ສື່​ມວນ​ຊົນ​ຕ່າງ​ປະ​ເທດ: ຫວຽດນາມ ໄດ້ປະຕິບັດໜ້າທີ່ເປັນປະທານອາຊຽນ 2020 ຢ່າງສຳເລັດຜົນ

06:33 | 17/11/2020

ສື່ມວນຊົນໃນພາກພື້ນ ແລະ ສາກົນ ພ້ອມກັນເອົາລົງຂ່າວສ່ອງແສງກ່ຽວກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງໄດ້ຈັດຕັ້ງຢ່າງສຳເລັດ ດ້ວຍການລົງນາມຂໍ້ຕົກລົງດານການຄ້າໃຫຍ່ທີ່ສຸດໃນໂລກ, ໃນນັ້ນ ຖືອາຊີຕາເວັນອອກສ່ຽງໃຕ້ເປັນໃຈກາງ.

ສ ມວນ ຊ ນ ຕ າງ ປະ ເທດ ຫວຽດນາມ ໄດ ປະຕ ບ ດໜ າທ ເປ ນປະທານອາຊຽນ 2020 ຢ າງສຳເລ ດຜ ນ ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່
ສ ມວນ ຊ ນ ຕ າງ ປະ ເທດ ຫວຽດນາມ ໄດ ປະຕ ບ ດໜ າທ ເປ ນປະທານອາຊຽນ 2020 ຢ າງສຳເລ ດຜ ນ ຈັດສົ່ງພົນລະເມືອງ ຫວຽດນາມ ເກືອບ 450 ຄົນຈາກ ຍີ່ປຸ່ນ ກັບຄືນປະເທດດ້ວຍຄວາມປອດໄພ
ສ ມວນ ຊ ນ ຕ າງ ປະ ເທດ ຫວຽດນາມ ໄດ ປະຕ ບ ດໜ າທ ເປ ນປະທານອາຊຽນ 2020 ຢ າງສຳເລ ດຜ ນ
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ມອບຄ້ອນຕີອາຊຽນໃຫ້ແກ່ເອກອັກຄະລັດຖະທູດບຣູໄນ ປະຈໍາ ຫວຽດນາມ - ປະເທດເປັນປະທານອາຊຽນ 2021. ພາບ: ສໍານັກຂ່າວສານຫວຽດນາມ.

ບັນດາໜັງສືພິມຂອງລາວ ສະບັບອອກວັນທີ 13 ພະຈິກ ໄດ້ໃຫ້ຂ່າວກ່ຽວກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງ, ຕາມນັ້ນແລ້ວໄດ້ຕີລາຄາສູງບົດບາດຂອງຫວຽດນາມ ເຊິ່ງເປັນປະເທດດໍາລົງຕໍາແໜ່ງປະທານອາຊຽນ 2020 ກໍຄືຄວາມມານະພະຍາຍາມຂອງອາຊຽນ ໃນການປ້ອງກັນ, ຕ້ານ ແລະຄວບຄຸມພະຍາດໂຄວິດ-19 ແລະຟື້ນຟູພື້ນຖານເສດຖະກິດໃນພາກພື້ນ.

ໜັງສືພິມປະຊາຊົນລາວ ໃຫ້ຮູ້ວ່າກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ໄດ້ຈັດຕັ້ງຜ່ານລະບົບທາງໄກ (ທາງອອນລາຍ) ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ບັນດາການນໍາອາຊຽນ ໄດ້ຕີລາຄາສູງຕໍ່ເລື່ອງໃຫ້ບຸລິມະສິດຂອງກຸ່ມພາຍໃຕ້ການນໍາພາຂອງຫວຽດນາມ ດ້ວຍບົດບາດເປັນປະທານອາຊຽນ 2020, ລວມມີການເພີ່ມທະວີຄວາມສາມັກຄີພາຍໃນກຸ່ມ, ຊຸກຍູ້ບົດບາດໃຈກາງຂອງອາຊຽນ, ຮັກສາສັນຕິພາບ, ສະຖຽນລະພາບ ແລະຮ່ວມມືໃນການພັດທະນາຂອງອາຊຽນ ໃນໂລກທີ່ກໍາລັງຫັນປ່ຽນຢ່າງວ່ອງໄວ. ບັນດາການນໍາອາຊຽນ ກໍ່ຊົມເຊີຍບົດບາດຂອງປະເທດປະທານອາຊຽນ 2020, ໂດຍຢັ້ງຢືນວ່າ ຫວຽດນາມ ໄດ້ປະກອບສ່ວນເພີ່ມທະວີຄວາມເຫັນດີເປັນເອກະພາບຂອງກຸ່ມ ແລະຊ່ວຍຮັດແຄບຊ່ອງຫວ່າງການພັດທະນາລະຫວ່າງບັນດາປະເທດສະມາຊິກອາຊຽນ.

ໜັງສືພິມ Khmer Times ຂອງ ກຳປູເຈຍສະບັບອອກ ວັນທີ 16 ພະຈິກ ໄດ້ໃຫ້ຂໍ້ສັງເກດວ່າ ໂດຍແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ, ຫວຽດນາມມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ອາຊຽນ. ການເລືອກເອົາ ຫົວຂໍ້ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ໃຫ້ແກ່ປີເປັນປະທານອາຊຽນ 2020 ໄດ້ສະແດງໃຫ້ເຫັນຄວາມປາດຖະໜາວ່າ ຫວຽດນາມ ຢາກຮັບປະກັນອາຊຽນທີ່ເປັນເອກະພາບ, ສາມາດຢືນຢູ່ຢ່າງໝັ້ນຄົງ ຢູ່ຕໍ່ໜ້າຜົນກະທົບຂອງສະພາບການສາກົນ. ສຳນັກຂ່າວສານ Sputnik ໄດ້ຕີລາຄາວ່າ ຫວຽດນາມ ໄດ້ປະຕິບັດໜ້າທີ່ເປັນປະທານອາຊຽນ 2020 ຢ່າງສຳເລັດຜົນ, ດ້ວຍການກະກຽມທີ່ລອບຄອບຖີ່ຖ້ວນ, ເລືອກເອົາໄດ້ເປົ້າໝາຍ ແລະ ບຸລິມະສິດ, ສ້າງຂີດໝາຍສຳຄັນຫຼາຍຢ່າງ.

ສ ມວນ ຊ ນ ຕ າງ ປະ ເທດ ຫວຽດນາມ ໄດ ປະຕ ບ ດໜ າທ ເປ ນປະທານອາຊຽນ 2020 ຢ າງສຳເລ ດຜ ນ

ພິທີອັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37.ພາບ: VGP

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງແບບທາງໄກ ອັດລົງດ້ວຍຜົນສຳເລັດອັນຈົບງາມ ໃນຕອນບ່າຍ ວັນທີ 15 ພະຈິກ 2020 ນີ້ ພາຍຫລັງດໍາ ເນີນມາເປັນເວລາ 4 ວັນ ໂດຍການເປັນປະທານຂອງ ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີຫວຽດນາມ ໃນຖານະປະທານອາຊຽນ 2020, ​ເຊິ່ງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ນໍາພາຄະນະຜູ້ແທນຂອງ​ ສປປ ລາວ ເຂົ້າຮ່ວມ. ​ໃນ​ກອງ​ປະຊຸມ ຜູ້ນໍາປະເທດສະມາຊິກອາຊຽນ ກໍຄື ຄູ່ເຈລະຈາໄດ້ຮັບຮອງເອົາ ເອກະສານສໍາຄັນຫລາຍກວ່າ 80 ສະບັບ ຖືເປັນການຮັບຮອງເອົາ ເອກະສານຫລາຍທີ່ສຸດ ນັບແຕ່ມີກອງປະຊຸມ ສຸດຍອດອາຊຽນເປັນຕົ້ນມາ ໂດຍມີ 16 ກອງປະຊຸມລະດັບສຸດຍອດ ໃນນັ້ນ ມີກອງປະຊຸມລະດັບສຸດຍອດ ໃນຂອບອາຊຽນ 14 ກອງປະຊຸມ ແລະ ໃນຂອບແມ່ນໍ້າຂອງ 2 ກອງປະຊຸມ.

ທີ່ພິທີອັດ, ຫວຽດນາມ ໄດ້ປະຕິບັດພິທີມອບຕຳແໜ່ງປະທານອາຊຽນ 2021 ໃຫ້ແກ່ບຣູໄນ. ທ່ານ ຫງວຽນຊວນຟຸກ ກໍ່ສະແດງຄວາມເຊື່ອໝັ້ນວ່າ ໃນບົດບາດເປັນປະທານອາຊຽນ 2021, ບຣູໄນ ຈະສືບຕໍ່ນໍາອາຊຽນ ກ້າວເດີນໄປຂ້າງໜ້າ, ມຸ່ງໄປເຖິງປະຊາຄົມອາຊຽນ ດ້ວຍວິໄສທັດຮ່ວມສໍາພັນຢ່າງເລິກເຊິ່ງກວ້າງຂວາງ, ເປັນເຈົ້າການຮັບມື, ຟື້ນຟູຮອບດ້ານ ແລະພັດທະນາແບບຍືນຍົງ.

ສ ມວນ ຊ ນ ຕ າງ ປະ ເທດ ຫວຽດນາມ ໄດ ປະຕ ບ ດໜ າທ ເປ ນປະທານອາຊຽນ 2020 ຢ າງສຳເລ ດຜ ນ ສື່ມວນຊົນ ສປປ.ລາວ ໄດ້ຕີລາຄາສູງຕໍ່ປີດຳລົງຕຳແໜ່ງເປັນປະທານອາຊຽນ ຂອງຫວຽດນາມ

ຍສໝ - ໃນໂອກາດກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ກອງປະຊຸມລະດັບສູງທີ່ກ່ຽວຂ້ອງ ທີ່ຈັດຂຶ້ນໃນລະຫວ່າງວັນທີ 12-15 ພະຈິກ, ສື່ມວນຊົນຂອງປະເທດ ສປປ.ລາວ ໄດ້ສົ່ງຂ່າວກ່ຽວກັບເຫດການດັ່ງກ່າວ, ແລະ ເຊິ່ງໄດ້ຕີລາຄາສູງຕໍ່ບົດບາດດຳລົງຕຳແໜ່ງປີປະທານອາຊຽນ 2020 ຂອງຫວຽດນາມ.

ສ ມວນ ຊ ນ ຕ າງ ປະ ເທດ ຫວຽດນາມ ໄດ ປະຕ ບ ດໜ າທ ເປ ນປະທານອາຊຽນ 2020 ຢ າງສຳເລ ດຜ ນ ຫວຽດນາມ ຄວນມີການກະທຳຮັບ​ມື​ກັບບັນດາໄພພິບັດທຳມະຊາດ

ບົດລາຍງານຖືວ່າ ບັນດາມາດຕະການໃນປະຈຸບັນ ເຊິ່ງລັດຖະບານ ຫວຽດນາມ ພວມປະຕິບັດແມ່ນເປັນໜ້າປະທັບໃຈພໍສົມຄວນ ແລະ ນຳ ຫວຽດນາມ ກາຍເປັນປະເທດນຳໜ້າໃນພາກພື້ນກ່ຽວກັບການຄວບຄຸມຄວາມສ່ຽງຈາກໄພພິບັດທຳມະຊາດ. ເຖິງຢ່າງໃດກໍ່ຕາມ, ບັນດາມາດຕະການຍັງບໍ່ທັນຄົບຖ້ວນ ເພື່ອຮັບມືຕໍ່ຄວາມສ່ຽງຈາກໄພພິບັດທຳມະຊາດ.

ສ ມວນ ຊ ນ ຕ າງ ປະ ເທດ ຫວຽດນາມ ໄດ ປະຕ ບ ດໜ າທ ເປ ນປະທານອາຊຽນ 2020 ຢ າງສຳເລ ດຜ ນ ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ແມ່ນ 53.729.335 ຄົນ

ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19.

ໄຊພອນ

ເຫດການ
302 Found

Found

The document has moved here.