ເວທີປາໄສເພື່ອສັນຕິພາບ Paris ຄັ້ງທີ 3

07:40 | 15/11/2020

ຍ​ສ​ໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ຄວນຖືເອົາຜົນປະໂຫຍດຂອງປະຊາຊົນເປັນໃຈກາງຂອງທຸກນະໂຍບາຍ ແລະ ການກະທຳ, ໃຫ້ບຸລິມະສິດແຖວໜ້າ ແມ່ນຮັກສາສຸຂະພາບ, ຊີວິດອິນຊີຂອງປະຊາຊົນ, ຮັບປະກັນໃຫ້ປະຊາຊົນຢູ່ທຸກປະເທດ ແລະ ເຂດແຄ້ວນ ລ້ວນແຕ່ສາມາດສຳຜັດກັບວັກຊິນ ແລະ ຢາປິ່ນປົວໂຄວິດ-19 ດ້ວຍລາຄາທີ່ເໝາະສົມ.

ເວທ ປາໄສເພ ອສ ນຕ ພາບ paris ຄ ງທ 3 ຫວຽດ​ນາມ​ເຂົ້າ​ຮ່ວມກອງປະຊຸມປຶກສາຫາລືປະຈຳປີກ່ຽວກັບກຳລັງຮັກສາສັນຕິພາບສະຫະປະຊາຊາດ - ຕຳຫລວດສະຫະປະຊາຊາດ
ເວທ ປາໄສເພ ອສ ນຕ ພາບ paris ຄ ງທ 3 ຫວຽດນາມ ໄດ້ສະໜັບສະໜຸນຄວາມມານະພະຍາຍາມໃນການຊຸກຍຸຄວາມເປັນສັນຕິພາບໃນອາຟຣິກາ
ເວທ ປາໄສເພ ອສ ນຕ ພາບ paris ຄ ງທ 3
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)

ໃນລະຫວ່າງວັນທີ 11 – 13 ພະຈິກ, ເວທີປາໄສເພື່ອສັນຕິພາບ Paris ຄັ້ງທີ 3 (PPF3) ດ້ວຍຫົວຂໍ້ວ່າ “ປະເຊີນໜ້າກັບໂຄວິດ-19: ກ້າວເຂົ້າສູ່ໂລກທີ່ດີງາມກ່ວາ” ໄດ້ດຳເນີນຢູ່ ຝຣັ່ງ ດ້ວຍຈຸດປະສົງປຶກສາຫາລືບັນດາມາດຕະການຮັບມືຫລາຍສົ້ນ ເພື່ອຜ່ານຜ່າສິ່ງທ້າທາຍຍ້ອນໂລກລະບາດກໍ່ຂຶ້ນ ແລະ ຍາດແຍ່ງເອົາໂອກາດ ເພື່ອສ້າງໂລກໃຫ້ມີຄວາມໝັ້ນຄົງກ່ວາ.

ໃນສານທີ່ສົ່ງເຖິງເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຂໍ້ລິເລີ່ມຂອງເວທີປາໄສຄັ້ງນີ້. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ດ້ວຍຄວາມມານະພະຍາຍາມຂອງທັງລະບົບການເມືອງ, ການຮ່ວມແຮງຮ່ວມໃຈຂອງປະຊາຊົນ ແລະ ການຮ່ວມມືຢ່າງຕັ້ງໜ້າກັບບັນດາປະເທດ, ອົງການຈັດຕັ້ງສາກົນ, ມາຮອດປະຈຸບັນ, ຫວຽດນາມ ສາມາດຄວບຄຸມໂລກລະບາດໂຄວິດ-19 ໄດ້ໂດຍພື້ນຖານ, ຮັບປະກັນຊີວິດສັງຄົມ, ຟື້ນຟູທ່າເຕີບໂຕເສດຖະກິດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ຄວນຖືເອົາຜົນປະໂຫຍດຂອງປະຊາຊົນເປັນໃຈກາງຂອງທຸກນະໂຍບາຍ ແລະ ການກະທຳ, ໃຫ້ບຸລິມະສິດແຖວໜ້າ ແມ່ນຮັກສາສຸຂະພາບ, ຊີວິດອິນຊີຂອງປະຊາຊົນ, ຮັບປະກັນໃຫ້ປະຊາຊົນຢູ່ທຸກປະເທດ ແລະ ເຂດແຄ້ວນ ລ້ວນແຕ່ສາມາດສຳຜັດກັບວັກຊິນ ແລະ ຢາປິ່ນປົວໂຄວິດ-19 ດ້ວຍລາຄາທີ່ເໝາະສົມ. ພ້ອມກັນນັ້ນ ບັນດາປະເທດ ຄວນຮັກສາຄຳໝັ້ນສັນຍາ ແລະ ມານະພະຍາຍາມປະຕິບັດໂຄງການດຳເນີນງານ 2030 ແລະ ບັນດາຄຳໝັ້ນສັນຍາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ພິເສດແມ່ນຄວນສ້າງເງື່ອນໄຂສະດວກ ແລະ ໜູນຊ່ວຍດ້ານການເງິນ, ເຕັກໂນໂລຊີ ແລະ ການຄ້າໃຫ້ບັນດາປະເທດພວມພັດທະນາເພື່ອປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ.

ເວທ ປາໄສເພ ອສ ນຕ ພາບ paris ຄ ງທ 3 ຫວຽດນາມ ໄດ້ຈັດຂື້ນກອງປະຊຸມ AIPACODD ຄັ້ງທີ 3

ຍສໝ - ເປັນສ່ວນໜຶ່ງຂອງການເຄື່ອນໄຫວ ໃນປີປະທານລັດຖະສະພາລະຫວ່າງຊາດອາຊຽນ (AIPA), ສະພາແຫ່ງຊາດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມທີ່ປຶກສາອອນລາຍ ຄັ້ງທີ 3 ກ່ຽວກັບຢາເສບຕິດທີ່ເປັນອັນຕະລາຍ (AIPACODD) ໃນຫວ່າງແລ້ວນີ້.

ເວທ ປາໄສເພ ອສ ນຕ ພາບ paris ຄ ງທ 3 ງານຕະຫຼາດນັດພົບແຮງງານ ຄັ້ງທີ 3 ຄາດວ່າຈະມີຜູ້ໄດ້ວຽກ 1.500 ຄົນ

ງານ​ຕະ­ຫຼາດ­ນັດ​ພົບ​ແຮງ​ງານ ຄັ້ງ​ທີ 3 ຈັດ​ຂຶ້ນ​ວັນ​ທີ 16-20 ຕຸ­ລາ 2019 ຢູ່​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ສີ​ຫຸນ ສິດ­ທິ​ລື​ໄຊ ຮອງ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ມີ​ທ່ານ ຄຳ​ແພງ ໄຊ​ສົມ​ແພງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ (ຮສສ) ບັນ­ດາ​ກົມ ພະ­ແນກ­ການ ບໍ­ລິ­ສັດ​ຈັດ​ຫາ​ງານ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ...

ເວທ ປາໄສເພ ອສ ນຕ ພາບ paris ຄ ງທ 3 ຄະນະກິລາກອງທັບເຂົ້າຮ່ວມແຂ່ງຂັນກິລາມິດຕະພາບກອງທັບ ລາວ - ມຽນມາ ຄັ້ງທີ 3

ໃນຕອນເຊົ້າຂອງວັນທີ 7 ຕຸລາ 2019 ນີ້, ຄະນະນັກກີລາກອງ ທັບປະຊາຊົນລາວ ເຊິ່ງນຳໂດຍ ທ່ານ ພົນຈັດຕະວາ ພັນແສງ ບຸນ ພັນ ຫົວໜ້າກົມອົບຮົມ, ກົມໃຫຍ່ ເສນາທິການກອງທັບ ໄດ້ເດີນ ທາງຈາກນະຄອນຫຼວງວຽງຈັນ ເຖິງນະຄອນຫຼວງເນປີດໍ ສສ ມຽນມາ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.