ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ເຊັກ​ໂກ ຕັ້ງ​ໜ້າ​ປະ​ກອບ​ກຳ​ລັງ​ແຮງ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ ໂຄວິດ - 19 ຢູ່​ປະ​ເທດ​ປະ​ຈຳ​ຖິ່ນ

15:24 | 16/11/2020

ຍ​ສ​ໝ - ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ໄດ້​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຍິ່ງ​ມີ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ເຊັກ​ໂກ​ໃນ​ການ​ປ້ອງ​ກັນ​, ສະ​ກັດ​ກັ້ນ ໂລກ​ລະ​ບາດ ໂຄວິດ - 19. ປະ​ຊາ​ຄົມ ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ເຊັກ​ໂກ ຍາມ​ໃດ​ກໍ່​ປະ​ຕິ​ບັດ​ຢ່າງ​ຖ​ືກ​ຕ້ອງ ແລະ ເຊື່ອ​ໝັ້ນ​ຕໍ່​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ ໂຄວິດ -19 ຂອງ​ລັດ​ຖະ​ບານ ເຊັກ​ໂກ.

ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ເຊັກ​ໂກ ຕັ້ງ​ໜ້າ​ປະ​ກອບ​ກຳ​ລັງ​ແຮງ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ ໂຄວິດ - 19 ຢູ່​ປະ​ເທດ​ປະ​ຈຳ​ຖິ່ນ ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ເຊັກ​ໂກ​ອຸ​ປະ​ຖຳ​ເງິນ​ບໍ​ລິ​ຈາກ​ສະ​ໜັ​ບ​ສະ​ໜູນ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ພາກ​ກາງ
ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ເຊັກ​ໂກ ຕັ້ງ​ໜ້າ​ປະ​ກອບ​ກຳ​ລັງ​ແຮງ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ ໂຄວິດ - 19 ຢູ່​ປະ​ເທດ​ປະ​ຈຳ​ຖິ່ນ ແລກປ່ຽນແລະໂຄສະນາບັນດາ ອາຫານການ​ກິນ​ທີ່​ເປັນວັດທະນະທຳ ຫວຽດນາມຢູ່ເຊັກ​ໂກ
ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ເຊັກ​ໂກ ຕັ້ງ​ໜ້າ​ປະ​ກອບ​ກຳ​ລັງ​ແຮງ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ ໂຄວິດ - 19 ຢູ່​ປະ​ເທດ​ປະ​ຈຳ​ຖິ່ນ
ກອງ​ປະ​ຊຸມ​ຂອງ​ສະ​ມາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ເຊັກ​ໂກ (ພາບ: VOV)

ວັນ​ທີ 15 ພະ​ຈິກ, ສະ​ມາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ເຊັກ​ໂກ ໄດ້​ຈັດ​ຕັ້ງ​ກອງ​ປ​ະ​ຊຸມ​ທາງ​ອອນ​ລາຍ ເພື່ອ​ແນ​ໃສ່​ສະຫຼຸບ, ຕີ​ລາ​ຄາ​ການ​ເຄື່ອນ​ໄຫວ​ຂອງ ສະ​ມາ​ຄົມ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ແລະ ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ໄດ້​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຍິ່ງ​ມີ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ເຊັກ​ໂກ​ໃນ​ການ​ປ້ອງ​ກັນ​, ສະ​ກັດ​ກັ້ນ ໂລກ​ລະ​ບາດ ໂຄວິດ - 19. ປະ​ຊາ​ຄົມ ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ເຊັກ​ໂກ ຍາມ​ໃດ​ກໍ່​ປະ​ຕິ​ບັດ​ຢ່າງ​ຖ​ືກ​ຕ້ອງ ແລະ ເຊື່ອ​ໝັ້ນ​ຕໍ່​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ ໂຄວິດ -19 ຂອງ​ລັດ​ຖະ​ບານ ເຊັກ​ໂກ. ພ້ອມ​ທັງ ໄດ້​ຕັດ​ຫຍິບ​ຜ້າ​ອັດ​ປາກ​ດັງ ນັບ​ແສນ​ອັນ​ເພື່ອມອບ​ໃຫ້​ບັນ​ດາ​ອົງ​ການ​ຈັດ​ຕັ້​ງ​ສາ​ກົນ, ຄະ​ນະ​ກຳ​ມະ​ການ, ບັນ​ດາ​ອົງ​ການ​ສັງ​ຄົມ ແລະ ພໍ່​ແມ່​ປະ​ຊາ​ຊົນ​ປະ​ເທດ​ປະ​ຈຳ​ຖິ່ນ, ໄດ້​ບໍ​ລິ​ຈາກ​ເງິນ​ເປັນ​ຈຳ​ນວນ​ກ່​ວາ 5 ລ້ານ​ດົ່ງ ແລະ ອຸ​ປະ​ກອນ​ການ​ແພດ​ນັ​ບຫຼາຍ​ໂຕນເພື່ອ​ສະ​ໜັບ​ສະ​ໜູນ​ໃຫ້​ແກ່​ບັນ​ດາ​ອົງ​ການ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19. ບັນ​ດາ​ການ​ກະ​ທຳ​ມະ​ນຸດ​ສະ​ທຳ​ດັ່ງ​ກ່າວ ໄດ້​ລັດ​ຖະ​ບານ ແລະ ຊາວ ເຊັກ​ໂກ ຕີ​ລາ​ຄາ​ສູງ ແລະ ສົ່ງ​ຈົດໝາຍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ສະ​ມາ​ຄົມ, ຄະ​ນະ, ສ່ວນ​ບຸກ​ຄົນ​ຊາວ ຫວຽດ​ນາມ.

ກ່າວ​ຄຳ​ເຫັນ​ຢູ່​ທ​ີ່ນີ້, ທ່ານ ທ໊າຍ​ຊ​ວັນ​ເຢຶອງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ຫວັງ​ວ່າ ປະ​ຊາ​ຄົມ ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ເຊັກ​ໂກ ສືບ​ຕໍ່​ເຊື່ອມ​ຕົວ​ຢ່າງ​ເລິກ​ເຊິ່ງ ແລະ ນັບ​ມື້​ນັບ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ທຸກ​ດ້ານ. ທ່ານ​ກໍ່​ແບ່ງ​ປັນ​ບັນ​ດາ​ການ​ຕີ​ລາ​ຄາ​ອັນ​ດີ​ງາມ​ຂອງ​ການ​ນຳ​ ເຊັກ​ໂກ ກ່ຽວ​ກັບ​ການ​ປະ​ກອບ​ສ່ວນ​ຂອງ ຊາວ ຫວຽດ​ນາມ ຢູ່​ເຊັກ​ໂກ ໃນ​ໄລ​ຍະ​ທີ່​ຜ່ານ​ມາ​ໃນຫຼາຍ​ຂົງ​ເຂດ.

ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ເຊັກ​ໂກ​ອຸ​ປະ​ຖຳ​ເງິນ​ບໍ​ລິ​ຈາກ​ສະ​ໜັ​ບ​ສະ​ໜູນ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ພາກ​ກາງ

ຍ​ສ​ໝ - ເຖິງວ່າ​ດຳ​ລົງ​ຊີ​ວິດ​ຢູ່​ໃສ​ກໍ່​ຕາມ ແຕ່​ຊາວ​ຫວຽດ​ນາມ​ຍາມ​ໃດ​ກໍ່​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ຊ່ວຍ​ເຫຼືອ​ເຊິ່ງ​ກັນແລະ​ກັນ, ແບ່ງ​ປັນ​ຄວາມ​ຫຍຸ້ງ​ຍາກ​ຕໍ່​ຜູ້​ປະ​ສົບ​ເຄາະ​ຮ້າຍ. ໃນ​ຊຸມ​ວັນ​ທີ່​ຜ່ານ​ມາ, ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ເອີ​ລົບ ມີ​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ມຸ່ງ​ໄປ​ສູ່​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ພາກ​ກາງ​ເພື່ອ​ແນ​ໃສ່​ແບ່ງ​ປັນ​ຄວາມ​ຫຍຸ້ງ​ຍາກ, ເສຍ​ຫາຍ​ຕໍ່​ພໍ່​ແມ່​ປະ​ຊາ​ຊົນ.

ແລກປ່ຽນແລະໂຄສະນາບັນດາ ອາຫານການ​ກິນ​ທີ່​ເປັນວັດທະນະທຳ ຫວຽດນາມຢູ່ເຊັກ​ໂກ

ຍ​ສ​ໝ - ຈຸດເດັ່ນຕົ້ນຕໍໃນກິດຈະກຳນີ້ແມ່ນບັນດາເລື່ອງລາວ ທີ່ໜ້າສົນໃຈກ່ຽວກັບກາເຟແລະວັດທະນະທຳ ຫວຽດ ນາມ. ຄວາມງາມຂອງບັນດາເຍື່ອງອາຫານພື້ນເມືອງແລະວັດທະນະ ທຳ ຫວຽດນາມໄດ້ຖືກຖ່າຍທອດ ໃຫ້ລຸ້ນ ໜຸ່ມ ແລະຜູ້ຕາງ ໜ້າອຳນາດການປົກຄອງທ້ອງຖິ່ນຜ່ານບັນດາເລື່ອງລາວຕົວຈິງໃນເວລາຢ້ຽມຢາມຫວຽດນາມ.

ຫວຽດນາມ ດຳລົງຕຳແໜ່ງເປັນປະ​ທານ​ຄະ​ນະ​ກຳ​ມະ​ການ ອ​າ​ຊຽນ ປະ​ຈຳ ເຊັກ​ໂກ

ຍສໝ - ໃນວັນທີ 25 ສິງຫາ ທີ່ກອງປະຊຸມຄັ້ງທີ 18 ຂອງຄະນະກຳມະການ ອາຊຽນ ຢູ່ ນະຄອນຫຼວງ ປຣາຮາ, ທ່ານ ທ໊າຍຊວັນຢູ໊ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເຊັກໂກ ໄດ້ຮັບຕຳແໜ່ງເປັນປະທານຄະນະກຳມະການ ອາຊຽນ ປະຈຳ ເຊັກໂກ ຈົນຮອດທ້າຍປີ 2020 ຈາກທ່ານ ...

ບຸນ​ຄົງ

ເຫດການ
302 Found

Found

The document has moved here.