ Muhyiddin Yassin​ ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ ຖື​ວ່າ RCEP ຈະ​ແມ່ນ​ເຄື່ອງ​ມື​ສຳ​ຄັ​ນ​ເພື່ອ​ຟື້ນ​ຟູ​ເສດ​ຖະ​ກິດ, ພ້ອມ​ທັງ​ສະເໜີ​ແນະ​ເປີດ​ປະ​ຕູ​ຕະຫຼາດ​ຄືນ​ໃໝ່ ແລະ ຮັບ​ປ​ະ​ກັນ​ລະ​ບົບ​ສະ​ໜອງ​ບໍ່​ຖືກ​ຕິດ​ຂາດ

ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ຕີລາຄາສູງຕໍ່ການລົງນາມໃນສັນຍາ RCEP ເຊິ່ງເປັນສັນຍາລັກໃຫ້ແກ່ຄຳໝັ້ນສັນຍາເພື່ອສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນໃນພາກພື້ນ. ຕາມທ່ານປະທານາທິບໍດີ Joko Widodo ແລ້ວ, ສັນຍາ RCEP ໄດ້ສ້າງຂີດໝາຍແກ່ການໃຫ້ຄຳໝັ້ນສັນຍາຂອງບັນດາປະເທດກັບບັນດາຫຼັກການທາງການຄ້າຫຼາຍຝ່າຍ “ເປີດເຜີຍ, ຍຸຕິທຳ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທຸກໆຝ່າຍ”.

ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ເນັ້ນໜັກວ່າ ການລົງນາມໃນສັນຍາ RCEP ໄດ້ສະແດງໃຫ້ເຫັນວ່າ “ການໃຫ້ຄຳໝັ້ນສັນຍາລວມ ຕໍ່ການຮັກສາບັນດາລະບົບສະໜອງເປີດ ແລະ ເຊື່ອມຕໍ່, ຕໍ່ການຊຸກຍູ້ການຄ້າທີ່ມີຄວາມເສລີກວ່າ ແລະ ເອື່ອຍອີງໃສ່ກັນຢ່າງແໜ້ນແຟ້ນກວ່າ, ພິເສດແມ່ນໃນສະພາບການທີ່ປະເຊີນໜ້າກັບໂລກລະບາດໂຄວິດ - 19 ນັ້ນ, ບັນດາປະເທດຈະຫັນສູ່ພາຍໃນ ແລະ ມຸ່ງຕາມທິດອາລັກຂາຫຼາຍກວ່າ”.

ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ ຕີລາຄາວ່າ ສັນຍາ RCEP ບໍ່ພຽງແຕ່ແມ່ນຂໍ້ຕົກລົງທາງການຄ້າມີຂອບຂະໜາດໃຫຍ່ທີ່ສຸດໃນໂລກເທົ່ານັ້ນ, ຫາກຍັງມີລັກສະນະເປັນເອກະລັກສະເພາະກ່ຽວກັບຄຸນນະພາບ ແລະ ມາດຕະຖານ, ກໍຄືຜົນກະທົບຕັ້ງໜ້າຂອງສັນຍາສະບັບດັ່ງກ່າວທີ່ມີຕໍ່ການຍົກສູງລັກສະນະແກ້ງແຍ້ງ ແລະ ເຮັດໃຫ້ເພີ່ມຜົນປະໂຫຍດເສດຖະກິດຂອງບັນດາປະເທດສະມາຊິກທັງໝົດອີກດ້ວຍ.

ສ່ວນທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ຖະແຫຼງວ່າ ເລື່ອງ 15 ປະເທດໃນພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ໃນນັ້ນ ມີອົດສະຕາລີ, ລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາລວມກ່ຽວກັບການເປີດປະຕູການຄ້າ ແລະ ການລົງທຶນ, ໂດຍບໍ່ຫົວຊາຕໍ່ບັນດາສິ່ງທ້າທາຍຈາກໂລກລະບາດໂຄວິດ - 19 ກໍ່ຂຶ້ນ.

ການ ນຳ ບ ນ ດາ ປະ ເທດຕ ລາ ຄ າ ສ ງບ ດ ບາດ ຂ ອງ rcep ອາ​ຊຽນ​ມຸ່ງ​ໄປ​ສູ່ການລົງນາມໃນສັນຍາ RCEP ໃນປີ 2020

ຍ​ສ​ໝ - ບັນດາປະເທດພວມຊຸກຍູ້ການປະຕິບັດລະບຽບການຕ່າງໆພາຍໃນປະເທດ ເພື່ອສາມາດລົງນາມໃນວັນທີ 15 ພະຈິກ ຈະມາເຖິງ.ກ່ອນໜ້ານັ້ນ, ບັນດາປະເທດສະມາຊິກຢັ້ງຢືນເຖິງເປົ້າໝາຍ ຈະເຮັດໃຫ້ສຳເລັດກ່ຽວກັບການລົງນາມໃນສັນຍາ RCEP ໃນປີ 2020 ເພື່ອແນໃສ່ຊຸກຍູ້ລະບົບການຄ້າຫຼາຍຝ່າຍ, ຫັນການຄ້າ ແລະ ການລົງທຶນເປັນເສລີ ແລະ ກໍແມ່ນການປະກອບສ່ວນສຳຄັນເຂົ້າໃນວິວັດການຟື້ນຟູພາຍຫຼັງໂລກລະບາດຢູ່ພາກພື້ນ.

ການ ນຳ ບ ນ ດາ ປະ ເທດຕ ລາ ຄ າ ສ ງບ ດ ບາດ ຂ ອງ rcep ຫວຽດ​ນາມ ມຸ່ງ​ໄປ​ສຸ່​ການ​ລົງ​ນາມ​ໃນ​ສັນ​ຍາ RCEP ໃນ​ທ້າຍ​ປີ 2020

ຍ​ສ​ໝ - ກ່າວຄຳເຫັນໄຂກອງປະຊຸມ, ທ່ານເຈິ່ນຕ໊ວນແອງ ຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມຂອງບັນດານັກເຈລະຈາສັນຍາ RCEP ທີ່ບັນລຸໄດ້ນັບແຕ່ຕົ້ນປີມາຮອດປັດຈຸບັນ; ພ້ອມທັງເນັ້ນໜັກວ່າ ໂລກລະບາດໂຄວິດ - 19 ບໍ່ພຽງແຕ່ກໍ່ໃຫ້ເກີດວິກິດການດ້ານສາທາລະນະສຸກເທົ່ານັ້ນ ຫາກຍັງກໍ່ໃຫ້ເກີດວິກິດການດ້ານເສດຖະກິດ - ສັງຄົມ ອີກດ້ວຍ, ສະນັ້ນ ເພື່ອສາມາດຍູ້ໄວລະດັບຟື້ນຟູເສດຖະກິດນັ້ນ ບໍ່ແມ່ນເລື່ອງງ່າຍດາຍ ຖ້າຫາກວ່າພວກເຮົາບໍ່ມີບັນດາການກະທຳທີ່ຂ້ຽວຂາດນັບແຕ່ນີ້ເປັນຕົ້ນໄປ.

ການ ນຳ ບ ນ ດາ ປະ ເທດຕ ລາ ຄ າ ສ ງບ ດ ບາດ ຂ ອງ rcep ສາດ​ສະ​ດາ​ຈານ​ຍີ່​ປຸ່ນ​ຍົກ​ອອກ​ບົດ​ບາດ​ຂອງ​ຫວຽດ​ນາມ​ໃນ​ວິ​ວ​ັດ​ແຫ່ງ​ກາ​ນ​ເຈ​ລະ​ຈາ RCEP

ຍ​ສ​ໝ - ທ່ານ ສາດ​ສະ​ດາ​ຈານ Ryo Ikebe ໄດ້​້​ເນັ້ນ​ໜັ້ກ​ວ່າ ໃນ​ຖາ​ນະ​ເປັນ​ສະ​ມາ​ຊິກ​ຂອງ ອາ​ຊຽນ, ຫວຽດ​ນາມ ໄດ້​ມີ FTA ດ້ວຍ​ບັນ​ດາ​ປະ​ເທດ​ເຂົ້າຮ່ວມ RCEP ທັງ​ໝົດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.