ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ພັກ​ປະ​ຊາ​ທິ​ປະ​ໄຕສັງ​ຄົມ ເຢຍ​ລະ​ມັນ ເຂົ້າ​ຮ່ວມ ການ​ໂອ້​ລົມ​ສົນ​ທະ​ນາ​ແລກ​ປ່ຽນທາງ​ອອນ​ລາ​ຍ

08:44 | 18/11/2020

ຍ​ສ​ໝ - ສອງຝ່າຍຢັ້ງຢືນວ່າ  ຈະພ້ອມກັນມານະພະຍາຍາມເພື່ອສາມາດດຳເນີນການເຈລະຈາທິດສະດີ ຄັ້ງທີ 7 ລະຫວ່າງສອງພັກໃນປີ 2021; ຖືການເຈລະຈາທິດສະດີແມ່ນກົນໄກສຳຄັນ ແນໃສ່ຊຸກຍູ້ປະສິດທິຜົນຂອງການພົວພັນຮ່ວມມືລະຫວ່າງສອງພັກໃນຊຸມປີຜ່ານມາ ແລະ ພິເສດແມ່ນໃນໄລຍະຈະມາເຖິງ.

ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ 340 ຄົນ ຫວຽດ​ນາມ ຈາກ​ເຢຍ​ລະ​ມັນ ແລະ ຣູ​ມາ​ນີ​ກັບ​ຄືນ​ປະ​ເທດ
ລັດ Beyern (ເຢຍ​ລະ​ມັນ) ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາກາ​ລະ​ໂອ​ກາດ​ດ້ານ​ການ​ຄ້າ​ຈາກ EVFTA ກັບ ຫວຽດ​ນາມ
ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ພັກ​ປະ​ຊາ​ທິ​ປະ​ໄຕສັງ​ຄົມ ເຢຍ​ລະ​ມັນ ເຂົ້າ​ຮ່ວມ ການ​ໂອ້​ລົມ​ສົນ​ທະ​ນາ​ແລກ​ປ່ຽນທາງ​ອອນ​ລາ​ຍ
ການໂອ້ລົມສົນທະນາແລກປ່ຽນທາງອອນລາຍ ລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກປະຊາທິປະໄຕສັງຄົມ ເຢຍລະມັນ (ພາບ: TTXVN)

ຕອນບ່າຍວັນທີ 16 ພະຈິກ, ທ່ານຮວ່າງບິ່ງກວນ ຫົວໜ້າຄະນະພົວພັນຕ່າງປະເທດສູງກາງ ພັກກອມມູນິດຫວຽດນາມ ແລະ ທ່ານ Alexander Schweitzer, ກຳມະການຄະນະບໍລິຫານງານສູນກາງພັກປະຊາທິປະໄຕສັງຄົມ ເຢຍລະມັນ ໄດ້ເປັນປະທານຮ່ວມການໂອ້ລົມສົນທະນາທາງອອນລາຍ ລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກປະຊາທິປະໄຕສັງຄົມ ເຢຍລະມັນ. ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ມີປະສິດທິຜົນລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາທິປະໄຕສັງຄົມ ເຢຍລະມັນ, ພ້ອມທັງຢັ້ງຢືນເຖິງຄວາມສຳຄັນຂອງການພົວພັນລະຫວ່າງສອງພັກໃນການພົວພັນຕ່າງປະເທດສອງຝ່າຍ.

ທ່ານຮວ່າງບິ່ງກວນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບເສດຖະກິດ - ສັງຄົມ ຂອງ ຫວຽດນາມໃນໄລຍະມໍ່ໆນີ້ ແລະ ການກະກຽມຂອງພັກສຳລັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ພ້ອມທັງແບ່ງປັນປະສົບການຂອງຫວຽດນາມໃນການຄວບຄຸມການລະບາດຂອງ COVID-19 ແລະມາດຕະການຕ່າງໆເພື່ອບັນລຸ "ເປົ້າ ໝາຍ ຄວ​ບ​ຄູ່" ທັງການຕໍ່ສູ້ກັບການລະບາດແລະການພັດທະນາເສດຖະກິດ.

ຕາງໜ້າພັກປະຊາທິປະໄຕສັງຄົມເຢຍລະມັນ, ທ່ານ Ail-petrol-de-de-vaio ໄດ້​ສະ​ແດງ​ຄວາມຊົມເຊີຍຕໍ່ບັນດາໝາກຜົນທີ່ຫວຽດນາມບັນລຸໄດ້ໃນການຕ້ານການລະບາດຂອງ COVID-19, ຕີລາຄາສູງການພົວພັນ​ທີ່​ມີຄວາມໄວ້ເນື້ອເຊື່ອໃຈ ແລະ ປະສິດທິຜົນລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະຊາທິປະໄຕສັງຄົມເຢຍລະມັນ, ຢັ້ງຢືນການພົວພັນກັບພັກກອມມູນິດຫວຽດນາມແມ່ນພາກສ່ວນສຳຄັນຂອງການພົວພັນພາຍນອກຂອງພັກປະຊາທິປະໄຕສັງຄົມເຢຍລະມັນ.

ສອງຝ່າຍເຫັນດີເປັນເອກະພາບວ່າ ໃນສະພາບການໂລກລະບາດໂຄວິດ - 19 ພວມກີດຂວາງວິວັດການດຳເນີນການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນ, ການສົນທະນາໂດຍກົງນັ້ນ, ສອງພັກຍິ່ງຕ້ອງເພີ່ມທະວີຄວາມສາມັກຄີ, ການແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານດ້ວຍຫຼາຍຮູບການທີ່ແຕກຕ່າງກັນ ເພື່ອສ້າງທ່ວງທ່າແກ່ການພົວພັນໃນໄລຍະຫຼັງໂລກລະບາດໂຄວິດ - 19. ສອງຝ່າຍຢັ້ງຢືນວ່າ ຈະພ້ອມກັນມານະພະຍາຍາມເພື່ອສາມາດດຳເນີນການເຈລະຈາທິດສະດີ ຄັ້ງທີ 7 ລະຫວ່າງສອງພັກໃນປີ 2021; ຖືການເຈລະຈາທິດສະດີແມ່ນກົນໄກສຳຄັນ ແນໃສ່ຊຸກຍູ້ປະສິດທິຜົນຂອງການພົວພັນຮ່ວມມືລະຫວ່າງສອງພັກໃນຊຸມປີຜ່ານມາ ແລະ ພິເສດແມ່ນໃນໄລຍະຈະມາເຖິງ.

ຫວຽດ​ນາມ ມີຫຼັກ​ໝັ້ນສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ກ່ຽວ​ກັບບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ແລະ ການ​ຊຸກ​ຍູ້​ການ​ເຈ​ລະ​ຈາ COC

ໃນການຖະແຫຼງຂ່າວນັດສາມັນ ທີ່ຈັດຂຶ້ນໃນຕອນບ່າຍວັນທີ 01 ຕຸລາ ຢູ່ຮ່າໂນ້ຍ, ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ໄດ້ຢັ້ງຢືນກ່ຽວກັບນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ສຳລັບ 2 ໝູ່ເກາະເຈື່ອງຊາ ແລະ ຮວ່າງຊາ ພ້ອມທັງຊົມເຊີຍບັນດາປະເທດ ທີ່ໄດ້ແບ່ງປັນທັດສະນະດັ່ງກ່າວກັບ ຫວຽດນາມ.

ຫວຽດ​ນາມ - ເຢຍ​ລະ​ມັນ, 45 ປີ​ແຫ່ງ​ການ​ຮ່ວມ​ມືພ້ອມ​ກັນ​ພັດ​ທະ​ນາ

ຍ​ສ​ໝ - ປີ 2020 ແມ່ນ​ຂີດ​ໝາຍ​ສຳ​ຄັນ​ສຳ​ລັບ​ສອງ​ປະ​ເທດ​ເມື່ອ​ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ລ້ວນ​ແຕ່​ຮັກ​ສາ​ບັນ​ດາ​ຕຳ​ແໜ່ງ​ສຳ​ຄັນ​ໃນ​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ. ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ Hin-no ເນັ້​ນ​ໜັກ​ວ່າ ເລື່ອງ​ທັງ​ສອງ​ປະ​ເທດ​ພ້ອມ​ກັນ​ຮັບ​ດຳ​ລົງ​ບົດ​ບາດ​ເປັນ​ກຳ​ມະ​ການ​ບໍ່​ປະ​ຈຳ​ການ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ອາ​ຍຸ​ການ 2020 – 2021.

3 ປະ​ເທດ​ມະ​ຫາ​ອຳ​ນາດ​ໃນ G7 ສົ່ງຈົດໝາຍທາງການລວມ​ປະ​ຕິ​ເສດ​ການ​ື​ທວງ​ສິດຂອງ​ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ

ຍ​ສ​ໝ - ຕາມ ​Rappler ແລ້ວ, ໃນ​ບັນ​ດາ​ຈົດ​ໝາຍ​ທາງ​ການ​ທີ່​ໄດ້​ສົ່ງ​ໃນ​ວັນ​ທີ 16 ກັນ​ຍາ, 3 ປະ​ເທດ​ເອີ​ລົບ ໄດ້​ຢ້ຳ​ເຖິງງ​ໂຄງ​ການ​ຂອງ​ສົນ​ທິ​ສັນ​ຍາ ສ​ປ​ຊ​ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ ປີ 1982 ທີ່​ໄດ້​ກຳ​ນົດ​ຂອບ​ນິ​ຕິ​ກຳ​ເຊິ່ງ​ທຸກ​ການ​ເຄື່ອນ​ໄຫວ​ຢູ່​ບັນ​ດາ​ມະ​ຫາ​ສະ​ມຸດ ແລະ ທະ​ເລ​ຕ້ອງ​ປະ​ຕິ​ບັດ​ຕາມ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.